ກົດໝາຍວ່າດ້ວຍການຊ່ວຍເຫຼືອຢ່າງຕໍ່ເນື່ອງ (CAA)
ກົດໝາຍວ່າດ້ວຍການຊ່ວຍເຫຼືອຢ່າງຕໍ່ເນື່ອງ (Continued Assistance Act, CAA) ແມ່ນແພັກເກດດ້ານສິດທິປະໂຫຍດຂອງລັດຖະບານກາງທີ່ເປັນການຜັນຂະຫຍາຍບາງຂໍ້ກຳນົດຂອງກົດໝາຍວ່າດ້ວຍ CARES (ການຊ່ວຍເຫຼືອ, ການບັນເທົາທຸກ ແລະ ການຮັບປະກັນຄວາມໝັ້ນຄົງທາງເສດຖະກິດໃນຊ່ວງມີເຊື້ອໄວຣັດໂຄໂຣນ່າ, Coronavirus Aid, Relief, and Economic Security Act) ນັບແຕ່ວັນທີ 27 ທັນວາ 2020 ຈົນເຖິງວັນທີ 13 ມີນາ 2021.
CAA ເປັນການຜັນຂະຫຍາຍໂຄງການຊົດເຊີຍການຫວ່າງງານສຸກເສີນຈາກພະຍາດລະບາດ (Pandemic Emergency Unemployment Compensation; PEUC) ແລະ ໂຄງການຊ່ວຍເຫຼືອການຫວ່າງງານຈາກພະຍາດລະບາດ (Pandemic Unemployment Assistance; PUA) ພ້ອມທັງສ້າງຕັ້ງໂຄງການໃຫ້ສິດທິປະໂຫຍດໃໝ່ ກໍຄື ໂຄງການຊົດເຊີຍການຫວ່າງງານຂອງຜູ້ປະກອບການທີ່ມີລາຍໄດ້ແບບປະສົມ (Mixed Earner Unemployment Compensation). ໂຄງການຍັງຈະໃຫ້ສິດທິປະໂຫຍດຂອງ FPUC ຈຳນວນ $300 ຕໍ່ອາທິດ ໃຫ້ແກ່ຜູ້ຮ້ອງຂໍທີ່ໄດ້ຮັບສິດທິປະໂຫຍດຊ່ວຍການຫວ່າງງານໃດໜຶ່ງຈົນເຖິງວັນທີ 13 ມີນາ 2021.

ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບກົດໝາຍວ່າດ້ວຍການຊ່ວຍເຫຼືອຢ່າງຕໍ່ເນື່ອງ, ກະລຸນາເຂົ້າອ່ານແຫຼ່ງຂໍ້ມູນຕ່າງໆເຫຼົ່ານີ້:
- ຄຳຖາມທີ່ມັກຖາມເລື້ອຍໆກ່ຽວກັບ ການຊົດເຊີຍການວ່າງງານຈາກພະຍາດລະບາດຂອງລັດຖະບານກາງ (Federal Pandemic Unemployment Compensation, FPUC)
- ຄຳຖາມທີ່ມັກຖາມເລື້ອຍໆກ່ຽວກັບ ການຊົດເຊີຍການວ່າງງານສຸກເສີນຈາກພະຍາດລະບາດ (Pandemic Emergency Unemployment Compensation, PEUC)
- ຄຳຖາມທີ່ມັກຖາມເລື້ອຍໆກ່ຽວກັບ ໂຄງການຊ່ວຍເຫຼືອການຫວ່າງງານຈາກພະຍາດລະບາດ (Pandemic Unemployment Assistance, PUA)
- ຄຳແນະນຳກ່ຽວກັບການເລີ່ມການຮ້ອງຂໍຂອງທ່ານຄືນໃໝ່ເປັນແຕ່ລະບາດກ້າວ
- ການບັນທຶກການສຳມະນາທາງເວັບໄຊ ວັນທີ 14 ມັງກອນ