ທ່ານເສຍວຽກຂອງທ່ານບໍ?
ທ່ານເຄີຍຖືກຕັດຊົ່ວໂມງບໍ?
ທ່ານອາດມີຄຸນສົມບັດທີ່ຈະໄດ້ຮັບຜົນປະໂຫຍດຈາກການວ່າງງານ.
ຜົນປະໂຫຍດຈາກການວ່າງງານແມ່ນເງິນທີ່ໃຫ້ເພື່ອທົດແທນຄ່າຕອບແທນທີ່ສູນເສຍໄປຂອງທ່ານໃນບາງສ່ວນ. ພວກມັນຊ່ວຍໃຫ້ທ່ານຊໍາລະຄ່າໃຊ້ຈ່າຍ ໃນຂະນະທີ່ກຳລັງຊອກຫາວຽກໃໝ່. ຫຼື ໃນຂະນະທີ່ບ່ອນເຮັດວຽກປິດຕົວລົງ ເນື່ອງຈາກ ໂຄວິດ-19.
ປະຊາຊົນສີ່ຈາກຫ້າຄົນທັງໝົດໃນສະຫະລັດອາເມຣິກາຕ້ອງການຜົນປະໂຫຍດຈາກການວ່າງງານໃນບາງຈຸດໃນຊີວິດການເຮັດວຽກຂອງພວກເຂົາ. ຜົນປະໂຫຍດເຫຼົ່ານີ້ມາຈາກພາສີທີ່ຜູ້ຈ່າງງານຈ່າຍ. ພວກມັນບໍ່ແມ່ນຄວາມຊ່ວຍເຫຼືອແບບສາທາລະນະປະເພດໃດໜຶ່ງ. ພວກມັນບໍ່ໄດ້ອີງໃສ່ຄວາມຈຳເປັນທາງດ້ານການເງິນ.
ຜູ້ໃດກໍຕາມທີ່ໄດ້ຮັບອະນຸຍາດໃຫ້ເຮັດວຽກໃນສະຫະລັດອາເມຣິກາອາດມີຄຸນສົມບັດໄດ້ຮັບ.
ຕອນນີ້ ປະຊາຊົນທີ່ເຮັດວຽກໃຫ້ຕົນເອງ, ພະນັກງານຮັບເໝົາ ແລະ ພະນັກງານຈ້າງຊົ່ວຄາດອາດມີຄຸນສົມບັດໄດ້ຮັບ.
ວິທີຮັບເອົາຜົນປະໂຫຍດຂອງທ່ານ
- ເພື່ອກວດເບິ່ງວ່າທ່ານມີຄຸນສົມບັດໄດ້ຮັບບໍ, ທ່ານຈຳເປັນຕ້ອງຕື່ມຂໍ້ມູນໃສ່ໃບສະໝັກ. ສິ່ງນີ້ແມ່ນເອີ້ນວ່າ ການຍື່ນການອ້າງສິດໃນເບື້ອງຕົ້ນ.
- ເພື່ອທີ່ຈະເລີ່ມຕົ້ນໄດ້ຮັບຜົນປະໂຫຍດຈາກການວ່າງງານ, ທ່ານຈຳເປັນຕ້ອງຍື່ນການອ້າງສິດປະຈຳອາທິດ. ສິ່ງນີ້ແມ່ນແຕກຕ່າງຈາກການອ້າງສິດໃນເບື້ອງຕົ້ນ.
- ເພື່ອທີ່ຈະສືບຕໍ່ຮັບຜົນປະໂຫຍດ, ທ່ານຈຳເປັນຕ້ອງຍື່ນການອ້າງສິດໃໝ່ປະຈຳອາທິດໃນແຕ່ລະອາທິດ.
ຜົນປະໂຫຍດອື່ນໆສຳລັບທ່ານ
ມັນຈະໃຊ້ເວລາຢ່າງໜ້ອຍສີ່ອາທິດເພື່ອໃຫ້ຜົນປະໂຫຍດຈາກການວ່າງງານຂອງທ່ານມາເຖິງ. ທ່ານອາດມີຄຸນສົມບັດທີ່ຈະໄດ້ຮັບຜົນປະໂຫຍດອື່ນໆອີກດ້ວຍ ເຊັ່ນ:
- ຊ່ວຍຈ່າຍຄ່າເຊົ່າ ຫຼື ຊອກຫາເຮືອນ
- ຊ່ວຍຈ່າຍຄ່າສາທາລະນະປະໂພກ
- ຊ່ວຍຊື້ເຄື່ອງ ຫຼື ອາຫານອື່ນໆ ເຊັ່ນ: ອາຫານກ່ອງ ຫຼື ອາຫານເກັບ
- ຊ່ວຍຊອກຫາ ແລະ ຈ່າຍສຳລັບການເບິ່ງແຍງລູກ
- ຜົນປະໂຫຍດທີ່ເປັນເງິນສົດ
- ຄວາມຊ່ວຍເຫຼືອຢ່າງຮີບດ່ວນສຳລັບປະຊາຊົນທີ່ຢູ່ໃນສະຖານະການຮຸນແຮງພາຍໃນ
- ຂໍ້ມູນທົ່ວໄປກ່ຽວກັບ ໂຄວິດ-19
- ຄວາມຊ່ວຍເຫຼືອດ້ານການເດີນທາງ
- ຊັບພະຍາກອນອື່ນໆສຳລັບຜູ້ອົບພະຍົກ ແລະ ຊຸມຊົນທີ່ບໍ່ມີເອກະສານ
- ຊັບພະຍາກອນອື່ນໆໃນຊຸມຊົນຂອງທ່ານ
ໄປທີ່: 211info.org
ໂທ: 2-1-1 ຫຼື 1-866-698-6155 (ນາຍແປພາສາທາງໂທລະສັບໂດຍບໍ່ເສຍຄ່າ)
TTY: dial711and call1-866-698-6155
ສົ່ງຂໍ້ຄວາມ: ລະຫັດໄປສະນີຂອງທ່ານໄປທີ່ 898211 (TXT211) (ພາສາອັງກິດ ແລະ ພາສາແອັດສະປາຍໂຍນ)
ອີເມວ: help@211info.org (ພາສາອັງກິດ ແລະ ພາສາແອັດສະປາຍໂຍນນ)
ແລ້ວຖ້າທ່ານສູນເສຍ ຫຼື ບໍ່ມີການຄອບຄຸມດ້ານສຸຂະພາບ, ທ່ານອາດມີຄຸນສົມບັດທີ່ຈະໄດ້ຮັບແຜນສຸຂະພາບໂດຍບໍ່ເສຍຄ່າ ຫຼື ຄ່າໃຊ້ຈ່າຍຕໍ່າ.
ໄປທີ່: healthcare.oregon.gov
ໂທ: 1-855-268-3767