Overpayment Waivers
ຮ້ອງຂໍການຍົກເວັ້ນການຈ່າຍເງິນເກີນ
ຜົນປະໂຫຍດທາງປະກັນໄພຫວ່າງງານມີບົດບາດສໍາຄັນໃນການຊ່ວຍເຫຼືອປະຊາຊົນຢູ່ໃນບ້ານຂອງເຂົາເຈົ້າ ແລະ ຮັກສາຊຸມຊົນໃຫ້ມີຄວາມເຂັ້ມແຂງ. ຢ່າງໃດກໍຕາມ, ຖ້າຜູ້ໃດຜູ້ນຶ່ງໄດ້ຮັບຜົນປະໂຫຍດໃນເວລາທີ່ພວກເຂົາບໍ່ມີເງື່ອນໄຂ, ພວກເຂົາອາດຈະຕ້ອງຈ່າຍເງິນຄືນ. ສໍາລັບຫຼາຍໆຄົນ, ການໄດ້ຮັບແຈ້ງການຈ່າຍເກີນສາມາດເພີ່ມຄວາມກົດດັນໃນເວລາທີ່ພົບຫຍຸ້ງຍາກໃນຊີວິດຂອງເຂົາເຈົ້າ. ຖ້າທ່ານໄດ້ຮັບການແຈ້ງການກ່ຽວກັບການຊໍາລະເງິນຈ່າຍເກີນ, ພວກເຮົາຢາກໃຫ້ທ່ານຮ້ອງຂໍການຍົກເວັ້ນການຊໍາລະເງິນຈ່າຍເກີນນັ້ນ ຖ້າການຊໍາລະຄືນມີຄວາມລໍາບາກທາງດ້ານການເງິນ.
ກະຊວງແຮງງານຂອງສະຫະລັດໃຫ້ທາງເລືອກການຍົກເວັ້ນການຈ່າຍເງິນທີ່ຈ່າຍເກີນສໍາລັບຜົນປະໂຫຍດທາງລັດຖະບານກາງສໍາລັບຜູ້ຮ້ອງຂໍທີ່ມີເງື່ອນໄຂ. ທ່ານອາດຈະຮ້ອງຂໍການຍົກເວັ້ນຖ້າຫາກວ່າທ່ານບໍ່ໄດ້ຕັ້ງໃຈກະທໍາຜິດສໍາລັບການຈ່າຍເງິນເກີນ ແລະ ການຈ່າຍຄືນຈະເຮັດໃຫ້ເກີດຄວາມຫຍຸ້ງຍາກທາງດ້ານການເງິນ. ການຍົກເວັ້ນນີ້ນໍາໃຊ້ສະເພາະກັບໂຄງການຕໍ່ໄປນີ້ເທົ່ານັ້ນ:
• ຄ່າຊົດເຊີຍການຫວ່າງງານສຸກເສີນຂອງການແຜ່ລະບາດຂອງພະຍາດ (PEUC)
• ຄ່າຊົດເຊີຍການຫວ່າງງານຂອງລັດຖະບານກາງ (FPUC)
• ການຊ່ວຍເຫຼືອການຫວ່າງງານຍ້ອນການແຜ່ລະບາດຂອງພະຍາດ (PUA)
• ການຊ່ວຍເຫຼືອຄ່າຈ້າງທີ່ສູນເສຍ (LWA)
• ຄ່າຊົດເຊີຍການຫວ່າງງານແບບປະສົມ (MEUC)
ກົດໝາຍຂອງລັດ Oregon ອະນຸຍາດໃຫ້ທ່ານມີໂອກາດຮ້ອງຂໍການຍົກເວັ້ນການຊໍາລະເງິນທີ່ຈ່າຍເກີນທີ່ບໍ່ເປັນການສໍ້ໂກງຜົນປະໂຫຍດປະກັນໄພການຫວ່າງງານປົກກະຕິ ແລະ ຜົນປະໂຫຍດເພີ່ມເຕີມຖ້າມັນຖືກກໍານົດວ່າການຈ່າຍຄືນໃຫ້ພວກເຮົາຈະເຮັດໃຫ້ມີຄວາມລໍາບາກທາງດ້ານການເງິນ. ການຍົກເວັ້ນນີ້ນໍາໃຊ້ກັບໂຄງການຕໍ່ໄປນີ້ເທົ່ານັ້ນ:
• ການປະກັນໄພຫວ່າງງານປົກກະຕິ
• ຜົນປະໂຫຍດເພີ່ມເຕີມ (EB)
ຄໍາແນະນໍາການຍື່ນສະເຫນີການຂໍຍົກເວັ້ນ
ສົ່ງແບບຟອມ overpayment waiver form ໃນລັດຂອງທ່ານ ຫຼື ແບບຟອມຂອງລັດຖະບານກາງ overpayment ໂດຍ:
• ທາງອີເມວ: OED_OVERPAYMENT_UNIT@employ.oregon.gov – ຫົວຂໍ້: “Waiver Request”
• ທາງແຟັກ: 503-947-1811 – ATTN: BPC Waiver Requests
• ທາງໄປສະນີ: BPC Overpayment Waivers PO BOX 14130, Salem Oregon 97309-5046
ທ່ານສາມາດຍື່ນການຮ້ອງຂໍການຍົກເວັ້ນການຊໍາລະເງິນທີ່ຈ່າຍເກີນທາງອອນໄລ (ເປັນພາສາອັງກິດເທົ່ານັ້ນ)
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຕັດສິນໃຈວ່າຈະໃຊ້ແບບຟອມການຍົກເວັ້ນໂຕໃດ, ກະລຸນາໂທຫາພວກເຮົາທີ່ 503-947-1995.