ການຍົກເວັ້ນການຈ່າຍເງິນເກີນ

ຜົນປະໂຫຍດປະກັນໄພຫວ່າງງານມີບົດບາດສໍາຄັນໃນການຊ່ວຍເຫຼືອຄົນໃນເຮືອນຂອງເຂົາເຈົ້າ ແລະ ຮັກສາ ຊຸມຊົນໃຫ້ເຂັ້ມແຂງ. ຢ່າງໃດກໍຕາມ, ຖ້າຜູ້ໃດຜູ້ໜຶ່ງໄດ້ຮັບຜົນປະໂຫຍດໃນຂະນະທີ່ພວກເຂົາບໍ່ມີເງື່ອນໄຂ, ພວກເຂົາອາດຈະຕ້ອງໄດ້ຈ່າຍເງິນຄືນ. ນີ້ເອີ້ນວ່າການຈ່າຍເງິນເກີນ. ສຳລັບຫຼາຍໆຄົນ, ການໄດ້ຮັບໃບແຈ້ງ ຍອດ ການຈ່າຍເງິນເກີນ ສາມາດເພີ່ມຄວາມຄຽດໃຫ້ກັບຊ່ວງເວລາທີ່ຫຍຸ້ງຍາກໃນຊີວິດຂອງຄົນເຮົາ. ຖ້າທ່ານ ໄດ້ຮັບແຈ້ງການ ການຈ່າຍເງິນເກີນ ແລະ ການຈ່າຍຄືນຈະເປັນຄວາມລໍາບາກທາງດ້ານການເງິນ, ພວກເຮົາແນະ ນໍາໃຫ້ທ່ານຮ້ອງຂໍການຍົກເວັ້ນການຈ່າຍເງິນເກີນ.

ການຊໍາລະເງິນ

ຖ້າວ່າທ່ານບໍ່ມີສິດໄດ້ຮັບການຍົກເວັ້ນ, ທ່ານສາມາດຈ່າຍຄືນເຕັມຈໍານວນ ຫຼື ພວກເຮົາສາມາດຊ່ວຍທ່ານສ້າງແຜນໃນການຊໍາລະໄດ້. ຕິດຕໍ່ກັບພວກເຮົາຖ້າວ່າທ່ານມີຄວາມລໍາບາກທາງດ້ານການເງິນທີ່ບໍ່ຄາດຄິດ ແລະ ຕ້ອງການເວລາເພີ່ມເຕີມເພື່ອຊໍາລະເງິນ.

ເພື່ອຕິດຕໍ່ກັບພວກເຮົາ:

  • ສົ່ງຂໍ້ຄວາມໃຫ້ພວກເຮົາພ້ອມກັບຄໍາຮ້ອງຂໍຂອງທ່ານມາທີ່ Frances Online. ເຂົ້າສູ່ລະບົບ Frances Online ແລະ ເລືອກ “ຂ້ອຍຕ້ອງການ...” ຈາກນັ້ນເລືອກ “ສົ່ງຂໍ້ຄວາມ” ບ່ອນບອກວ່າ “ຂໍ້ຄວາມ”. ການສົ່ງຂໍ້ຄວາມໃນຂະນະທີ່ເຂົ້າສູ່ລະບົບຈະຊ່ວຍໃຫ້ພວກເຮົາຕອບກັບໄວຂຶ້ນ.
  • ຖ້າວ່າທ່ານບໍ່ສາມາດເຂົ້າສູ່ລະບົບ Frances Online, ໄດ້ໃຫ້ນໍາໃຊ້ ແບບຟອມຕິດຕໍ່ກັບພວກເຮົາ. ເລືອກຕົວເລືອກ “ການຊໍາລະເງິນເກີນ”.
  • ໂທ 800-237-3710 ຫຼື 503-947-1710 ເພື່ອລົມກັບຜູ້ຊ່ຽວຊານດ້ານການມີສ່ວນສະໜັບສະໜູນ ແລະ ການຟື້ນຟູ.

ຖ້າວ່າທ່ານບໍ່ໄດ້ມີຄວາມຜິດໃນການຊໍາລະເງິນເກີນ, ໂດຍທົ່ວໄປແລ້ວ ທ່ານຈະບໍ່ຈໍາເປັນຕ້ອງຊໍາລະໜີ້. ເຖິງຢ່າງໃດກໍຕາມ, ໜີ້ສິນອາດຈະຈໍາກັດສິດທິຜົນປະໂຫຍດໃນອະນາຄົດຂອງທ່ານຈາກໂຄງການປະກນການຫວ່າງງານ. ພວກເຮົາຈະ:

  • ຫັກເງິນຈາກການາລະເງິນປະຈໍາອາທິດຂອງທ່ານຖ້າວ່າທ່ານສະໝັກສິດທິຜົນປະໂຫຍດ.
  • ນໍາເງິນດັ່ງກ່າວນັ້ນມາຊໍາລະໜີ້ໃນການຊໍາລະເງິນເກີນ.
  • ດໍາເນີນການນີ້ເປັນເວລາຫ້າປີຫຼັງຈາກການຕັດສິນໃຈໃນການຊໍາລະເງິນເກີນສໍາເລັດຮຽບຮ້ອຍ ຫຼື ຈົນກວ່າຈະຊໍາລະເງິນເກີນຄືນ.

ຖ້າວ່າທ່ານມີຄວາມຜິດສໍາລັບການຊໍາລະເກີນ, ການຊໍາລະຄືນແມ່ນຈໍາເປັນ ແລະ ໜີ້້ສິນຈະບໍ່ໝົດອາຍຸ.

ການຊໍາລະເງິນເກີນຈາກໂຄງການປະກັນການຫວ່າງງານ ແລະ ການລາພັກທີ່ໄດ້ຮັບຄ່າຈ້າງ Oregon ບໍ່ມີຜົນກະທົບຕໍ່ຜົນປະໂຫຍດເຊິ່ງກັນ ແລະ ກັນ. ຕົວຢ່າງ, ການຊໍາລະເງິນເກີນຈາກໂຄງການຂອງການລາພັກທີ່ໄດ້ຮັບຄ່າຈ້າງ Oregon ຈະບໍ່ສົ່ງຜົນກະທົບຕໍ່ຜົນປະໂຫຍດປະກັນໄພຫວ່າງງານ.

A wooden pedestrian bridge crosses a stream in Selmac Lake Park near Selma.

ການສະຫຼະສິດການຊໍາລະເງິນເກີນ

ກົດໝາຍຂອງ Oregon ອະນຸຍາດໃຫ້ທ່ານ ຮ້ອງຂໍການຍົກເວັ້ນ ການຊໍາລະເງິນເກີນທີ່ບໍ່ໄດ້ສໍ້ໂກງຂອງຜົນປະໂຫຍດປະກັນໄພຫວ່າງງານ ຖ້າວ່າມັນຖືກກໍານົດວ່າການຈ່າຍຄືນໃຫ້ແກ່ພວກເຮົາຈະເຮັດໃຫ້ທ່ານຫຍຸ້ງຍາກທາງດ້ານການເງິນ. ການຍົກເວັ້ນນີ້ນຳໃຊ້ກັບບັນດາໂຄງການຕໍ່ໄປນີ້ເທົ່ານັ້ນ:

  • ປະກັນໄພຫວ່າງງານ
  • ຜົນປະໂຫຍດເພີ່ມເຕີມ (EB)
  • ການຊົດເຊີຍການຫວ່າງງານສຸກເສີນຍ້ອນການແຜ່ລະບາດຂອງພະຍາດ (Pandemic Emergency Unemployment Compensation, PEUC)
  • ການຊົດເຊີຍການຫວ່າງງານຂອງລັດຖະບານກາງ (Federal Pandemic Unemployment Compensation, FPUC)
  • ການຊ່ວຍເຫຼືອການຫວ່າງງານແຜ່ຍ້ອນການລະບາດຂອງພະຍາດ (Pandemic Unemployment Assistance, PUA)
  • ການຊ່ວຍເຫຼືອຄ່າຈ້າງທີ່ສູນເສຍ (Lost Wages Assistance, LWA)
  • ເງິນຊົດເຊີຍການຫວ່າງງານແບບປະສົມ (Mixed Earners Unemployment Compensation, MEUC)

ຄໍາແນະນໍາການຍື່ນຂໍການຍົກເວັ້ນ

ດາວໂຫລດ ແລະ ຕື່ມຂໍ້ມູນໃສ່ສໍາເນົາຂອງກົມຈັດຫາງານ Oregon ການຮ້ອງຂໍການຍົກເວັ້ນການຈ່າຍເງິນເກີນ. ມີສາມວິທີໃນການສົ່ງແບບຟອມການຍົກເວັ້ນການຈ່າຍເງິນເກີນຂອງລັດຂອງທ່ານ:

  • ສົ່ງອີເມວພ້ອມກັບເອກະສານທີ່ເຕີມຄົບຖ້ວນໄປຫາ UIOverpayments@employ.oregon.gov ໃສ່ຫົວຂໍ້ “ການຮ້ອງຂໍການຍົກເວັ້ນ.”
  • ແຟັກເອກະສານທີ່ເຕີມຄົບຖ້ວນໄປຫາ 503-947-1811 ທີ່ໜ້າປົກມີຄຳວ່າ “ATTN: BPC Waiver Requests.”
  • ສົ່ງທາງໄປສະນີ ເອກະສານທີ່ເຕີມຄົບຖ້ວນໄປຫາ BPC Overpayment Waivers 875 Union St. NE Salem, OR 97311.

ຖ້າທ່ານຢາກໄດ້ຄວາມຊ່ວຍເຫຼືອ, ກະລຸນາໂທຫາພວກເຮົາທີ່ 503-947-1995.