Sign up for Direct Deposit or Receive a ReliaCard
ການຊໍາລະຄັ້ງທຳອິດ
ສຳລັບການອ້າງສິດໃໝ່ທັງໝົດ, ໂດຍປົກກະຕິແລ້ວ ການຊໍາລະຄັ້ງທຳອິດແມ່ນຖືກສົ່ງໂດຍແຊັກເຈ້ຍ.
ທາງເລືອກການຊໍາລະ
ພະແນກການຈ້າງງານຊໍາລະຜົນປະໂຫຍດທາງອີເລັກໂທຣນິກຜ່ານບັດເດບິດ ReliaCard® ຂອງທະນາຄານສະຫະລັດ ຫຼື ເງິນຝາກໂດຍກົງ. ຖ້າທ່ານບໍ່ໄດ້ລົງສະໝັກສຳລັບເງິນຝາກໂດຍກົງ, ທ່ານຈະໄດ້ຮັບ ReliaCard®.
ເງິນຝາກໂດຍກົງ
ດ້ວຍເງິນຝາກໂດຍກົງ, ພວກເຮົາໂອນການຊໍາລະຜົນປະໂຫຍດປະຈຳອາທິດຂອງທ່ານທາງອີເລັກໂທຣນິກເຂົ້າສູ່ບັນຊີກະແສລາຍວັນ ຫຼື ບັນຊີຝາກປະຢັດຂອງທ່ານໃນທະນາຄານຂອງທ່ານ, ສະຫະກອນ ຫຼື ເງິນສະສົມ ແລະ ເງິນກູ້. ເພື່ອທີ່ຈະລົງສະໝັກເງິນຝາກໂດຍກົງ ທ່ານຈຳເປັນຕ້ອງມີເລກເສັ້ນທາງ ແລະ ເລັກບັນຊີຂອງທ່ານ.
ເພື່ອລົງສະໝັກ:
- ໃຫ້ໃຊ້ລະບົບການອ້າງສິດແບບອອນລາຍ ແລະ ເລືອກ “ເງິນຝາກອີເລັກໂທຣນິກ” ຈາກເມນູຫຼັກ ແລ້ວເລືອກ ຕື່ມຂໍ້ມູນຂອງທ່ານ ຫຼື
- ປຣິນແບບຟອມອະນຸຍາດເງິນຝາກອີເລັກໂທຣນິກ ແລະ ສົ່ງມັນມາໃຫ້ພວກເຮົາ.
ທ່ານສາມາດກຳນົດຕໍາແໜ່ງ ແບບຟອມອະນຸຍາດເງິນຝາກອີເລັກໂທຣນິກ ທາງອອນລາຍທີ່ ແບບຟອມ.
ສຳຄັນ: ພະແນການຈ້າງງານບໍ່ສາມາດຄວບຄຸມການຊໍາລະທາງອີເລັກໂທຣນິກຂອງທ່ານຫຼັງຈາກອອກຄຳສັ່ງໃຫ້ຊໍາລະ.
ເມື່ອທ່ານລົງຊື່ເຂົ້າຮ່ວມເງິນຝາກໂດຍກົງ, ມັນໃຊ້ເວລາເກືອບ 2 ອາທິດເພື່ອຢືນຢັນຂໍ້ມູນບັນຊີຂອງທ່ານ. ໃນລະຫວ່າງຊ່ວງໄລຍະການຢືນຢັນ, ທ່ານຈະໄດ້ຮັບການຊໍາລະໂດຍແຊັກເຈ້ຍ. ການຍື່ນຄຳຮ້ອງເພີ່ມເຕີ່ມສຳລັບເງິນຝາກໂດຍກົງ ກ່ອນຂະບວນການຢືນຢັນຈະຄົບຖ້ວນ ແມ່ນຈະເຮັດໃຫ້ລະບົບເລີ່ມຕົ້ນຂະບວນການຢືນຢັນໃໝ່ ແລະ ເຮັດໃຫ້ການຕັ້ງເງິນຝາກໂດຍກົງຂອງທ່ານຊັກຊ້າ.
ReliaCard® Visa
ດ້ວຍ ReliaCard® Visa ຂອງທະນາຄານສະຫະລັດອາເມຣິກາ, ພວກເຮົາຝາກການຊໍາລະຂອງທ່ານເຂົ້າສູ່ບັດເດບິດທີ່ຈ່າຍລ່ວງໜ້າ. ບັດນີ້ສາມາດໃຊ້ໄດ້ທຸກບ່ອນທີ່ມີການຍອມຮັບບັດ Visa. ທ່ານຈະບໍ່ຖືກຄິດໄລ່ຄ່າທຳນຽມສຳລັບການໃຊ້ ReliaCard® ຂອງທ່ານ.
ກະລຸນາຖ້າເບິ່ງບັດໃນໄປສະນີ. ມັນຈະມາໃນຊ່ອງຈົດໝາຍສີຂາຍ ໂດຍມີທີ່ຢູ່ສົ່ງກັບເປັນ Indianapolis, Indiana. ຢ່າໂຍນມັນຖິ້ມ ເຖິງແມ່ນວ່າທ່ານໄດ້ລົງຊື່ເຂົ້າຮ່ວມເງິນຝາກໂດຍກົງ. ຖ້າເງິນຝາກໂດຍກົງຂອງທ່ານລົ້ມເຫຼວດ້ວຍເຫດຜົນໃດໜຶ່ງ, ພວກເຮົາຈະປ່ຽນເປັນການຊໍາລະຜ່ານ ReliaCard® ໂດຍອັດຕະໂນມັດ.
ເມື່ອທ່ານໄດ້ຮັບບັດຂອງທ່ານ, ໃຫ້ໂທໄປທີ່ເບີໂທຟຣີທີ່ຢູ່ໃນບັດເພື່ອເປີດການໃຊ້ງານ. ທ່ານສາມາດເຂົ້າເຖິງຂໍ້ມູນບັນຊີ ReliaCard® ຂອງທ່ານແບບອອນລາຍທີ່ ReliaCard® ຫຼື ໂທໄປຫາສູນບໍລິການລູກຄ້າຂອງພວກເຂົາທີ່ 1-855-279-1270.
ພະແນກການຈ້າງງານຈະບໍ່ຂໍໃຫ້ທ່ານຈ່າຍສຳລັບການເຂົ້າເຖິງຜົນປະໂຫຍດຈາກການວ່າງງານຂອງທ່ານຈັກເທື່ອ.
ພະແນກການຈ້າງງານບໍ່ໃຊ້ບໍລິສັດນອກເພື່ອເຮັດໃຫ້ທ່ານໄດ້ຮັບຜົນປະໂຫຍດຂອງທ່ານ. ທຸກການສື່ສານກ່ຽວກັບຜົນປະໂຫຍດຂອງທ່ານຈະມາຈາກພະແນກການຈ້າງງານໂດຍກົງ ບໍ່ແມ່ນມາຈາກບໍລິສັດນອກ. ຖ້າທ່ານຖືກຮຽກຮ້ອງໃຫ້ສົ່ງເງິນ ຫຼື ຊໍາລະສຳລັບການເຂົ້າເຖິງຜົນປະໂຫຍດຂອງທ່ານ, ໃຫ້ຮູ້ວ່າ ນີ້ແມ່ນການສໍ້ໂກງ.
- ຖ້າຜູ້ໃດຜູ້ໜຶ່ງຂໍໃຫ້ທ່ານສົ່ງເງິນໄປໃຫ້ພວກເຂົາເພື່ອຮັບເອົາຜົນປະໂຫຍດຂອງທ່ານ, ຕິດຕໍ່ທີ່ oregonconsumer.gov ຫຼື ໂທຫາ 877-877-9392 ເພື່ອລາຍງານການສໍ້ໂກງນີ້.
- ຖ້າທ່ານໄດ້ຮັບອີເມວ ຫຼື ຂໍ້ຄວາມທີ່ທ່ານຄິດວ່າອາດມາຈາກຜູ້ສໍ້ໂກງທີ່ເຮັດໂຕເປັນພະແນກການຈ້າງງານ ຫຼື ຜູ້ບັນຍັດກົດໝາຍ, ກ່ອນອື່ນ ຢ່າຄຣິກທີ່ລິ້ງ ແລະ ຢ່າຕອບ. ທ່ານສາມາດຍື່ນການຮ້ອງທຸກທີ່ oregonconsumer.gov ຫຼື ໂທຫາ 877-877-9392.