Skip to main content

Eligibility Quiz

ແບບສອບຖາມການມີສິດໄດ້ຮັບ

ແບບສອບຖາມນີ້ແມ່ນຄຳແນະນຳທົ່ວໄປ. ແຕ່ລະສະຖານະການແມ່ນເປັນເອກະລັກ ແລະ ພວກເຮົາຈະຕ້ອງທົບທວນຄືນແຕ່ລະຄຳຮ້ອງຂໍ

ຂ້າພະເຈົ້າມີສິດທີ່ຈະໄດ້ຮັບເງິນວ່າງງານ ເປັນປົກກະຕິ ຫຼື ບໍ່?

ເຮັດແບບສອບຖາມນີ້ກ່ອນ.

  1. ທ່ານໄດ້ເຮັດວຽກຢ່າງໜ້ອຍ 500 ຊົ່ວໂມງ ຫຼື ໄດ້ຮັບເງິນຢ່າງໜ້ອຍ $1,000 ຈາກນາຍຈ້າງ ໃນໄລຍະ “ປີພື້ນຖານ” ຂອງທ່ານບໍ? ປີພື້ນຖານຂອງທ່ານແມ່ນ ສີ່ໄຕມາດທຳອິດ ຂອງຫ້າໄຕມາດສຸດທ້າຍທີ່ສຳເລັດສົມບູນ ກ່ອນອາທິດທີ່ທ່ານຍື່ນຄຳຮ້ອງຂໍເບື້ອງຕົ້ນຂອງທ່ານ.
  1. ຖ້າທ່ານຍື່ນຄຳຮ້ອງຂໍເບື້ອງຕົ້ນຂອງທ່ານໃນ ເດືອນມັງກອນ, ກຸມພາ, ຫຼື ມີນາ 2020, ປີຖານຂອງທ່ານແມ່ນ ວັນທີ 1 ຕຸລາ 2018 ຫາວັນທີ 30 ເດືອນກັນຍາ 2019.
  1. ຖ້າທ່ານຍື່ນຄຳຮ້ອງຂໍເບື້ອງຕົ້ນຂອງທ່ານ ເດືອນເມສາ, ພຶດສະພາ, ຫຼື ມິຖຸນາ 2020, ປີຖານຂອງທ່ານແມ່ນວັນທີ 1 ມັງກອນ, 2019 ຫາ ວັນທີ 31 ທັນວາ, 2019.
  1. ຖ້າທ່ານຍື່ນຄຳຮ້ອງຂໍເບື້ອງຕົ້ນຂອງທ່ານໃນເດືອນ ກໍລະກົດ, ສິງຫາ, ຫຼື ກັນຍາ 2020, ປີຖານຂອງທ່ານແມ່ນວັນທີ 1 ເມສາ 2019 ຫາ 31 ມີນາ 2020.
  1. ຖ້າທ່ານຍື່ນຄຳຮ້ອງຂໍເບື້ອງຕົ້ນຂອງທ່ານ ໃນເດືອນ ຕຸລາ, ພະຈິກ, ຫຼື ທັນວາ 2020, ປີຖານຂອງທ່ານແມ່ນວັນທີ 1 ກໍລະກົດ 2019 ຫາວັນທີ 30 ມິຖຸນາ 2020.
  1. ທ່ານສາມາດເຮັດວຽກບໍ? “ສາມາດເຮັດວຽກ” ໝາຍຄວາມວ່າ ທ່ານມີຄວາມສາມາດທາງຈິດໃຈ ແລະ ຮ່າງກາຍທີ່ຈະເຮັດວຽກ.
  1. ທ່ານມີຄວາມພ້ອມສຳລັບການເຮັດວຽກບໍ? “ມີຄວາມພ້ອມເຮັດວຽກ” ໝາຍຄວາມວ່າທ່ານມີຄວາມສາມາດ ເພື່ອເຮັດວຽກໂດຍບໍ່ມີຂໍ້ຈຳກັດ ເຊິ່ງຈະກີດຂວາງທ່ານຈາກການຮັບເອົາວຽກ (ຕົວຢ່າງ: ບັນຫາການຂົນສົ່ງ, ການປ່ວຍ, ການພັກ, ຫຼື ການຂາດເຂີນຂອງຄອບຄົວ/ເບິ່ງແຍງເດັກນ້ອຍ).
  1. ທ່ານໄດ້ເຮັດຂໍ້ກຳນົດໃດໜຶ່ງຂ້າງລຸ່ມນີ້ (ຈາກ ລະບຽບຊົ່ວຄາວ) ຂອງພວກເຮົານຳໃຊ້ກັບທ່ານບໍ? ເຖິງແມ່ນແຕ່ຢ່າງດຽວທີ່ຖືກນຳໃຊ້, ຄຳຕອບຂອງທ່ານແມ່ນ "ແມ່ນ."
  1. ຂ້າພະເຈົ້າບໍ່ສາມາດເຮັດວຽກຍ້ອນຂ້າພະເຈົ້າປ່ວຍດ້ວຍ coronavirus.
  1. ຂ້າພະເຈົ້າບໍ່ສາມາດເຮັດວຽກຍ້ອນວ່າ ຂ້າພະເຈົ້າອາດຈະໄດ້ຮັບເຊື້ອ coronavirus ແລະ ຈຳເປັນຕ້ອງໄດ້ຢູ່ເຮືອນ.
  1. ຂ້າພະເຈົ້າ ບໍ່ສາມາດເຮັດວຽກຍ້ອນວ່າ ທ່ານໝໍຂອງຂ້າພະເຈົ້າ ຫຼື ເຈົ້າໜ້າທີ່ສາທາລະນະສຸກເວົ້າວ່າ ຂ້າພະເຈົ້າຄວນຢູ່ເຮືອນເພື່ອຫຼີກເວັ້ນຄວາມສ່ຽງຂອງການໄດ້ຮັບເຊື້ອ ຫຼື ແຜ່ເຊື້ອ coronavirus.
  1. ຂ້າພະເຈົ້າບໍ່ສາມາດເຮັດວຽກຍ້ອນວ່າ ນາຍຈ້າງໄດ້ປິດ ຫຼື ຫຼຸດຄົນລົງເນື່ອງຈາກ coronavirus. ລວມໄປເຖິງການປິດຕົວ ຫຼື ຫຼຸດຜ່ອນລົງເນື່ອງຈາກ ຄຳສັ່ງລັດຖະບານໃນການໃຫ້ພັກຢູ່ເຮືອນ ຫຼື ຕາມການແນະນຳຂອງພະນັກງານສາທາລະນະສຸກ.
  1. ຂ້າພະເຈົ້າບໍ່ສາມາເຮັດວຽກ ຍ້ອນວ່າ ຂ້າພະເຈົ້າຈະຕ້ອງພັກຢູ່ເຮືອນເພື່ອເບິ່ງແຍງສະມາຊິກໃນຄອບຄົວ, ຫຼື ບຸກຄົນທີ່ຂ້າພະເຈົ້າອາໄສຢູ່ ແລະ ຕ້ອງໃຫ້ການເບິ່ງແຍງຜູ້ທີ່ປ່ວຍເປັນ coronavirus ຫຼື ຈຳເປັນຕ້ອງໄດ້ຢູ່ເຮືອນ.
  1. ຂ້າພະເຈົ້າບໍ່ສາມາດເຮັດວຽກ ຍ້ອນວ່າ ຂ້າພະເຈົ້າຈະຕ້ອງພັກຢູ່ເຮືອນເພື່ອເບິ່ງແຍງລູກ ເນື່ອງຈາກ ການປິດຂອງໂຮງຮຽນ, ຜູ້ໃຫ້ການເບິ່ງແຍງເດັກນ້ອຍ, ຫຼື ສະຖານທີ່ອຳນວຍຄວາມສະດວກທີ່ຄ້າຍກັນ ເນື່ອງຈາກ coronavirus.
  1. ຂ້າພະເຈົ້າຖືກຂໍໃຫ້ກັບໄປເຮັດວຽກ ເມື່ອກັບໄປຈະເຮັດໃຫ້້ຂ້າພະເຈົ້າຝ່າຝືນຄຳສັ່ງໃຫ້ຢູ່ບ້ານຂອງແພດ ຫຼື ຄຳສັ່ງພັກຢູ່ເຮືອນຂອງລັດຖະບານ.
  1. ທ່ານຖືກປົດອອກຈາກກອງທັບໃນຊ່ວງ 18 ເດືອນທີ່ຜ່ານມາ ແລະ ອາໄສຢູ່ໃນ Oregon ຫຼື ເຮັດວຽກປະຈຳ ຫຼື ກຳລັງຊອກຫາວຽກໃນ Oregon ຫຼື ບໍ່?
  1. ບໍ່ມີຂໍ້ຄວາມໃດຂ້າງລຸ່ມນີ້ໃຊ້ກັບທ່ານ. (ຖ້າບໍ່ຖືກນຳໃຊ້, ຄຳຕອບຂອງທ່ານແມ່ນ "ແມ່ນ.")
  1. ຂ້າພະເຈົ້າຖືກໄລ່ອອກ ແລະ ມັນແມ່ນຄວາມຜິດຂອງຂ້າພະເຈົ້າເອງ.
  1. ຂ້າພະເຈົາຖືກນາຍຈ້າງບອກໃຫ້ຢຸດວຽກ.
  1. ຂ້າພະເຈົ້າກຳລັງລາພັກຈາກວຽກຂອງຂ້າພະເຈົ້າ.
  1. ຂ້າພະເຈົ້າຍັງກຳລັງເຮັດວຽກເຕັມເວລາ.

ຖ້າທ່ານຕອບ ແມ່ນ ເປັນສ່ວນຫຼາຍຂອງຄຳຖາມ, ທ່ານອາດຈະມີຄຸນສົມບັດໄດ້ຮັບຜົນປະໂຫຍດປະກັນໄພວ່າງງານ (Unemployment Insurance, UI) ປົກກະຕິ. ຍື່ນຄຳຮ້ອງຂໍເບື້ອງຕົ້ນທີ່ນີ້/ສະໝັກໂດຍຍື່ນການອ້າງສິດໃນເບື້ອງຕົ້ນຂອງທ່ານ.

ຖ້າທ່ານຕອບ ບໍ່ແມ່ນ ເປັນສ່ວນຫຼາຍຂອງຄຳຖາມ, ທ່ານອາດຈະບໍ່ມີຄຸນສົມບັດໄດ້ຮັບຜົນປະໂຫຍດ ປົກກະຕິແຕ່ວ່າ ທ່ານສາມາດມີຄຸນສົມບັດໄດ້ຮັບການຊ່ວຍເຫຼືອການວ່າງງານຂອງໂລກລະບາດ (Pandemic Unemployment Assistance, PUA). ເຮັດແບບສອບຖາມຂ້າງລຸ່ມ.

ທ່ານໄດ້ເຮັດວຽກໃນ Oregon ກັບອີກບໍລິສັດອື່ນໃນບາງເວລາຂອງ 18 ເດືອນທີ່ຜ່ານມາບໍ?ທ່ານຖືກປົດອອກ ຫຼື ຖືກຫຼຸດຊົ່ວໂມງບໍ?

ຂ້າພະເຈົ້າມີຄຸນສົມບັດໄດ້ຮັບການຊ່ວຍເຫຼືອການວ່າງງານຂອງພະຍາດລະບາດບໍ (PUA)?

ເຮັດແບບສອບຖາມ ຖ້າທ່ານຕອບ ບໍ່ແມ່ນ ເປັນສ່ວນຫຼາຍຂອງຄຳຖາມ ໃນແບບສອບຖາມສະຫວັດດີການໄພວ່າງງານ.

  1. ທ່ານໄດ້ອອກຈາກວຽກ ຫຼື ເຮັດວຽກໜ້ອຍລົງ ຍ້ອນ COVID-19 ບໍ?
  1. ເມື່ອບໍ່ດົນມານີ້ ທ່ານໄດ້ຖືກປະຕິເສດ ການຮ້ອງຂໍ ການວ່າງງານປົກກະຕິ ຍ້ອນວ່າ ທ່ານບໍ່ໄດ້ເຮັດວຽກ 500 ຊົ່ວໂມງບໍ?
  1. ທ່ານໄດ້ເຮັດວຽກ, ແຕ່ເຮັດວຽກໜ້ອຍກວ່າ 500 ຊົ່ວໂມງໃນ Oregon ໃນ 18 ເດືອນຜ່ານມາບໍ?
  1. ທ່ານໄດ້ຖືກກວດພົບວ່າເປັນ COVID-19, ປ່ວຍໜັກ ແລະ ບໍ່ສາມາດເຮັດວຽກໄດ້ແມ່ນບໍ?
  1. ທ່ານກຳລັງສະແດງອາການຂອງ COVID-19 ແລະ ທ່ານກຳລັງລໍຖ້າຜົນຂອງການກວດ ຫຼື ຊອກຫາບ່ອນເບິ່ງແຍງຈາກແພດແມ່ນບໍ?
  1. ທ່ານມີຄວາມສ່ຽງສູງ ແລະ ຜູ້ໃຫ້ບໍລິການທາງດ້ານສຸຂະພາບໄດ້ບອກໃຫ້ທ່ານພັກຢູ່ເຮືອນແມ່ນບໍ?
  1. ທ່ານກຳລັງເບິ່ງແຍງສະມາຊິກໃນຄອບຄົວຂອງທ່ານ ຫຼື ເບິ່ງແຍງຜູ້ທີ່ເປັນ COVID-19 ແມ່ນບໍ?
  1. ທ່ານບໍ່ສາມາດເຮັດວຽກ ຍ້ອນວ່າ ທ່ານຕ້ອງໄດ້ຢູ່ເຮືອນເພື່ອເບິ່ງແຍງລູກ ຫຼື ບຸກຄົນອື່ນ ເນື່ອງຈາກ ການປິດຂອງໂຮງຮຽນ, ຜູ້ໃຫ້ການເບິ່ງແຍງເດັກນ້ອຍ, ຫຼື ສະຖານທີ່ອຳນວຍຄວາມສະດວກທີ່ຄ້າຍກັນ ເນື່ອງຈາກ COVID-19?
  1. ບ່ອນເຮັດວຽກຂອງທ່ານໄດ້ປິດ ຍ້ອນຄຳສັ່ງທາງການ ຫຼື ຍ້ອນກໍລະນີຂອງ COVID-19,
    ແລະ ທ່ານບໍ່ສາມາດເຮັດວຽກຢູ່ເຮືອນໄດ້ບໍ?
  1. ທ່ານຕ້ອງໄດ້ກາຍມາເປັນຜູ້ໃຫ້ການສະໜັບສະໜູນຫຼັກສຳລັບຄອບຄົວຂອງທ່ານ ຍ້ອນຫົວໜ້າຄອບຄົວໄດ້ເສຍຊີວິດ ຍ້ອນໄດ້ຮັບຜົນໂດຍກົງຂອງ COVID-19 ແມ່ນບໍ?
  1. ທ່ານເປັນເຈົ້າຂອງກິດຈະການບໍ?
  1. ບໍ່ມີຂໍ້ຄວາມໃດຂ້າງລຸ່ມນີ້ໃຊ້ກັບທ່ານ. (ຖ້າບໍ່ຖືກນຳໃຊ້, ຄຳຕອບຂອງທ່ານແມ່ນ "ແມ່ນ.")
  1. ຂ້າພະເຈົ້າອອກຈາກວຽກດ້ວຍເຫດຜົນທີ່ບໍ່ກ່ຽວຂ້ອງກັບ COVID-19.
  1. ຂ້າພະເຈົ້າອອກຈາກວຽກພຽງເພື່ອລວບລວມເອົາຜົນປະໂຫຍດຈາກການວ່າງງານ.
  1. ຂ້າພະເຈົ້າໄດ້ຮັບການລາພັກແລ້ງ, ການລາປ່ວຍ ຫຼື ເວລາທີ່ໄດ້ຮັບຄ່າຈ້າງ.
  1. ຂ້າພະເຈົ້າສາມາດເຮັດວຽກຢູ່ເຮືອນ ແຕ່ຂ້າພະເຈົ້າເລືອກທີ່ຈະບໍ່ເຮັດ.
  1. ຂ້າພະເຈົ້າເປັນຜູ້ອອກແຮງງານທີ່ມີຄວາມຈຳເປັນ, ເຊິ່ງບໍ່ມີຄວາມສ່ຽງສູງ, ແລະ ບ່ອນເຮັດວຽກຂອງຂ້າພະເຈົ້າໄດ້ຕອບສະໜອງຕາມຄວາມຮຽກຮ້ອງ ຄວາມປອດໄພຂອງຂ້າພະເຈົ້າ, ແຕ່ຂ້າພະເຈົ້າກໍຍັງຮູ້ສຶກຢ້ານທີ່ຈະເຮັດວຽກ.

ຖ້າທ່ານຕອບ ແມ່ນ ໃນແຕ່ແລະຄຳຖາມ ແຕ່ 1-11 ແລະ ຄຳຖາມ 12, ທ່ານອາດຈະມີຄຸນສົມບັດໄດ້ຮັບ ການຊ່ວຍເຫຼືອການວ່າງງານຂອງພະຍາດລະບາດ (PUA) ໃນໄລຍະການລະບາດຂອງ COVID-19. ຍື່ນຄຳຮ້ອງຂໍເບື້ອງຕົ້ນທີ່ນີ້/ສະໝັກໂດຍຍື່ນການອ້າງສິດໃນເບື້ອງຕົ້ນຂອງທ່ານ.

ຖ້າທ່ານຕອບ ບໍ່ແມ່ນ ສຳລັບທັງໝົດຂອງຄຳຖາມ, ທ່ານອາດຈະບໍ່ໄດ້ຮັບສິດ.