ຂ້າພະເຈົ້າ ມີຄຸນສົມບັດສຳລັບສິດທິປະໂຫຍດການປະກັນໄພການຫວ່າງງານບໍ?

ຖ້າທ່ານຖືກປົດອອກຈາກວຽກ ຫຼື ນາຍຈ້າງຂອງຫຼຸດຊົ່ວໂມງວຽກຂອງທ່ານ, ທ່ານອາດມີສິດສຳລັບສິດທິປະໂຫຍດການປະກັນໄພການຫວ່າງງານ.

ຄົນໃດໜຶ່ງທີ່ໄດ້ຮັບອະນຸຍາດໃຫ້ເຮັດວຽກໃນສະຫະລັດແມ່ນມີສິດສຳລັບສິດທິປະໂຫຍດການປະກັນໄພການຫວ່າງງານ.

ເພື່ອເບິ່ງວ່າທ່ານມີຄຸນສົມບັດ ຫຼື ບໍ່, ກະລຸນາດຳເນີນແບບສອມຖາມເງື່ອນໄຂສິດຂ້າງລຸ່ມນີ້. ຖ້າທ່ານບໍ່ແນ່ໃຈກ່ຽວກັບເງື່ອນໄຂສິດຂອງທ່ານ, ທ່ານຄວນ ສະໝັກຂໍ ເຊັ່ນກັນ, ເພາະແບບສອມຖາມແມ່ນຄູ່ມືທົ່ວໄປເທົ່ານັ້ນ ແລະ ສະຖານະການຂອງພະນັກງານແຕ່ລະຄົນແມ່ນບໍ່ຄືກັນ. ຊ່ອງທາງໃໝ່ລ້າສຸດແມ່ນການສະໝັກໃນ Frances Online.

ແບບສອມຖາມເງື່ອນໄຂສິດການປະກັນການຫວ່າງງານ

ແບບສອບຖາມນີ້ແມ່ນຄູ່ມືທົ່ວໄປ. ແຕ່ລະສະຖານະການແມ່ນບໍ່ຄືກັນ ແລະ ຜູ້ຊ່ຽວຊານປະກັນໄພການຫວ່າງງານຈະກວດສອບການອ້າງສິດແຕ່ລະລາຍການທີ່ພວກເຮົາໄດ້ຮັບເພື່ອກຳນົດເງື່ອນໄຂສິດ.

  1. ທ່ານເຮັດວຽກຢ່າງໜ້ອຍ 500 ຊົ່ວໂມງ ຫຼື ໄດ້ຮັບເງິນຢ່າງໜ້ອຍ $1,000 ຈາກນາຍຈ້າງໃນລະຫວ່າງ “ປີຖານ” ຂອງທ່ານບໍ? ປີຖານຂອງທ່ານແມ່ນສີ່ປີທຳອິດຈາກຫ້າປີຫຼ້າສຸດທີ່ສຳເລັດໄຕມາດຕາມປະຕິທິນກ່ອນອາທິດທີ່ທ່ານຍື່ນການອ້າງສິດໃນເບື້ອງຕົ້ນຂອງທ່ານ.
    1. ຖ້າທ່ານຍື່ນການອ້າງສິດໃນເບື້ອງຕົ້ນຂອງທ່ານໃນເດືອນມັງກອນ, ເດືອນກຸມພາ ຫຼື ເດືອນມີນາ 2023, ປີຖານຂອງທ່ານແມ່ນວັນທີ 1 ຕຸລາ 2021 ຈົນເຖິງວັນທີ 30 ກັນຍາ 2022.
    2. ຖ້າທ່ານຍື່ນການອ້າງສິດໃນເບື້ອງຕົ້ນຂອງທ່ານໃນເດືອນເມສາ, ເດືອນພຶດສະພາ ຫຼື ເດືອນມິຖຸນາ 2023, ປີຖານຂອງທ່ານແມ່ນວັນທີ 1 ມັງກອນ 2022 ຈົນເຖິງວັນທີ 31 ທັນວາ 2022.
    3. ຖ້າທ່ານຍື່ນການອ້າງສິດໃນເບື້ອງຕົ້ນຂອງທ່ານໃນເດືອນກໍລະກົດ, ເດືອນສິງຫາ ຫຼື ເດືອນກັນຍາ 2023, ປີຖານຂອງທ່ານແມ່ນວັນທີ 1 ເມສາ 2022 ຈົນເຖິງວັນທີ 31 ມີນາ 2023.
    4. ຖ້າທ່ານຍື່ນການອ້າງສິດໃນເບື້ອງຕົ້ນຂອງທ່ານໃນເດືອນຕຸລາ, ເດືອນພະຈິກ ຫຼື ເດືອນທັນວາ 2023, ປີຖານຂອງທ່ານແມ່ນວັນທີ 1 ກໍລະກົດ 2022 ຈົນເຖິງວັນທີ 30 ມິຖຸນາ 2023.
  2. ທ່ານເຮັດວຽກໃນລັດອໍຣີກອນໃນບໍລິສັດຂອງຄົນໃດໜຶ່ງໃນ 18 ເດືອນທີ່ຜ່ານມາບໍ?
  3. ທ່ານສາມາເຮັດວຽກບໍ? “ສາມາດເຮັດວຽກ” ໝາຍຄວາມວ່າທ່ານມີຄວາມພ້ອມທາງຈິດໃຈ ແລະ ທາງຮ່າງກາຍໃນການເຮັດວຽກ.
  4. ທ່ານພ້ອມເຮັດວຽກບໍ? “ພ້ອມເຮັດວຽກ” ໝາຍຄວາມວ່າທ່ານສາມາດເຮັດວຽກໂດຍບໍ່ມີຂໍ້ຈຳກັດທີ່ຈະເຮັດໃຫ້ທ່ານບໍ່ສາມາດຍອມຮັບວຽກ (ຕົວຢ່າງ: ທ່ານຖືກຈຳກັດຈາກການເຮັດວຽກ ຍ້ອນບັນຫາການເດີນທາງ, ຄວາມເຈັບປ່ວຍ, ມື້ພັກ ຫຼື ການຂາດການດູແລເບິ່ງແຍງເດັກນ້ອຍ).
  5. ທ່ານຖືກປົດອອກຈາກວຽກ ຫຼື ຊົ່ວໂມງວຽກຂອງທ່ານຖືກຫຼຸດລົງບໍ?
  6. ທ່ານຖືກປົດອອກຈາກການທະຫານໃນ 18 ເດືອນທີ່ຜ່ານມາ ແລະ ອາໄສໃນລັດອໍຣີກອນ ຫຼື ກຳລັງເຮັດວຽກຢ່າງເປັນປົກກະຕິ ຫຼື ກຳລັງຊອກຫາວຽກໃນລັດອໍຣີກອນ?
  7. ບໍ່ມີປະໂຫຍກໃດຂ້າງລຸ່ມນີ້ໃຊ້ໄດ້ກັບທ່ານບໍ? (ຖ້າບໍ່ມີ, ຄຳຕອບຂອງທ່ານແມ່ນ "ແມ່ນ.")
    1. ຂ້າພະເຈົ້າຖືກໄລ່ອອກ ແລະ ມັນເປັນຄວາມຜິດຂອງຂ້າພະເຈົ້າ.
    2. ຂ້າພະເຈົ້າຖືກຢຸດພັກວຽກຈາກນາຍຈ້າງຂອງຂ້າພະເຈົ້າ.
    3. ຂ້າພະເຈົ້າລາພັກຈາກວຽກຂອງຂ້າພະເຈົ້າ.
    4. ຂ້າພະເຈົ້າຍັງເຮັດວຽກເຕັມວຽກ.

ຖ້າທ່ານຕອບວ່າ ແມ່ນ ສຳລັບຄຳຖາມສ່ວນໃຫຍ່ເຫຼົ່ານີ້, ທ່ານມີແນວໂນ້ມທີ່ຈະມີຄຸນສົມບັດສຳລັບສິດທິປະໂຫຍດການຫວ່າງງານໃນລັດອໍຣີກອນ. ສຶກສາເພີ່ມເຕີມກ່ຽວກັບການສະໝັກຂໍສິດທິປະໂຫຍດ.