Skip to main content

Expired Claims and When to File a New Claim

ພວກເຮົາຮູ້ວ່າສິດທິປະໂຫຍດປະກັນໄພການວ່າງງານແມ່ນການຊ່ວຍເຫຼືອທີ່ຈໍາເປັນ -- ໂດຍສະເພາະໃນໄລຍະເວລາຫຍຸ້ງຍາກ. ມີຂໍ້ມູນໃໝ່ ແລະ ຊັບຊ້ອນຈໍານວນຫຼາຍທີ່ມີການປ່ຽນແປງຢ່າງຕໍ່ເນື່ອງ, ດັ່ງນັ້ນ ພວກເຮົາຈຶ່ງໄດ້ສ້າງຄໍາແນະນໍາທີ່ກະທັດຮັດ ແລະ ຊັດເຈນເພື່ອຊ່ວຍເຫຼືອທ່ານໃນການນໍາໃຊ້ລະບົບ.

ຄໍາແນະນໍາລຸ່ມນີ້ອະທິບາຍວ່າເມື່ອໃດທີ່ຕ້ອງ ຍື່ນຂໍການຮຽກຮ້ອງສິດໃໝ່ ແລະ ເມື່ອໃດທີ່ຕ້ອງສືບຕໍ່ ຕື່ມຂໍ້ມູນໃສ່ໃນການຮຽກຮ້ອງສິດທີ່ມີຢູ່ຂອງທ່ານ.

ການຮຽກຮ້ອງສິດປະກັນໄພການວ່າງງານ (Unemployment Insurance, UI) ໝົດອາຍຸຫຼັງຈາກ 52 ອາທິດ. ນັ້ນໝາຍຄວາມວ່າທ່ານບໍ່ສາມາດຮັບສິດທິປະໂຫຍດໃດໆອີກຕໍ່ໄປຫຼັງຈາກການຮຽກຮ້ອງສິດຂອງທ່ານໝົດອາຍຸແລ້ວ ເຖິງວ່າຍອດເງິນຄົງເຫຼືອໃນບັນຊີຂອງທ່ານເປັນບວກ.

ຂໍ້ມູນລຸ່ມນີ້ຄອບຄຸມສະຖານະການໃນຂອບເຂດກວ້າງ ແລະ ສະຖານະການສະເພາະຂອງທ່ານອາດຈະເປັນຂໍ້ຍົກເວັ້ນຕໍ່ກັບຄໍາແນະນໍາທົ່ວໄປຂອງພວກເຮົາ. ຖ້າທ່ານມີຄໍາຖາມ, ກະລຸນາຕິດຕໍ່ພວກເຮົາຜ່ານ ແບບຟອມຕິດຕໍ່ພວກເຮົາ.
ເມື່ອຕ້ອງຍື່ນຂໍການຮຽກຮ້ອງສິດໃໝ່:

  • ຍື່ນຂໍການຮຽກຮ້ອງສິດໃໝ່ ຫຼັງຈາກຮັບສິດປະກັນໄພການວ່າງງານແບບປົກກະຕິຂອງທ່ານ (UI ແບບປົກກະຕິ) ໝົດອາຍຸ — ເຖິງວ່າທ່ານຍັງມີສິດທິປະໂຫຍດ ການຊົດເຊີຍການວ່າງງານໃນພາວະສຸກເສີນຂອງພະຍາດລະບາດ (Pandemic Emergency Unemployment Compensation, PEUC) ເຫຼືອຢູ່.
  • ຍື່ນຂໍການຮຽກຮ້ອງສິດໃໝ່ ເມື່ອທ່ານໄດ້ຮັບການແຈ້ງເຕືອນໃນລະບົບການຮຽກຮ້ອງສິດອອນລາຍ.
OED employment lao page 001

ຖ້າທ່ານບໍ່ຍື່ນຂໍການຮຽກຮ້ອງສິດໃໝ່ຫຼັງຈາກສິດທິປະໂຫຍດຂອງທ່ານໝົດອາຍຸແລ້ວ, ສິດທິປະໂຫຍດຂອງທ່ານຈະຖືກຍຸດຕິ. ຖ້າທ່ານ ມີ ສິດໃນການຮຽກຮ້ອງສິດໃໝ່, ທ່ານຈະຕ້ອງສືບຕໍ່ໃຫ້ຂໍ້ມູນທຸກໆອາທິດໃນການຮຽກຮ້ອງສິດໃໝ່. ຖ້າທ່ານ ບໍ່ມີ ສິດໃນການຮຽກຮ້ອງສິດໃໝ່, ທ່ານຈະຖືກຍ້າຍກັບຄືນໄປທີ່ການຮຽກຮ້ອງສິດເກົ່າຂອງທ່ານ ແລະ ຈະໄດ້ຮັບສິດທິປະໂຫຍດພາຍໃຕ້ PEUC. ຖ້າທ່ານບໍ່ໄດ້ເຮັດວຽກໃນປີ 2020, ບົດລາຍງານລາຍໄດ້ຂອງທ່ານວ່າເປັນ “ສູນ.”

ຖ້າທ່ານຜ່ານເງື່ອນໄຂເພື່ອຮັບສິດທິປະໂຫຍດພາຍໃຕ້ການຮຽກຮ້ອງສິດໃໝ່, ທ່ານສາມາດຍື່ນຂໍຜ່ານ ລະບົບການຮຽກຮ້ອງສິດອອນລາຍ ຫຼື ໂທ 1-877-345-3484. (ກຽມພ້ອມສໍາລັບການລໍຖ້າທີ່ຂ້ອນຂ້າງດົນ.) ສຶກສາເພີ່ມຕື່ມກ່ຽວກັບວິທີການຍື່ນຂໍການຮຽກຮ້ອງສິດ ບ່ອນນີ້.

ເມື່ອຕ້ອງສືບຕໍ່ໃຫ້ຂໍ້ມູນພາຍໃຕ້ການຮຽກຮ້ອງສິດທີ່ມີຢູ່ຂອງທ່ານ:

  • ສືບຕໍ່ໃຫ້ຂໍ້ມູນໃນການຮຽກຮ້ອງສິດທີ່ມີຢູ່ຂອງທ່ານ ຖ້າການຮຽກຮ້ອງສິດຂອງທ່ານຍັງຄົງ ໃຊ້ໄດ້, ໝາຍຄວາມວ່າການຮຽກຮ້ອງສິດຂອງທ່ານຍັງ ບໍ່ໝົດອາຍຸ. ນີ້ແມ່ນເລື່ອງປົກກະຕິສໍາລັບການຮຽກຮ້ອງສິດ UI ປົກກະຕິ, PEUC ແລະ ຄວາມຊ່ວຍເຫຼືອການວ່າງງານໃນໄລຍະການແພ່ລະບາດ (Pandemic Unemployment Assistance, PUA) -- ເຖິງວ່າທ່ານມີຍອດເງິນຄົງເຫຼືອຂອງທ່ານເປັນສູນ (ສິດທິປະໂຫຍດຖືກນໍາໃຊ້ໝົດແລ້ວ) ໃນການຮຽກຮ້ອງສິດຂອງທ່ານ.
  • ສືບຕໍ່ໃຫ້ຂໍ້ມູນໃນການຮຽກຮ້ອງສິດທີ່ມີຢູ່ຂອງທ່ານ ຖ້າທ່ານມີ ການຮຽກຮ້ອງສິດຄວາມຊ່ວຍເຫຼືອການວ່າງງານໃນໄລຍະການແພ່ລະບາດທີ່ໝົດອາຍຸແລ້ວ (PUA). ນີ້ຈະຊ່ວຍໃຫ້ເຮົາຈ່າຍເງິນໃຫ້ທ່ານໄວຂຶ້ນເມື່ອພວກເຮົາໄດ້ຮັບຄໍາແນະນໍາຈາກ ກະຊວງແຮງງານແຫ່ງສະຫະລັດອາເມຣິກາ (United States Department of Labor, USDOL). ຖ້າພວກເຮົາສາມາດລະບຸໄດ້ວ່າທ່ານມີສິດໄດ້ຮັບສິດທິປະໂຫຍດພາຍໃຕ້ໂຄງການສິດທິປະໂຫຍດໃໝ່ໃນປັດຈຸບັນ, ທ່ານຈະບໍ່ຕ້ອງລໍຖ້າໃນພາຍຫຼັງ. ທ່ານສາມາດປະຕິເສດຄໍາແນະນໍາໃນການຍື່ນຂໍການຮຽກຮ້ອງສິດ PUA ໃໝ່ ຖ້າທ່ານໄດ້ຮັບຈົດໝາຍອັດຕະໂນມັດທີ່ບອກໃຫ້ທ່ານຍື່ນຂໍການຮຽກຮ້ອງສິດ PUA ໃໝ່.

ຖ້າທ່ານບໍ່ແນ່ໃຈວ່າໂຄງການໃດທີ່ທ່ານຄວນຍື່ນຄໍາຮ້ອງໄປ, ພຽງແຕ່ສືບຕໍ່ໃຫ້ຂໍ້ມູນພາຍໃຕ້ການຮຽກຮ້ອງສິດປັດຈຸບັນຂອງທ່ານ ແລະ ຕິດຕໍ່ຫາພວກເຮົາຜ່ານ ແບບຟອມຕິດຕໍ່ພວກເຮົາ.