ການຮ້ອງໝົດອາຍຸແລ້ວ ແລະ ເລີ່ມການຮ້ອງຂໍໃໝ່

ທ່ານຈຳເປັນຕ້ອງໄດ້ເລີ່ມຍື່ນການຮຽກຮ້ອງຄືນໃໝ່ ຫາກທ່ານບໍ່ຍື່ນການຮຽກຮ້ອງປະຈຳອາດທິດເພື່ອໃຫ້ໄດ້ຮັບຜົນປະໂຫຍດຈາກໂຄງການປະກັນການຫວ່າງງານ. ນີ້ເປັນເລື່ອງປົກກະຕິ ຫາກທ່ານຖືກເລີກຈ້າງອີກຄັ້ງ ຫຼັງຈາກກັບໄປເຮັດວຽກແລ້ວ. ຫາກທ່ານໄດ້ລໍຖ້າໄປແລ້ວໜຶ່ງອາທິດ, ທ່ານບໍ່ຈຳເປັນຕ້ອງໄດ້ລໍອີກໜຶ່ງອາທິດ ເມື່ອທ່ານເລີ່ມການຮຽກຮ້ອງຂອງທ່ານອີກຄັ້ງ.

ຫາກມັນກາຍມາເປັນເວລາຫຼາຍກວ່າໜຶ່ງປີ ຕັ້ແຕ່ທີ່ທ່ານໄດ້ເຮັດໃບສະໝັກເພື່ອຮັບຜົນປະໂຫຍດ, ຄຳຮຽກຮ້ອງຂອງທ່ານອາດໝົດອາຍຸແລ້ວ

ເປັນຫຍັງຂ້ອຍຕ້ອງໄດ້ເຮັດຄຳຮຽກຮ້ອງຂອງຂ້ອຍຄືນໃໝ່?

ທ່ານຕ້ອງໄດ້ເລີ່ມການຮຽກຮ້ອງຂອງທ່ານຄືນໃໝ່ ຫາກ:

  • ທ່ານບໍ່ໄດ້ຍື່ນການຮຽກຮ້ອງປະຈຳອາທິດ.
  • ທ່ານໄດ້ຢຸດການຍື່ນການຮຽກຮ້ອງປະຈຳອາທິດ ເນື່ອງຈາກມີການເຈັບປ່ວຍ, ການພັກຜ່ອນ ຫຼື ດ້ວຍເຫດຜົນອື່ນ.
  • ທ່ານລືມຍື່ນການຮຽກຮ້ອງປະຈຳອາທິດ.
  • ທ່ານໄດ້ເຮັດວຽກເຕັມເວລາເປັນເວລາໜຶ່ງອາທິດ ຫຼື ຫຼາຍອາທິກ.
  • ທ່ານມີລາຍຮັບຫຼາຍກວ່າຈໍານວນເງິນຜົນປະໂຫຍດປະຈໍາອາທິດໃນໜຶ່ງອາທິດ. 

ທ່ານຈະບໍ່ສາສມາດຍື່ນອການຮຽກຮ້ອງປະຈຳອາທດໄດ້ຈົນກວ່າທ່ານເລີ່ມການຮຽກຮ້ອງຂອງທ່ານຄືນໃໝ່.

ຂ້ອຍຈະເລີ່ມການຮຽກຮ້ອງຂອງຂ້ອບຄືນໄດ້ແນວໃດ?

Frances ອອນໄລນ໌: ທ່ານສາມາດຍື່ນການຮຽກຮ້ອງຂອງທ່ານຄືນໃນ Frances ອອນໄລນ໌ ໄດ້ທຸກເວລາ. ເຮັດຕາມຄຳແນະນຳເທື່ອລະຂັ້ນຕອນສຳລັບການຊ່ວຍເຫຼືອເພີ່ມເຕີມ. 

ທາງໂທລະສັບ: ໂທຫາ 877-345-3484 ເພື່ອໃຫ້ໄດ້ຮັບຄວາມຊ່ວຍເຫຼືອຈາກຕົວແທນທີ່ສູນ UI.

ຂ້ອຍຕ້ອງການຂໍ້ມູນຫຍັງແດ່?

ພວກເຮົາຈະຮ້ອງຂໍຫາກທ່ານໄດ້ເຮັດວຽກເມື່ອບໍ່ດົນມາໜີ ຫຼື ຫາກທ່ານປະກອບອາຊີບອິດສະລະ. 

ຫາກທ່ານຍັງເຮັດວຽກຢູ່, ທ່ານຕ້ອງການຂໍ້ມູນກ່ຽວກັບນາຍຈ້າງຂອງທ່ານທັງໝົດເມື່ອບໍ່ດົນມານີ້ເພື່ອເລີ່ມການຮຽກຮ້ອງຄືນໃໝ່. ສິ່ງນີ້ປະກອບມີ:

  • ວັນທີທີ່ທ່ານໄດ້ເຮັດວຽກ.
  • ຊື່, ໝາຍເລກໂທລະສັບ ແລະ ທີ່ຢູ່ນາຍຈ້າງຂອງທ່ານ.
  • ຄ່າແຮງ ແລະ ລາຍຮັບຂອງທ່ານຈາກນາຍຈ້າງຄົນນັ້ນ.
  • ເຫດຜົນທີ່ທ່ານຫວ່າງງານ ຫຼື ເຮັດວຽກເຕັມເວລາ.

ຫາກທ່ານໄດ້ຢຸດການຮຽກຮ້ອງຍ້ອນເຫດຜົນອື່ນໆ, ທ່ານຈະຈຳເປັນຕ້ອງໃຫ້ເຫດຜົນທີ່ທ່ານໄດ້ຢຸດການຮຽກຮ້ອງ.

ຫຼັງຈາກການຮຽກຮ້ອງແລ້ວ ຂ້ອຍຕ້ອງເຮັດຫຍັງ?

ທຸກໆອາທິດ, ທ່ານຕ້ອງເຮັດໃຫ້ສຳເລັດໜ້າວຽກບາງຢ່າງເພື່ອໃຫ້ມີສິດໄດ້ຮັບຜົນປະໂຫຍດ: 

  •  ຜູ້ຮຽກຮ້ອງສ່ວນໃຫຍ່ຕ້ອງຊອກຫາວຽກເຮັດເພື່ອໃຫ້ມີສິດໄດ້ຮັບຜົນປະໂຫຍດ.
  • ທ່ານຕ້ອງໄດ້ຍື່ນໃບຮຽກຮ້ອງໃນທຸກໆອາທິດເພື່ອສະແດງວ່າທ່ານມີສິດໄດ້ຮັບ.
  • ຮຽນຮູ້ເພີ່ມເຕີມໃນໜ້າການຮຽກຮ້ອງປະຈຳອາທິດ.  

ຕອບແບບສອບຖາມກ່ຽວກັບໃບສະໝັກຂອງທ່ານ, ປະຫວັດການເຮັດວຽກ ຫຼື ຂໍ້ມູນອື່ນໆ ທີ່ພວກເຮົາຕ້ອງການເພື່ອຕັດສິນໃຈວ່າທ່ານມີສິດໄດ້ຮັບຜົນປະໂຫຍດ ຫຼືບໍ. ກວດເບິ່ງ Frances ອອນໄລນ໌ ແລະ ຈົດໝາຍຂອງທ່ານເປັນປົກກະຕິ ແລະ ຕອບກັບຂໍ້ຄວາມທັນທີ. ຮຽນຮູ້ເພີ່ມເຕີມໃນ ໜ້າຂໍ້ຄວາມສະຖານະ.  

ຈະເກີດຫຍັງຂຶ້ນຫາກການຮຽກຮ້ອງຂອງຂ້ອຍໝົດເວລາ?

ການຍື່ນຄຳຮຽກຮ້ອງຂໍສິດຜົນປະໂຫຍດຈາກໂຄງການປະກັນການຫວ່າງງານທີ່ຖືກຕ້ອງຈະມີອາຍຸ ໜຶ່ງ ປີ ກ່ອນທີ່ຈະໝົດອາຍຸ. ຫາກຄຳຮຽກຮ້ອງຂອງທ່ານໝົດອາຍຸ, ທ່ານຈຳເປັນຕ້ອງສະໝັກຄືນໃໝ່ເພື່ອເບິ່ງວ່າທ່ານມີສິດໄດ້ຮັບຜົນປະໂຫຍດ ຫຼືບໍ. 

ຮຽນຮູ້ກ່ຽວກັບວິທີສະໝັກເພື່ອຮັບຜົນປະໂຫຍດໃນ ໜ້າກ່ຽວກັບ ຂ້ອຍຈະຍື່ນໄດ້ແນວໃດ?