Check on My Claim
ເພື່ອຕິດຕາມການອ້າງສິດຂອງທ່ານ, ໃຫ້ເຂົ້າສູ່ລະບົບການອ້າງສິດແບບອອນລາຍ. ການອ້າງສິດໄດ້ຮັບການອັບເດດໃນລະຫວ່າງເວລາກາງຄືນ ແລະ ພ້ອມໃຫ້ບໍລິການໃນຕອນເຊົ້າໂດຍປົກກະຕິ.
ຄຳຖາມທີ່ຖືກຖາມຢູ່ເລື້ອຍໆກ່ຽວກັບການອ້າງສິດ, ສະຖານະການອ້າງສິດ ແລະ ສິ່ງທີ່ທ່ານສາມາດເຮັດໄດ້.
ໃນຕອນນີ້, ເວລາລະຫວ່າງການລົງສະໝັກ ແລະ ການໄດ້ຮັບແຊັກທຳອິດຂອງທ່ານແມ່ນຢ່າງໜ້ອຍສີ່ອາທິດ. ໂດຍປົກກະຕິ ລັດຖະບານກາງພິຈາລະນາວ່າສາມອາທິດຄື “ການກົງເວລາ.” ມັນໃຊ້ເວລາດົນກວ່າປົກກະຕິ ເນື່ອງຈາກ ໂຄວິດ-19. ມີປະຊາຊົນທີ່ກຳລັງລົງສະໝັກສຳລັບຜົນປະໂຫຍດຈາກການວ່າງງານຫຼາຍກວ່າແຕ່ກອ່ນ.
ພວກເຮົາໃຊ້ເວລາສີ່ອາທິດເພື່ອດຳເນີນການອ້າງສິດແບບທຳມະດາ. ຖ້າທ່ານໄດ້ຮັບແຊັກຂອງທ່ານຫຼັກງຈາກສີ່ອາທິດ, ທ່ານອາດຈະມີການອ້າງສິດແບບຊັບຊ້ອນ.
ຂ້າງລຸ່ມນີ້ແມ່ນເຫດຜົນບາງຢ່າງໂດຍປົກກະຕິທີ່ເຮັດໃຫ້ລໍຖ້າດົນກວ່າສີ່ອາທິດ:
- ທ່ານພາດໜຶ່ງອາທິດ (ຫຼື ຫຼາຍກວ່າ) ໃນການຍື່ນການອ້າງສິດປະຈຳອາທິດຂອງທ່ານ. ນີ້ແມ່ນເຫດຜົນໂດຍປົກກະຕິທີ່ສຸດທີ່ເຮັດໃຫ້ການຮັບຜົນປະໂຫຍດຊັກຊ້າ. ທ່ານຈຳເປັນຕ້ອງຍື່ນການອ້າງສິດປະຈຳອາທິດໃນແຕ່ລະອາທິດ ຖ້າທ່ານຕ້ອງການສືບຕໍ່ຮັບເອົາຜົນປະໂຫຍດ. ຖ້າທ່ານພາດໜຶ່ງອາທິດ, ທ່ານຈຳເປັນຕ້ອງເຂົ້າໄປສູ່ລະບົບການອ້າງສິດແບບອອນລາຍຂອງພວກເຮົາ ແລະ ເລີ່ມຕົ້ນການອ້າງສິດຂອງທ່ານຄືນໃໝ່.
- ທ່ານບໍ່ໄດ້ລາຍງານລາຍຮັບຂອງທ່ານໃນການອ້າງສິດປະຈຳອາທິດ.
- ທ່ານມີລາຍຮັບຈາກໜ່ວຍງານທະຫານ, ລັດຖະບານກາງ ຫຼື ລາຍຮັບທີ່ຫາໄດ້ໃນລັດອື່ນ. ມັນໃຊ້ເວລາທີ່ພວກເຮົາຈະໄດ້ຍິນຈາກລະບົບຂອງພວກເຮົາ.
- ກໍລະນີຂອງທ່ານຈະເປັນຕ້ອງມີການຕິດຕາມເພີ່ມເຕີ່ມ. ຜູ້ຊ່ຽວຊານໃນການອ້າງສິດຂອງພວກເຮົາຈຳເປັນຕ້ອງລົມກັບທ່ານ, ຫົວໜ້າຂອງທ່ານ ແລະ /ຫຼື ຄົນອື່ນໆ ຍ້ອນ:
- ທ່ານບໍ່ສາມາດເຮັດວຽກໄດ້
- ທ່ານບໍ່ຊອກຫາວຽກຢ່າງຫ້າວຫັນ
- ທ່ານລາອອກ
- ທ່ານຖືກໄລ່ອອກ
- ທ່ານມີລາຍຮັບປະເພດໃດໜຶ່ງທີ່ພວກເຮົາຈຳເປັນຕ້ອງປະກອບເປັນປັດໃຈ (ລະບຸ 1-3 ຕົວຢ່າງ)
- ○ [ການອ້າງສິດ UI ເພື່ອລະບຸເຫດຜົນທີ່ເຫຼືອ]
- ທ່ານຖືກລະບຸໃຫ້ກັບຄືນໄປເຮັດວຽກ. ຂະບວນການນີ້ຢຸດຕິການອ້າງສິດຂອງທ່ານໂດຍອັດຕະໂນມັດ ຍ້ອນພວກເຮົາຄິດວ່າ ທ່ານກຳລັງເຮັດວຽກ ແລະ ບໍ່ຈຳເປັນຕ້ອງໄດ້ຮັບຜົນປະໂຫຍດອີກຕໍ່ໄປ. ທ່ານຈຳເປັນຕ້ອງແຈ້ງໃຫ້ພວກເຮົາຮັບຊາບ ຖ້າທ່ານບໍ່ກັບຄືນໄປເຮັດວຽກ ພ້ອມດ້ວຍເຫດຜົນ. ຫຼື ຖ້າທ່ານກັບຄືນ, ລາຍຮັບຂອງທ່ານເທົ່າໃດ.