ຈະເກີດຫຍັງຂຶ້ນຫຼັງຈາກຂ້າພະເຈົ້າຍື່ນ?

ການສະໝັກຮັບຜົນປະໂຫຍດຈາກໂຄງການປະກັນການຫວ່າງງານ, ຍັງເອີ້ນວ່າເປັນການຮຽກຮ້ອງເບື້ອງຕົ້ນ, ເປັນຂັ້ນຕອນທຳອິດທີ່ສຳຄັນ. ຖັດໄປ, ທ່ານຕ້ອງເຮັດໃຫ້ສຳເລັດໜ້າວຽກບາງຢ່າງເພື່ອໃຫ້ມີສິດໄດ້ຮັບຜົນປະໂຫຍດ.

  • ຕ້ອງເຮັດໜ້າວຽກບາງຢ່າງເຫຼົ່ານີ້ໃຫ້ສຳເລັດບໍ່ໃຫ້ກາຍວັນທີຄົບກຳນົດສະເພາະ.
  • ບາງໜ້າວຽກ ເຊັ່ນ: ການຮຽກຮ້ອງປະຈຳອາທິດ ແລະ ການຊອກຫາວຽກເຮັດ, ຕ້ອງເຮັດໃຫ້ສຳເລັດໃນທຸກໆອາທິດ ຫາກທ່ານຕ້ອງການໄດ້ຮັບຜົນປະໂຫຍດ.

ຫາກທ່ານເຮັດບໍ່ສຳເລັດໜ້າວຽກເຫຼົ່ານີ້, ພວກເຮົາອາດຈະປະຕິເສດຜົນປະໂຫຍດຂອງທ່ານ. ກວດເບິ່ງຈົດໝາຍ, ອີເມວ ແລະ ບັນຊີ Frances Online ຂອງທ່ານເປັນປົກກະຕິເພື່ອໃຫ້ໄດ້ຮັບຂໍ້ມູນຈາກພວກເຮົາ. 

The Oregon City Bridge arches over the Willamette River, connecting West Linn and Oregon City. Interstate 205 is in the background and river traffic passes below.

ຂ້ອຍຕ້ອງເຮັດຫຍັງ?

ທຸກໆອາທິດ, ທ່ານຕ້ອງເຮັດໃຫ້ສຳເລັດໜ້າວຽກບາງຢ່າງເພື່ອໃຫ້ມີສິດໄດ້ຮັບຜົນປະໂຫຍດ: 

  • ຜູ້ຮຽກຮ້ອງສ່ວນໃຫຍ່ຕ້ອງຊອກຫາວຽກເຮັດເພື່ອໃຫ້ມີສິດໄດ້ຮັບຜົນປະໂຫຍດ.
  • ທ່ານຕ້ອງໄດ້ຍື່ນໃບຮຽກຮ້ອງໃນທຸກໆອາທິດເພື່ອສະແດງວ່າທ່ານມີສິດໄດ້ຮັບ.
  • ຮຽນຮູ້ເພີ່ມເຕີມໃນໜ້າການຮຽກຮ້ອງປະຈຳອາທິດ.  

ມີໜ້າວຽກອື່ນທີ່ທ່ານຕ້ອງໄດ້ເຮັດໃຫ້ສຳເລັດເພື່ອໃຫ້ມີສິດໄດ້ຮັບຜົນປະໂຫຍດ. ອາຈະຮ້ອງຂໍໃຫ້ທ່ານເຮັດໜ້າວຽກເຫຼົ່ານີ້ ໜຶ່ງ ຫຼື ຫຼາຍກວ່າໜຶ່ງຄັ້ງ. ພວກເຮົາຈະແຈ້ງໃຫ້ທ່ານຮັບຊາບຜ່ານ Frances Online ແລະ ທາງຈົດໝາຍ. ທ່ານອາດຈະຈຳເປັນຕ້ອງ: 

ກວດເບິ່ງ Frances Online ແລະ ຈົດໝາຍຂອງທ່ານເປັນປົກກະຕິ ແລະ ຕອບກັບທັນທີ ຫຼື ພວກເຮົາອາດຈະປະຕິເສດຜົນປະໂຫຍດຂອງທ່ານ. ໜ້າວຽກມີວັນຄົບກຳນົດ. ຮຽນຮູ້ເພີ່ມເຕີມໃນ ໜ້າຂໍ້ຄວາມສະຖານະ

ລາຍງານກ່ຽວກັບຄ່າແຮງ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ

ຫຼັງຈາກທີ່ທ່ານສະໝັກແລ້ວ, ພວກເຮົາຈະສົ່ງລາຍງານກ່ຽວກັບຄ່າແຮງ ແລະ ຜົນປະໂຫຍດທີ່ຈະໄດ້ຮັບໃຫ້ທ່ານ. ລາຍງານນີ້ຈະບອກທ່ານວ່າທ່ານມີໃບຮຽກຮ້ອງທີ່ຖືກຕ້ອງຫຼືບໍ ແລະ ທ່ານອາດຈະໄດ້ຮັບເງິນເທົ່າໃດຕາມຄ່າແຮງປີຖານ. ກວດສອບຄ່າແຮງທີ່ໄດ້ລາຍງານ ແລະ ຊົ່ວໂມງເຮັດວຽກໃນລາຍງານຢ່າງລະອຽດ. ຫາກຂໍ້ມູນມີຂໍ້ຜິດພາດ, ທ່ານສາມາດຮ້ອງຂໍໃຫ້ພວກເຮົາກວດສອບໃບສະໝັກຂອງທ່ານອີກຄືນໃໝ່.

ຫາກຄ່າແຮງ ແລະ ຊົ່ວໂມງເຮັດວຽກຖືກເພີ່ມເຂົ້າ ຫຼື ລົບອອກ, ທ່ານຈະໄດ້ຮັບລາຍງານຄ່າແຮງ ແລະ ຜົນປະໂຫຍດທີ່ຈະໄດ້ຮັບອັນໃໝ່.  ລາຍງານນີ້ເອີ້ນວ່າການກຳນົດຄືນໃໝ່.

ລາຍງານນີ້ຍັງຈະສະແດງໃຫ້ທ່ານເຫັນເຖິງ:  

  • ຈໍານວນເງິນຜົນປະໂຫຍດປະຈໍາອາທິດຂອງທ່ານ. ນີ້ແມ່ນຈຳນວນທີ່ທ່ານສາມາດໄດ້ຮັບໃນທຸກໆອາທິດ ຫາກທ່ານເຮັດໄດ້ຕາມຂໍ້ກຳນົດທັງໝົດ.
  • ຈຳນວນຜົນປະໂຫຍດສູງສຸດຂອງທ່ານ. ນີ້ແມ່ນຈຳນວນທັງໝົດທີ່ອາດມີລະຫວ່າງການຮຽກຮ້ອງໃນ 52-ອາທິດຂອງທ່ານ, ເອີ້ນວ່າແມນປີໄດ້ຮັບຜົນປະໂຫຍດຂອງທ່ານ. 
  • ວັນທີເລີ່ມຕົ້ນ ແລະ ວັນທີສິ້ນສຸດປີຜົນປະໂຫຍດຂອງທ່ານ. ທ່ານສາມາດຮຽກຮ້ອງຜົນປະໂຫຍດໄດ້ສະເພາະແຕ່ອາທິດທີ່ຕົກຢູ່ໃນລະຫວ່າງວັນທີ່ເຫຼົ່ານີ້ເທົ່ານັ້ນ. ທ່ານສາມາດສະໝັກຮັບຜົນປະໂຫຍດໄດ້ອີກຄັ້ງຫຼັງຈາກວັນສິ້ນສຸດໄດ້.   
  • ນາຍຈ້າງທີ່ທ່ານໄດ້ເຮັດວຽກໃຫ້ໃນປີຖານຂອງທ່ານ. ສິ່ງນີ້ອາດຈະລວມມີນາຍຈ້າງໃນລັດອໍເຣກອນເທົ່ານັ້ນ. ມັນອາດຈະໃຊ້ເວລາຫຼາຍຂຶ້ນສຳລັບພວກເຮົາໃຫ້ໄດ້ຮັບຂໍ້ມູນກ່ຽວກັບການຈ້າງງານຂອງລັດຖະບານກາງຂອງທ່ານ, ຄ່າແຮງການເປັນທະຫານ ຫຼື ນາຍຈ້າງທີ່ບໍ່ຢູ່ໃນລັດອໍເຣກອນ. 
  • ຄ່າແຮງ ແລະ ຊົ່ວໂມງເຮັດວຽກທີ່ນາຍຈ້າງຂອງທ່ານໄດ້ລາຍງານວ່າ ທ່ານໄດ້ເຮັດວຽກໃນແຕ່ລະໄຕມາດໃນປີຖານຂອງການຮຽກຮ້ອງຂອງທ່ານ.
  • ບໍ່ວ່າຄຳຖະແຫຼງການນີ້ຈະເປັນການຕັດສິນໃຈເບື້ອງຕົ້ນ ຫຼື ເປັນການຕັດສິນໃຈຄືນໃໝ່ກໍ່ຕາມ.  

ຈົດໝາຍນີ້ອາດຈະຍັງໃຫ້ຂໍ້ມູນອື່ນໆກ່ຽວກັບການຮຽກຮ້ອງຂອງທ່ານດ້ວຍ. ພວກເຮົາຈະບອກໃຫ້ທ່ານຮູ້ຫາກ:

ຈະໃຊ້ເວລາດົນປານໃດເພື່ອກວດສອບໃບສະໝັກຂອງຂ້ອຍ?

ມັນໃຊ້ເວລາປະມານສາມອາທິດເພື່ອກວດສອບການຮຽກຮ້ອງເບື້ອງຕົ້ນສ່ວນໃຫຍ່, ການຕັດສິນໃຈກ່ຽວກັບການມີສິດໄດ້ຮັບ ແລະ ສົ່ງລາຍງານກ່ຽວກັບຄ່າແຮງ ແລະ ຜົນປະໂຫຍດທີ່ອາດໄດ້ຮັບໃຫ້ທ່ານ.

ການຮຽກຮ້ອງບາງສະບັບມີຄວາມຊັບຊ້ອນ ແລະ ຈຳເປັນຕ້ອງໃຊ້ເວລາຫຼາຍເພື່ອກວດສອບ. ຮຽນຮູ້ເພີ່ມເຕີມໃນ ໜ້າການຕັດສິນ

ນີ້ແມ່ນບາງເຫດຜົນທົ່ວໄປສຳລັບການທີ່ຕ້ອງໄດ້ລໍຖ້າດົນກວ່າສາມອາທິດ:

  • ທ່ານບໍ່ທັນໄດ້ເຮັດການຍື່ນຄຳຮ້ອງປະຈຳອາທິດເປັນເວລາໜຶ່ງອາທິດ ຫຼື ຫຼາຍກວ່ານັ້ນ. ນີ້ແມ່ນເຫດຜົນທົ່ວໄປສ່ວນໃຫຍ່ສຳລັບການໄດ້ຮັບຜົນປະໂຫຍດຊ້າ. ທ່ານຕ້ອງຍື່ນຄຳຮຽກຮ້ອງປະຈຳອາທິດໃນແຕ່ລະອາທິດ ຫາກທ່ານຕ້ອງການໃຫ້ໄດ້ຮັບຜົນປະໂຫຍດຕໍ່ໄປ, ລວມເຖິງອາທິດທຳອິດຂອງຄຳຮຽກຮ້ອງຂອງທ່ານ ຫຼັງຈາກຍື່ນໃບສະໝັກຄຳຮຽກຮ້ອງຂອງທ່ານແລ້ວ. ຫາກທ່ານຫວ່າງອາທິດໜຶ່ງ, ທ່ານຈຳເປັນຕ້ອງໄດ້ເລີ່ມຍື່ນຄຳຮຽກຮ້ອງຂອງທ່ານອີກ. ຮຽນຮູ້ເພີ່ມເຕີມໃນ ໜ້າການເລີ່ມເຮັດການຮຽກຮ້ອງຄືນໃໝ່.
  • ທ່ານບໍ່ໄດ້ລາຍງານລາຍຮັບຂອງທ່ານໃນການຮຽກຮ້ອງປະຈຳອາທິດຂອງທ່ານ.
  • ທ່ານໄດ້ມີລາຍຮັບຈາກການເປັນທະຫານ, ເຈົ້າໜ້າທີ່ລັດຖະບານກາງ ຫຼື ຈາກການເຮັດວຽກໃນລັດອື່ນ. ມັນໃຊ້ເວລາຫຼາຍຕື່ມເພື່ອໃຫ້ພວກເຮົາໄດ້ຮັບຂໍ້ມູນກັບມາຈາກລະບົບຂອງພວກເຂົາ.
  • ກໍລະນີຂອງທ່ານຕ້ອງໄດ້ຮັບການກວດສອບເພີ່ມເຕີມ. ຜູ້ຊ່ວຍຊານດ້ານການຕັດສິນຂອງພວກເຮົາຕ້ອງລົມກັບທ່ານ, ນາຍຈ້າງຂອງທ່ານ ຫຼື ຜູ້ອື່ນກ່ຽວກັບສະຖານະການເຮັດວຽກ ແລະ ລາຍຮັບຂອງທ່ານ.

ທ່ານສາມາດກວດເບິ່ງໃນ Frances Online ສຳລັບຂໍ້ມູນອັບເດດ ແລະ ແບບສອບຖາມກ່ຽວກັບການຮຽກຮ້ອງຂອງທ່ານ.

ຄຳຖາມທີ່ພົບເຫັນເລື້ອຍໆ

 

  • ໄຕມາດແມ່ນຫຍັງ?

    ປີໜຶ່ງຖືກແບ່ງອອກເປັນສີ່ໄຕມາດຕາມປະຕິທິນ:

    • ໄຕມາດ 1 (Q1): ມັງກອນ, ກຸມພາ ແລະ ມີນາ
    • ໄຕມາ 2 (Q2): ເມສາ, ພຶດສະພາ ແລະ ມິຖຸນາ
    • ໄຕມາດ 3 (Q3): ກໍລະກົດ, ສິງຫາ ແລະ ກັນຍາ
    • ໄຕມາດ 4 (Q4): ຕຸລາ, ພະຈິກ ແລະ ທັນວາ
  • ປີຖານແມ່ນຫຍັງ?

    ປີຖານປົກກະຕິຂອງທ່ານແມ່ນສີ່ໄຕມາດທຳອິດຂອງໄຕມາດປະຕິດທິນທີ່ສຳເລັດແລ້ວ ຫ້າໄຕມາດສຸດທ້າຍກ່ອນປີທີ່ທ່ານໄດ້ຮັບຜົນປະໂຫຍດ. ປີຜົນປະໂຫຍດຂອງທ່ານແມ່ນຊ່ວງໄລຍະເວລາ 52-ອາທິດ ເລີ່ມຕົ້ນເມື່ອທ່ານຍື່ນການຮຽກຮ້ອງເບື້ອຕົ້ນຂອງທ່ານ.

    ຕົວຢ່າງວ່າ: ຫາກທ່ານໄດ້ສະໝັກເພື່ອຮັບຜົນປະໂຫຍດໃນເດືອນ ຕຸລາ 2025, ປີຖານປົກກະຕິຂອງທ່ານຈະລວມເຖິງໄຕມາດທີ່ສາມຂອງປີ 2024 ເຖິງ ໄຕມາດທີ່ສອງຂອງປີ 2025. ສະນັ້ນ, ປີຖານນີ້ຈະແມ່ນຕັ້ງແຕ່ ວັນທີ 1 ກໍລະກົດ 2024 ຫາ 30 ມິຖຸນາ 2025. ປີຖານຈະປ່ຽນໄປຕາມແຕ່ລະໄຕມາດປະຕິທິນ ແລະ ຖືກກຳນົດໂດຍໄຕມາດ ຕອນທ່ານຍື່ນການຮຽກຮ້ອງເບື້ືອງຕົ້ນ.

  • ປີຖານສະລັບແມ່ນຫຍັງ?

    ຫາກທ່ານບໍ່ມີຄຸນສົມບັດທີ່ຈະໄດ້ຮັບການປະກັນການຫວ່າງງານໂດຍການນຳໃຊ້ປີຖານປົກກະຕິ, ພວກເຮົາຈະໃຊ້ສີ່ໄຕມາດຕາມປະຕິທິນທີ່ເຮັດແລ້ວເມື່ອບໍ່ດົນມານີ້, ເຊິ່ງເອີ້ນວ່າປີຖານສະລັບອື່ນ.