Skip to main content

ການຍື່ນອຸທອນຄຳຕັດສິນຝ່າຍປົກຄອງ

ໃນເວລາໃດກໍຕາມທີ່ພວກເຮົາຫຼຸດ ຫຼື ປະຕິເສດຜົນປະໂຫຍດຂອງທ່ານ, ພວກເຮົາສົ່ງຄຳຕັດສິນຝ່າຍປົກຄອງໃຫ້ແກ່ທ່ານ. ຖ້າທ່ານບໍ່ເຫັນດ້ວຍກັບຄຳຕັດສິນຝ່າຍປົກຄອງ, ທ່ານສາມາດຍື່ນອຸທອນໂດຍຮຽກຮ້ອງໃຫ້ມີການພິຈາລະນາຄະດີ. ຜູ້ຈ້າງງານຂອງທ່ານຍັງສາມາດອຸທອນຄຳຕັດສິນຝ່າຍປົກຄອງອີກດ້ວຍ.

ຄຳຕັດສິນສ່ວນໃຫຍ່ທີ່ຖືກສົ່ງຈາກພະແນກການຈ້າງງານປະກອບມີຄຳແນະນໍາໃນການຍື່ນອຸທອນ ແລະ ເວລາກຳນົດຍື່ນອຸທອນເພື່ອຮຽກຮ້ອງໃຫ້ມີການພິຈາລະນາຄະດີໄດ້ກົງເວລາ. ຄວາມລົ້ມເຫຼວທີ່ຈະຍື່ນອຸທອນໄດ້ກົງເວລາອາດເຮັດໃຫ້ທ່ານບໍ່ສາມາດປ່ຽນແປງຄຳຕັດສິນເດີມຂອງຝ່າຍປົກຄອງ.

ວິທີທີ່ດີທີ່ສຸດທີ່ຈະຮຽກຮ້ອງໃຫ້ມີການພິຈາລະນາຄະດີຄືແບບອອນລາຍທີ່ https://www.oregon.gov/employ/Unemployment/Pages/Appeals-Process.aspx. ທ່ານຍັງສາມາດຮຽກຮ້ອງໃຫ້ມີການພິຈາລະນາຄະດີໂດຍໄປສະນີ, ແຟັກ ຫຼື ໂທລະສັບ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີ່ມ. ພວກເຮົາຈະສະໜອງການແປພາສາ ແລະ ຄວາມສະດວກສຳລັບຄົນພິການໃຫ້ແກ່ທ່ານຕາມຮຽກຮ້ອງ ໂດຍທີ່ທ່ານບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ.

ເມື່ອທ່ານສົ່ງຄຳຮ້ອງເປັນລາຍລັກອັກສອນຜ່ານບໍລິການໄປສະນີຂອງສະຫະລັດອາເມຣິກາ, ໃຫ້ລະບຸຢ່າງຊັດເຈນວ່າທ່ານກຳລັງຮຽກຮ້ອງໃຫ້ມີການພິຈາລະນາຄະດີ ແລະ ປະກອບມີ:

  • ເລັກປະກັນສັງຄົມຂອງທ່ານ ຫຼື ເລກປະຈຳຕົວລູກຄ້າຂອງທ່ານ (CID),
  • ເລກຄຳຕັດສິນຝ່າຍປົກຄອງ ແລະ
  • ວັນທີສົ່ງໄປສະນີຂອງຄຳຕັດສິນຝ່າຍປົກຄອງທີ່ທ່ານກຳລັງຍື່ນອຸທອນ.

ກະລຸນາແຈ້ງໃຫ້ທັງຫ້ອງການພິຈາລະນາຄະດີຝ່າຍປົກຄອງ (OAH) ແລະ ສູນ UI ຮັບຊາບ ຖ້າທີ່ຢູ່ ຫຼື ເບີໂທລະສັບຂອງທ່ານມີການປ່ຽນແປງ ຫຼັງຈາກທີ່ທ່ານຮຽກຮ້ອງໃຫ້ມີການພິຈາລະນາຄະດີ. ສາມາດຄົ້ນພົບຂໍ້ມູນເພີ່ມເຕີ່ມກ່ຽວກັບການພິຈາລະນາຄະດີ ແລະ ຂະບວນການອຸທອນໄດ້ທີ່ OAH.

ໃນລະຫວ່າງຂະບວນການອຸທອນ, ໃຫ້ສືບຕໍ່ຍື່ນຜົນປະໂຫຍດປະຈຳອາທິດ. ຖ້າທ່ານບໍ່ອ້າງສິດໃນແຕ່ລະອາທິດໄດ້ກົງເວລາ ໃນຂະນະທີ່ການອຸທອນຂອງທ່ານກຳລັງຄ້າງຄາ, ທ່ານຈະບໍ່ໄດ້ຮັບການຊໍາລະສຳລັບອາທິດເຫຼົ່ານັ້ນ ຖ້າການອຸທອນຖືກຕັດສິນໃຫ້ເປັນປະໂຫຍດຕໍ່ທ່ານ.