ການຕັດສິນຝ່າຍບໍລິຫານ ແລະ ການວິນິດໄສ

ຫຼັງຈາກທີ່ທ່ານສົ່ງການອ້າງສິດຂອງທ່ານມາໃຫ້ພວກເຮົາສຳລັບການປະກັນໄພການຫວ່າງງານ, ພວກເຮົາຈະກວດສອບມັນເພື່ອກຳນົດເງື່ອນໄຂສິດຂອງທ່ານ. ໃນບາງຄັ້ງ, ພວກເຮົາອາດມີຄຳຖາມຕິດຕາມສອງສາມຂໍ້ເທົ່ານັ້ນສຳລັບທ່ານ ແລະ ໃນບາງຄັ້ງ, ການອ້າງສິດຂອງທ່ານອາດມີຄວາມຊັບຊ້ອນ ຫຼື ມີບັນຫາທີ່ຮຽກຮ້ອງໃຫ້ພວກເຮົາເຮັດການກວດສອບຢ່າງຖີ່ຖ້ວນ ເຊິ່ງເປັນທີ່ຮູ້ຈັກກັນຄືການວິນິດໄສ.

ໃນລະຫວ່າງທີ່ພວກເຮົາກວດສອບການອ້າງສິດຂອງທ່ານ, ພວກເຮົາສາມາດຕັດສິນວ່າທ່ານມີສິດສຳລັບສິດທິປະໂຫຍດ ຫຼື ບໍ່ ແລະ ຫຼັງຈາກນັ້ນ ທ່ານຈະຮູ້ໄດ້ວ່າທ່ານຖືກອະນຸມັດ. ມັນຍັງເປັນໄປໄດ້ທີ່ພວກເຮົາຈະຕັດສິນວ່າທ່ານບໍ່ມີສິດ ຫຼື ຄວນຫຼຸດລົງ ຫຼື ສິ້ນສຸດສິດທິປະໂຫຍດຂອງທ່ານ. ທ່ານອາດຕ້ອງການອຸທອນການຕັດສິນຝ່າຍບໍລິການດັ່ງກ່າວ ແລະ ຮ້ອງຂໍການໄຕ່ສວນ ເຊິ່ງເປັນສິດຂອງທ່ານ. ມັນຍັງເປັນໄປໄດ້ທີ່ນາຍຈ້າງຂອງທ່ານຈະອຸທອນການຕັດສິນຝ່າຍບໍລິຫານທີ່ພວກເຮົາດຳເນີນການຕໍ່ການອ້າງສິດຂອງທ່ານ.

ໜ້ານີ້ຈະໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບສະຖານະການທີ່ອາດເຮັດໃຫ້ພວກເຮົາສືບສວນການອ້າງສິດຂອງທ່ານຢ່າງຖີ່ຖ້ວນ ຫຼື ເຖິງກັບປະຕິເສດ ຫຼື ຫຼຸດສິດທິປະໂຫຍດລົງ ພ້ອມທັງຕົວເລືອກຂອງທ່ານສຳລັບການອຸທອນການຕັດສິນຝ່າຍບໍລິຫານທີ່ພວກເຮົາດຳເນີນການ.

ການວິນິດໄສ

ໃນຂະນະທີ່ສາມາດແກ້ໄຂບັນຫາຫຼາຍຢ່າງດ້ວຍຄຳຖາມຕິດຕາມໂດຍສັງເຂບ, ບາງສະຖານະການກໍຮຽກຮ້ອງຂະບວນການວິນິດໄສ. ໃນລະຫວ່າງການວິນິດໄສ, ພວກເຮົາຈະເກັບກຳຂໍ້ມູນຈາກທ່ານ ແລະ ແຫຼ່ງຂໍ້ມູນອື່ນໆຕາມຄວາມຈຳເປັນ. ຖ້າບັນຫາຂອງທ່ານກ່ຽວຂ້ອງກັບການຈ້າງງານຄັ້ງຫຼ້າສຸດຂອງທ່ານ, ໂດຍປົກກະຕິແລ້ວ ພວກເຮົາຈະເກັບກຳຂໍ້ມູນຈາກນາຍຈ້າງຂອງທ່ານເຊັ່ນກັນ. ພວກເຮົາກວດສອບຂໍ້ມູນທີ່ມີໃຫ້, ນໍາໃຊ້ກົດໝາຍ ແລະ ກົດລະບຽບສຳລັບການປະກັນໄພການຫວ່າງງານຕໍ່ສະຖານະການຂອງທ່ານ ແລະ ຫຼັງຈາກນັ້ນກໍດຳເນີນການຕັດສິນໃຈ.

ເມື່ອພວກເຮົາເລີ່ມຮັບຮູ້ບັນຫາທີ່ຕອບຄຳຖາມທີ່ວ່າຄົນໃດໜຶ່ງສາມາດໄດ້ຮັບສິດທິປະໂຫຍດ ຫຼື ບໍ່, ພວກເຮົາຖືກຮຽກຮ້ອງໂດຍກົດໝາຍໃຫ້ຮ້ອງຂໍຂໍ້ມູນເພີ່ມເຕີມ. ສະຖານະການເຫຼົ່ານີ້ລວມເຖິງ:

  • ການອອກຈາກວຽກ
  • ການຖືກໄລ່ອອກ ຫຼື ໂຈະການເຮັດວຽກ
  • ການທີ່ບໍ່ສາມາດເຮັດວຽກ
  • ການຢູ່ຫ່າງຈາກບ່ອນຢູ່ອາໄສຖາວອນຂອງທ່ານ
  • ການເຂົ້າຮຽນ ຫຼື ການຝຶກອົບຮົມ
  • ການເຮັດວຽກອິດສະຫຼະ
  • ການຢູ່ໃນຄຸກ
  • ການຂາດວຽກໃດໜຶ່ງ
  • ການປະຕິເສດຂໍ້ສະເໜີການເຮັດວຽກ
  • ການລົ້ມເຫຼວທີ່ຈະຊອກຫາວຽກຢ່າງຫ້າວຫັນ
  • ການໄດ້ຮັບເງິນກະສຽນ (ຍົກເວັ້ນປະກັນສັງຄົມ)
  • ການລົ້ມເຫຼວທີ່ຈະເຂົ້າຮ່ວມການສຳພາດປະເມີນການຈ້າງງານຄືນໃໝ່ ແລະ ເງື່ອນໄຂສິດ
  • ການປະຕິເສດການສົ່ງຕໍ່ວຽກຈາກ WorkSource Oregon
  • ການລົ້ມເຫຼວທີ່ຈະສຳເລັດກິດຈະກຳລົງທະບຽນຜ່ານສູນ WorkSource Oregon ໃນທ້ອງຖິ່ນຂອງທ່ານ
  • ການຍື່ນຂໍສິດທິປະໂຫຍດປະຈຳອາທິດໃນລະຫວ່າງຊ່ວງພັກລະດູຮ້ອນ, ລະດູໜາວ ຫຼື ລະດູໃບໄມ້ປົ່ງ ຫຼື ລະຫວ່າງພາກຮຽນ ຖ້າທ່ານເປັນລູກຈ້າງການສຶກສາທີ່ສິດສອນ ຫຼື ບໍ່ໄດ້ສິດສອນ

ສະຖານະການເຫຼົ່ານີ້ຈະເຮັດໃຫ້ການອ້າງສິດຂອງທ່ານສິ້ນສຸດລົງ ຈົນກວ່າພວກເຮົາໄດ້ຕັດສິນໃຈທີ່ຈະຈ່າຍ ຫຼື ປະຕິເສດສິດທິປະໂຫຍດ. ທ່ານຄວນສືບຕໍ່ຍື່ນຂໍການອ້າງສິດປະຈຳອາທິດໃນລະຫວ່າງການສືບສວນບັນຫາໃນການອ້າງສິດຂອງທ່ານ ເພື່ອຮັບປະກັນວ່າທ່ານສາມາດໄດ້ຮັບເງິນສຳລັບອາທິດເຫຼົ່ານັ້ນ, ຖ້າການສືບສວນຈະສົ່ງຜົນໃຫ້ມີການຕັດສິນທີ່ຈະຈ່າຍສິດທິປະໂຫຍດ.

Benson Bridge crosses in front of a frozen Multnomah Falls.

ກ່ຽວກັບຂະບວນການວິນິດໄສ

ຖ້າການອ້າງສິດຂອງທ່ານຮຽກຮ້ອງການວິນິດໄສ, ຜູ້ວິນິດໄສຈະຕິດຕໍ່ກັບທ່ານຜ່ານໂທລະສັບ ແລະ ໄປສະນີ. ຖ້າທ່ານມີໂທລະສັບ, ກະລຸນາກວດເບິ່ງໃຫ້ແນ່ໃຈວ່າໄດ້ຕິດຕັ້ງການຝາກຂໍ້ຄວາມສຽງ ເພື່ອວ່າຜູ້ໂທຈາກ Oregon Employment Department ຈະສາມາດສົ່ງຂໍ້ຄວາມສຽງປະໄວ້.

ກະລຸນາຕອບກັບໜັງສື ແລະ ຂໍ້ຄວາມສຽງທັງໝົດທີ່ມາຈາກ Oregon Employment Department. ຖ້າທ່ານບໍ່ແນ່ໃຈວ່າການສື່ສານມາຈາກພວກເຮົາ ຫຼື ບໍ່ ແລະ ກັງວົນວ່າການສື່ສານບາງຢ່າງສາມາດ ເປັນການສໍ້ໂກງ, ທ່ານອາດ ຕິດຕໍ່ພວກເຮົາ ສຳລັບການຊ່ວຍເຫຼືອ.

ພວກເຮົາກວດສອບການອ້າງສິດຕາມລຳດັບທີ່ພວກເຮົາໄດ້ຮັບພວກມັນ, ແຕ່ບັນຫາທີ່ຊັບຊ້ອນສາມາດຮຽກຮ້ອງເວລາເພີ່ມເຕີມໃນການກວດສອບ. ມັນໃຊ້ເວລາທີ່ຈະລົມກັບທຸກພາກສ່ວນທີ່ກ່ຽວຂ້ອງ, ເກັບກຳຂໍ້ເທັດຈິງ, ນໍາໃຊ້ກົດໝາຍ ແລະ ດຳເນີນການຕັດສິນໃຈຢ່າງເປັນທຳກ່ຽວກັບວ່າຈະອະນຸຍາດ ຫຼື ປະຕິເສດຄົນໃດໜຶ່ງຈາກສິດທິປະໂຫຍດການປະກັນໄພການຫວ່າງງານ.

ທ່ານຄວນສືບຕໍ່ຍື່ນຂໍ ການອ້າງສິດປະຈຳອາທິດ ໃນລະຫວ່າງການສືບສວນການອ້າງສິດຂອງທ່ານ. ຖ້າການສືບສວນສົ່ງຜົນໃຫ້ມີການຕັດສິນອະນຸຍາດການຈ່າຍເງິນສິດທິປະໂຫຍດ, ທ່ານຈະໄດ້ຮັບເງິນສຳລັບອາທິດທີ່ທ່ານອ້າງສິດໄດ້ທັນເວລາເທົ່ານັ້ນ.

ການປະຕິເສດສິດທິປະໂຫຍດ ແລະ ສິດຂອງທ່ານໃນການອຸທອນການຕັດສິນຂອງພວກເຮົາ

ຖ້າພວກເຮົາຫຼຸດລົງ ຫຼື ປະຕິເສດສິດທິປະໂຫຍດຂອງທ່ານ, ພວກເຮົາຈະສົ່ງການຕັດສິນຝ່າຍບໍລິຫານໄປຫາທ່ານ. ຖ້າທ່ານບໍ່ເຫັນດີກັບການຕັດສິນດັ່ງກ່າວ, ທ່ານອາດອຸທອນການຕັດສິນໂດຍຮຽກຮ້ອງການໄຕ່ສວນ. ນາຍຈ້າງຂອງທ່ານຍັງສາມາດອຸທອນການຕັດສິນຝ່າຍບໍລິຫານ.

ການຕັດສິນສ່ວນໃຫຍ່ທີ່ສົ່ງຈາກກົມຈ້າງງານລວມເຖິງຄຳສັ່ງສຳລັບການຍື່ນຂໍອຸທອນ, ພ້ອມທັງກຳນົດເວລາໃນການຮ້ອງຂໍການໄຕ່ສວນ. ຖ້າທ່ານບໍ່ຍື່ນຂໍອຸທອນໄດ້ທັນເວລາພາຍໃນເວລາກຳນົດທີ່ລະບຸໄວ້, ທ່ານອາດບໍ່ສາມາດປ່ຽນແປງການຕັດສິນຝ່າຍບໍລິຫານເດີມ.

ວິທີທີ່ດີທີ່ສຸດໃນການຮ້ອງຂໍການໄຕ່ສວນກໍຄືການໃຊ້ ແບບຟອມຕິດຕໍ່ພວກເຮົາ ຂອງພວກເຮົາ. ທ່ານຍັງສາມາດຮ້ອງຂໍການໄຕ່ສວນໂດຍ ໄປສະນີ, ແຟັກ ຫຼື ໂທລະສັບ. ພວກເຮົາຈະຈັດໃຫ້ມີການແປພາສາ ແລະ ການອຳນວຍຄວາມສະດວກສຳລັບຄົນພິການແກ່ທ່ານເມື່ອມີການຮ້ອງຂໍ ໂດຍບໍ່ເສຍຄ່າ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວິທີການຮ້ອງຂໍການໄຕ່ສວນ, ກະລຸນາເຂົ້າເບິ່ງ ໜ້າຂະບວນການອຸທອນ ຂອງພວກເຮົາ.

ເມື່ອທ່ານສົ່ງ ຄຳຮ້ອງຂໍທີ່ເປັນລາຍລັກອັກສອນ ຜ່ານການບໍລິການໄປສະນີຂອງສະຫະລັດ, ກະລຸນາລະບຸສະເພາະວ່າທ່ານກຳລັງຮ້ອງຂໍການໄຕ່ສວນ ແລະ ປະກອບມີ:

  • ໝາຍເລກປະກັນສັງຄົມຂອງທ່ານ ຫຼື ໝາຍເລກລະບຸຕົວຕົນລູກຄ້າຂອງທ່ານ (CID).
  • Benefit Issue ຫຼື ໝາຍເລກລະຫັດ Letter ID.
  • ວັນທີສົ່ງໄປສະນີສຳລັບການຕັດສິນຝ່າຍບໍລິຫານທີ່ທ່ານກຳລັງອຸທອນ

ກະລຸນາແຈ້ງໃຫ້ທັງ ສຳນັກງານການໄຕ່ສວນຝ່າຍບໍລິຫານ (OAH) ແລະ ສູນ UI ຮັບຊາບ ຖ້າທີ່ຢູ່ ຫຼື ໝາຍເລກໂທລະສັບຂອງທ່ານມີການປ່ຽນແປງຫຼັງຈາກທີ່ທ່ານຮ້ອງຂໍການໄຕ່ສວນ. ມີຂໍ້ມູນເພີ່ມເຕີມກ່ຽວກັບການໄຕ່ສວນ ແລະ ຂະບວນການອຸທອນໃຫ້ຈາກ ໜ້າເວັບ OAH.

ໃນຂະນະທີ່ກໍລະນີຢູ່ໃນລະຫວ່າງການສືບສວນ, ທ່ານຄວນສືບຕໍ່ຍື່ນຂໍການອ້າງສິດປະຈຳອາທິດໃນລະຫວ່າງຂະບວນການອຸທອນ. ຖ້າການອຸທອນຖືກຕັດສິນໂດຍເຂົ້າຂ້າງທ່ານ, ທ່ານຈະໄດ້ຮັບເງິນສຳລັບອາທິດທີ່ທ່ານອ້າງສິດໄດ້ທັນເວລາເທົ່ານັ້ນ.

ຂະບວນການຕັດ

“ຂະບວນການຕັດສິນ” ແມ່ນອີກວິທີໜຶ່ງໃນການເອີ້ນ ການທົບທວນຄືນ ຫຼື ການສືບສວນ. ເມື່ອພວກເຮົາຮູ້ຈັກບັນຫາທີ່ກໍ່ໃຫ້ເກີດຄຳຖາມວ່າ ບາງບຸກຄົນມີສິດໄດ້ຮັບສະຫວັດດີການຫຼືບໍ່, ພວກເຮົາຈຳເປັນຕ້ອງຂໍ ແລະ ທົບທວນຂໍ້ມູນເພີ່ມເຕີມຕາມກົດໝາຍ.

 

  • ຂະບວນການຕັດສິນເລີ່ມຂຶ້ນເມື່ອໃດ?

    ຫຼັງຈາກທ່ານສົ່ງຄຳຮ້ອງເພື່ອຮັບສະຫວັດດີການຈາກໂຄງການປະກັນການຫວ່າງງານເຖິງພວກເຮົາ, ພວກເຮົາຈະທົບທວນເພື່ອພິຈາລະນາສິດຂອງທ່ານ. ຂໍ້ຮຽກຮ້ອງຂອງທ່ານອາດຈະສະຫຼັບຊັບຊ້ອນ ຫຼື ມີບັນຫາທີ່ຮຽກຮ້ອງໃຫ້ພວກເຮົາດຳເນີນການທົບທວນຄືນໃຫ້ລະອຽດ. ອັນນີ້ເອີ້ນວ່າ ຂະບວນການຕັດສິນ.

    ໃນລະຫວ່າງຂະບວນການຕັດສິນ, ພວກເຮົາຈະຮວບຮວມຂໍ້ມູນຈາກທ່ານ ແລະ ແຫຼ່ງຂໍ້ມູນອື່ນໆຕາມຈຳເປັນ. ຕົວຢ່າງ: ຖ້າບັນຫາກ່ຽວຂ້ອງກັບການຈັດຫາງານຂອງທ່ານເມື່ອບໍ່ດົນມານີ້, ໂດຍທົ່ວໄປ ພວກເຮົາຈະຮວບຮວມຂໍ້ມູນຈາກນາຍຈ້າງເກົ່າຂອງທ່ານເຊັ່ນກັນ. ຈາກນັ້ນ ພວກເຮົາຈະທົບທວນກວດສອບເບິ່ງຂໍ້ມູນທີ່ມີ, ນຳເອົາກົດໝາຍ ແລະ ກົດລະບຽບສຳລັບປະກັນການຫວ່າງງານ ໄປໃຊ້ກັບສະຖານະການຂອງທ່ານ ແລະ ທຳການຕັດສິນ.

  • ເປັນຫຍັງຄຳຮ້ອງຂອງຂ້າພະເຈົ້າຈິ່ງໄດ້ຮັບການກວດສອບ?

    ໂຄງການປະກັນການຈັດຫາງານໃຫ້ສະຫວັດດີການແກ່ຄົນຜູ້ທີ່ບໍ່ມີວຽກເຮັດງານທຳ ຫຼື ຖືກຫຼຸດຊົ່ວໂມງເຮັດວຽກຫຼຸດລົງ ໂດຍທີ່ບໍ່ແມ່ນຄວາມຜິດຂອງຕົນເອງ. ຜູ້ຄົນຈະຕ້ອງພ້ອມເຂົ້າເຮັດວຽກ, ສາມາດເຮັດວຽກໄດ້ ແລະ ຕັ້ງໜ້າຊອກວຽກທຸກໆອາທິດເພື່ອຮັບສະຫວັດດີການ. ຖ້າພວກເຮົາຮູ້ວ່າທ່ານອາດບໍ່ປະຕິບັດຕາມເງື່ອນໄຂຂໍ້ກຳນົດເຫຼົ່ານີ້, ພວກເຮົາຕ້ອງສືບສວນບັນຫາ ແລະ ຈະຕັດສິນວ່າທ່ານມີສິດຮັບສະຫວັດດີການຫຼືບໍ່.

  • ການກວດສອບນີ້ໃຊ້ເວລາດົນປານໃດ?

    ພວກເຮົາກວດສອບຄຳຮ້ອງຕາມລຳດັບກ່ອນຫຼັງທີ່ພວກເຮົາໄດ້ຮັບເອກະສານ, ແຕ່ສຳລັບບັນຫາສະຫຼັບຊັບຊ້ອນອາດໃຊ້ເວລາດົນກວ່າເພື່ອກວດສອບ. ພວກຈຳເປັນຕ້ອງໃຊ້ເວລາໂອ້ລົມກັບພາກສ່ວນກ່ຽວຂ້ອງທັງໝົດ, ເກັບກຳຂໍ້ເທັດຈິງ, ນຳໃຊ້ກົດໝາຍ ແລະ ທຳການຕັດສິນທີ່ເປັນທຳກ່ຽວກັບຈະອະນຸຍາດໃຫ້ມີການປະຕິເສດສະຫວັດດີການຫຼືບໍ່.

    ພວກເຮົາຮູ້ວ່າອາດເປັນເລື່ອງຍາກທີ່ຈະລໍຖ້າຮັບສະຫວັດດີການ ໃນຂະນະທີ່ພວກເຮົາດຳເນີນການກວດສອບຂອງພວກເຮົາ. ການດຳເນີນການກວດສອບ ແລະ ການເກັບກຳຂໍ້ເທັດຈິງທັງໝົດ ຈະຊ່ວຍໃຫ້ພວກເຮົາປົກປ້ອງອົງການຈາກກາສໍ້ໂກງ ແລະ ຈາກຄວາມເຄັ່ງຕຶງຂອງການຈ່າຍເງິນຫຼາຍເກີນຄວນ. ການຈ່າຍເງິນຫຼາຍເກີນຄວນເກີດຂຶ້ນເມື່ອທ່ານຮັບຜົນປະໂຫຍດທີ່ທ່ານບໍ່ມີສິດຮັບ ແລະ ທ່ານຕ້ອງຈ່າຍເງິນຄືນ.

  • ທ່ານຈະຕິດຕໍ່ຂ້າພະເຈົ້າແນວໃດ?

    ຖ້າຄຳຮ້ອງຂອງທ່ານຈຳເປັນໃຫ້ມີການດຳເນີນກວດສອບ, ຜູ້ກວດສອບ - ຜູ້ສືບສວນຄຳຮ້ອງຂອງທ່ານ - ຈະຕິດຕໍ່ຫາທ່ານ ຜ່ານທາງໂທລະສັບ, ໄປສະນີ ແລະ ອີເມວ. ພວກເຮົາຈະບໍ່ສົ່ງຂໍ້ຄວາມຫາທ່ານ. ຖ້າທ່ານມີໂທລະສັບ, ກະລຸນາຮັບໂທລະສັບ, ເຖິງວ່າຈະເປັນເບີບໍ່ຮູ້ກໍ່ຕາມ ແລະ ໃຫ້ແນ່ໃຈວ່າໄດ້ຕັ້ງຂໍ້ຄວາມສຽງໄວ້ ເພື່ອໃຫ້ຜູ້ໂທຈາກພະແນກຈັດຫາງານຂອງລັດໂອເຣກອນສາມາດຝາກຂໍ້ຄວາມສຽງໄວ້ໄດ້.

    ກະລຸນາຕອບຈົດໝາຍ ແລະ ຂໍ້ຄວາມສຽງທັງໝົດ ຈາກພະແນກຈັດຫາງານຂອງລັດໂອເຣກອນ. ຖ້າທ່ານບໍ່ແນ່ໃຈວ່າແມ່ນການສື່ສານມາຈາກພວກເຮົາແທ້ຫຼືບໍ່ ຫຼື ຖ້າທ່ານກັງວົນວ່າການສື່ສານບາງອັນອາດຈະເປັນການຫຼອກລວງ, ກະລຸນາຕິດຕໍ່ພວກເຮົາເພື່ອຂໍຄວາມຊ່ວຍເຫຼືອ.

    ຢ່າລືມອັບເດດທີ່ຢູ່ຂອງທ່ານໃນ Frances Online ຢູ່frances.oregon.gov.

  • ຂ້າພະເຈົ້າຄວນເຮັດແນວໃດຕອນນີ້ ແລະ ຂ້າພະເຈົ້າສາມາດເລັ່ງການກວດສອບໄດ້ແນວໃດ?

    1. ສືບຕໍ່ຍື່ນຄຳຮ້ອງທຸກໆອາທິດໃນລະຫວ່າງການກວດສອບ ເພື່ອທີ່ທ່ານຈະສາມາດໄດ້ຮັບຄວາມໜ້າເຊື່ອຖືສຳລັບອາທິດຂອງທ່ານ. ຖ້າພວກເຮົາຕັດສິນວ່າທ່ານມີສິດຮັບການຈ່າຍສະຫວັດດີການ, ທ່ານສາມາດຮັບເງິນໄດ້ສະເພາະອາທິດທີ່ທ່ານຍື່ນຄຳຮ້ອງຕົງຕາມເວລາເທົ່ານັ້ນ. ທ່ານບໍ່ສາມາດກັບໄປ ແລະ ຍື່ນຄຳຮ້ອງເອົາຄືນຫຼັງໄດ້.
    2. ກະລຸນາຕອບຈົດໝາຍທຸກສະບັບທີ່ພວກເຮົາສົ່ງໃຫ້ທ່ານ. ທ່ານອາດສົ່ງຈົດໝາຍກັບຄືນໂດຍທາງໄປສະນີ ຫຼື ໃຊ້ແບບ ຕິດຕໍ່ພວກເຮົາ ກໍ່ໄດ້. ຂໍ້ມູນທີ່ພວກເຮົາຂໍມີຄວາມແຕກຕ່າງກັນໄປ. ຕົວຢ່າງ: ພວກເຮົາອາດຈະຂໍໃຫ້ທ່ານ:
      • ຊີ້ແຈງຂໍ້ມູນນາຍຈ້າງຂອງທ່ານ
      • ລາຍງານການຊອກວຽກປະຈຳອາທິດຂອງທ່ານ
      • ອະທິບາຍວ່າເປັນຫຍັງທ່ານຈິ່ງອອກຈາກວຽກ, ຖືກໄລ່ອອກ ຫຼື ປະຕິເສດວຽກໃໝ່ໃນຂະນະທີ່ຍື່ນຄຳຮ້ອງຮັບສະຫວັດດີການ
      • ໃຫ້ຂໍ້ມູນ ຖ້າທ່ານບໍ່ພ້ອມ ຫຼື ບໍ່ສາມາດເຮັດວຽກໄດ້ ໃນຂະນະທີ່ຍື່ນຄຳຮ້ອງເອົາສະຫວັດດີການ
      • ອັບເດດຂໍ້ມູນຕິດຕໍ່ຂອງທ່ານ
    3. ຖ້າທ່ານມີໂທລະສັບ, ໃຫ້ແນ່ໃຈວ່າໄດ້ຕັ້ງຂໍ້ຄວາມສຽງໄວ້ ເພື່ອໃຫ້ຜູ້ໂທຈາກພະແນກຈັດຫາງານຂອງລັດໂອເຣກອນສາມາດຝາກຂໍ້ຄວາມສຽງໄວ້ໄດ້.
    4. ກະລຸນາຕອບຈົດໝາຍ ແລະ ຂໍ້ຄວາມສຽງທັງໝົດ ຈາກພະແນກຈັດຫາງານລັດໂອເຣກອນ. ຖ້າທ່ານບໍ່ແນ່ໃຈວ່າແມ່ນການສື່ສານມາຈາກພວກເຮົາຫຼືບໍ່ ຫຼື ຖ້າທ່ານກັງວົນວ່າການສື່ສານບາງອັນອາດຈະເປັນການຫຼອກລວງ, ກະລຸນາຕິດຕໍ່ພວກເຮົາເພື່ອຂໍຄວາມຊ່ວຍເຫຼືອ. ວິທີງ່າຍທີ່ສຸດ ແລະ ໄວທີ່ສຸດທີ່ຈະສົ່ງຂໍ້ມູນໃຫ້ພວກເຮົາແມ່ນຜ່ານແບບຟອມ ຕິດຕໍ່ພວກເຮົາ ທີ່ unemployment.oregon.gov/contact.
  • ຈະເຮັດແນວໃດ ຖ້າຂ້າພະເຈົ້າບໍ່ເຫັນດີກັບຄຳຕັດສິນ?

    ໃນຕອນທ້າຍຂອງການກວດສອບຂອງພວກເຮົາ, ພວກເຮົາຈະຕັດສິນວ່າທ່ານມີສິດຮັບສະຫວັດດີການຫຼືບໍ່. ພວກເຮົາຈະສົ່ງຄຳຕັດສິນໃຫ້ທ່ານດ້ວຍວິທີທາງໃດໜຶ່ງ. ຖ້າທ່ານບໍ່ເຫັນດີກັບຄຳຕັດສິນ, ທ່ານມີສິດຍື່ນອຸທອນ ແລະ ຂໍໃຫ້ຜູ້ພິພາກສາກົດໝາຍປົກຄອງພິຈາລະນາຄະດີໄດ້. ນາຍຈ້າງຂອງທ່ານມີສິດຍື່ນອຸທອນຄຳຕັດສິນທີ່ພວກເຮົາໄດ້ຕັດສິນຄຳຮ້ອງຂອງທ່ານໄປແລ້ວເຊັ່ນກັນ. ຖ້າທ່ານຕັດສິນໃຈຍື່ນອຸທອນ, ສືບຕໍ່ຍື່ນຄຳຮ້ອງຮັບສະຫວັດດີການ ໃນຂະນະທີ່ລໍຖ້າຜົນຂອງການພິຈາລະນາຄະດີ.

    ພວກເຮົາຈະສົ່ງຄຳຕັດສິນໃຫ້ທ່ານ ແລະ ຈະມີຄຳແນະນຳກ່ຽວກັບວິທີຍື່ນອຸທອນໃຫ້. ທ່ານສາມາດຮຽນຮູ້ເພີ່ມເຕີມໄດ້ທີ່ unemployment.oregon.gov/lo/appeals.

  • ຈະເຮັດແນວໃດ ຖ້າຂ້າພະເຈົ້າຕ້ອງການຄວາມຊ່ວຍເຫຼືອດຽວນີ້?

    ທ່ານອາດມີຄຸນສົມບັດສຳລັບສິດທິປະໂຫຍດປະເພດອື່ນໆທີ່ບໍ່ກ່ຽວຂ້ອງກັບການປະກັນການວ່າງງານ, ເຊັ່ນ: ການລາພັກເນື່ອງຈາກຄອບຄົວ ແລະ ການລາພັກທາງການແພດທີ່ຍັງໄດ້ຮັບເງິນ, ການຄຸ້ມຄອງ ສຸຂະພາບ ຫຼື ພາຍໃນຊຸມຊົນຂອງທ່ານ.