Unemployment Claim Determination
ທົບທວນຄ່າຕອບແທນ ແລະ ຊົ່ວໂມງຂອງທ່ານຢ່າງລະມັດລະວັງ. ຖ້າຂໍ້ມູນຜິດ, ທ່ານສາມາດຮຽກຮ້ອງໃຫ້ພິຈາລະນາການອ້າງສິດຂອງທ່ານຄືນໃໝ່. ພວກເຮົາຈະສົ່ງຈົດໝາຍພິຈາລະນາການອ້າງສິດສຳລັບການວ່າງງານໃຫ້ແກ່ທ່ານທາງໄປສະນີ. ຄຳຖະແຫຼງນີ້ຈະສະແດງໃຫ້ທ່ານຮັບຊາບເຖິງ:
- ຈຳນວນຜົນປະໂຫຍດປະຈຳອາທິດ ແລະ ຜົນປະໂຫຍດສູງສຸດຂອງທ່ານທີ່ສາມາດຊໍາລະໄດ້ – ຕົວເລກເຫຼົ່ານີ້ສະແດງເຖິງຈຳນວນຫຼາຍທີ່ສຸດທີ່ທ່ານອາດໄດ້ຮັບໃນໜຶ່ງອາທິດ ແລະ ຈຳນວນທັງໝົດທີ່ສາມາດໃຫ້ທ່ານຮັບໄດ້ດ້ວຍການອ້າງສິດຂອງທ່ານ
- ຜູ້ຈ້າງງານທີ່ທ່ານເຮັດວຽກໃຫ້ ແລະ ຄ່າຕອບແທນ ແລະ ຊົ່ວໂມງທີ່ພວກເຂົາລາຍງານໃນແຕ່ລະໄຕມາດໃຫ້ກັບທ່ານໃນປີຖານຂອງການອ້າງສິດຂອງທ່ານ
- ວັນທີທີ່ປີໄດ້ຮັບຜົນປະໂຫຍດຂອງທ່ານເລີ່ມຕົ້ນ ແລະ ສິ້ນສຸດ – ທ່ານພຽງແຕ່ສາມາດອ້າງສິດເອົາຜົນປະໂຫຍດໃນການອ້າງສິດນີ້ສຳລັບອາທິດທີ່ຕົກຢູ່ໃນວັນທີເຫຼົ່ານີ້
- ຄຳຖະແຫຼງນີ້ເປັນການພິຈາລະນາໃນເບື້ອງຕົ້ນ ຫຼື ການພິຈາລະນາຄືນໃໝ່
ການອ້າງສິດສຳລັບຜົນປະໂຫຍດຈາກການວ່າງງານໃນລັດໂອຣີກອນແມ່ນມີໃຫ້ເປັນເວລາໜຶ່ງປີ ເຊິ່ງເທົ່າກັບ 52 ອາທິດນັບຕັ້ງແຕ່ອາທິດທີ່ທ່ານລົງສະໝັກ. ຊ່ວງໄລຍະ 52 ອາທິດນີ້ແມ່ນເອີ້ນວ່າ ປີທີ່ໄດ້ຮັບຜົນປະໂຫຍດຂອງທ່ານ. ທ່ານບໍ່ສາມາດຍື່ນການອ້າງສິດໃນລັດໂອຣີກອນໃໝ່ອີກຄັ້ງ ຈົນກວ່າປີດັ່ງກ່າວຈະໝົດໄປ.
ການພິຈາລະນາການອ້າງສິດສຳລັບການວ່າງງານຍັງໃຫ້ຂໍ້ມູນອື່ນໆກ່ຽວກັບການອ້າງສິດຂອງທ່ານ ເຊັ່ນ: ຂໍ້ຄວາມເພື່ອໃຫ້ທ່ານຮັບຊາບວ່າ ທ່ານບໍ່ມີການອ້າງສິດທີ່ຖືກຕ້ອງ ຍ້ອນທ່ານມີຊົ່ວໂມງຕໍ່າກວ່າ 500 ໃນປີຖານຂອງທ່ານ ແລະ ທ່ານອາດມີຄຸນສົມບັດສຳລັບການອ້າງສິດສຳຮອງໃນປີຖານ ຫຼື ຂໍ້ມູນເພື່ອເຮັດໃຫ້ທ່ານຮັບຊາບວ່າ ພວກເຮົາກຳລັງຮຽກຮ້ອງຄ່າຕອບແທນ ແລະ ຊົ່ວໂມງຈາກຜູ້ຈ້າງງານກ່ອນໜ້າຂອງທ່ານ.