School Workers
ກົດໝາຍຂອງລັດຖະບານກາງ ແລະ ລັດກຳນົດວ່າຄົນທີ່ເຮັດວຽກໃຫ້ສະຖາບັນການສຶກສາໃນໄລຍະ ປີອ້າງອີງ ຂອງການຮຽກຮ້ອງຂອງພວກເຂົາຕ້ອງມີການກວດສອບໃບສະໝັກປະກັນໄພການຫວ່າງງານຂອງພວກເຂົາໃນລະຫວ່າງໄລຍະການປິດພາກຮຽນ. ສຳນວນເອກະສານອາດຈະຖືກກຳນົດໃຫ້ມີການກວດສອບແບບທາງການໂດຍຜູ້ຕັດສິນຊີ້ຂາດທີ່ຕັດສິນວ່າສາມາດນຳໃຊ້ຄ່າຈ້າງຂອງສະຖາບັນການສຶກສາເພື່ອຂໍຮັບເງິນຊົດເຊີຍປະກັນໄພຫວ່າງງານໃນໄລຍະການປິດພາກຮຽນໄດ້ຫຼືບໍ່*.
ປີອ້າງອີງ ແມ່ນສີ່ໄຕມາດທຳອິດຂອງຫ້າໄຕມາດສຸດທ້າຍຕາມປະຕິທິນທີ່ສຳເລັດກ່ອນປີເງິນຊົດເຊີຍ. ຕົວຢ່າງເຊັ່ນ: ຖ້າຫາກບຸກຄົນສະໝັກຂໍເງິນຊົດເຊີຍໃນເດືອນມີນາ 2020, ການຂໍຮັບເງິນໃນປີອ້າງອີງປົກກະຕິອາດຈະລວມໄຕມາດທີ່ 4 ຂອງປີ 2018 ຫາໄຕມາດທີ່ 3 ຂອງປີ 2019 (1 ຕຸລາ 2018 ຮອດ 30 ກັນຍາ 2019). ປີອ້າງອີງປ່ຽນໄປຕາມໄຕມາດທາງປະຕິທິນ ແລະ ມັນຖືກກຳນົດໂດຍໄຕມາດທີ່ໄດ້ຍື່ນຄຳຂໍຮັບທຳອິດ.
ຖ້າຫາກບຸກຄົນບໍ່ມີຄຸນສົມບັດໄດ້ຮັບປະກັນໄພການຫວ່າງງານໃຊ້ປີອ້າງອີງມາດຕະຖານ, ພວກເຮົາຈະໃຊ້ສີ່ໄຕມາດຕາມປະຕິທິນທີ່ສຳເລັດຫຼ້າສຸດ.
ໄລຍະການປິດພາກຮຽນແມ່ນຫຍັງ?
ໄລການການປິດພາກຮຽນແມ່ນເວລາທີ່ນັກຮຽນກຳລັງຢູ່ໃນໄລຍະພັກຮຽນຕາມປົກກະຕິ. ຕົວຢ່າງ: ລວມມີການພັກລະດູໃບໄມ້ປົ່ງ ຫຼື ພັກແລ້ງ. ຖ້າຫາກພະນັກງານໂຮງຮຽນສະໝັກຂໍປະກັນໄພຫວ່າງງານໃນລະຫວ່າງໄລຍະການປິດພາກຮຽນ, ການຂໍຮັບເງິນຂອງພວກເຂົາຕ້ອງໄດ້ຮັບການກວດສອບເພື່ອເບິ່ງວ່າຄ່າຈ້າງຈາກສະຖາບັນການສຶກສາໃນປີອ້າງອີງຂອງພວກເຂົາສາມາດນຳໃຊ້ໃນລະຫວ່າງໄລຍະການປິດພາກຮຽນຫຼືບໍ່.
ຂ້າພະເຈົ້າເຮັດວຽກໃຫ້ໂຮງຮຽນໝົດປີ. ການຂໍຮັບເງິນຂອງຂ້າພະເຈົ້າຕ້ອງໄດ້ຮັບການກວດສອບໃນໄລຍະການປິດພາກຮຽນບໍ?
ອາດຈະ. ມັນຂຶ້ນກັບວ່າໄລຍະພັກຮຽນໃດຈະຖືກກວດສອບ ແລະ ເວລາທີ່ທ່ານເຮັດວຽກຢູ່ໂຮງຮຽນ. ການກວດສອບແມ່ນອີງໃສ່ໄລຍະເວລາທີ່ນັກຮຽນມັກຈະພັກຮຽນຕາມປົກກະຕິ, ບໍ່ແມ່ນເວລາທີ່ພະນັກງານເຮັດວຽກ.
ຂ້າພະເຈົ້າໄດ້ເຮັດວຽກກັບໂຮງຮຽນຊົ່ວຄາວ, ແຕ່ໄດ້ເຮັດວຽກເຕັມເວລາຢູ່ບ່ອນອື່ນຕອນທີ່ຂ້າພະເຈົ້າຖືກໃຫ້ອອກຈາກວຽກ. ກົດໝາຍການປິດພາກຮຽນມີຜົນບັງຄັບໃຊ້ຕໍ່ຂ້າພະເຈົ້າບໍ?
ແມ່ນແລ້ວ, ຖ້າຫາກທ່ານໄດ້ຮັບຄ່າຈ້າງຈາກການສຶກສາໃນປີອ້າງອີງການຂໍຮັບຂອງທ່ານ. Oregon Employment Department (ພະແນກການຈ້າງງານລັດໂອເຣກອນ) ຕ້ອງກວດສອບການຮຽກຮ້ອງຂອງພະນັກງານໂຮງຮຽນຜູ້ທີ່ເຮັດວຽກເຕັມເວລາ, ນອກເວລາ ຫຼື ໃນຕຳແໜ່ງຊົ່ວຄາວໃນໂຮງຮຽນ.
ຂ້າພະເຈົ້າໄດ້ເຮັດວຽກໃຫ້ໂຮງຮຽນໃນອາດີດ, ແຕ່ຂ້າພະເຈົ້າຖືກປົດອອກຈາກວຽກອື່ນ. ການຂໍຮັບເງິນການຫວ່າງງານຂອງຂ້າພະເຈົ້າຕ້ອງໄດ້ຮັບການກວດສອບບໍ?
ຖ້າຫາກທ່ານໄດ້ເຮັດວຽກໃນໂຮງຮຽນກ່ອນຈະຖືກຈ້າງໃນບ່ອນເຮັດວຽກໃໝ່ ແລະ ຄ່າຈ້າງຈາກໂຮງຮຽນຢູ່ໃນປີອ້າງອີງຂອງທ່ານ, ໃບສະໝັກຂອງທ່ານອາດຈະຕ້ອງຖືກກວດສອບໃນແຕ່ລະໄລຍະການປິດພາກຮຽນ. ອັນນີ້ບັງຄັບໃຊ້ເຖິງວ່າທ່ານຈະບໍ່ໄດ້ເຮັດວຽກໃນໂຮງຮຽນແລ້ວກໍ່ຕາມ.
ຂ້າພະເຈົ້າແມ່ນຄູສອນແຕ່ຂ້າພະເຈົ້າຍັງບໍ່ທັນໄດ້ຮັບແຈ້ງການວ່າຂ້າພະເຈົ້າຈະກັບໄປເຮັດວຽກໃນລະດູໃບໄມ້ຫຼົ່ນນີ້. ຂ້າພະເຈົ້າຈະມີສິດໄດ້ຮັບເງິນຊົດເຊີຍປະກັນໄພຫວ່າງງານ ແລະ ຍັງຕ້ອງໄດ້ຮັບການກວດສອບການຂໍຮັບເງິນຂອງຂ້າພະເຈົ້າໃນໄລຍະການປິດພາກຮຽນບໍ?
ທ່ານອາດຈະມີສິດໄດ້ຮັບເງິນຊົດເຊີຍໃນລະຫວ່າງໄລຍະການປິດພາກຮຽນ, ຖ້າຫາກທ່ານບໍ່ທັນໄດ້ຮັບ ການຮັບປະກັນຢ່າງສົມເຫດສົມຜົນ ວ່າທ່ານຈະໄດ້ກັບໄປເຮັດວຽກຫຼັງຈາການພັກຮຽນ. ໂດຍທົ່ວໄປແລ້ວ, ການຮັບປະກັນຢ່າງສົມເຫດສົມຜົນ ໝາຍຄວາມວ່າທ່ານມີຂໍ້ສະເໜີໃນການເຮັດວຽກໃນຄວາມສາມາດທີ່ຄືກັນ ຫຼື ຄ້າຍຄືກັນໂດຍມີອັດຕາການຈ້າງທີ່ຄືກັນ (ຫຼື ພາຍໃນ 90%). ເຖິງແນວໃດກໍ່ຕາມ, ພວກເຮົາຕ້ອງກວດສອບການຂໍຮັບເງິນຂອງທ່ານເພື່ອເຮັດການກຳນົດນັ້ນ.
ຂ້າພະເຈົ້າໄດ້ເຮັດວຽກໃຫ້ບໍລິສັດເອກະຊົນທີ່ໃຫ້ບໍລິການລົດເມໄປໂຮງຮຽນ. ກົດໝາຍການປິດພາກຮຽນມີຜົນບັງຄັບໃຊ້ຕໍ່ຂ້າພະເຈົ້າບໍ?
ບໍ່. ທຸລະກິດທີ່ໃຫ້ບໍລິການແກ່ໂຮງຮຽນແມ່ນບໍ່ຖືກພິຈາລະນາວ່າເປັນພະນັກງານຂອງການສຶກສາ ແລະ ບໍ່ຖືກກວດສອບໃນໄລຍະການປິດພາກຮຽນ.
ຂ້າພະເຈົ້າໄດ້ເຮັດວຽກໃນໂຮງຮຽນ, ແຕ່ຂ້າພະເຈົ້າບໍ່ແມ່ນຄູສອນ. ກົດໝາຍການປິດພາກຮຽນມີຜົນບັງຄັບໃຊ້ຕໍ່ຂ້າພະເຈົ້າບໍ?
ມັນແລ້ວແຕ່. Oregon Employment Department (ພະແນກການຈ້າງງານລັດໂອເຣກອນ) ບໍ່ກວດສອບໄລຍະການປິດພາກຮຽນຂອງພະນັກງານທີ່ໃຫ້ບໍລິການທຳຄວາມສະອາດ ຫຼື ຜູ້ທີ່ເຮັດວຽກໃນການດຳເນີນງານ ແລະ ເບິ່ງແຍງດູແລສິ່ງອຳນວຍຄວາມສະດວກຂອງໂຮງຮຽນ.
ຂ້າພະເຈົ້າເປັນຄູສອນແທນ, ແຕ່ຈ້າພະເຈົ້າເຮັດວຽກໜ້ອຍຊົ່ວໂມງໃນໂຮງຮຽນ. ການຂໍຮັບເງິນການຫວ່າງງານຂອງຂ້າພະເຈົ້າຕ້ອງໄດ້ຮັບການກວດສອບບໍ?
ແມ່ນແລ້ວ, ຖ້າຫາກທ່ານໄດ້ເຮັດວຽກໃນຊົ່ວໂມງເຫຼົ່ານັ້ນຢູ່ໃນປີອ້າງອີງການຮຽກຮ້ອງຂອງທ່ານ. ຄູສອນແທນຖືກກວດສອບພາຍໃຕ້ກົດໝາຍອັນດຽວກັນກັບພະນັກງານໂຮງຮຽນຄົນອື່ນໆ.
ມັນຈະໃຊ້ເວລາດົນປານໃດໃນການກວດສອບການຂໍຮັບເງິນພາຍໃຕ້ກົດໝາຍການປິດພາກຮຽນ?
ການຂໍຮັບເງິນໃນໄລຍະປິດພາກຮຽນຂອງແຕ່ລະໂຮງຮຽນຕ້ອງໄດ້ຮັບການກວດສອບ. ຂະບວນການນັ້ນສາມາດໃຊ້ເວລາເຖິງ 14 ອາທິດ.
ຂ້າພະເຈົ້າໄດ້ເຮັດວຽກກ່ອນເລີ່ມຕົ້ນ (Head Start) ແລະ ການຂໍຮັບເງິນຂອງຂ້າພະເຈົ້າແມ່ນຖືກລະງັບຈາກກົດໝາຍການທົບທວນການປິດພາກຮຽນ. ໝູ່ຂອງຂ້າພະເຈົ້າເຮັດວຽກກ່ອນເລີ່ມຕົ້ນ (Head Start) ແລະ ໄດ້ຮັບເງິນຂອງພວກເຂົາ. ມັນເກີດອັນໃດຂຶ້ນ?
ຖ້າຫາກທ່ານເຮັດວຽກໃຫ້ກັບສະຖາບັນການສຶກສາທີ່ໃຫ້ບໍລິການກ່ອນເລີ່ມຕົ້ນ (Head Start), ທ່ານຕ້ອງໄດ້ຮັບການກວດສອບການຂໍຮັບເງິນຂອງທ່ານໃນລະຫວ່າງໄລຍະການປິດພາກຮຽນ. ຖ້າຫາກທ່ານເຮັດວຽກໃຫ້ກັບອົງການຈັດຕັ້ງບໍ່ຫວັງຜົນກຳໄລ ຫຼື ຄາວຕີ້ທີ່ໃຫ້ບໍລິການກ່ອນເລີ່ມຕົ້ນ (Head Start), ການຂໍຮັບເງິນຂອງທ່ານຈະບໍ່ຈຳເປັນຕ້ອງໄດ້ຮັບການກວດສອບໃນລະຫວ່າງໄລຍະການປິດພາກຮຽນ.
ຖ້າຫາກຂ້າພະເຈົ້າບໍ່ສາມາດໃຊ້ຄ່າຈ້າງຈາກໂຮງຮຽນຂອງຂ້າພະເຈົ້າໃນລະຫວ່າງໄລຍະການປິດພາກຮຽນ, ຂ້າພະເຈົ້າຍັງສາມາດໄດ້ຮັບເງິນຊົດເຊີຍການຫວ່າງງານຈາກວຽກອື່ນຂອງຂ້າພະເຈົ້າບໍ?
ຖ້າຫາກທ່ານໄດ້ຮັບຄ່າຈ້າງໃນປີອ້າງອີງທີ່ທ່ານບໍ່ໄດ້ມາຈາກສະຖາບັນການສຶກສາ, ພວກເຮົາສາມາດໃຊ້ຄ່າຈ້າງເຫຼົ່ານັ້ນເພື່ອເບິ່ງວ່າທ່ານມີຄຸນສົມບັດໄດ້ຮັບຈຳນວນເງິນຊົດເຊີຍປະຈຳອາທິດທີ່ຫຼຸດລົງຫຼືບໍ່. ເພື່ອໃຫ້ມີຄຸນສົມບັດໄດ້ຮັບການຂໍຮັບເງິນຄ່າຈ້າງທີ່ບໍ່ແມ່ນການສຶກສາ, ທ່ານຈະຕ້ອງມີຊົ່ວໂມງການເຮັດວຽກ 500 ຊົ່ວໂມງ ຫຼື ຄ່າຈ້າງທີ່ເທົ່າກັບ 1.5 ເທື່ອ ຂອງໄຕມາດອ້າງອີງທີ່ສູງ.
ຂ້າພະເຈົ້າມີຄຸນສົມບັດໄດ້ຮັບໂຄງການ Benefits While You Wait (ເງິນຊົດເຊີຍໃນຂະນະທີ່ລໍຖ້າ)ໃນຂະນະທີ່ການຮຽກຮ້ອງເງິນຫວ່າງງານຂອງຂ້າພະເຈົ້າກຳລັງຖືກກວດສອບບໍ?
ມັນແລ້ວແຕ່. ຖ້າຫາກເຫດຜົນດຽວທີ່ທ່ານບໍ່ໄດ້ເຮັດວຽກແມ່ນຍ້ອນໄລຍະການປິດພາກຮຽນ, ທ່ານອາດຈະບໍ່ມີສິດໄດ້ຮັບໂຄງການ Benefits While You Wait (ເງິນຊົດເຊີຍໃນຂະນະທີ່ລໍຖ້າ). ຖ້າຫາກການຮຽກຮ້ອງຂອງທ່ານກ່ຽວຂ້ອງກັບໂຄວິດ, ທ່ານອາດຈະມີສິດໄດ້ຮັບ Benefits While You Wait (ເງິນຊົດເຊີຍໃນຂະນະທີ່ລໍຖ້າ). ພະນັກງານຂອງ Oregon Employment Department (ພະແນກການຈ້າງງານລັດໂອເຣກອນ) ກຳລັງຕິດຕໍ່ກັບຄົນທີ່ມີຄຸນສົມບັດໄດ້ຮັບໂຄງການນີ້. ທ່ານບໍ່ຈຳເປັນຕ້ອງຕິດຕໍ່ຫາພວກເຮົາ.
*ຄຳຕັດສິນແມ່ນອອກມາພ້ອມກັບຂໍ້ມູນທີ່ມີໃຫ້. ຖ້າຫາກສະຖານະການຂອງບຸກຄົນນັ້ນປ່ຽນແປງຫຼັງຈາກອອກຄຳຕັດສິນໃຫ້ແລ້ວ, ພວກເຮົາຈະເປີດການສອບສວ