ພະນັກງານໂຮງຮຽນ
ຖ້າທ່ານເຮັດວຽກໃຫ້ນາຍຈ້າງດ້ານການສຶກສາໃນ 18 ເດືອນກ່ອນທີ່ທ່ານຈະຮ້ອງຂໍຜົນປະໂຫຍດຈາກໂຄງການປະກັນໄພການຫວ່າງງານ, ກົດລະບຽບຂອງລັດຖະບານກາງ ແລະ ລັດຈະສົ່ງຜົນກະທົບຕໍ່ສິດຂອງທ່ານໃນການໄດ້ຮັບຜົນປະໂຫຍດໃນຊ່ວງພັກຮຽນ.
ເມື່ອທ່ານຍື່ນຄຳຮ້ອງຂໍຜົນປະໂຫຍດປະຈຳອາທິດໃນຊ່ວງພັກຮຽນ, ພວກເຮົາຈະສົ່ງແບບສອບຖາມໃຫ້ທ່ານເພື່ອສຶກສາເພີ່ມເຕີມກ່ຽວກັບ ສະຖານະການຂອງທ່ານ ແລະ ຕັດສິນໃຈວ່າທ່ານມີສິດໄດ້ຮັບຫຼືບໍ່.
- ຕອບທຸກຄຳຖາມດ້ວຍຄວາມຈິງໃຈ ແລະ ຖືກຕ້ອງ ເພື່ອໃຫ້ພວກເຮົາເຂົ້າໃຈສະຖານະການຂອງທ່ານ.
- ຖ້າທ່ານກຳລັງຍື່ນຄຳຮ້ອງຂໍປະຈຳອາທິດຢ່າງຫ້າວຫັນ, ພວກເຮົາຈະສົ່ງແບບສອບຖາມໃຫ້ທ່ານສຳລັບທຸກໆຊ່ວງພັກຮຽນ.
- ພວກເຮົາຈະຖາມນາຍຈ້າງດ້ານການສຶກສາຂອງທ່ານດ້ວຍຄຳຖາມດຽວກັນກ່ຽວກັບວຽກຂອງທ່ານ.
- ທ່ານຕອບແບບສອບຖາມໄວເທົ່າໃດ, ພວກເຮົາກໍ່ສາມາດຕັດສິນໃຈໄດ້ໄວເທົ່ານັ້ນວ່າທ່ານມີສິດໄດ້ຮັບຫຼືບໍ່.
- ພວກເຮົາຕ້ອງທົບທວນຄືນການຮຽກຮ້ອງຈາກພະນັກງານໂຮງຮຽນໃນຕອນເລີ່ມຕົ້ນຂອງການພັກຮຽນແຕ່ລະຄັ້ງ. ເນື່ອງຈາກ ການພັກສ່ວນໃຫຍ່ເກີດຂຶ້ນໃນເວລາດຽວກັນ ແລະ ພວກເຮົາຕ້ອງການຂໍ້ມູນຈາກພະນັກງານ ແລະ ນາຍຈ້າງ, ສິ່ງເຫຼົ່ານີ້ອາດຈະ ໃຊ້ເວລາດົນກວ່າໃນການດຳເນີນການ.
- ສືບຕໍ່ຍື່ນຄຳຮ້ອງຂໍປະຈຳອາທິດໃນຂະນະທີ່ພວກເຮົາທົບທວນສະຖານະການຂອງທ່ານ ແລະ ຕັດສິນໃຈ ກ່ຽວກັບສິດ ຂອງທ່ານໃນລະຫວ່າງການພັກຜ່ອນ.
- ກະລຸນາອົດທົນ ແລະ ກວດສອບບັນຊີ Frances Online ຂອງທ່ານເປັນປະຈຳເພື່ອຮັບຂໍ້ມູນອັບເດດ.
- ຫົວຂໍ້ຕໍ່ໄປນີ້ໃຊ້ໄດ້ກັບພະນັກງານໂຮງຮຽນ, ແຕ່ ທ່ານຍັງຕ້ອງຕອບສະໜອງຄວາມຕ້ອງການທົ່ວໄປເພື່ອຈະມີສິດໄດ້ຮັບຜົນ ປະໂຫຍດ.
ຊ່ວງພັກຮຽນຕ່າງໆ
ພັກໂຮງຮຽນແມ່ນເວລາທີ່ການສຶກສາຂອງນັກຮຽນຢຸດເປັນເວລາໜຶ່ງອາທິດເຕັມ (ວັນອາທິດເຖິງວັນເສົາ) ຫຼື ຫຼາຍກວ່ານັ້ນ. ຕົວຢ່າງ ລວມມີພັກລະດູໜາວ, ພັກລະດູໃບໄມ້ປົ່ງ, ຫຼື ພັກລະດູຮ້ອນ. ພວກເຮົາຕິດຕໍ່ນາຍຈ້າງດ້ານການສຶກສາໃນແຕ່ລະປີເພື່ອເກັບກຳວັນທີຂອງ ໄລຍະເວລາພັກຂອງແຕ່ລະໂຮງຮຽນ.
18 ເດືອນກ່ອນທີ່ທ່ານຈະຮ້ອງຂໍຜົນປະໂຫຍດແມ່ນໃຊ້ເພື່ອຄິດໄລ່ ປີພື້ນຖານ ຂອງທ່ານ . ຖ້າທ່ານເຄີຍເຮັດວຽກໃຫ້ນາຍຈ້າງດ້ານການ ສຶກສາໃນປີພື້ນຖານຂອງທ່ານ, ພວກເຮົາຕ້ອງທົບທວນຄືນການຮຽກຮ້ອງຂອງທ່ານໃນຊ່ວງພັກຮຽນ. ກົດລະບຽບເຫຼົ່ານີ້ໃຊ້ໄດ້ເຖິງແມ່ນ ວ່າປົກກະຕິແລ້ວທ່ານຈະເຮັດວຽກໃນຊ່ວງພັກ ຫຼື ພັກຜ່ອນກໍຕາມ.
ຄຳຖາມຫຼັກກ່ຽວກັບການມີສິດໄດ້ຮັບ
ໂດຍທົ່ວໄປ, ພວກເຮົາຖາມສອງຄຳຖາມຫຼັກເພື່ອຕັດສິນໃຈວ່າມີສິດໄດ້ຮັບໃນຊ່ວງພັກຮຽນ:
- ທ່ານມີ ຄວາມໝັ້ນໃຈທີ່ສົມເຫດສົມຜົນ ບໍ່ ວ່າທ່ານຈະກັບຄືນໄປເຮັດວຽກຫຼັງຈາກພັກຜ່ອນ?
- ທ່ານເຮັດວຽກປະເພດ ໃດ ກັບນາຍຈ້າງດ້ານການສຶກສາ?
ແຕ່ລະສະຖານະການແມ່ນເປັນເອກະລັກ ແລະ ຫຼາຍສະຖານະການກໍ່ມີຄວາມສັບສົນ. ພວກເຮົາຖາມຄຳຖາມກ່ຽວກັບບັນຫາເຫຼົ່ານີ້ ເພື່ອໃຫ້ພວກເຮົາສາມາດເຂົ້າໃຈປະຫວັດການເຮັດວຽກ, ສະຖານະການປະຈຸບັນ ແລະ ເງື່ອນໄຂການມີສິດໄດ້ຮັບຂອງທ່ານຢ່າງເຕັມ ສ່ວນ. ກະລຸນາອ່ານຄຳອະທິບາຍເຕັມສຳລັບທັງສອງຢ່າງ.
ທ່ານມີການຮັບປະກັນທີ່ສົມເຫດສົມຜົນບໍ?
ນີ້ໝາຍເຖິງການມີສັນຍາ ຫຼື ການສະເໜີໃຫ້ກັບຄືນໄປເຮັດວຽກຫຼັງຈາກພັກຜ່ອນ. ເມື່ອກັບຄືນມາເຮັດວຽກຫຼັງຈາກພັກຜ່ອນກ່ຽວ ຂ້ອງກັບສັນຍາໃໝ່, ເຊັ່ນ: ການພັກຜ່ອນລະດູຮ້ອນ, ການຮັບປະກັນທີ່ສົມເຫດສົມຜົນໝາຍຄວາມວ່າທ່ານມີການສະເໜີວຽກໃນ ຄວາມສາມາດດຽວກັນ ຫຼື ຄ້າຍຄືກັນ ແລະ ມີອັດຕາຄ່າຈ້າງດຽວກັນ (ຫຼື ພາຍໃນ 10%). ມັນສາມາດຢູ່ກັບນາຍຈ້າງດ້ານການສຶກສາ ຄົນດຽວກັນ ຫຼື ຄົນລະຄົນ.
- ບໍ່ແມ່ນ - ຖ້າທ່ານບໍ່ມີການຮັບປະກັນທີ່ສົມເຫດສົມຜົນ, ໂດຍທົ່ວໄປແລ້ວທ່ານມີສິດໄດ້ຮັບຜົນປະໂຫຍດໃນຊ່ວງພັກຮຽນໂດຍບໍ່ຄໍານຶງເຖິງປະເພດວຽກທີ່ທ່ານເຮັດ.
- ແມ່ນ - ຖ້າທ່ານມີຄວາມໝັ້ນໃຈທີ່ສົມເຫດສົມຜົນ, ປະເພດວຽກທີ່ທ່ານໄດ້ເຮັດຈະສົ່ງຜົນກະທົບຕໍ່ສິດຂອງທ່ານ.
ກະລຸນາບອກພວກເຮົາ ຖ້າສະຖານະການຂອງທ່ານມີການປ່ຽນແປງ. ຕົວຢ່າງລວມມີຖ້າທ່ານໄດ້ຮັບການສະເໜີສັນຍາກັບນາຍຈ້າງຄົນດຽວກັນ ຫຼື ຄົນອື່ນ ຫຼື ຖ້ານາຍຈ້າງຂອງທ່ານຍົກເລີກສັນຍາຂອງທ່ານ.
ທ່ານໄດ້ເຮັດວຽກປະເພດໃດໃຫ້ກັບນາຍຈ້າງດ້ານການສຶກສາ?
ພວກເຮົາບໍ່ສາມາດຮຽນຮູ້ໄດ້ວ່າທ່ານເຮັດວຽກປະເພດໃດຈາກຕຳແໜ່ງວຽກພຽງຢ່າງດຽວ. ວຽກຫຼາຍຢ່າງກ່ຽວຂ້ອງກັບໜ້າທີ່ທີ່ແຕກ ຕ່າງກັນ. ພວກເຮົາຈຳເປັນຕ້ອງຮູ້ວ່າ ໜ້າທີ່ທີ່ທ່ານໄດ້ປະຕິບັດ ແລະ ໄລຍະເວລາຂອງທ່ານແຕ່ລະຄົນໃຊ້ໄປເທົ່າໃດ. ພວກເຮົາຈະຂໍໃຫ້ ທ່ານປະເມີນສິ່ງນີ້ສຳລັບນາຍຈ້າງດ້ານການສຶກສາແຕ່ລະຄົນໃນໄລຍະ 18 ເດືອນຜ່ານມາ, ລວມທັງຕຳແໜ່ງຂອງທ່ານທີ່ມີການປ່ຽນແປງ.
ໂດຍທົ່ວໄປ, ທ່ານຈະ ບໍ່ມີສິດ ໄດ້ຮັບຜົນປະໂຫຍດໃນລະຫວ່າງການພັກຜ່ອນ ຖ້າທ່ານ ໃຊ້ເວລາຢ່າງໜ້ອຍເຄິ່ງໜຶ່ງຂອງເວລາຂອງທ່ານ (50% ຫຼື ຫຼາຍກວ່ານັ້ນ):
- ສອນນັກຮຽນໂດຍກົງ
- ການດຳເນີນການຄົ້ນຄວ້າ
- ເຮັດວຽກເປັນຫົວໜ້າ, ຜູ້ບໍລິຫານ, ຫຼື ຕຳແໜ່ງຜູ້ຈັດການທີ່ຄ້າຍຄືກັນ
ພະນັກງານໂຮງຮຽນທີ່ໃຊ້ເວລາຫຼາຍກວ່າເຄິ່ງໜຶ່ງຂອງເຂົາເຈົ້າໃນບົດບາດອື່ນໆໂດຍທົ່ວໄປແມ່ນມີສິດໄດ້ຮັບຜົນປະໂຫຍດໃນຊ່ວງພັກ ຮຽນ. ຕົວຢ່າງ, ພະນັກງານທຳຄວາມສະອາດ, ຜູ້ຊ່ວຍ, ນັກບັນຊີ, ແລະ ພະນັກງານຕ້ອນຮັບທີ່ບໍ່ໄດ້ສອນ, ດຳເນີນການຄົ້ນຄວ້າ, ຫຼື ຄຸ້ມ ຄອງຄົນອື່ນໂດຍກົງ, ແລະ ໂດຍທົ່ວໄປແລ້ວມີສິດໄດ້ຮັບຜົນປະໂຫຍດໃນຊ່ວງພັກ.
ການສິດສອນໂດຍກົງ: ບໍ່ແມ່ນວຽກງານທັງໝົດທີ່ເຮັດກັບນັກຮຽນຈະຖືວ່າເປັນການສິດສອນໂດຍກົງ. ອີງຕາມກົດລະບຽບຂອງລັດຖະ ບານກາງ, ການບໍລິການທີ່ສະໜອງໃຫ້ໂດຍຜູ້ຊ່ວຍດ້ານການສຶກສາ, ຜູ້ຊ່ວຍຄູ, ຜູ້ຊ່ວຍຄູພິເສດ, ແລະ ຄູສອນອະນຸບານບໍ່ຖືວ່າເປັນການ ສິດສອນໂດຍກົງ.
ຕົວຢ່າງ
ພະຍາບານທີ່ໄດ້ຮັບອະນຸຍາດເຮັດວຽກຢູ່ໂຮງຮຽນທີ່ໃຫ້ການດູແລສຸຂະພາບແກ່ນັກຮຽນ ແລະ ສອນຫ້ອງຮຽນ. ຫຼັງຈາກຮ້ອງຂໍຜົນປະ ໂຫຍດແລ້ວ, ພວກເຮົາຈະຂໍໃຫ້ພະຍາບານເບິ່ງ 18 ເດືອນທີ່ຜ່ານມາ ແລະ ປະເມີນວ່າໃຊ້ເວລາຫຼາຍປານໃດໃນການສອນນັກຮຽນໂດຍ ກົງເມື່ອທຽບກັບໜ້າທີ່ອື່ນໆ.
- ຖ້າພະຍາບານບໍ່ມີການຮັບປະກັນທີ່ສົມເຫດສົມຜົນ, ໂດຍທົ່ວໄປແລ້ວເຂົາເຈົ້າຈະມີສິດໄດ້ຮັບຜົນປະໂຫຍດໃນລະຫວ່າງການ ພັກຜ່ອນບໍ່ວ່າຈະເປັນແນວໃດກໍຕາມ ເຂົາເຈົ້າເຮັດວຽກປະເພດໃດ - ແຕ່ພວກເຮົາຍັງຈຳເປັນຕ້ອງຖາມ.
- ຖ້າມັນເປັນຊ່ວງພັກຮ້ອນ ແລະ ພະຍາບານມີຂໍ້ສະເໜີໃຫ້ກັບຄືນມາໃນໜ້າທີ່ອື່ນ ຫຼື ໄດ້ຮັບເງິນເດືອນໜ້ອຍກວ່າ 90%, ເຂົາເຈົ້າຈະບໍ່ມີຄວາມໝັ້ນໃຈທີ່ສົມເຫດສົມຜົນ.
- ຖ້າພະຍາບານມີຄວາມໝັ້ນໃຈທີ່ສົມເຫດສົມຜົນ ແລະ ສອນຫ້ອງຮຽນຢ່າງໜ້ອຍເຄິ່ງໜຶ່ງຂອງເວລາຂອງເຂົາເຈົ້າ, ເຂົາເຈົ້າຈະ ບໍ່ມີສິດໄດ້ຮັບຜົນປະໂຫຍດໃນຊ່ວງພັກ.
- ຖ້າພະຍາບານມີຄວາມໝັ້ນໃຈທີ່ສົມເຫດສົມຜົນ ແລະ ໃຫ້ການດູແລນັກຮຽນຫຼາຍກວ່າເຄິ່ງໜຶ່ງຂອງເວລາຮຽນ, ໂດຍທົ່ວໄປ ແລ້ວເຂົາເຈົ້າຈະມີສິດໄດ້ຮັບໃນຊ່ວງພັກ.
ກຳລັງຊອກຫາວຽກເຮັດງານທຳໃນຊ່ວງພັກຮຽນ
ຖ້າພັກຮຽນດົນກວ່າສີ່ອາທິດຕາມປະຕິທິນ (ວັນອາທິດເຖິງວັນເສົາ), ທ່ານຈໍາເປັນຕ້ອງຊອກຫາວຽກເຮັດງານທຳເພື່ອໃຫ້ມີສິດໄດ້ຮັບ. ນີ້ ລວມທັງການພັກຮ້ອນສ່ວນໃຫຍ່. ທ່ານຍັງຕ້ອງເຕັມໃຈທີ່ຈະຍອມຮັບວຽກຊົ່ວຄາວ, ວຽກນອກເວລາ, ຫຼື ວຽກເຕັມເວລາເພື່ອໃຫ້ມີສິດ ໄດ້ຮັບຜົນປະໂຫຍດ.
ສຳລັບການພັກຜ່ອນທີ່ມີໄລຍະເວລາສີ່ອາທິດຕາມປະຕິທິນ ຫຼື ໜ້ອຍກວ່າ, ເຊັ່ນ: ການພັກຜ່ອນລະດູໜາວ ແລະ ລະດູໃບໄມ້ປົ່ງ, ໂດຍ ທົ່ວໄປແລ້ວທ່ານບໍ່ຈຳເປັນຕ້ອງຊອກຫາວຽກເຮັດງານທຳ ເພາະວ່າທ່ານຈະຖືກພິຈາລະນາວ່າຫວ່າງງານຊົ່ວຄາວ. ໃນກໍລະນີນັ້ນ, ທ່ານຕ້ອງ ຮັກສາການຕິດຕໍ່ກັບນາຍຈ້າງຂອງທ່ານແທນທີ່ຈະຊອກຫາວຽກເຮັດງານທຳ.
ເພື່ອຈະຖືກພິຈາລະນາວ່າ "ຫວ່າງງານຊົ່ວຄາວ" ແລະ ບໍ່ຕ້ອງຊອກຫາວຽກເຮັດງານທຳ, ເງື່ອນໄຂຕໍ່ໄປນີ້ຕ້ອງເປັນຄວາມຈິງ:
- ທ່ານຄາດວ່າຈະກັບຄືນໄປເຮັດວຽກຫຼັງຈາກພັກຜ່ອນ.
- ວຽກທີ່ທ່ານກຳລັງກັບຄືນມາແມ່ນວຽກເຕັມເວລາ ຫຼື ຈ່າຍຢ່າງໜ້ອຍເທົ່າກັບຈຳນວນເງິນຊ່ວຍເຫຼືອປະຈຳອາທິດຂອງທ່ານ.
- ສຳລັບພະນັກງານໂຮງຮຽນ, ການພັກຜ່ອນແມ່ນສີ່ອາທິດຕາມປະຕິທິນ ຫຼື ໜ້ອຍກວ່າ.
ຄໍາຖາມທີ່ມັກຖາມເປັນປະຈຳຂອງພະນັກງານໂຮງຮຽນ
ຂ້າພະເຈົ້າຈຳເປັນຕ້ອງຊອກຫາວຽກເຮັດໃນຊ່ວງແລ້ງ ຫຼື ຊ່ວງພັກຍາວອື່ນບໍ?
ແມ່ນ, ພະນັກງານຄູອາຈານສ່ວນຫຼາຍຕ້ອງສາມາດເຮັດວຽກ, ພ້ອມເຮັດວຽກ, ແລະ ມີການຊອກຫາວຽກຢູ່ະເໝີໃນຊ່ວງພັກແລ້ງເພື່ອສາມາດມີສິດໄດ້ຮັບຜົນປະໂຫຍດ.
ທ່ານຍັງຕ້ອງເຕັມໃຈທີ່ຈະຮັບວຽກແບບຊົ່ວຄົວ, ແບບເຄິ່ງເວລາ ແລະ ແບບເຕັມເວລາເພື່ອທີ່ຈະສາມາດມີສິດໄດ້ຮັບຜົນປະໂຫຍດ.
“ຄົນຫວ່າງງານຊົ່ວຄາວ” ໝາຍຄວາມວ່າແນວໃດ?
ເພື່ອໃຫ້ພະນັກງານໂຮງຮຽນຖືກພິຈາລະນາວ່າ "ຫວ່າງງານຊົ່ວຄາວ" ແລະ ບໍ່ຕ້ອງຊອກຫາວຽກເຮັດງານທຳໃນຊ່ວງພັກຮຽນ, ລາຍລະ ອຽດຕໍ່ໄປນີ້ຕ້ອງເປັນຄວາມຈິງ:
- ທ່ານຄາດຫວັງວ່າທ່ານຈະກັບຄືນໄປເຮັດວຽກຫຼັງຈາກພັກຜ່ອນ. ຕົວຢ່າງ, ຖ້າສັນຍາຂອງທ່ານກວມເອົາປີຮຽນເຕັມ, ທ່ານຈະ ມີການຮັບປະກັນທີ່ສົມເຫດສົມຜົນສຳລັບການພັກຜ່ອນຂອງໂຮງຮຽນໃນລະຫວ່າງປີຮຽນ (ແຕ່ບໍ່ແມ່ນລະຫວ່າງປີຮຽນ).
- ວຽກທີ່ທ່ານກຳລັງກັບຄືນມາແມ່ນວຽກເຕັມເວລາ ຫຼື ຈ່າຍຢ່າງໜ້ອຍເທົ່າກັບຈຳນວນເງິນຊ່ວຍເຫຼືອປະຈຳອາທິດຂອງທ່ານ.
- ການພັກຜ່ອນແມ່ນສີ່ອາທິດຕາມປະຕິທິນ ຫຼື ໜ້ອຍກວ່າ. ນີ້ແມ່ນຄວາມຈິງສຳລັບການພັກຜ່ອນລະດູໜາວ ແລະ ລະດູໃບໄມ້ປົ່ງ ສ່ວນໃຫຍ່, ແຕ່ບໍ່ແມ່ນສຳລັບການພັກຜ່ອນລະດູຮ້ອນສ່ວນໃຫຍ່.
ຮຽນຮູ້ເພີ່ມເຕີມກ່ຽວກັບຂໍ້ກຳນົດການຊອກວຽກເຮັດງານທຳໃນ ໜ້າການຮຽກຮ້ອງປະຈຳອາທິດ.
ຊ່ວງພັກຮຽນ ຫຼື ຊ່ວງພັກເທີມແມ່ນຫຍັງ?
ຊ່ວງພັກຮຽນ ຫຼື ຊ່ວງພັກເທີມແມ່ນໄລຍະເວລາທີ່ມີການຢຸດການສຶກສາໃຫ້ນັກຮຽນ. ຕົວຢ່າງ ພັກລະດູໜາວ, ພັກລະດູໃບໄມ້ປົ່ງ, ພັກແລ້ງ. ພວກເຮົາຈະຕິດຕໍ່ຫາພະນັກງານຄູອາຈານທຸກໆປີເພື່ອລວບລວມເອົາບັນດາວັນທີການພັກຮຽນແຕ່ລະໄລຍະ.
ຫາກວ່າທ່ານເຮັດວຽກໃຫ້ກັບໂຮງຮຽນ ແລະ ທ່ານລົງທະບຽນຮັບຜົນປະໂຫຍດໃນຊ່ວງພັກຮຽນ, ພວກເຮົາຕ້ອງທົບທວນການຮ້ອງສິດຂອງທ່ານເພື່ອເບິ່ງວ່າເງິນເດືອນຂອງໂຮງຮຽນສາມາດໃຊ້ກັບຜົນປະໂຫຍດຂອງທ່ານໃນຊ່ວງພັກ. ກົດລະບຽບເຫຼົ່ານີ້ຈະມີຜົນເຖິງແມ່ນວ່າທ່ານຈະເຮັດວຽກເປັນປົກກະຕິໃນຊ່ວງພັກຮຽນ ຫຼື ພັກເທີມກໍຕາມ.
ຂ້າພະເຈົ້າຈະຄິດໄລ່ວ່າຂ້າພະເຈົ້າໃຊ້ເວລາທີ່ບ່ອນເຮັດວຽກແນວໃດ?
ເມື່ອທ່ານກວດສອບການຮຽກສິດຂອງທ່ານເພື່ອຮັບຜົນປະໂຫຍດ, ພວກເຮົາຈະສອບວ່າທ່ານໄດ້ເຮັດວຽກປະເພດໃດໃນໂຮງຮຽນ, ລວມທັງວ່າທ່ານໄດ້ມີການສິດສອນນັກຮຽນໂດຍກົງ, ມີການເຮັດບົດຄົ້ນຄວ້າວິໄຈ, ຫຼື ມີການຄວບຄຸມຄົນອື່ນຫຼືບໍ່. ພວກເຮົາຕ້ອງການໃຫ້ທ່ານປະເມີນສິ່ງທີ່ທ່ານໄດ້ເຮັດໃນຊ່ວງໄລຍະເວລາ 18 ເດືອນໃນແຕ່ລະບ່ອນເຮັດວຽກ. ເຖິງແມ້ວ່າທ່ານຈະມີການປ່ຽນຕໍາແໜ່ງ. ພວກເຮົາຈະເບິ່ງທັງ 18 ເດືອນ.
ຕຳແໜ່ງບໍລິຫານແມ່ນຫຍັງ?
ຜູ້ທີ່ເຮັດວຽກໃນຕໍາແໜ່ງບໍລິຫານ ຫຼື ການຈັດການ ມັກຈະເປັນພະນັກງານໃນສະຖາບັນເຊັ່ນ: ຫົວຫນ້າ, ອໍານວຍການ, ຄະນະບໍດີ, ປະທານ, ຜູ້ຈັດການຊັບພະຍາກອນມະນຸດ, ຜູ້ຄວບຄຸມ, ແລະ ຫົວຫນ້າຫ້ອງສະຫມຸດ.
ຜູ້ຊ່ວຍດ້ານການສຶກສາ, ຜູ້ຊ່ວຍອາຈານ, ແລະ ຄູສອນເປັນແນວໃດ?
ໂດຍທົ່ວໄປແລ້ວ, ການບໍລິການຂອງພວກເຂົານັ້ນບໍ່ຖືວ່າເປັນການສິດສອນນັກຮຽນໂດຍກົງ. ຫາກຜູ້ຊ່ວຍການສຶກສາ ຫຼື ຄູສອນໃຊ້ເວລາຫຼາຍກວ່າເຄິ່ງໜຶ່ງຂອງເວລາພວກເຂົາໃນການສິດສອນນັກຮຽນໂດຍກົງ, ພວກເຮົາເຮັດວຽກຕາມຄວາມສາມາດການສິດສອນ. ຖ້າພວກເຂົາບໍ່ໃຊ້ເວລາຫຼາຍກວ່າເຄິ່ງຫນຶ່ງຂອງພວກເຂົາໃນການສອນນັກຮຽນ, ພວກເຂົາຈະບໍ່ຖືໄດ້ເຮັດວຽກໃນຄວາມສາມາດໃນການສິດສອນ.
ຄູອາຈານອານຸບານ ຫຼື ປະຖົມເປັນແນວໃດ?
ຖ້າທ່ານເຮັດວຽກໂດຍການດູແລ ຫຼື ສິດສອນເດັກນ້ອຍໃນຂັ້ນອານຸບານ ຫຼື ປະຖົມ, ທ່ານມີສິດໄດ້ຮັບຜົນປະໂຫຍດເຕັມສ່ວນໃນຊ່ວງພັກຮຽນ ຫຼຶ ຊ່ວງພັກເທີມຕ່າງໆ.
ກໍລະນີຂ້າພະເຈົ້າເຮັດວຽກໃຫ້ສູນບໍລິການການສຶກສາເມືອງ?
ຖ້າທ່ານເຮັດວຽກຫຼາຍກວ່າເຄິ່ງໜຶ່ງຂອງເວລາທ່ານໃນຫ້ອງການບໍລິການສຶການກສາເມືອງ, ໂດຍທົ່ວໄປແລ້ວທ່ານແມ່ນມີສິດໄດ້ຮັບຜົນປະໂຫຍດເຕັມສ່ວນໃນຊ່ວງພັກຮຽນ ຫຼຶ ຊ່ວງພັກເທີມຕ່າງໆ. ຖ້າທ່ານເຮັດວຽກໃຫ້ກັບສູນບໍລິການການສຶກສາເມືອງ ແຕ່ໃຊ້ເວລາຫຼາຍກວ່າເຄິ່ງໜຶ່ງຂອງເວລາທ່ານ, ທ່ານອາດຈະບໍ່ໄດ້ຮັບສິດຮັບຜົນປະໂຫຍດເຕັມສ່ວນໃນຊ່ວງພັກຮຽນ ຫຼຶ ຊ່ວງພັກເທີມຕ່າງໆ. ຫາກທາງເຮົາພົບວ່າທ່ານໄດ້ຮັບຂໍ້ສະເໜີໃນການກັບໄປເຮັດວຽກພາຍຫຼັງການພັກນັ້ນ.
ຂ້າພະເຈົ້າເຮັດວຽກໃຫ້ໂຮງຮຽນ, ແຕ່ຂ້າພະເຈົ້າບໍ່ແມ່ນຄູສອນ. ກົດໝາຍວ່າດ້ວຍການລະເມີດກົດໝາຍວ່າດ້ວຍໂຮງຮຽນ ມີຜົນບັງຄັບ ໃຊ້ກັບຂ້າພະເຈົ້າແນວໃດ?
ຖ້າທ່ານບໍ່ໄດ້ສອນນັກຮຽນ, ດຳເນີນການຄົ້ນຄວ້າ, ຫຼື ຄຸ້ມຄອງຄົນອື່ນ, ໂດຍທົ່ວໄປແລ້ວທ່ານຈະມີສິດໄດ້ຮັບຜົນປະໂຫຍດຢ່າງເຕັມທີ່ ໃນລະຫວ່າງການພັກຮຽນ. ອີງຕາມກົດລະບຽບຂອງລັດຖະບານກາງ ແລະ ລັດ, ພວກເຮົາຕ້ອງທົບທວນຄືນການຮຽກຮ້ອງຂອງທ່ານໃນ ລະຫວ່າງການພັກຮຽນ. ພວກເຮົາຈະສົ່ງແບບສອບຖາມໃຫ້ທ່ານເພື່ອຊອກຫາວ່າທ່ານເຮັດວຽກປະເພດໃດ ແລະ ທ່ານມີຄວາມໝັ້ນໃຈ ທີ່ສົມເຫດສົມຜົນວ່າທ່ານຈະກັບຄືນໄປເຮັດວຽກຫຼັງຈາກພັກຫຼືບໍ່.
ເປັນຫຍັງຂ້ອຍຕ້ອງຕອບຄຳຖາມວ່າຂ້ອຍໄດ້ເຮັດວຽກປະເພດໃດມາແນ່ແລ້ວ?
ພວກເຮົາໄດ້ຮັບຂໍ້ມູນກ່ຽວກັບສະຖານທີ່ທ່ານເຄີຍເຮັດວຽກ, ເຊັ່ນ ຊື່ຂອງສະຖາບັນການສຶກສາ ຫຼື ໂຮງຮຽນ. ພວກເຮົາບໍ່ໄດ້ຮັບຂໍ້ມູນກ່ຽວກັບປະເພດຂອງວຽກທີ່ທ່ານເຄີຍເຮັດ.
ຂ້າພະເຈົ້າເປັນອາຈານສອນ, ແຕ່ບໍ່ເຄິຍໄດ້ຮັບແຈ້ງການໃຫ້ກັບໄປເຮັດວຽກຄືນ. ຂ້າພະເຈົ້າຈະມີສິດໄດ້ຮັບຜົນປະໂຫຍດຈາກປະກັນໄພການຫວ່າງງານ ແລະ ຕ້ອງການໃຫ້ມີການທົບທວນຄືນການຮ້ອງຂໍຂອງຂ້ອຍໃນລະຫວ່າງການພັກຮຽນບໍ?
ທ່ານອາດສາມາດມີສິດໄດ້ຮັບຜົນປະໂຫຍດໃນຊ່ວງພັກຮຽນຫາກທ່ານຍັງບໍ່ເຄີຍໄດ້ຮັບ "ການຮັບປະກັນທີ່ເໝາະສົມ" ທີ່ທ່ານຈະໄດ້ກັບໄປເຮັດວຽກພາຍຫຼັງການພັກ. ໂດຍທົ່ວໄປແລ້ວ, ການຮັບປະກັນທີ່ສົມເຫດສົມຜົນຫມາຍເຖິງວ່າ ທ່ານມີການສະເຫນີການເຮັດວຽກໃນອັດຕາດຽວກັນ ຫຼື ຄວາມອາດສາມາດທີ່ຄ້າຍຄືກັນກັບອັດຕາຄ່າຈ້າງດຽວກັນ, ຫຼືພາຍໃນ 90% ຂອງອັດຕາ. ແຕ່ເຖິງຢ່າງໃດກໍຕາມ, ພວກເຮົາຕ້ອງກວດສອບການຮ້ອງສິດຂອງທ່ານເພື່ອດຳເນີນການຕັດສິນໃຈ.
ຂ້າພະເຈົ້າຄວນເຮັດແນວໃດເມື່ອຂ້າພະເຈົ້າບໍ່ເຫັນດີຕໍ່ຄຳຕັດສິນທີ່ປະຕິເສດຜົນປະໂຫຍດຂອງຂ້ອຍ?
ເມື່ອໃດກໍຕາມທີ່າງເຮົາຫຼຸດ ຫຼື ປະຕິເສດສິດຜົນປະໂຫຍດຂອງທ່ານ, ທາງເຮົາຈະສົ່ງເອກະສານຊີ້ແຈງທາງການເພື່ອອະທິບາຍກ່ຽວກັບເຫດຜົນ.
ເຫດຜົນສາມາດເປັນໄດ້ຄື:
- ບໍ່ມີການຊອກຫາວຽກຢູ່ສະເໝີ
- ບໍ່ວ່າງພ້ອມໃນການເຮັດວຽກ
- ບໍ່ສາມາດເຮັດວຽກ
- ບໍ່ມີການຮັບວຽກແບບຊົ່ວຄາວ, ແບບເຄິ່ງເວລາ, ຫຼຶ ແບບເຕັມເວລາ
- ບໍ່ມີສິດໃນລະຫວ່າງຊ່ວງພັກເພາະວ່າທ່ານມີການສອນນັກຮຽນໂດຍກົງ, ເຮັດການຄົ້ນຄວ້າ, ຫຼື ຄຸ້ມຄອງຄົນອື່ນຫຼາຍກວ່າເຄິ່ງຫນຶ່ງຂອງເວລາຂອງທ່ານໃນໂຮງຮຽນ
ຖ້າທ່ານບໍ່ເຫັນດີກັບການຕັດສິນທາງບໍລິຫານນັ້ນ, ທ່ານມີສິດທີ່ຈະສົ່ງຄຳຮ້ອງຂໍການພິຈາລະນາຄືນ. Office of Administrative Hearings ຈະປະຕິບັດການທົບທວນການຕັດສິນຜ່ານຂັ້ນຕອນການຂໍອຸທອນ.
ສຶກສາເພີ່ມເຕີມກ່ຽວກັບການຮ້ອງຂໍການຟັງການພິຈາລະນາ ແລະ ຍື່ນຂໍອຸທອນທີ່ ໜ້າຂັ້ນຕອນການຂໍອຸທອນ.
ຂ້າພະເຈົ້າໄດ້ເຮັດວຽກຊົ່ວຄາວກັບໂຮງຮຽນ, ແຕ່ຂ້າພະເຈົ້າເຮັດວຽກເຕັມເວລາຢູ່ບ່ອນອື່ນເມື່ອຂ້າພະເຈົ້າ ຖືກປົດ. ຈະນຳໃຊ້ກົດໝາຍການພັກໂຮງຮຽນກັບຂ້າພະເຈົ້າບໍ?
ແມ່ນ, ຖ້າທ່ານມີຄ່າຈ້າງດ້ານການສຶກສາໃນປີພື້ນຖານຂອງການຮ້ອງຂໍຂອງທ່ານ. ພວກເຮົາຕ້ອງທົບທວນການຮ້ອງຂໍຈາກພະນັກງານຂອງໂຮງຮຽນທີ່ເຮັດວຽກເຕັມເວລາ, ເຄິ່ງເວລາ ຫຼື ໃນຕໍາແຫນ່ງຊົ່ວຄາວສໍາລັບໂຮງຮຽນ.
ຂ້າພະເຈົ້າເຄີຍເຮັດວຽກໂຮງຮຽນ, ແຕ່ຂ້າພະເຈົ້າຖືກປົດອອກຈາກວຽກອື່ນ. ການຮ້ອງຂໍການຫວ່າງງານ ຂອງຂ້າພະເຈົ້າຕ້ອງໄດ້ຮັບການທົບທວນບໍ?
ຖ້າທ່ານເຮັດວຽກຢູ່ໂຮງຮຽນກ່ອນທີ່ຈະຖືກຈ້າງໄປເຮັດວຽກຢູ່ບ່ອນໃຫມ່, ແລະ ຄ່າຈ້າງໂຮງຮຽນຢູ່ໃນປີ ພື້ນຖານຂອງທ່ານ, ໃບຄໍາຮ້ອງຂອງທ່ານອາດຈະຕ້ອງໄດ້ຮັບການທົບທວນໃນແຕ່ລະໄລຍະການພັກໂຮງ ຮຽນ. ນີ້ໃຊ້ໄດ້ເຖິງແມ່ນວ່າທ່ານຈະບໍ່ໄດ້ເຮັດວຽກກັບໂຮງຮຽນແລ້ວກໍ່ຕາມ.
ຂ້າພະເຈົ້າເຮັດວຽກໃຫ້ບໍລິສັດເອກະຊົນທີ່ໃຫ້ບໍລິການລົດເມໄປໂຮງຮຽນ. ຈະນຳໃຊ້ກົດໝາຍການພັກ ໂຮງຮຽນກັບຂ້າພະເຈົ້າບໍ?
ບໍ່. ທຸລະກິດທີ່ໃຫ້ບໍລິການແກ່ໂຮງຮຽນບໍ່ຖືວ່າເປັນນາຍຈ້າງດ້ານການສຶກສາ, ແລະ ການຮ້ອງຂໍເຫຼົ່ານີ້ບໍ່ໄດ້ ຖືກນຳມາທົບທວນໃນໄລຍະພັກໂຮງຮຽນ.
ຂ້າພະເຈົ້າເປັນຄູສອນແທນ, ແຕ່ຂ້າພະເຈົ້າເຮັດວຽກນ້ອຍຊົ່ວໂມງຢູ່ໂຮງຮຽນ. ການຮ້ອງຂໍການຫວ່າງ ງານຂອງຂ້າພະເຈົ້າຕ້ອງໄດ້ຮັບການທົບທວນບໍ?
ແມ່ນ, ຖ້າທ່ານໄດ້ເຮັດວຽກຊົ່ວໂມງເລົ່ານັ້ນໃນປີພື້ນຖານຂອງການຮ້ອງຂໍຂອງທ່ານ. ຄູສອນແທນຈະໄດ້ຮັບການທົບທວນພາຍໃຕ້ກົດໝາຍດຽວກັນກັບພະນັກງານຂອງໂຮງຮຽນອື່ນໆທີ່ນຳໃຊ້ກົດໝາຍ.
ຂ້າພະເຈົ້າເຮັດວຽກກັບ Head Start, ແລະການຮ້ອງຂໍຂອງຂ້າພະເຈົ້າຖືກຍຶດໄວ້ໂດຍກົດໝາຍວ່າ ດ້ວຍທົບທວນເວລາພັກໂຮງຮຽນ. ເພື່ອນຂອງຂ້າພະເຈົ້າເຮັດວຽກໃຫ້ Head Start ແລະ ໄດ້ຮັບເງິນ ຂອງເຂົາເຈົ້າແລ້ວ. ມັນເກີດຫຍັງຂຶ້ນ?
ຖ້າທ່ານເຮັດວຽກໃຫ້ສະຖາບັນການສຶກສາທີ່ໃຫ້Head Start ບໍລິການ , ທ່ານຕ້ອງມີການທົບທວນ ຄືນການຮຽກຮ້ອງຂອງທ່ານໃນໄລຍະພັກໂຮງຮຽນ. ຖ້າທ່ານເຮັດວຽກໃຫ້ອົງການບໍ່ຫວັງຜົນກຳໄລ ຫຼື ຄາວຕີ້ທີ່ໃຫ້ Head Start ບໍລິການ, ການຮ້ອງຂໍຂອງທ່ານຈະບໍ່ຈໍາເປັນຕ້ອງມີການທົບທວນຄືນໃນໄລ ຍະພັກໂຮງຮຽນ.
ຖ້າຂ້າພະເຈົ້າບໍ່ສາມາດໃຊ້ຄ່າຈ້າງໂຮງຮຽນຂອງຂ້າພະເຈົ້າໃນຊ່ວງເວລາພັກໂຮງຮຽນ, ຂ້າພະເຈົ້າຍັງສາ ມາດໄດ້ຮັບເງິນຊ່ວຍເຫຼືອການຫວ່າງງານຈາກວຽກອື່ນບໍ?
ຖ້າທ່ານມີຄ່າຈ້າງໃນປີພື້ນຖານທີ່ບໍ່ໄດ້ມາຈາກສະຖາບັນການສຶກສາ, ພວກເຮົາສາມາດໃຊ້ຄ່າຈ້າງເຫຼົ່ານັ້ນ ເພື່ອເບິ່ງວ່າທ່ານມີຄຸນສົມບັດສໍາລັບຈໍານວນຜົນປະໂຫຍດປະຈໍາອາທິດທີ່ຫຼຸດລົງຫຼືບໍ. ເພື່ອໃຫ້ມີຄຸນສົມ ບັດໃນການຮ້ອງຂໍເງິນຄ່າຈ້າງທີ່ບໍ່ແມ່ນການສຶກສາ, ທ່ານຈະຕ້ອງມີ 500 ຊົ່ວໂມງໃນການເຮັດວຽກ ຫຼື ຄ່າຈ້າງທີ່ເທົ່າກັບ 1.5 ເທົ່າຂອງໄຕມາດພື້ນຖານທີ່ສູງທີ່ສຸດ.
ອາທິດເຕັມຕາມປະຕິທິນໝາຍຄວາມວ່າແນວໃດ?
ສຳລັບຈຸດປະສົງຂອງການປະກັນໄພການວ່າງງານ, ອາທິດຕາມປະຕິທິນຈະເລີ່ມຕັ້ງແຕ່ວັນອາທິດເຖິງ ວັນເສົາ. ອາທິດທີ່ບໍ່ຄົບຖ້ວນຈະ ບໍ່ຖືກນັບເມື່ອກຳນົດໄລຍະເວລາຂອງການພັກຮຽນ.