ການຊ່ວຍເຫຼືອການເຮັດວຽກອິດສະຫຼະ

ທ່ານມີຄວາມຊຳນານທາງວິຊາຊີບ ຫຼື ຄວາມຫຼົງໄຫຼທີ່ສາມາດປ່ຽນໃຫ້ກາຍເປັນທຸລະກິດບໍ? ໂຄງການຊ່ວຍເຫຼືອການເຮັດທຸລະກິດສ່ວນຕົວ (SEA, ໂດຍມັນແມ່ນຕົວອັກສອນຫຍໍ້ພາສາອັງກິດ) ສາມາດເປັນໂອກາດຂອງທ່ານເພື່ອທີ່ຈະເຮັດໃຫ້ມັນເກີດຂຶ້ນ ໃນຂະນະທີ່ທ່ານໄດ້ຮັບສິດທິປະໂຫຍດປະກັນໄພການຫວ່າງງານຢ່າງຕໍ່ເນື່ອງ.

ຮຽນຮູ້ເພີ່ມເຕີມຢູ່ໃນເວັບໄບນາປະຈໍາອາທິດຂອງພວກເຮົາ

ທ່ານມີຄໍາຖາມກ່ຽວກັບບັນດາຂໍ້ກຳນົດ ແລະ ການສະຫມັກຂໍໂຄງການບໍ? ທ່ານສາມາດຮຽນຮູ້ເພີ່ມເຕີມ ແລະ ຖາມທີ່ເວັບໄນາອອນໄລນ໌ປະຈຳອາທິດ: ການແນະນຳໂຄງການຊ່ວຍເຫຼືອເລື່ອງການຫວ່າງງານ. ໃຊ້ຄອມພິວເຕີ ຫຼື ໂທລະສັບຂອງທ່ານເພື່ອເຂົ້າຮ່ວມກັບພວກເຮົາໃນ Zoom ທຸກໆວັນສຸກ ເວລາ 9 ໂມງເຊົ້າ.

ໝາຍເຫດ: ການສຳມະນາທາງເວັບຈະຖືກຍົກເລີກໃນວັນພັກທາງລັດຖະການ.

ການສຳມະນາທາງເວບຈະເປັນພາສາອັງກິດເທົ່ານັ້ນ, ເບິ່ງ ຕ້ອງການຄວາມຊ່ວຍເຫຼືອບໍ? ເພື່ອຂໍການແປພາສາ.

ເຂົ້າຮ່ວມກັບພວກເຮົາວັນສຸກເວລາ 9 ໂມງເຊົ້າ.
Nine rowers propel a narrow boat along the Willamette River under the Ross Island Bridge in Portland.

ແມ່ນຫຍັງຄືໂຄງການຊ່ວຍເຫຼືອການເຮັດທຸລະກິດສ່ວນຕົວ (SEA)?

ໂຄງການ SEA ແມ່ນສຳລັບ ຄົນທີ່ກຳລັງໄດ້ຮັບສິດທິປະໂຫຍດປະກັນການຫວ່າງງານ ແລະ ມີແນວໂນ້ມທີ່ຈະໝົດສິດທິປະໂຫຍດເຫຼົ່ານັ້ນ ແລະ ສົນໃຈທີ່ຈະເລີ່ມຕົ້ນທຸລະກິດຂອງພວກເຂົາເອງ.

ຜ່ານໂຄງການ SEA, ທ່ານສາມາດໄດ້ຮັບສິດທິປະໂຫຍດການຫວ່າງງານສູງເຖິງ 26 ອາທິດ, ໂດຍບໍ່ມີເງື່ອນໄຂການຊອກຫາວຽກທີ່ຈຳເປັນຕ້ອງມີໂດຍປົກກະຕິເພື່ອຮັບສິດທິປະໂຫຍດ, ເພື່ອວ່າທ່ານຈະສາມາດເອົາໃຈໃສ່ໄດ້ເຕັມເວລາສຳລັບກິດຈະກຳການເຮັດທຸລະກິດສ່ວນຕົວຂອງທ່ານ ແລະ ການສ້າງທຸລະກິດຂອງທ່ານ. ທ່ານຍັງສາມາດຮັກສາລາຍໄດ້ທີ່ທ່ານຫາໄດ້ຈາກທຸລະກິດໃໝ່ຂອງທ່ານ.

ພວກເຮົາໄດ້ຊ່ວຍເຫຼືອປະຊາຊົນອໍຣິກັນຫຼາຍກວ່າ 1,500 ຄົນເພື່ອໃຫ້ເລີ່ມຕົ້ນທຸລະກິດຂອງພວກເຂົາເອງຢ່າງປະສົບຄວາມສຳເລັດ.

ຂ້າພະເຈົ້າຈະສະໝັກໂຄງການ SEA ໄດ້ແນວໃດ?

ກ່ອນອື່ນກະລຸນາໂທຫາສູນໂຄງການພິເສດ UI ທີ່ 503-947-1800 ຫຼື 800-436-6191 ເພື່ອກວດເບິ່ງວ່າທ່ານມີສິດ ຫຼື ບໍ່.

ຫຼັງຈາກນັ້ນ, ກະລຸນາສົ່ງ ການສະໝັກ SEA ແລະ ແຜ່ນວຽກຄວາມເປັນໄປໄດ້ທາງທຸລະກິດ ຜ່ານ ພອດທໍຕິດຕໍ່ພວກເຮົາ. ແບບຟອມນີ້ແມ່ນບໍ່ມີໃຫ້ໃນພາສາຂອງທ່ານ. ກະລຸນາຕິດຕໍ່ພວກເຮົາສຳລັບການໃຊ້ລ່າມ ແປພາສາ ຫຼື ການແປພາສາ. OED ຈັດໃຫ້ມີການຊ່ວຍເຫຼືອທີ່ບໍ່ເສຍຄ່າ ເພື່ອວ່າທ່ານຈະສາມາດໃຊ້ບໍລິການຂອງພວກເຮົາ. ຂໍ້ມູນກ່ຽວກັບວິທີການຕິດຕໍ່ພວກເຮົາແມ່ນຢູ່ໃນໜ້າ ຕ້ອງການຄວາມຊ່ວຍເຫຼືອບໍ?.

ທ່ານຍັງສາມາດສົ່ງແຜ່ນວຽກທີ່ມີຂໍ້ມູນຄົບຖ້ວນທາງໄປສະນີໄປຫາ ກົມການຈ້າງງານແຫ່ງລັດອໍຣິກັນ, PO Box 14518, Salem, OR 97309. ແຜ່ນວຽກຈະຊ່ວຍໃຫ້ທ່ານເຂົ້າໃຈຕະຫຼາດທຸລະກິດ. ມັນສາມາດຊ່ວຍໃຫ້ກຳນົດວ່າມີຄວາມຕ້ອງການຂອງລູກຄ້າທີ່ພຽງພໍເພື່ອໃຫ້ທຸລະກິດຂອງທ່ານສຳເລັດ ຫຼື ບໍ່.

ພວກເຮົາຈະກວດສອບການສະໝັກຂອງທ່ານ ແລະ ແຈ້ງໃຫ້ທ່ານຮັບຊາບວ່າທ່ານບັນລຸຕາມເງື່ອນໄຂສິດ ຫຼື ບໍ່. ພວກເຮົາຈະໃຫ້ທິດທາງກ່ຽວກັບສິ່ງທີ່ຕ້ອງເຮັດຕໍ່ໄປ.

ແມ່ນຫຍັງຄືເງື່ອນໄຂຂອງໂຄງການ?

ທ່ານຕ້ອງດຳເນີນແຜ່ນວຽກຄວາມເປັນໄປໄດ້ທາງທຸລະກິດໃຫ້ສຳເລັດ ແລະ ສ້າງແຜນທຸລະກິດ. ຫຼັງຈາກທີ່ຖືກຮອງຮັບ, ທ່ານຕ້ອງ ບັນທຶກກິດຈະກຳການເຮັດວຽກອິດສະຫຼະ ໂດຍໃຊ້ແບບຟອມການເຄລມປະຈຳອາທິດສຳລັບ SEA ສຳລັບແຕ່ລະອາທິດທີ່ທ່ານອ້າງສິດສຳລັບສິດທິປະໂຫຍດ. ປະຕິບັດຕາມຄຳສັ່ງທີ່ຢູ່ໃນແບບຟອມເພື່ອສົ່ງ.

ຂ້າພະເຈົ້າຈະສາມາດໄດ້ຮັບການຊີ້ນໍາຈາກໃສ?

ເຄືອຂ່າຍສູນພັດທະນາທຸລະກິດຂະໜາດນ້ອຍ (SBDC, ໂດຍມັນແມ່ນຕົວອັກສອນຫຍໍ້ພາສາອັງກິດ) ຂອງລັດອໍຣິກັນສາມາດໃຫ້ການປຶກສາຫາລື ແລະ ຄຳແນະນໍາເພື່ອເລີ່ມທຸລະກິດ.
ຜູ້ຊ່ຽວຊານຈະຊ່ວຍໃຫ້ທ່ານນໍາແຜນທຸລະກິດ ແລະ ການສຶກສາຄວາມເປັນໄປໄດ້ມາປະກອບກັນ.

ຕິດຕໍ່ເຄືອຂ່າຍສູນພັດທະນາທຸລະກິດຂະໜາດນ້ອຍທີ່ 541-463-5250 ຫຼື support@oregonsbdc.org ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບການຊີ້ນໍາ ແລະ ການບໍລິການທີ່ມີໃຫ້.

ໂຄງການ SEA ຈະຊ່ວຍໃຫ້ຂ້າພະເຈົ້າເລີ່ມຕົ້ນ ຫຼື ຂະຫຍາຍທຸລະກິດຂອງຂ້າພະເຈົ້າໄດ້ແນວໃດ?

ໂຄງການ SEA ຈະເອົາເງື່ອນໄຂເພື່ອຊອກຫາວຽກໃນຂະນະທີ່ໄດ້ຮັບສິດທິປະໂຫຍດປະກັນການຫວ່າງງານອອກ. ສິ່ງນີ້ຈະເຮັດໃຫ້ທ່ານມີເວລາຫຼາຍຂຶ້ນເພື່ອເອົາໃຈໃສ່ກັບການເລີ່ມທຸລະກິດຂອງທ່ານເອງ ແລະ ການເລີ່ມຫາລາຍໄດ້ຜ່ານທຸລະກິດນັ້ນ. ຫຼັງຈາກທີ່ທ່ານມີກຳໄລຈາກທຸລະກິດຂອງທ່ານ, ທ່ານຈະຮັກສາລາຍໄດ້ນັ້ນ ໃນຂະນະທີ່ຍັງຮັບການຊໍາລະສິດທິປະໂຫຍດປະຈຳອາທິດແບບເຕັມຈຳນວນ.

ຂ້າພະເຈົ້າຕ້ອງດຳເນີນແຜນທຸລະກິດຂອງຂ້າພະເຈົ້າໃຫ້ສຳເລັດກ່ອນທີ່ຂ້າພະເຈົ້າຈະຖືກຍອມຮັບເຂົ້າໂຄງການ SEA ບໍ?

ບໍ່, ພວກເຮົາພຽງແຕ່ການການສະໝັກໂຄງການ SEA ຂອງທ່ານ ແລະ ແຜ່ນວຽກຄວາມເປັນໄປໄດ້ທາງທຸລະກິດໃນເວລາທີ່ທ່ານສະໝັກ. ແຜນທຸລະກິດຂອງທ່ານແມ່ນຄົບກຳນົດໃນ 45 ມື້ຫຼັງຈາກທີ່ພວກເຮົາຍອມຮັບການສະໝັກຂອງທ່ານ.

ທຸລະກິດປະເພດໃດຖືກສັ່ງຫ້າມ?

ພວກເຮົາຮອງຮັບການສະໝັກສຳລັບທຸລະກິດທີ່ຖືກຕ້ອງຕາມກົດໝາຍໃນລັດອໍຣິກັນ, ເໝາະສົມ ສຳລັບການສະໜັບສະໜູນລັດຖະບານ ແລະ ແທດເໝາະຢູ່ພາຍໃນບໍລິເວນໃກ້ຄຽງຂອງພວກເຂົາ. ທຸລະກິດບາງຢ່າງທີ່ຖືກຕ້ອງຕາມກົດໝາຍໃນລັດທີ່ຢູ່ໃກ້ຄຽງແມ່ນບໍ່ຖືກຕ້ອງຕາມກົດໝາຍໃນລັດອໍຣິກັນ. ຕົວຢ່າງຂອງທຸລະກິດທີ່ບໍ່ໄດ້ຮັບອະນຸຍາດໃນໂຄງການ SEA ລວມເຖິງຜູ້ຈຳໜ່າຍ ກັນຊາ, ຜູ້ປູກກັນຊາ ຫຼື ຕົ້ນແຄນນິບິສ ແລະ ວຽກງານ “ຜູ້ຊ່ວຍໃນຈຳໜ່າຍກັນຊາ”.

ຂ້າພະເຈົ້າຈຳເປັນຕ້ອງເຮັດຫຍັງ ຫຼັງຈາກທີ່ຂ້າພະເຈົ້າໄດ້ຖືກຮອງຮັບສຳລັບໂຄງການ SEA?

ພາຍໃນ 45 ຫຼັງຈາກທີ່ຖືກຍອມຮັບເຂົ້າໃສ່ໂຄງການ SEA, ທ່ານຕ້ອງໃຫ້ໝາຍເລກລະບຸຕົວຕົນທຸລະກິດຂອງທ່ານ, ໝາຍເລກລະບຸຕົວຕົນນາຍຈ້າງຂອງລັດຖະບານກາງ ແລະ ແຜນທຸລະກິດ. ການແຈ້ງເຕືອນຮອງຮັບໂຄງການຈະປະກອບລາຍລະອຽດ, ແບບຟອມ ແລະ ລິ້ງທີ່ຈຳເປັນ.

ນອກຈາກນັ້ນ, ແທນທີ່ຈະສືບຕໍ່ຍື່ນການອ້າງສິດປະຈຳອາທິດແບບປົກກະຕິສຳລັບສິດທິປະໂຫຍດປະກັນການຫວ່າງງານ, ທ່ານຈຳເປັນຕ້ອງໃຫ້ພວກເຮົາສົ່ງ ການຢັ້ງຢືນການເຄລມປະຈຳອາທິດສຳລັບ SEA. ປະຕິບັດຕາມຄຳສັ່ງຢູ່ແບບຟອມເພື່ອສົ່ງມັນ. ສາມາດສົ່ງແບບຟອມທາງໄປສະນີ ຫຼື ແຟັກໄປຫາ:

ໄປສະນີ

Oregon Employment Department

PO Box 14518

Salem, OR 97309

ແຟັກ

503-947-1833

ມີຄຳຖາມບໍ?

ຖ້າທ່ານມີຄຳຖາມ, ກະລຸນາສົ່ງຂໍ້ຄວາມຜ່ານແບບຟອມ ຕິດຕໍ່ພວກເຮົາ.

ສິດທິປະໂຫຍດ SEA ຂອງຂ້າພະເຈົ້າຈະຢູ່ດົນໄດ້ສໍ່າໃດ?

ການອ້າງສິດປະກັນການຫວ່າງງານແບບປົກກະຕິທີ່ມີຢູ່ຂອງທ່ານຈະກຳນົດສິດທິປະໂຫຍດ SEA ຂອງທ່ານ. ການອ້າງສິດ SEA ຂອງທ່ານຈະໝົດອາຍຸ ເມື່ອທ່ານໃຊ້ຮອດຈຳນວນສິດທິປະໂຫຍດສູງສຸດຂອງທ່ານ.

ຂ້າພະເຈົ້າຈະສາມາດກວດເບິ່ງໄດ້ແນວໃດວ່າຍອດສິດທິປະໂຫຍດຂອງຂ້າພະເຈົ້າແມ່ນຫຍັງ?

ໂທຫາສູນໂຄງການພິເສດ UI ທີ່ 503-947-1800 ຫຼື 800-436-6191 ເພື່ອກວດເບິ່ງຍອດຄົງເຫຼືອຂອງທ່ານ.