Work Share ແມ່ນຫຍັງ?
ໂຄງການ Work Share ຊ່ວຍໃຫ້ບັນດາທຸລະກິດໃນ Oregon ຫຼີກລ່ຽງການຖືກປົດຕໍາແໜ່ງ ແລະ ຮັກສາຄວາມສາມາດໃນໄລຍະທຸລະກິດຂາລົງຊົ່ວຄາວ. ແທນທີ່ຈະປົດຄົນງານ, ນາຍຈ້າງຫຼຸດຊົ່ວໂມງຂອງລູກຈ້າງບາງຄົນລົງແລ້ວນຳໃຊ້ເງິນຊ່ວຍເຫຼືອປະກັນໄພການຫວ່າງງານເພື່ອເພີ່ມສ່ວນໜຶ່ງຂອງຄ່າແຮງງານທີ່ລູກຈ້າງເຫຼົ່ານີ້ເສຍໄປຍ້ອນການຕັດຊົ່ວໂມງຂອງເຂົາເຈົ້າ.
Work Share ຊ່ວຍໃຫ້ຜູ້ຈ້າງງານ:
- ຮັກສາຄົນງານທີ່ໄດ້ຮັບການຝຶກອົບຮົມ, ມີທັກສະໄວ້ໄດ້.
- ຫຼີກລ່ຽງການຈ້າງ ແລະ ຝຶກອົບຮົມຄົນງານພາຍຫຼັງ.
- ຮັກສາຂວັນກຳລັງໃຈຂອງຄົນງານ.
ຜົນປະໂຫຍດຂອງ Work Share ຊ່ວຍພະນັກງານ:
- ປັບປຸງຄວາມໝັ້ນຄົງໃນການເຮັດວຽກ.
- ຮັກສາທັກສະ ແລະ ຄຸນສົມບັດຂອງພວກເຂົາໄວ້.
- ຮັກສາຜົນປະໂຫຍດດ້ານການດູແລສຸຂະພາບ ແລະ ການກະສຽນອາຍຸ.
- ທົດແທນລາຍຮັບທີ່ສູນຫາຍໄປຈາກການລຸດຊົ່ວໂມງການເຮັດວຽກບາງສ່ວນ.

ນາຍຈ້າງຫຼາຍຮ້ອຍແຫ່ງໃຊ້ Work Share Oregon ເພື່ອຫຼີກລ່ຽງການເລີກຈ້າງ
ໃນຖານະລູກຈ້າງ ທ່ານບໍ່ສາມາດສະຫມັກເຂ້າຮ່ວມໂຄງການ Work Share ໄດ້. ສະເພາະນາຍຈ້າງເທົ່ານັ້ນທີ່ສາມາດສະຫມັກເຂົ້າຮ່ວມໃນໂຄງການໄດ້. ນາຍຈ້າງມີສິດເຂ້າຮ່ວມໂຄງການ Work Share ຖ້າເຂົາເຈົ້າມີລູກຈ້າງຕັ້ງແຕ່ສາມຄົນຂຶ້ນໄປ ແລະລູກຈ້າງເຫຼົ່ານັ້ນມີສິດໄດ້ຮັບສິດປະໂຫຍດຈາກການປະກັນການຫວ່າງງານ.
ເມື່ອໄດ້ຮັບອະນຸມັດໃຫ້ເຂ້າຮ່ວມໂຄງການ Work Share ໃນລະຫວ່າງທີ່ປະລິມານວຽກງານຫຼຸດລົງ ຊົ່ວໂມງການເຮັດວຽກຂອງລູກຈ້າງທີ່ເຂົ້າຮ່ວມຈະຫຼຸດລົງຢ່າງຫນ້ອຍ 10% ແຕ່ບໍ່ເກີນ 50%, ແຕ່ລູກຈ້າງຈະຕ້ອງສາມາດ ແລະ ຫວ່າງພ້ອມທີ່ຈະເຮັດວຽກ. ລູກຈ້າງຈຳເປັນຕ້ອງຮັບຜິດຊອບໃນການຮ້ອງຂໍເງິນຊ່ວຍເຫຼືອປະຈໍາອາທິດໃນຊ່ວງເວລາເຫຼົ່ານີ້. ລູກຈ້າງທີ່ໄດ້ຮັບຄວາມຄຸ້ມຄອງໂດຍໂຄງການ Work Share ຈະຕ້ອງບໍ່ເປັນລູກຈ້າງຕາມລະດູການ.
ແຜນງານໂຄງການ Work Share ມີໄລຍະເວລາໃນການດຳເນີນການສູງສຸດເຖິງຫນຶ່ງປີ. ພະແນກຈັດຫາງານຈະກວດສອບຄຸນສົມບັດໃນການມີສິດໄດ້ຮັບຄວາມຊ່ວຍເຫຼືອ ໃນກໍລະນີທີ່ລູກຈ້າງບໍ່ຫວ່າງພ້ອມທີ່ຈະເຮັດວຽກໃຫ້ກັບນາຍຈ້າງແຫ່ງນັ້ນອີກຕໍ່ໄປ.
ມີຄຳຖາມບໍ?
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໂຄງການ Work Share, ໂທຫາ 503-947-1800 ຫຼື ເຂົ້າເບິ່ງ ເວບຂອງ Work Share ໃນເວບໄຊທ໌ຂອງພະແນກແຮງງານລັດ Oregon.
ເວບຂອງ Work Share