ການວ່າງງານ ກົດໝາຍ ແລະ ກົດລະບຽບກ່ຽວກັບການປະກັນ

ໃນໜ້ານີ້:

ປະຫວັດສາດ

ໃນປີ 1935 ແລະ ເພື່ອໂຕ້ຕອບກັບພາວະເສດຖະກິດຖົດຖອຍຄັ້ງໃຫຍ່, ລັດຖະສະພາ ໄດ້ປະກາດໃຊ້ໂຄງການປະກັນການວ່າງງານໂດຍເປັນສ່ວນໜຶ່ງຂອງກົດໝາຍວ່າດ້ວຍ ປະກັນສັງຄົມ (SSA). ມື້ນີ້, ໂຄງການແມ່ນການຮ່ວມມືລະຫວ່າງລັດຖະບານກາງ ແລະ ລັດຖະບານຂອງລັດ ໂດຍມີການດູແລຕິດຕາມຈາກ ກະຊວງແຮງງານແຫ່ງສະຫະລັດ. ກົດໝາຍວ່າດ້ວຍປະກັນສັງຄົມໃຫ້ເງິນຊ່ວຍເຫຼືອແກ່ລັດທີ່ມີກົດໝາຍການປະກັນການວ່າງງານທີ່ບັນລຸຕາມເງື່ອນໄຂຂອງລັດຖະບານກາງເພື່ອບໍລິຫານ-ຈັດການການປະກັນ ການວ່າງງານ ແລະ ດູແລຕິດຕາມການຈ່າຍສິດທິປະໂຫຍດ. ລັດສາມາດໃຊ້ການ ສະໜອງທຶນຈາກລັດຖະບານກາງນີ້ເພື່ອບໍລິຫານ-ຈັດການໂຄງການປະກັນການວ່າງງານ ເທົ່ານັ້ນ.

ແຕ່ລະລັດມີໂຄງການປະກັນການວ່າງງານຂອງຕົນເອງ. ກົດບັນຍັດຂອງລັດ ເຊິ່ງຖືກອອກແບບມາໃຫ້ສອດຄ່ອງກັບເງື່ອນໄຂຂອງລັດຖະບານກາງ ແມ່ນຈະລະບຸ ສິດທິປະໂຫຍດການວ່າງງານທີ່ລັດສະເໜີໃຫ້ ພ້ອມທັງວິທີການ ແລະ ເວລາທີ່ພະນັກງານ ມີສິດໄດ້ຮັບ. ກົດບັນຍັດຍັງສ້າງຕັ້ງການປະກອບສ່ວນທາງອາກອນທີ່ນາຍຈ້າງໃນລັດ ຈະຕ້ອງຈ່າຍເງິນເຂົ້າໃນກອງທຶນບໍລິຫານການປະກັນການວ່າງງານຂອງລັດ.

ກົມການຈ້າງງານແຫ່ງລັດອໍຣີກອນຈັດການໂຄງການປະກັນການວ່າງງານຂອງລັດ Oregon. ຜູ້ສ້າງກົດໝາຍໃນຝ່າຍນິຕິບັນຍັດຂອງລັດອໍຣີກອນຈະຂຽນກົດໝາຍການປະກັນ ການວ່າງງານ ເຊິ່ງຢູ່ໃນ ກົດບັນຍັດສະບັບປັບປຸງຂອງລັດອໍຣີກອນ ເລກທີ 657.

ໜ່ວຍງານຂອງລັດອໍຣີກອນຍັງຈະສ້າງກົດລະບຽບບໍລິຫານທີ່ຊ່ວຍໃຫ້ພວກເຂົາຈັດຕັ້ງປະຕິບັດ ແລະ ຕີຄວາມໝາຍສິດອຳນາດຕາມກົດບັນຍັດຂອງພວກເຂົາ. ກົດລະບຽບຂອງກົມ ການຈ້າງງານແຫ່ງລັດອໍຣີກອນແມ່ນຢູ່ໃນ ໝວດ 471 ຂອງກົດລະບຽບບໍລິຫານລັດອໍຣີກອນ. ສິ່ງນີ້ລວມເຖິງກົດລະບຽບສຳລັບໂຄງການປະກັນການວ່າງງານ. ໃນບາງຄັ້ງ, ກົມການຈ້າງງານແຫ່ງລັດອໍຣີກອນຍັງຈະພັດທະນາ ກົດລະບຽບສະເໜີ ຫຼື ກົດລະບຽບຊົ່ວຄາວ ສະບັບໃໝ່ໆ.

ນອກຈາກນັ້ນ, ໂຄງການລິເລີ່ມຝ່າຍນິຕິບັນຍັດໃນລັດອໍຣີກອນ ແລະ ໃນລະດັບ ລັດຖະບານກາງອາດດຳເນີນການປ່ຽນແປງຕໍ່ໂຄງການປະກັນການວ່າງງານຂອງອໍຣີກອນ. ຕົວຢ່າງ: ກົມການຈ້າງງານແຫ່ງລັດອໍຣີກອນໄດ້ຈັດຕັ້ງປະຕິບັດຫຼາຍໂຄງການໃໝ່ໆ ຂອງລັດຖະບານກາງ ແລະ ປັບປຸງແກ້ໄຂເງື່ອນໄຂຂອງລັດໃນລະຫວ່າງ ຊ່ວງແຜ່ລະບາດຂອງພະຍາດໂຄວິດ-19 ໂດຍເປັນຜົນມາຈາກການດຳເນີນການ ຝ່າຍນິຕິບັນຍັດຂອງລັດຖະບານກາງ ແລະ ຂອງລັດ.