ໂຄງການກົດໝາຍວ່າດ້ວຍການຄ້າຂາຍ

ໂຄງການ ຊ່ວຍເຫຼືອດັດແກ້ການຄ້າຂາຍ (TAA), ເຊິ່ງຖືກສ້າງຕັ້ງຂຶ້ນພາຍໃຕ້ ກົດໝາຍວ່າດ້ວຍການອະນຸຍາດການຊ່ວຍເຫຼືອດັດແກ້ການຄ້າຂາຍສະບັບປີ 2015 (ກົດໝາຍວ່າດ້ວຍການຄ້າຂາຍ), ໃຫ້ສິດທິປະໂຫຍດ ແລະ ການບໍລິການແກ່ພະນັກງານທີ່ມີສິດໃນສະຫະລັດ ເຊິ່ງວຽກຂອງພວກເຂົາໄດ້ຮັບຜົນກະທົບທາງລົບຈາກການຄ້າຂາຍກັບຕ່າງປະເທດ.

ໃນໜ້ານີ້:

ສຳຄັນ

ເມື່ອວັນທີ 1 ກໍລະກົດ 2022, ພະແນກແຮງງານໄດ້ຢຸດຮັບຄຳຮ້ອງ TAA ແລະ ຕັດສິນໃຈກ່ຽວກັບຄຳຮ້ອງທີ່ມີຢູ່. ກົດໝາຍທີ່ອະນຸມັດໂຄງການໄດ້ໝົດອາຍຸແລ້ວ. ຮຽນຮູ້ເພີ່ມເຕີມກ່ຽວກັບການສິ້ນສຸດໂຄງການໃນເວບໄຊຂອງພະແນກແຮງງານ.

ຫາກທ່ານມີຄຳຖາມ ຫຼື ອາດຈະມີສິດໄດ້ຮັບຜົນປະໂຫຍດ ແລະ ບໍລິການ, ໃຫ້ຕິດຕໍ່ຫາ ໜ່ວຍງານບົດບັນຍັດກ່ຽວກັບການຄ້າກາງ, ສະຖານທີ່ຂອງ WorkSource Oregon, ຫຼື ສະຖານທີ່ຕັ້ງສູນຈັດຫາງານໃຫ້ຄົນອາເມຣິກາແຫ່ງໃດແຫ່ງໜຶ່ງກໍ່ໄດ້.

TAA ມີໄວ້ສຳລັບຄົນທີ່ຕົກງານ ຫຼື ໄດ້ທີການລຸດເວລາເຮັດວຽກ ແລະ ເປັນສ່ວນໜຶ່ງຂອງຄຳຮ້ອງທີ່ໄດ້ຮັບການຮັບຮອງ. ທ່ານສາມາດກວດສອບວ່າການເລີກຈ້າຂອງທ່ານນັ້ນໄດ້ຮັບການຮັບຮອງຈາກສະຫະລັດອາເມຣິກາຫຼືບໍ. ພະແນກແຮງງານ.

ທ່ານອາດຈະຍັງມີສິດໄດ້ຮັບສິດຜົນປະໂຫຍດ TAA ແລະ ບໍລິການສຳລັບການເລີກຈ້າງທີ່ໄດ້ຮັບການຮັບຮອງກ່ອນໜ້າກົດໝາຍຈະໝົດອາຍຸ. ທ່ານອາດຈະມິສິດໄດ້ຮັບ ຫາກກ່ອນວັນທີ 1 ກໍລະກົດ 2022:

  • ທ່ານໄດ້ຮັບການຮັບຮອງວ່າເປັນແຮງງານທີ່ໄດ້ຮັບຜົນກະທົບ.
  • ທ່ານສູນເສຍວຽກຂອງທ່ານ ເນື່ອງຈາກການຄ້າຕ່າງປະເທດ.
  • ຊົ່ວໂມງເຮັດວຽກຂອງທ່ານຖືກຫັກ ເນື່ອງຈາກການຄ້າຕ່າງປະເທດ.
  • ທ່ານຖືກຄຸກຄາມດ້ວຍການສູນເສຍວຽກທີ່ກ່ຽວຂ້ອງກັບການຄ້າ.

ຕິດຕໍ່ ໜ່ວຍງານບົດບັນຍັດກ່ຽວກັບການຄ້າກາງ, ສະຖານທີ່ຂອງ WorkSource Oregon, ຫຼື ສະຖານທີ່ຕັ້ງສູນຈັດຫາງານໃຫ້ຄົນອາເມຣິກາແຫ່ງໃດແຫ່ງໜຶ່ງກໍ່ໄດ້ ຫາກທ່ານຄິດວ່າ ທ່ານອາດຈະມີສິດໄດ້ຮັບຄວາມຊ່ວຍເຫຼືອ TAA.

ວິດີໂອທີ່ໃຫ້ພາບລວມກ່ຽວກັບກົດໝາຍວ່າດ້ວຍການຄ້າຂາຍແມ່ນມີໃຫ້ໃນ ພາສາອັງກິດ, ພາສາແອັດສະປາຍໂຍນ, ພາສາຣັດເຊຍ ແລະ ພາສາຫວຽດ. ເບິ່ງ ລາຍການຫຼິ້ນເຕັມ ຢູ່. YouTube.

ມີຄູ່ມືກົດໝາຍວ່າດ້ວຍການຄ້າຂາຍໃຫ້ໃນ ພາສາອັງກິດ, ພາສາແອັດສະປາຍໂຍນ, ພາສາຫວຽດ ແລະ ພາສາຣັດເຊຍ.

ມີຄຳຖາມບໍ?

ທ່ານອາດຕິດຕໍ່ຫົວໜ່ວຍສູນກາງທີ່ຄຸ້ມຄອງກົດໝາຍວ່າດ້ວຍການຄ້າຂາຍທີ່:

ຫົວໜ່ວຍສູນກາງທີ່ຄຸ້ມຄອງກົດໝາຍວ່າດ້ວຍການຄ້າຂາຍ

Oregon Employment Department

875 Union St. NE #084

Salem, OR 97311

ໂທລະສັບ: 503-947-3096

ໂທຟຣີ: 877-639-7700

ແຟັກ: 503-947-1676

ແຟັກຟຣີ: 855-851-0168

ອີເມວ: taacentral@employ.oregon.gov

TTY: 7-1-1