ການພິຈາລະນາຄຳຮ້ອງຂໍເງິນຫວ່າງງານ

ທົບທວນຄ່າຈ້າງ ແລະ ຊົ່ວໂມງເຮັດວຽກຂອງທ່ານຢ່າງລະມັດລະວັງ. ຖ້າຂໍ້ມູນຜິດພາດ, ທ່ານສາມາດ ຮ້ອງຂໍໃຫ້ມີການພິຈາລະນາການຮ້ອງຂໍຂອງທ່ານຄືນໃໝ່. ພວກເຮົາຈະສົ່ງຈົດໝາຍການພິຈາລະນາການ ຮ້ອງຂໍການຫວ່າງງານໃຫ້ທ່ານທາງໄປສະນີ. ເອກະສານນີ້ຈະສະແດງໃຫ້ທ່ານເຫັນ:

  • ຈຳນວນເງິນຊ່ວຍເຫຼືອປະຈຳອາທິດ ແລະ ເງິນຊ່ວຍເຫຼືອສູງສຸດທີ່ຕ້ອງຈ່າຍ – ຕົວເລກເຫຼົ່າ ນີ້ສະແດງເຖິງຕົວເລກຫຼາຍສຸດທີ່ທ່ານອາດຈະໄດ້ຮັບໃນໜຶ່ງອາທິດ ແລະ ຈຳນວນເງິນທັງ ໝົດທີ່ອາດມີຢູ່ໃນຄຳຮ້ອງຂໍຂອງທ່ານ.
  • ນາຍຈ້າງທີ່ທ່ານເຮັດວຽກໃຫ້, ແລະ ຄ່າຈ້າງ ແລະ ຊົ່ວໂມງທີ່ພວກເຂົາລາຍງານໃນແຕ່ລະໄຕ ມາດສໍາລັບທ່ານໃນປີພື້ນຖານຂອງການຮ້ອງຂໍຂອງທ່ານ - ເບິ່ງ ຄຳຖາມຕອບປະຈຳ ຂ້າງລຸ່ມ ນີ້ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບໄຕມາດ ແລະ ປີພື້ນຖານ
  • ວັນທີ ເລີ່ມຕົ້ນ ແລະ ສິ້ນສຸດ ປີຜົນປະໂຫຍດຂອງທ່ານ – ທ່ານສາມາດຂໍເງິນຊ່ວຍເຫຼືອໄດ້ ສະເພາະອາທິດທີ່ຕົກຢູ່ໃນຊ້ວງວັນທີເຫຼົ່ານີ້ເທົ່ານັ້ນ
  • ບໍ່ວ່າເອກະສານນີ້ຈະແມ່ນການພິຈາລະນາເບື້ອງຕົ້ນ ຫຼື ການພິຈາລະນາຄືນໃຫມ່

ການຮ້ອງຂໍເງິນຊ່ວຍເຫຼືອການຫວ່າງງານຂອງລັດ Oregon ຂອງທ່ານແມ່ນມີກຳນົດຫນຶ່ງປີ, ເຊິ່ງແມ່ນ 52 ອາທິດ ເລີ່ມຈາກອາທິດທີ່ທ່ານສະຫມັກ. ໄລຍະເວລາ 52 ອາທິດນີ້ເອີ້ນວ່າປີຜົນປະໂຫຍດຂອງທ່ານ. ທ່ານບໍ່ສາມາດຍື່ນຄໍາຮ້ອງຂໍໃຫມ່ໃນ Oregon ຈົນກ່ວາປີນັ້ນຈະສິ້ນສຸດລົງ.

ໃນເອກະສານພິຈາລະນາຄຳຮ້ອງຂໍການຫວ່າງງານຂອງທ່ານຈະບອກທ່ານຮູ້ຖ້າ:

  • ທ່ານບໍ່ສາມາດຮ້ອງຂໍໄດ້ເພາະວ່າທ່ານເຮັດວຽກຫນ້ອຍກວ່າ 500 ຊົ່ວໂມງໃນປີພື້ນຖານ ຂອງທ່ານ
  • ທ່ານອາດຈະມີສິດໄດ້ຮັບການຮ້ອງຂໍປີພື້ນຖານທາງເລືອກ - ເບິ່ງ ຄຳຖາມຕອບປະຈຳ ຂ້າງ ລຸ່ມນີ້ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບປີພື້ນຖານທາງເລືອກ
  • ພວກເຮົາກຳລັງຂໍຂໍ້ມູນຄ່າຈ້າງ ແລະ ຊົ່ວໂມງເຮັດວຽກຈາກນາຍຈ້າງເກົ່າຂອງທ່ານ
A pedestrian bridge crosses Spring Creek at Collier Memorial State Park near Chiloquin. Evergreen trees stand in the background.

ໜຶ່ງໄຕມາດແມ່ນຫຍັງ?

ໜຶ່ງປີຈະຖືກຫານອອກເປັນສີ່ໄຕມາດ, ຕາມທີ່ຮູ້ ໄຕມາດ 1 (Q1), ໄຕມາດ 2 (Q2), ໄຕມາດ 3 (Q3), ແລະ ໄຕມາດ 4(Q4). ຄວາມຍາວຂອງໄຕມາດມີດັ່ງນີ້:

  • Q1: ມັງກອນ, ກຸມພາ ແລະ ມີນາ
  • Q2: ເມສາ, ພຶດສະພາ ແລະ ມິຖຸນາ
  • Q3: ກໍລະກົດ, ສິງຫາ ແລະ ກັນຍາ
  • Q4: ຕຸລາ, ພະຈິດ ແລະ ທັນວາ

ປີພື້ນຖານແມ່ນຫຍັງ?

ປີພື້ນຖານຂອງທ່ານແມ່ນສີ່ໄຕມາດທຳອິດຂອງຫ້າໄຕມາດສຸດທ້າຍໃນປະຕິທິນທີ່ສໍາເລັດກ່ອນ "ປີຜົນປະ ໂຫຍດ" ຂອງທ່ານ ແລະ ປີຜົນປະໂຫຍດຂອງທ່ານແມ່ນໄລຍະເວລາ 52 ອາທິດ ເລີ່ມແຕ່ທ່ານຍື່ນຄໍາ ຮ້ອງຂໍເບື້ອງຕົ້ນ.

ຕົວຢ່າງ: ຖ້າທ່ານສະໝັກຂໍເງິນຊ່ວຍເຫຼືອໃນເດືອນຕຸລາ 2022, ການຮ້ອງຂໍປີພື້ນຖານປົກກະຕິຂອງ ທ່ານ ຈະປະກອບມີໄຕມາດທີ່ສາມ (ສາມເດືອນຂອງເດືອນກໍລະກົດຫາເດືອນກັນຍາ) ຂອງປີ 2021 ຫາໄຕມາດທີສອງຂອງປີ 2022. ດັ່ງນັ້ນ, ປີພື້ນຖານນີ້ແມ່ນຕັ້ງແຕ່ວັນທີ 1 ກໍລະກົດ 2021, ຈົນຮອດ ວັນທີ 30 ມິຖຸນາ 2022. ປີພື້ນຖານມີການປ່ຽນແປງໃນແຕ່ລະໄຕມາດປະຕິທິນ ແລະ ຖືກກໍານົດໂດຍ ໄຕມາດໃນເວລາທີ່ທ່ານຍື່ນຄໍາຮ້ອງຂໍເບື້ອງຕົ້ນຂອງທ່ານ.

ປີພື້ນຖານທາງເລືອກແມ່ນຫຍັງ?

ຖ້າທ່ານບໍ່ມີຄຸນສົມບັດໄດ້ຮັບປະກັນໄພການຫວ່າງງານໂດຍໃຊ້ປີພື້ນຖານມາດຕະຖານ, ພວກເຮົາຈະນໍາ ໃຊ້ສີ່ໄຕມາດປະຕິທິນທີ່ສໍາເລັດບໍ່ດົນມານີ້, ເຊິ່ງເອີ້ນວ່າປີພື້ນຖານທາງເລືອກ.

ໃນລະຫວ່າງການກວດສອບການຕັດສິນ, ພວກເຮົາອີງໃສ່ການຕັດສິນໃຈຂອງພວກເຮົາກ່ຽວກັບຂໍ້ມູນ ທີ່ພວກເຮົາມີໃນປັດຈຸບັນ. ຖ້າສະຖານະການຂອງທ່ານມີການປ່ຽນແປງຫຼັງຈາກໄດ້ອອກການຕັດສິນໃຈ ແລ້ວ, ພວກເຮົາຈະເປີດການສືບສວນຄືນໃຫມ່ແລະ ອາດຈະຍົກເລີກ ຫຼື ປະຕິເສດການຕັດສິນໃຈຂອງ ພວກເຮົາ.