Contact
ຮັບການຊ່ວຍເຫຼືອເປັນພາສາລາວ: ຖ້າຫາກຕ້ອງການການໂທກັບເປັນພາສາລາວ, ກະລຸນາສົ່ງອີເມວໃສ່ຊື່ຂອງທ່ານ, ເບີໂທລະສັບ ແລະ ພາສາທີ່ຕ້ອງການຫາ OED_LANGUAGEACCESS@OREGON.GOV. ພະນັກງານຕົວແທນຈະໂທກັບຫາທ່ານເປັນພາສາລາວ ເມື່ອໄດ້ຮັບຄໍາຮ້ອງຂໍຂອງທ່ານ. ເນື່ອງຈາກມີລູກຄ້າຈໍານວນຫຼາຍ ອາດຈະໃຊ້ເວລາສອງສາມມື້ເພື່ອທີ່ພວກເຮົາຈະໂທກັບຫາທ່ານ. ກະລຸນາໃຫ້ເວລາພວກເຮົາໃນການຕອບ ແລະ ສົ່ງພຽງຂໍ້ຄວາມດຽວ.
ລົງຊື່ເປັນສະມາຊິກທາງອີເມວເພື່ອຮັບອັບເດດກ່ຽວກັບ ໂຄວິດ-19:
ວິທີທີ່ດີທີ່ສຸດທີ່ຈະຕິດຕາມການອ້າງສິດຂອງທ່ານຄືການເຂົ້າສູ່ລະບົບການອ້າງສິດແບບອອນລາຍຂອງພວກເຮົາ.
ພວກເຮົາໃຊ້ເວລາຢ່າງໜ້ອຍສຸດສີ່ອາທິດເພື່ອດຳເນີນການອ້າງສິດ.
ຖ້າມັນເປັນເວລາຍັງໜ້ອຍກວ່າສີ່ອາທິດ ນັບຕັ້ງແຕ່ທີ່ທ່ານລົງສະໝັກຜົນປະໂຫຍດຈາກການວ່າງງານ ໂດຍຍື່ນການອ້າງສິດໃນເບື້ອງຕົ້ນຂອງທ່ານ, ກະລຸນາຢ່າຕິດຕໍ່ພວກເຮົາເທື່ອ. ພວກເຮົາກຳລັງດຳເນີນການລົງສະໝັກຂອງທ່ານ. ການຕິດຕໍ່ພວກເຮົາກ່ອນທີ່ສີ່ອາທິດຜ່ານໄປຈະບໍ່ຊ່ວຍໃຫ້ທ່ານໄດ້ຮັບຜົນປະໂຫຍດຂອງທ່ານໄວຂຶ້ນ. ໃນຄວາມເປັນຈິງ ມັນເຮັດໃຫ້ຄວາມສາມາດຂອງພວກເຮົາທີ່ຈະດຳເນີນການອ້າງສິດສຳລັບທຸກຄົນຊ້າລົງ.
ຖ້າມັນເປັນເວລາສີ່ອາທິດ ຫຼື ຫຼາຍກວ່ານັ້ນ ນັບຕັ້ງແຕ່ທີ່ທ່ານຍື່ນການອ້າງສິດໃນເບື້ອງຕົ້ນຂອງທ່ານ ແລະ ທ່ານບໍ່ໄດ້ຍິນຫຍັງຈາກພວກເຮົາ, ໃຫ້ສົ່ງອີເມວຫາພວກເຮົາໂດຍໃຊ້ແບບຟອມດັ່ງລຸ່ມນີ້. ເມື່ອທ່ານສົ່ງອີເມວ, ທ່ານຈະໄດ້ຮັບການຕອບອັດຕະໂນມັດ. ສິ່ງນັ້ນເຮັດໃຫ້ທ່ານຮູ້ວ່າພວກເຮົາໄດ້ຮັບອີເມວຂອງທ່ານແລ້ວ. ບໍ່ຈຳເປັນຕ້ອງສົ່ງອີເມວຂອງທ່ານອີກຄັ້ງ. ໃນຄວາມເປັນຈິງ, ກະລຸນາຢ່າສົ່ງອີເມວຊໍ້າ--ການກະທຳແບບນັ້ນພຽງແຕ່ເຮັດໃຫ້ການຕອບຊັກຊ້າ.
ຖ້າທ່ານໄດ້ຮັບຈົດໝາຍ ຫຼື ໂທລະສັບຈາກພວກເຮົາ ໂດຍກ່າວວ່າມີບາງສິ່ງຜິດພາດໃນການອ້າງສິດຂອງທ່ານ, ກະລຸນາໂທກັບຫາພວກເຮົາທີ່:
ສຳລັບການອ້າງສິດການວ່າງງານແບບປົກກະຕິ:
1-877-File-4-U (1-877-345-3484)
ສຳລັບໂຄງການຄວາມຊ່ວຍເຫຼືອສຳລັບການວ່າງງານໃນຊ່ວງໂຣກລະບາດ (PUA):
ໂທຟຣີ: 1-877-345-3484
ຕິດຕາມພວກເຮົາໃນສື່ສັງຄົມສຳລັບອັບເດດທີ່ເປັນປົກກະຕິ ແລະ ຂໍ້ມູນ.