ຄຳສັບ
AAA
- ສາມາດເຮັດວຽກໄດ້: ທ່ານມີຄວາມສາມາດທາງຈິດໃຈ ແລະ ຮ່າງກາຍທີ່ຈະເຮັດວຽກ.
- ຊອກວຽກຢ່າງຫ້າວຫັນ: ທ່ານຕ້ອງສໍາເລັດຢ່າງໜ້ອຍຫ້າກິດຈະກໍາຊອກວຽກໃນແຕ່ລະອາທິດ ແລະ ຢ່າງໜ້ອຍສອງໃນຫ້າກິດຈະກໍາຊອກວຽກຕ້ອງຕິດຕໍ່ໂດຍກົງກັບນາຍຈ້າງ. ຕົວຢ່າງກິດຈະກໍາທີ່ສະແດງໃຫ້ເຫັນວ່າທ່ານກໍາລັງຊອກວຽກປະກອບມີການເບິ່ງການປະກາດວຽກ, ການນໍາໃຊ້ເຄື່ອງມືຊອກວຽກອອນໄລນ໌, ເຂົ້າຮ່ວມງານວາງສະແດງແຮງງານ ຫຼື ການເຂົ້າຫ້ອງຮຽນເພື່ອເສີມທັກສະການສໍາພາດຂອງທ່ານ.
- ພ້ອມເຮັດວຽກ: ທ່ານເຕັມໃຈ ແລະ ພ້ອມທີ່ຈະເຮັດວຽກໂດຍບໍ່ມີຂໍ້ຈໍາກັດທີ່ຈະປ້ອງກັນບໍ່ໃຫ້ທ່ານຮັບວຽກ (ຕົວຢ່າງ: ບັນຫາການໄປມາ, ການເຈັບປ່ວຍ, ການພັກຜ່ອນ ຫຼື ການຂາດການເບິ່ງແຍງເດັກນ້ອຍ).
ການວິນິດໄສ
ນີ້ແມ່ນຂະບວນການກວດສອບເພີ່ມເຕີມສຳລັບການອ້າງສິດປະກັນການຫວ່າງງານເຊິ່ງຈຳເປັນຕ້ອງມີໃນບາງກໍລະນີເພື່ອຕັດສິນວ່າຄົນໃດໜຶ່ງມີສິດສຳລັບສິດທິປະໂຫຍດ ຫຼື ບໍ່. ກົມການຫວ່າງງານແຫ່ງລັດອໍຣິກັນ ແມ່ນຖືກກຳນົດໄວ້ໂດຍກົດໝາຍໃຫ້ສືບສວນວ່າຄົນໃດໜຶ່ງມີສິດທີ່ຈະຮັບສິດທິປະໂຫຍດ ຫຼື ບໍ່ ຖ້າເກີດມີຂໍ້ສົງໄສ ກ່ຽວກັບເງື່ອນໄຂສິດຂອງພວກເຂົາ. ບັນຫາຫຼາຍຢ່າງແມ່ນສາມາດໄດ້ຮັບການແກ້ໄຂໄດ້ດ້ວຍຄຳຖາມ ຕິດຕາມຜົນສັ້ນໆ, ແຕ່ບັນຫາອື່ນໆຈຳເປັນຕ້ອງມີການກວດສອບຢ່າງຖີ່ຖ້ວນຫຼາຍຂຶ້ນຜ່ານຂະບວນການວິນິດໄສ. ຮຽນຮູ້ເພີ່ມເຕີມກ່ຽວກັບ ການຕັດສິນ ແລະການວິນິດໄສຝ່າຍບໍລິຫານ.
ປີຖານ
ປີພື້ນຖານຂອງທ່ານແມ່ນສີ່ເດືອນທໍາອິດຂອງຫ້າໄຕມາດສຸດທ້າຍຂອງປີປະຕິທິນກ່ອນອາທິດທີ່ທ່ານຍື່ນຄໍາຮ້ອງຂໍເຄມເງິນປະກັນການໄພຫວ່າງງານໃນເບື້ອງຕົ້ນຂອງທ່ານ.
ປີຜົນປະໂຫຍດ
ປີຜົນປະໂຫຍດຂອງທ່ານແມ່ນຊ່ວງເວລາ 52 ອາທິດທີ່ເລີ່ມຕົ້ນໃນອາທິດທຳອິດທີ່ທ່ານຍື່ນການເຄລມ ເບື້ອງຕົ້ນຂອງທ່ານສຳລັບສິດທິປະໂຫຍດປະກັນໄພການຫວ່າງງານ. ກະລຸນາຮັບຊາບວ່າເຖິງແມ່ນປີຜົນປະໂຫຍດ ຂອງທ່ານແມ່ນຊ່ວງເວລາ 52 ອາທິດ, ທ່ານພຽງແຕ່ສາມາດໄດ້ຮັບສິດທິປະໂຫຍດທັງໝົດຈົນເຖິງ 26 ເທົ່າ ຂອງຈຳນວນສິດທິປະໂຫຍດປະຈຳອາທິດຂອງທ່ານ ແລະ ທ່ານບໍ່ສາມາດຍື່ນການອ້າງສິດປະກັນການຫວ່າງງານຄັ້ງໃໝ່ ຢູ່ລັດອໍຣິກັນຈົນກວ່າປີຜົນປະໂຫຍດ 52 ອາທິດຂອງທ່ານຈະສິ້ນສຸດລົງ, ເຖິງແມ່ນວ່າທ່ານໄດ້ຮັບສິດທິປະໂຫຍດ ທັງໝົດ ຂອງທ່ານ.
ຜົນປະໂຫຍດເພີ່ມເຕີມ, ຜົນປະໂຫຍດເພີ່ມເຕີມສູງ
ໂຄງການ ສິດທີປະໂຫຍດເພີ່ມເຕີມ (EB, ໂດຍມັນແມ່ນຕົວອັກສອນຫຍໍ້ພາສາອັງກິດ) ແລະ ສິດທິປະໂຫຍດ ເພີ່ມເຕີມສູງ (HEB, ໂດຍມັນແມ່ນຕົວອັກສອນຫຍໍ້ພາສາອັງກິດ) ຈະຂະຫຍາຍສິດທິປະໂຫຍດປະກັນການຫວ່າງງານແບບປົກກະຕິ ເມື່ອລັດຢູ່ໃນລະດັບ ການຫວ່າງງານສູງ. ອັດຕາການຫວ່າງງານໂດຍສະເລ່ຍຈະໄດ້ຮັບການກວດສອບຈາກລັດຖະບານກາງ ຕະຫຼອດຊ່ວງເວລາສາມເດືອນເພື່ອຕັດສິນວ່າລັດຈະມີສິດທິປະໂຫຍດເພີ່ມເຕີມ ຫຼື ບໍ່. ເມື່ອອັດຕາການຫວ່າງງານ ໂດຍສະເລ່ຍຢູ່ທີ່ 8% ຫຼື ສູງກວ່ານັ້ນ, ລັດອໍຣິກັນກໍຢູ່ໃນຊ່ວງເວລາ HEB ແລະ ຈະມີການໃຫ້ສິດທິປະໂຫຍດ ເພີ່ມເຕີມອີກ 20 ອາທິດ. ຖ້າອັດຕາຕໍ່າກວ່າ 8% ແຕ່ສູງກວ່າ 6.5%, ແລ້ວລັດອໍຣິກັນກໍຢູ່ໃນຊ່ວງເວລາ EB, ເຊິ່ງຈະໃຫ້ສິດທິປະໂຫຍດເພີ່ມເຕີມອີກ 13 ອາທິດ.
ການເຄລມທີ່ໝົດລົງ
ການອ້າງສິດປະກັນໄພການຫວ່າງງານຂອງທ່ານແມ່ນໝົດກ້ຽງ ເມື່ອທ່ານໃຊ້ເງິນຈົນເຫຼືອຍອດ $0 ແລະ ບໍ່ມີກອງທຶນສຳລັບທ່ານຈາກໂຄງການສິດທິປະໂຫຍດນັ້ນ.
ການເຄລມທີ່ໝົດອາຍຸ
ການອ້າງສິດປະກັນໄພການຫວ່າງງານແບບປົກກະຕິຈະໝົດອາຍຸຫຼັງຈາກ 52 ອາທິດ. ນັ້ນໝາຍຄວາມວ່າທ່ານບໍ່ສາມາດອ້າງສິດສຳລັບອາທິດໃດໜຶ່ງໃນເວລາຕໍ່ມາຫຼັງຈາກທີ່ການອ້າງສິດຂອງທ່ານໝົດອາຍຸ, ເຖິງແມ່ນວ່າມີຍອດບວກໃນບັນຊີຂອງທ່ານ. ທ່ານຈຳເປັນຕ້ອງຍື່ນການເຄລມເບື້ອງຕົ້ນໃໝ່. ຮຽນຮູ້ເພີ່ມເຕີມກ່ຽວກັບ ການອ້າງສິດທີ່ໝົດອາຍຸ ແລະ ເວລາທີ່ຈະຍື່ນການອ້າງສິດໃໝ່.
Frances Online
Frances Online ເປັນຊ່ອງທາງທີ່ດີທີ່ສຸດທີ່ຈະຍື່ນຄໍາຮ້ອງຂໍສະໝັກເບື້ອງຕົ້ນຂອງທ່ານ ສໍາລັບ benefits ແລະ ກວດເບິ່ງ claim ທີ່ທ່ານໄດ້ຍື່ນໄປແລ້ວ. ລະບົບນີ້ ກໍຍັງອະນຸຍາດໃຫ້ທ່ານອັບເດດທີ່ຢູ່, ລົງທະບຽນສໍາລັບ direct deposit ແລະ ອື່ນໆອີກ. Frances Online ແມ່ນມີໃຫ້ເປັນພາສາສະເປນ ແລະ ພາສາອັງກິດ.
ການສໍ້ໂກງ
ການສໍ້ໂກງໃນປະກັນໄພການຫວ່າງງານເກີດຂຶ້ນເມື່ອຄົນໃດໜຶ່ງໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ຫຼື ປິດບັງຂໍ້ແທ້ຈິງໂດຍມີຈຸດປະສົງເພື່ອຮັບເອົາສິດທິປະໂຫຍດ. ຖ້າທ່ານຕັ້ງໃຈປິດບັງ ຫຼື ລາຍງານຂໍ້ມູນທີ່ບໍ່ຖືກຕ້ອງ, ການກະທຳນັ້ນຈະຖືວ່າເປັນການສໍ້ໂກງ. ການສໍ້ໂກງແມ່ນອາຊະຍາກຳ ແລະ ສາມາດສົ່ງຜົນໃຫ້ມີການລົງໂທດ ເຊິ່ງລວມເຖິງການຮ້ອງຟ້ອງທາງອາຍາ. ຮຽນຮູ້ເພີ່ມເຕີມກ່ຽວກັບ ການສໍ້ໂກງປະກັນການຫວ່າງງານ, ພ້ອມທັງການລັກຂໍ້ມູນປະຈຳຕົວການຫວ່າງງານ.
ລາຍໄດ້ລວມຍອດ
ຈໍານວນເງິນທີ່ທ່ານໄດ້ຮັບສໍາລັບການເຮັດວຽກກ່ອນຫັກອາກອນ ແລະ ການຫັກອື່ນໆ. ລາຍໄດ້ລວມຍອດຈະສູງກວ່າລາຍໄດ້ສຸດທິ.
ການຂະໂມຍຕົວຕົນ
ຜູ້ຄົນອາດຍື່ນການອ້າງສິດສຳລັບສິດທິປະໂຫຍດການຫວ່າງງານໂດຍໃຊ້ຊື່ ແລະ ຂໍ້ມູນສ່ວນບຸກຄົນທີ່ພວກເຂົາຊື້ຢ່າງຜິດກົດໝາຍ ຫຼື ລັກໃນແຫຼ່ງການລະເມີດຂໍ້ມູນຢູ່ອອນລາຍ ຫຼື ເມື່ອທ່ານແບ່ງປັນຂໍ້ມູນສ່ວນບຸກຄົນຂອງທ່ານກັບຄົນອື່ນໂດຍບໍ່ໄດ້ຕັ້ງໃຈ ຫຼື ຕັ້ງໃຈ. ເມື່ອຄົນໃດໜຶ່ງໃຊ້ຂໍ້ມູນຂອງຄົນອື່ນເພື່ອຍື່ນການອ້າງສິດການຫວ່າງງານ, ນີ້ແມ່ນຮູບແບບຂອງການລັກຂໍ້ມູນປະຈຳຕົວ. ປະຊາຊົນອໍຣິກັນຮຽນຮູ້ກ່ຽວກັບການສໍ້ໂກງ ເມື່ອພວກເຂົາໄດ້ຮັບແຈ້ງການຈາກກົມການຈ້າງງານແຫ່ງລັດອໍຣິກັນ ຫຼື ນາຍຈ້າງຂອງພວກເຂົາກ່ຽວກັບການສະໝັກຂໍທີ່ພວກເຂົາຄວນດຳເນີນການເພື່ອຮັບສິດທິປະໂຫຍດ. ຖ້າສິ່ງນີ້ເກີດຂຶ້ນກັບທ່ານ, ມັນໝາຍຄວາມວ່າມີຄົນໃດໜຶ່ງກຳລັງໃຊ້ຂໍ້ມູນສ່ວນບຸກຄົນຂອງທ່ານຢ່າງຜິດໆ, ເຊິ່ງລວມເຖິງໝາຍເລກປະກັນສັງຄົມຂອງທ່ານ ແລະ ວັນເດືອນປີເກີດ. ລາຍງານການລັກຂໍ້ມູນປະຈຳຕົວການຫວ່າງງານໃຫ້ແກ່ພວກເຮົາໂດຍໄວເທົ່າທີ່ເປັນໄປໄດ້. ຮຽນຮູ້ເພີ່ມເຕີມກ່ຽວກັບ ການລັກຂໍ້ມູນປະຈຳຕົວການຫວ່າງງານ ແລະ ການສໍ້ໂກງປະກັນການຫວ່າງງານ.
ການຢືນຢັນຕົວຕົນ
ທ່ານຕ້ອງຢັ້ງຢືນຕົວຕົນຂອງທ່ານເພື່ອຮັບເງິນສິດທິປະໂຫຍດຈາກໂຄງການປະກັນໄພການຫວ່າງງານ. ພວກເຮົາອາດຈະຕ້ອງໄດ້ມີການຢັ້ງຢືນຕົວຕົນໃນຫຼາຍຈຸດໃນລະຫວ່າງການຮ້ອງຂໍເຄມຂອງທ່ານ. ພວກເຮົາຈະມີຫຼາຍວິທີໃນກວດກາການຢັ້ງຢືນຕົວຕົນຂອງທ່ານເພື່ອໃຫ້ແນ່ໃຈວ່າພຽງແຕ່ທ່ານທີ່ສາມາດເຂົ້າເຖິງຂໍ້ມູນ ແລະ ສິດທິປະໂຫຍດຂອງທ່ານ. ພວກເຮົາໃຊ້ເຄື່ອງມືຫຼາຍປະເພດເພື່ອປົກປ້ອງຂໍ້ມູນຂອງທ່ານ ແລະ ສິດທິປະໂຫຍດຂອງທ່ານ ໃນຂະນະດຽວກໍ່ມີການປ້ອງກັນການສໍ້ໂກງ. ຜູ້ຮ້ອງຂໍໃໝ່ທັງໝົດຈະປະຕິບັດຂັ້ນຕອນການຢັ້ງຢືນຕົວຕົນໃຫ້ສຳເລັດກ່ອນທີ່ຈະສາມາດໄດ້ຮັບເງິນອຸດໜູນ.
ຮຽນຮູ້ເພີ່ມເຕີມຢູ່ໜ້າເວັບ ຢືນຢັນຕົວຕົນຂອງທ່ານ ແລະ ປົກປ້ອງຕົວທ່ານເອງຈາກການສໍ້ໂກງ ຂອງພວກເຮົາ.
iMatchSkills
ນີ້ແມ່ນເຄື່ອງມືຈັບຄູ່ວຽກຢູ່ອອນລາຍຂອງກົມການຈ້າງງານແຫ່ງລັດອໍຣິກັນ. ມັນຈະໃຊ້ທັກສະ ຂອງທ່ານ ແລະ ປະຫວັດການເຮັດວຽກເພື່ອຊອກຫາວຽກທີ່ສາມາດເຮັດໄດ້. ຍິ່ງທ່ານໃຫ້ລາຍລະອຽດຫຼາຍສໍ່າໃດ, iMatchSkills ກໍສາມາດຊ່ວຍເຫຼືອທ່ານໄດ້ດີສໍ່ານັ້ນ. ລົງທະບຽນຢູ່ imatchskills.org.
ການຮ້ອງຂໍເບື້ອງຕົ້ນ
ແມ່ນໃບຄໍາຮ້ອງຂໍເງິນອຸດໜູນປີ. ເພື່ອຊອກຫາວ່າທ່ານມີສິດໄດ້ຮັບເງິນອຸດໜູນ, ທ່ານຈໍາເປັນຕ້ອງປະກອບຂໍ້ມູນໃສ່ໃນໃບຄໍາຮ້ອງ ຫຼື ບໍ່. ນີ້ເອີ້ນວ່າການຍື່ນຄໍາຮ້ອງຂໍເບື້ອງຕົ້ນ. ທ່ານພຽງແຕ່ຍື່ນການຮ້ອງຂໍເບື້ອງຕົ້ນໜຶ່ງຄັ້ງຕໍ່ປີເງິນອຸດໜູນ.
ລາຍໄດ້ສຸດທິ
ເງິນທີ່ທ່ານເອົາກັບບ້ານ, ຫຼັງຈາກຫັກພາສີແລະ ຫັກຄ່າອື່ນໆ.
OED
: ກົມການຈ້າງງານແຫ່ງລັດອໍຣິກັນ (OED ,ໂດຍມັນແມ່ນຕົວອັກສອນຫຍໍ້ພາສາອັງກິດ) ແມ່ນໜ່ວຍງານແຮງງານຂອງລັດ. ພວກເຮົາສົ່ງເສີມການຈ້າງງານສຳລັບປະຊາຊົນອໍຣິກັນໂດຍພັດທະນາແຮງງານທີ່ມີຄວາມຫຼາກຫຼາຍ ແລະ ມີທັກສະຫຼາຍຢ່າງ ແລະ ພວກເຮົາໃຫ້ການສະໜັບສະໜູນໃນລະຫວ່າງຊ່ວງການຫວ່າງງານ. ຮຽນຮູ້ເພີ່ມເຕີມກ່ຽວກັບພວກເຮົາ.
ລະບົບການເຄລມທາງອອນລາຍ (OCS ,ໂດຍມັນແມ່ນຕົວອັກສອນຫຍໍ້ພາສາອັງກິດ)
Frances Online ແມ່ນເປັນການປ່ຽນແທນລະບົບ ລະບົບການຮ້ອງຂໍຜ່ານທາງອອນໄລນ໌.
ການຈ່າຍເງິນເກີນ
ການຈ່າຍເງິນເກີນຈະເກີດຂຶ້ນເມື່ອທ່ານໄດ້ຮັບເງິນອຸດໜູນທີ່ທ່ານບໍ່ມີສິດໄດ້ຮັບ. ການຈ່າຍເງິນເກີດຂຶ້ນເມື່ອມີຄົນຂໍ້ມູນໃຫ້ພວກເຮົາບໍ່ຖືກຕ້ອງ ຫຼື ບາງສ່ວນ. ຄວາມຜິດພາດຂອງອົງການຍັງເຮັດໃຫ້ເກີດການຈ່າຍເກີນ. ຄົນອື່ນອາດເປັນສາເຫດໃນເວລາທີ່ການຕັດສິນໃຈທີ່ພວກເຮົາເຮັດຖືກປ່ຽນແປງໃນການອຸທອນຫຼັງຈາກທີ່ພວກເຮົາໄດ້ຮັບຂໍ້ມູນໃໝ່.
ເມື່ອມີການຈ່າຍເງິນເກີນ, ພວກເຮົາມີພັນທະຕາມກົດໝາຍເພື່ອພະຍາຍາມກູ້ພວກມັນຄືນ. ຖ້າທ່ານບໍ່ໄດ້ເຮັດໃຫ້ເກີດການຈ່າຍເງິນເກີນ, ຕາມປົກກະຕິພວກເຮົາ “ຊົດເຊີຍ” ໜີ້ສິນນັ້ນໂດຍການຫັກຈໍານວນເງິນທີ່ເປັນໜີ້ຈາກເງິນອຸດໜູນໃນອະນາຄົດທີ່ທ່ານມີສິດໄດ້ຮັບ.
ການຮັບປະກັນທີ່ສົມເຫດສົມຜົນ
ສໍາລັບນັກການສຶກສາ, ທ່ານອາດຈະມີສິດໄດ້ຮັບເງິນອຸດໜູນໃນຊ່ວງເວລາປິດໂຮງຮຽນຖ້າທ່ານບໍ່ໄດ້ຮັບ “ການຮັບປະກັນທີ່ສົມເຫດສົມຜົນ” ວ່າທ່ານຈະກັບຄືນມາຫຼັງຈາກພັກ. ໂດຍທົ່ວໄປແລ້ວ, ການຮັບປະກັນທີ່ສົມເຫດສົມຜົນໝາຍຄວາມວ່າທ່ານມີການສະເໜີການເຮັດວຽກໃນຄວາມສາມາດດຽວກັນ ຫຼື ຄ້າຍຄືກັນກັບອັດຕາຄ່າແຮງງານດຽວກັນ (ຫຼື ພາຍໃນ 90%). ການສະເຫນີອາດເປັນລາຍລັກອັກສອນ, ເວົ້າປາກເປົ່າ ຫຼື ຕີຄວາມໝາຍ. ແນວໃດກໍ່ຕາມ, ພວກເຮົາຕ້ອງທົບທວນການຮ້ອງຂໍຂອງທ່ານ ເພື່ອທຳການຕັດສິນໃຈນັ້ນ.
ອ່ານເພີ່ມເຕີມກ່ຽວກັບປະກັນໄພການຫວ່າງງານ ແລະ ຜູ້ເຮັດວຽກໃນໂຮງຮຽນ.
ເຮັດວຽກໃຫ້ຕົນເອງ
ຖ້າຫາກວ່າທ່ານກໍາລັງເຮັດວຽກໃຫ້ກັບຕົວທ່ານເອງແທນທີ່ຈະເປັນນາຍຈ້າງ, ທ່ານກໍາລັງເຮັດວຽກໃຫ້ກັບຕົນເອງ.
ປະກັນໄພຫວ່າງງານການຝຶກອົບຮົມ (TUI)
ໂຄງການນີ້ເຮັດໃຫ້ຄົນງານທີ່ຍ້າຍຖິ່ນຖານມີສິດໄດ້ເຂົ້າໂຮງຮຽນ ແລະ ໄດ້ຮັບເງິນອຸດໜູນເປັນປົກກະຕິໃນເວລາດຽວກັນ ເພື່ອໃຫ້ເຂົາເຈົ້າສາມາດສືບຕໍ່ເບິ່ງແຍງຄອບຄົວຂອງເຂົາເຈົ້າ ແລະ ໄດ້ວຽກເຮັດງານທຳ. ໂຄງການບໍ່ຈ່າຍເງິນຄ່າຝຶກອົບຮົມໃຫ້ຕົວມັນເອງ, ແຕ່ແທນທີ່ຈະເອົາຄວາມຕ້ອງການຊອກວຽກອອກຈາກການຮ້ອງຂໍປະຈໍາອາທິດຂອງທ່ານໃນຂະນະທີ່ທ່ານເຂົ້າໂຮງຮຽນເຕັມເວລາ.
ຮຽນຮູ້ເພີ່ມເຕີມກ່ຽວກັບ ໂຄງການປະກັນໄພການຫວ່າງງານສຳລັບການຝຶກອົບຮົມ.
ຫວ່າງງານ
ໂດຍທົ່ວໄປແລ້ວ, ທ່ານຖືກພິຈາລະນາວ່າຄົນຫວ່າງງານໃນອາທິດໃດໜື່ງທີ່ທ່ານເຮັດວຽກໜ້ອຍກວ່າ 40 ຊົ່ວໂມງ ແລະ ມີລາຍໄດ້ໜ້ອຍກວ່າຈຳນວນເງິນນະໂຍບາຍເປັນລາຍອາທິດຂອງທ່ານ.
ການປະກັນການຫວ່າງງານ (UI ,ໂດຍມັນແມ່ນຕົວອັກສອນຫຍໍ້ພາສາອັງກິດ)
ການປະກັນການຫວ່າງງານ (UI) ທົດແທນສ່ວນລາຍໄດ້ທີ່ທ່ານສູນເສຍເມື່ອທ່ານຫວ່າງງານ. ມັນບໍ່ແມ່ນການຊ່ວຍເຫຼືອສາທາລະນະ. ນາຍຈ້າງສະໜອງທຶນໃຫ້ແກ່ໂຄງການ UI ແລະ UI ຈະບໍ່ມີການຫັກອາກອນຈາກແຊັກເງິນຄ່າຈ້າງຂອງລູກຈ້າງ.
U.S. Bank ReliaCard®
ກົມການຈ້າງງານ ຈະຊໍາລະສິດທິປະໂຫຍດ ທາງອີເລັກໂທຣນິກໂດຍບັດເດບິດ Visa ຂອງU.S. Bank ReliaCard ຫຼື ໂດຍການຝາກເງິນໂດຍກົງ. ຖ້າທ່ານບໍ່ນໍາໃຊ້ການຝາກເງິນໂດຍກົງ, ທ່ານຈະໄດ້ຮັບ ReliaCard.
ອາທິດລໍຖ້າ
ອາທິດທີ່ລໍຖ້າແມ່ນອາທິດທໍາອິດທີ່ທ່ານຍື່ນຄໍາຮ້ອງຂໍປະຈຳອາທິດ ແລະ ຕອບສະໜອງເງື່ອນໄຂການມີສິດໄດ້ຮັບທັງໝົດ. ກ່ອນທີ່ທ່ານຈະສາມາດເລີ່ມໄດ້ຮັບເງິນອຸດໜູນ, ກົດໝາຍລັດອໍເຣກອນຮຽກຮ້ອງໃຫ້ລໍຖ້າໜຶ່ງອາທິດ. ທ່ານຈະບໍ່ໄດ້ຮັບເງິນໃດໆສໍາລັບອາທິດນັ້ນ, ແຕ່ອາທິດທີ່ຮ້ອງຂໍແມ່ນຈໍາເປັນຕ້ອງໄດ້ຮັບສິນເຊື່ອສໍາລັບອາທິດທີ່ລໍຖ້າ.
ຈຳນວນຜົນປະໂຫຍດປະຈຳອາທິດ (WBA ,ໂດຍມັນແມ່ນຕົວອັກສອນຫຍໍ້ພາສາອັງກິດ)
ຈຳນວນຜົນປະໂຫຍດປະຈຳອາທິດ (WBA) ຂອງທ່ານແມ່ນ 1.25% ຂອງລາຍໄດ້ລວມຍອດທັງໝົດໃນປີຖານຂອງທ່ານ. ອີງຕາມກົດໝາຍຂອງລັດອໍຣິກັນ, ມັນຈະບໍ່ໜ້ອຍກວ່າຈຳນວນສິດທິປະໂຫຍດຂັ້ນຕໍ່າ ຫຼື ຫຼາຍກວ່າຈຳນວນສິດທິປະໂຫຍດສູງສຸດທີ່່ທ່ານສາມາດໄດ້ຮັບ.
ຕົວຢ່າງວ່່າ, ພະນັກງານທີ່ມີລາຍໄດ້ $20 ຕໍ່ຊົວໂມງ, ເຮັດວຽກ 40 ຊົວໂມງຕໍ່ອາທິດໃນປີຜ່ານມາຈະໄດ້ $520 ຕໍ່ອາທິດຂອງນະໂຍບາຍ. $20 x 40 = $800 ຕໍ່ອາທິດ x 52 ອາທິດ = $41,600. $41,600 x 1.25% = $520.
ຈໍານວນເງິນຕໍ່າສຸດ ແລະ ສູງສຸດຈະໄດ້ຮັບການອັບເດດທຸກປີ. ຕັ້ງແຕ່ວັນທີ 1 ກໍລະກົດ 2024:
- ເງິນຊ່ວຍເຫຼືອຕໍ່າສຸດຕໍ່ອາທິດຈຳນວນ: $196
- ເງິນຜົນປະໂຫຍດສູງສຸດຕໍ່ອາທິດຈໍານວນ: $836
ການເຄລມປະຈຳອາທິດ
ເພື່ອຮັບສິດທິປະໂຫຍດການຫວ່າງງານ, ທ່ານຕ້ອງຍື່ນການເຄລມປະຈຳອາທິດ. ສິ່ງນີ້ແມ່ນແຕກຕ່າງຈາກການເຄລມເບື້ອງຕົ້ນ. ການເຄລມປະຈຳອາທິດຈະກຳນົດວ່າພວກເຮົາຈະສົ່ງເງິນໃຫ້ທ່ານຫຼາຍສໍ່າໃດສຳລັບອາທິດທີ່ຜ່ານມາ. ການອ້າງສິດປະຈຳອາທິດແມ່ນຈະຖືກຍື່ນສຳລັບອາທິດທີ່ຜ່ານມາ ແລະ ເລີ່ມຕົ້ນໃນວັນອາທິດ ແລະ ສິ້ນສຸດລົງໃນວັນເສົາ. ທ່ານຕ້ອງລໍຖ້າຈົນຮອດວັນອາທິດ ເພື່ອຍື່ນການເຄລມປະຈຳອາທິດຂອງທ່ານສຳລັບອາທິດທີ່ສິ້ນສຸດລົງໃນວັນເສົາ.
ການແບ່ງປັນວຽກ
ໂຄງການການແບ່ງປັນວຽກເຮັດໃຫ້ນາຍຈ້າງມີຕົວເລືອກເພື່ອຢຸດພັກແຮງງານຂອງພວກເຂົາ. ນາຍຈ້າງສາມາດຮັກສາລູກຈ້າງທີ່ມີທັກສະໃນລະຫວ່າງເວລາຖົດຖອຍໂດຍຫຼຸດຊົ່ວໂມງເຮັດວຽກຂອງພວກເຂົາ. ພະນັກງານທີ່ມີສິດເຊິ່ງຖືກຫຼຸດຊົ່ວໂມງເຮັດວຽກຈະໄດ້ຮັບສ່ວນຂອງສິດທິປະໂຫຍດປະກັນການຫວ່າງງານເພື່ອທົດແທນສຳລັບຄ່າຈ້າງທີ່ສູນເສຍ. ຮຽນຮູ້ເພີ່ມເຕີມກ່ຽວກັບ ອໍຣິກອນການແບ່ງປັນວຽກ.
WorkSource Oregon
WorkSource Oregon ເຊື່ອມຕໍ່ຜູ້ຊອກຫາວຽກກັບໂອກາດວຽກ ແລະ ການຝຶກອົບຮົມຫຼາຍພັນລາຍການ ແລະ ເຊື່ອມຕໍ່ນາຍຈ້າງກັບຕົວແທນສະໝັກວຽກທີ່ມີຄຸນສົມບັດ. ການບໍລິການແມ່ນບໍ່ເສຍຄ່າ. WorkSource Oregon ໃຫ້ການບໍລິການດັ່ງຕໍ່ໄປນີ້:
- ການສົ່ງຕໍ່ວຽກ
- ການສຳມະນາທີ່ຄອບຄຸມຫົວຂໍ້ຕ່າງໆ ເຊັ່ນ: ການກະກຽມເພື່ອສຳພາດ, ການຂຽນຊີວະປະຫວັດ ແລະ ຄວາມຮູ້ຄອມພິວເຕີພື້ນຖານ
- ການວາງແຜນວິຊາຊີບ
- ໂອກາດການສຶກສາ ແລະ ການຝຶກອົບຮົມທີ່ມີການຊ່ວຍເຫຼືອຈາກທຶນການສຶກສາ
1099G
1099-G ແມ່ນແບບຟອມອາກອນທີ່ສົ່ງໃຫ້ຜູ້ທີ່ໄດ້ຮັບເງິນອຸດໜູນ. ທ່ານໃຊ້ມັນໃນເວລາທີ່ທ່ານກໍາລັງຍື່ນອາກອນລາຍໄດ້ຂອງລັດຖະບານກາງ ແລະ ລັດກັບການບໍລິການລາຍໄດ້ພາຍໃນ (IRS) ແລະ ພະແນກອາກອນລັດອໍເຣກອນ.ທ່ານສາມາດດາວໂຫຼດຂອງທ່ານໄດ້ໃນ Frances Online.