ແມ່ນຫຍັງຄື 1099-G?

ແບບຟອມ 1099-G ແມ່ນແບບຟອມອາກອນທີ່ພວກເຮົາສົ່ງຫາປະຊາຊົນທີ່ພວກເຮົາໄດ້ຈ່າຍສິດທິປະໂຫຍດການປະກັນໄພການຫວ່າງງານ. ທ່ານໃຊ້ມັນເມື່ອທ່ານຍື່ນອາກອນລາຍໄດ້ຕໍ່ລັດຖະບານກາງ ແລະ ລັດ.

ໃນໜ້ານີ້:

ຂ້ອຍຈະໄດ້ຮັບແບບຟອມ 1099-G ສໍາລັບການປະກັນໄພຫວ່າງງານໄດ້ແນວໃດ?

ພວກເຮົາຈະສົ່ງແບບຟອມ 1099-G ຂອງທ່ານທາງໄປສະນີສໍາລັບຮັບຜົນປະໂຫຍດຂອງປີກ່ອນພາຍໃນວັນທີ 31 ມັງກອນ.

ຫຼັງຈາກແບບສົ່ງແບບຟອມແລ້ວ, ທ່ານສາມາດເບິ່ງ ແລະ ພິມ 1099-G ຂອງທ່ານໃນ Frances Online.

ນີ້ແມ່ນວິທີທີ່ງ່າຍທີ່ສຸດ ແລະ ໄວທີ່ສຸດໃນການເບິ່ງ ຫຼື ພິມແບບຟອມ 1099-G ຂອງທ່ານ.

ຫຼັງຈາກທີ່ທ່ານເຂົ້າສູ່ລະບົບ Frances Online:

  • ໃນໜ້າທໍາອິດຂອງທ່ານ, ເລືອກ “I Want To…”
  • ໃນແຜງຈົດໝາຍ, ເລືອກ “View Letters.”
  • ຊອກຫາຈົດໝາຍທີ່ມີຊື່ວ່າ “1099-G.”

ເພື່ອຮັກສາຂໍ້ມູນຂອງທ່ານໃຫ້ປອດໄພ, ພວກເຮົາຈະບໍ່ໄດ້ສົ່ງແບບຟອມ 1099-G ທາງອີເມວ. ເຂົາເຈົ້າຖືກສົ່ງໄປແບບຟອມ 1099-G ຈະຖືກສົ່ງໄປທີ່ຢູ່ຕາມທີ່ພວກເຮົາມີໃນໄຟລ໌. ທາງສາມາດເບິ່ງການດາວໂຫຼດ ຫຼື ພິມແບບຟອມ 1099-G ໄດ້ຈາກ Frances Online ໄດ້ຕະຫຼອດເວລາ.

ເພື່ອຂໍແກ້ໄຂ ຫຼື ພິມຄືນໃໝ່ແບບຟອມ 1099-G:

  • ໄປທີ່ frances.oregon.gov/Claimant (ທ່ານບໍ່ຈໍາເປັນຕ້ອງເຂົ້າສູ່ລະບົບບັນຊີຂອງທ່ານ).
  • ຊອກຫາ “Form 1099 Correction or Reprint.”
  • ເລືອກ “ຂໍ Request a Correction to or Reprint of Your Form 1099” ແລະ ປະຕິບັດຕາມຄໍາແນະນໍາ. ທ່ານຈະຕ້ອງໃຊ້ລະຫັດບັດປະຈໍາຕົວຈາກແບບຟອມ 1099-G ແລະ ໝາຍເລກປະກັນສັງຄົມ (SSN) ຂອງທ່ານ.
  • ນອກນັ້ນທ່ານຍັງສາມາດສົ່ງຂໍ້ຄວາມໃນ Frances Online ໄດ້ເຊັ່ນກັນ. ຖ້າທ່ານບໍ່ສາມາດເຂົ້າສູ່ລະບົບ Frances Online ໄດ້, ໃຫ້ໃຊ້ແບບຟອມຕິດຕໍ່ພວກເຮົາ. ເລືອກ “1099G Questions” ໃນເມນູໝວດໝູ່.
  • ໂທຫາໜ່ວຍງານບັນທຶກ ແລະ ການພິຈາລະນາໃໝ່ ແລະ ຝາກຂໍ້ຄວາມໄວ້ທີ່ໝາຍເລກ 503-947-1320.

ເພື່ອຂໍແບບຟອມ 1099-G ສໍາລັບປີ 2023 ຫຼື ໄວກວ່ານັ້ນ:

  • ສົ່ງຂໍ້ຄວາມເຖິງພວກເຮົາພ້ອມຮ້ອງຂໍຂອງທ່ານໃນ Frances Online. ເຂົ້າສູ່ລະບົບ Frances Online ແລະ ເລືອກ “I Want To...” ຈາກນັ້ນເລືອກ “Send a Message” ຂ້າງລຸ່ມ “Messages” ການສົ່ງຂໍ້ຄວາມໃນຂະນະທີ່ເຂົ້າສູ່ລະບົບຈະຊ່ວຍໃຫ້ພວກເຮົາຕອບກັບໄດ້ໄວຂຶ້ນ.
  • ຖ້າທ່ານບໍ່ສາມາດເຂົ້າສູ່ລະບົບ Frances Online, ໃຫ້ໃຊ້ແບບຟອມຕິດຕໍ່ພວກເຮົາ. ເລືອກ “1099G Questions” ໃນເມນູໝວດໝູ່.
  • ໂທຫາໜ່ວຍງານບັນທຶກ ແລະ ການພິຈາລະນາໃໝ່ ແລະ ຝາກຂໍ້ຄວາມສຽງໄວ້ທີ່ໝາຍເລກ 503-947-1320.

ສິ່ງສຳຄັນ — ເມື່ອທ່ານເຮັດການຮ້ອງຂໍ, ກະລຸນາລະບຸ:

  • ຊື່ເຕັມຂອງທ່ານ
  • ໝາຍເລກປະຈໍາຕົວຜູ້ຮຽກຮ້ອງ ຫຼື ສີ່ຕົວເລກສຸດທ້າຍຂອງໝາຍເລກປະກັນສັງຄົມຂອງທ່ານ
  • ໝາຍເລກໂທລະສັບ
  • ທີ່ຢູ່ປັດຈຸບັນ

ຫຼັງຈາກທີ່ພວກເຮົາໄດ້ຮັບຂໍ້ມູນທັງໝົດແລ້ວ, ພວກເຮົາຈະສົ່ງແບບຟອມ 1099-G ໄປຫາທີ່ຢູ່ທີ່ພວກເຮົາມີຢູ່ໃນໄຟລ໌. ຈົດໝາຍສະບັບນີ້ຍັງຈະຢູ່ໃນ Frances Online.

ເພື່ອອັບເດດທີ່ຢູ່ຂອງທ່ານ:

ກະລຸນາເຂົ້າສູ່ລະບົບ Frances Online ເພື່ອໃຫ້ແນ່ໃຈວ່າທີ່ຢູ່ຂອງທ່ານຖືກຕ້ອງກ່ອນທີ່ຈະສົ່ງຄໍາຮ້ອງຂໍໃຫ້ພວກເຮົາ.

  • ຖ້າທ່ານອັບເດດທີ່ຢູ່ຂອງທ່ານ, ນີ້ອາດເຮັດໃຫ້ສິດຜົນປະໂຫຍດຂອງທ່ານຊັກຊ້າໃນຂະນະທີ່ພວກເຮົາຢືນຢັນຂໍ້ມູນຂອງທ່ານ. ກວດສອບຂໍ້ຄວາມໃນ U.S. Mail ແລະ Frances Online ຂອງທ່ານເປັນປະຈຳເພື່ອເບິ່ງວ່າທ່ານຕ້ອງເຮັດຫຍັງຕໍ່ໄປ.
  • ຖ້າທ່ານບໍ່ສາມາດເຂົ້າສູ່ລະບົບ Frances Online ໄດ້ ແລະ ທ່ານໄດ້ຍ້າຍ:
    • ສົ່ງຂໍ້ຄວາມຫາພວກເຮົາໂດຍໃຊ້ແບບຟອມຕິດຕໍ່ພວກເຮົາ.
      • ເລືອກ “1099G Questions” ໃນເມນູໝວດໝູ່.
      • ລວບລວມຂໍ້ມູນລະອຽດກ່ຽວກັບທີ່ຢູ່ຂອງທ່ານໃນຂໍ້ຄວາມ
      • ພວກເຮົາຈະຕ້ອງຢືນຢັນຂໍ້ມູນນີ້ກ່ອນທີ່ຈະສົ່ງແບບຟອມ 1099-G, ເຊິ່ງອາດຈະໃຊ້ເວລາຫຼາຍຂື້ນ.
    • ໂທຫາ 877-345-3484 ເພື່ອລົມກັບຕົວແທນ. ປະລິມານສາຍການໂທເຂົ້າ ແລະ ເວລາໃນການລໍຖ້າອາດຈະສູງ, ດັ່ງນັ້ນພວກເຮົາແນະນຳໃຫ້ສົ່ງຂໍ້ຄວາມໂດຍໃຊ້ແບບຟອມຕິດຕໍ່ພວກເຮົາ.
The Conde B. McCullough Memorial Bridge crosses Coos Bay on U.S. Route 101 near North Bend. The green girders rise above blue water.

ເປັນຫຍັງຂ້າພະເຈົ້າຈຶ່ງໄດ້ຮັບແບບຟອມອາກອນ 1099-G?

ພວກເຮົາຕ້ອງລາຍງານສິດທິປະໂຫຍດສຳລັບການຫວ່າງງານໃດໜຶ່ງທີ່ທ່ານໄດ້ຮັບໃນລະຫວ່າງປີຕໍ່ໜ່ວຍງານບໍລິການສັບພາກອນ (IRS) ແລະ ກົມລາຍໄດ້ປະຈຳລັດອໍຣີກອນ. ເມື່ອທ່ານສະໝັກຂໍສິດທິປະໂຫຍດການປະກັນໄພສຳລັບການຫວ່າງງານ, ທ່ານສາມາດເລືອກທີ່ຈະໃຫ້ມອບ 10% ຂອງຈຳນວນສິດທິປະໂຫຍດປະຈຳອາທິດຂອງທ່ານສຳລັບອາກອນລາຍໄດ້ຕໍ່ລັດຖະບານກາງ ແລະ ມອບ 6% ສຳລັບອາກອນລາຍໄດ້ຕໍ່ລັດ. ທ່ານສາມາດອັບເດດທາງເລືອກການຫັກພາສີຢູ່ບ່ອນຈ່າຍໄດ້ທຸກເວລາ ຢູ່ໃນ Frances Online.

ຂ້າພະເຈົ້າຈະເຮັດຫຍັງແດ່ກັບແບບຟອມ1099-G ສະບັບປັບປຸງຕາມຂໍ້ມູນທີ່ປະກອບໃຫ້?

ຖ້າພວກເຮົາເຫັນວ່າ ມີບ່ອນຜິດ ຫຼື ທ່ານສະເໜີໃຫ້ມີການປ່ຽນແປງ, ພວກເຮົາຈະສົ່ງແບບຟອມ 1099-G ສະບັບທີ່ດັດແກ້ຖືກຕ້ອງແລ້ວໄປໃຫ້ທ່ານ.  ພວກເຮົາຈະສົ່ງເອກະສານສະບັບປັບປຸງ ໄປໃຫ້ທາງສະນີ ແລະ ທ່ານສາມາດເຂົ້າເບິ່ງເອກະສານນີ້ໄດ້ໃນ Frances Online

Frances Online ແມ່ນວິທີທີ່ງ່າຍ ແລະ ໄວທີ່ສຸດໃນການເບິ່ງແບບຟອມ 1099-G ແລະ ພີມອອກ. ພາຍຫຼັງທີ່ທ່ານລົງທະບຽນເຂົ້າລະບົບ Frances Online: 

  • ໃນໜ້າຫຼັກ (Home page), ໃຫ້ເລືອກເອົາ “ຂ້າພະເຈົ້າຕ້ອງການ... (I Want To…)”
  • ໃນແຖບຈົດໝາຍ (Letters panel), ໃຫ້ເລືອກເອົາ “ເບິ່ງຈົດໝາຍ (View Letters).”
  • ຊອກເບິ່ງຈົດໝາຍທີ່ເອີ້ນວ່າ “1099-G.” 

ແບບຟອມ ອາກອນ 1099-G ສະບັບປັບປຸງແລ້ວ ຈະມີຫ້ອງໃຫ້ເລືອກເອົາ “ແກ້ໄຂຖືກຕ້ອງແລ້ວ (corrected)”. 

ຖ້າທ່ານບໍ່ທັນໄດ້ຕື່ມຂໍ້ມູນອາກອນຂອງທ່ານສໍາລັບປີທີ່ທ່ານສະເໜີຂໍ, ໃຫ້ນໍາໃຊ້ ແບບຟອມ 1099-G ສະບັບໃໝ່ລ້າສຸດ ໃນເວລາທີ່ທ່ານຍື່ນເອກະສານອາກອນລາຍຮັບຂອງທ່ານ ໃຫ້ແກ່ຂັ້້ນລັດຖະບານກາງ ແລະ ຂັ້ນລັດ.    

ຖ້າທ່ານໄດ້ຕື່ມຂໍ້ມູນອາກອນຂອງທ່ານສໍາລັບປີນັ້ນໃສ່ແລ້ວ, ທ່ານຈະຕ້ອງໄດ້ຍື່ນແບບຟອມຂໍແກ້ໄຂຂໍ້ມູນ (amended return).  ທ່ານສາມາດຊອກຫາຂໍ້ມູນກ່ຽວກັບການຍື່ນແບບຟອມຂໍແກ້ໄຂຂໍ້ມູນຂັ້ນລັດຖະບານກາງ ໄດ້ທີ່ ເວັບໄຊທ໌ຂອງອົງການບໍລິການຈັດເກັບລາຍຮັບພາຍໃນ (Internal Revenue Service, IRS) ແລະ ຂໍ້ມູນກ່ຽວກັບການຍື່ນ ແບບຟອມຂໍແກ້ໄຂຂໍ້ມູນຂັ້ນລັດ ທີ່ ເວັບໄຊທ໌ຂອງພະແນກຈັດກັບລາຍຮັບລັດອໍເຣກອນ (Oregon Department of Revenue).  

ຂໍຄໍາແນະນໍາເພີ່ມເຕີມກ່ຽວກັບການຂໍແກ້ໄຂຂໍ້ມູນຈາກຜູ້ຊ່ຽວຊານດ້ານອາກອນ  Oregon Department of Revenue ມີຂໍ້ມູນກ່ຽວກັບບ່ອນທີ່ທ່ານຈະສາມາດຂໍ ການຊ່ວຍເຫຼືອລ້າກ່ຽວກັບການຍື່ນເອກະສານອາກອນ

ຂ້າພະເຈົ້າຂອງຮັບແບບຟອມ 1099-G ໄດ້ບໍ່ ຖ້າວ່າໄດ້ຈ່າຍເງິນສ່ວນເກີນຄືນໃຫ້ແລ້ວ?

ຖ້າທ່ານໄດ້ຈ່າຍ ເງິນສ່ວນເກີນໄປແລ້ວ ເຊິ່ງທ່ານໄດ້ຮັບໃນປີປະຕິທິນກ່ອນໜ້ານີ້, ທ່ານກໍສາມາດຂໍຮັບແບບຟອມ 1099-G. 

ແບບຟອມ 1099-G ຈະໃຊ້ສໍາລັບປີປະຕິທິນທີ່ທ່ານໄດ້ຈ່າຍເງິນຄືນໃຫ້. ແບບຟອມດັ່ງກ່າວຈະສະແດງໃຫ້ເຫັນວ່າ ທ່ານໄດ້ຈ່າຍເງິນຄືນໃຫ້ຫຼາຍປານໃດແລ້ວ ແລະ ທ່ານສາມາດໃຊ້ແບບຟອມນີ້ໃນເວລາທີ່ທ່ານຍື່ນເອກະສານອາກອນຢູ່ຂັ້ນລັດ ຫຼື ຂັ້ນລັດຖະບານກາງ. 

ໃນກໍລະນີນີ້, ພວກເຮົາຈະບໍ່ໄດ້ສ້າງ ແລະ ສົ່ງແບບຟອມ 1099-G ທາງໄປສະນີ ໃຫ້ທ່ານໂດຍອັດຕະໂນມັດ. 

ຕົວຢ່າງ 

ທ່ານໄດ້ຮັບເງິນສ່ວນເກີນໃນປີ 2023 ໄປແລ້ວ. ທ່ານໄດ້ຈ່າຍເງິນສ່ວນເກີນຄືນ ໃນປີ 2025 ແລະ ບໍ່ໄດ້ຮັບຜົນປະໂຫຍດຂອງການວ່າງງານແບບອື່ນໆອີກໃນປີ 2025. ທ່ານຈະບໍ່ໄດ້ຮັບ ແບບຟອມ 1099-G  ທີ່ມີມູນຄ່າເງິນຈ່າຍເກີນໃນເດືອນ ມັງກອນ 2026 ໂດຍອັດຕະໂນມັດ.  ທ່ານຈະຕ້ອງໄດ້ສະເໜີຂໍແບບຟອມ 1099-G ໂດຍນໍາໃຊ້ວິທີການໃດໜຶ່ງ ຕໍ່ໄປນີ້. 

ສະເໜີຂໍແບບຟອມ 1099-G ຫຼັງຈາກຈ່າຍເງິນຄືນ.

ທ່ານສາມາດສະເໜີວ່າ ພວກເຮົາສາມາດສ້າງແບບຟອມ 1099-G  ໃນບັນຊີ Frances Online ຂອງທ່ານໄດ້ ແລະ ສົ່ງເອກະສານນີ້ທາງໄປສະນີເຖິງທ່ານ ໂດຍ:

  • ສົ່ງຂໍ້ຄວາມເຖິງພວກເຮົາພ້ອມກັບມີໜັງສືສະເໜີ ໃນ Frances Online.
  • ນໍາໃຊ້ ແບບຟອມຕິດຕໍ່ພວກເຮົາ (Contact Us form).
  • ໂທຫາໜ່ວຍງານບັນທຶກ ແລະ ປະເມີນຜົນຄືນໃໝ່ (Records and Redetermination Unit) ແລະ ຝາກຂໍ້ຄວາມສຽງທີ່ໝາຍເລກ 503-947-1320.

ສິ່ງສໍາຄັນ — ເວລາທີ່ທ່ານດໍາເນີນການສະເໜີຂໍ, ກະລຸນາ ສະໜອງຂໍ້ມູນຕໍ່ໄປນີ້ໃຫ້ຄົບຖ້ວນ:

  • ຊື່ແທ້ຂອງທ່ານ
  • ໝາຍເລກຂອງຜູ້ສະເໜີ (Claimant ID) ຫຼື 4 ຕົວເລກທາງທ້າຍ ຂອງໝາຍເລກປະກັນສັງຄົມຂອງທ່ານ
  • ໝາຍເລກໂທລະສັບ
  • ທີ່ຢູ່ປະຈຸບັນ

ກະລຸນາຕິດຕໍ່ ຜູ້ຊ່ຽວຊານດ້ານອາກອນຂອງທ່ານ ຫຼື ອົງການບໍລິການຈັດເກັບລາຍຮັບພາຍໃນ (Internal Revenue Service) ສໍາລັບ ຂໍ້ມູນເພີ່ມເຕີມວ່າ ມັນຈະມີຜົນກະທົບແນວໃດກັບອາກອນຂອງທ່ານ. 

ເປັນຫຍັງຈຳນວນໃນກ່ອງ 1 ໃນແບບຟອມ 1099-G ຂອງຂ້າພະເຈົ້າຈຶ່ງແຕກຕ່າງຈາກຈຳນວນສິດທິປະໂຫຍດຕົວຈິງທີ່ຂ້າພະເຈົ້າໄດ້ຮັບ?

ແບບຟອມ 1099-G ລາຍງານຈຳນວນຍອດລວມຂອງການຊົດເຊີຍການຫວ່າງງານທີ່ທ່ານໄດ້ຮັບ, ບໍ່ແມ່ນຈຳນວນສຸດທິ. ຫຼັງຈາກທີ່ທ່ານຫັກອາກອນລາຍໄດ້ຕໍ່ລັດຖະບານກາງ ແລະ ລັດອອກຈາກຈຳນວນໃນແບບຟອມມ 1099-G ຂອງທ່ານ, ມັນຄວນກົງກັບສິ່ງທີ່ທ່ານໄດ້ຮັບຕົວຈິງ.

ໃນບາງກໍລະນີ, ແບບຟອມ 1099-G ຂອງທ່ານອາດບໍ່ຖືກຕ້ອງ ເພາະມີການສົ່ງຄືນ ແຊັກສິດທິປະໂຫຍດ ຫຼື ການຈ່າຍເງິນ Reliacard ໃຫ້ກັບ OED ຫຼື ເພາະບໍ່ມີການນໍາໃຊ້ການຈ່າຍເງິນຄືນກ່ອນທີ່ຈະອອກແບບຟອມ 1099-G ຂອງທ່ານ. ໃນສະຖານະການເຫຼົ່ານັ້ນ, ພວກເຮົາຈະສົ່ງແບບຟອມ 1099-G ສະບັບປັບປຸງໄປຫາທ່ານ ຫຼັງຈາກທີ່ພວກເຮົາກວດສອບການຈ່າຍສິດທິປະໂຫຍດຂອງທ່ານ.

ຖ້າທ່ານຕ້ອງການຍື່ນອາກອນຂອງທ່ານກ່ອນທີ່ຈະໄດ້ຮັບແບບຟອມ 1099-G ສະບັບປັບປຸງ, IRS ມີຂໍ້ມູນກ່ຽວກັບວິທີການຍື່ນໂດຍບໍ່ມີແບບຟອມ 1099-G ສະບັບປັບປຸງຂອງທ່ານ. ຖ້າທ່ານມີຄຳຖາມເພີ່ມເຕີມ, ມີຫຼາຍວິທີທີ່ຈະຕິດຕໍ່ພວກເຮົາຢູ່ໜ້າເວັບ ວິທີທີ່ຈະຕິດຕໍ່ກັບພວກເຮົາ.

ຖ້າແບບຟອມ 1099-G ຂອງທ່ານບໍ່ກົງກັບປະຫວັດບັນທຶກຂອງທ່ານ ແລະ ແຕກຕ່າງກັນຢ່າງສິ້ນເຊີງ (ຕົວຢ່າງ: ທ່ານໄດ້ຮັບສິດທິປະໂຫຍດໃນມູນຄ່າ $5,000, ແຕ່ແບບຟອມ 1099-G ຂອງທ່ານລະບຸວ່າທ່ານໄດ້ຮັບ $15,000), ກະລຸນາແຈ້ງໃຫ້ພວກເຮົາຮັບຊາບ. ເຂົ້າເບິ່ງໜ້າເວັບ ວິທີທີ່ຈະຕິດຕໍ່ກັບພວກເຮົາ ສຳລັບວິທີຕ່າງໆເພື່ອຮ້ອງຂໍໃຫ້ທີມງານຄວບຄຸມການຈ່າຍສິດທິປະໂຫຍດກວດສອບການອ້າງສິດຂອງທ່ານສຳລັບການສໍ້ໂກງທີ່ອາດເກີດຂຶ້ນ. ກະລຸນາລາຍງານ ການສໍ້ໂກງ ຫຼື ການສົງໄສວ່າມີການສໍ້ໂກງ ຕໍ່ພວກເຮົາໃນທັນທີຜ່ານ ແບບຟອມຂະໂມຍ ID ຂອງພວກເຮົາ ຫຼື ໂທຫາ 1-877-668-3204.

ເປັນຫຍັງຂ້າພະເຈົ້າຈຶ່ງບໍ່ໄດ້ຮັບແບບຟອມ 1099-G?

ມີສອງເຫດຜົນທີ່ວ່າເປັນຫຍັງທ່ານຈຶ່ງອາດບໍ່ໄດ້ຮັບແບບຟອມ 1099-G:

  • ພວກເຮົາໄດ້ສົ່ງແບບຟອມ 1099-G ຂອງທ່ານໄປທີ່ຢູ່ທີ່ພວກເຮົາມີປະຫວັດບັນທຶກໄວ້ສຳລັບທ່ານ. ຖ້າທ່ານຍ້າຍບ່ອນຢູ່ໂດຍບໍ່ໄດ້ແກ້ໄຂທີ່ຢູ່ຂອງທ່ານກັບພວກເຮົາ, ແບບຟອມ 1099-G ຂອງທ່ານແມ່ນໄດ້ສົ່ງໄປຫາທີ່ຢູ່ເກົ່າຂອງທ່ານ. ຖ້າທ່ານບໍ່ໄດ້ຮັບແບບຟອມ 1099-G ຂອງທ່ານ ທາງໄປສະນີ, ທ່ານສາມາດຊອກຫາໄດ້ໃນ Frances Online.
  • ການຈ່າຍສິດທິປະໂຫຍດທັງໝົດຂອງທ່ານແມ່ນດຳເນີນການຫຼັງຈາກວັນທີ 31 ທັນວາ. ຖ້າມັນເປັນເຊັ່ນນັ້ນ, ທ່ານຈະບໍ່ໄດ້ຮັບແບບຟອມ 1099-G ສຳລັບປີອາກອນນັ້ນໆ. ໃນທາງກົງກັນຂ້າມ, ທ່ານຈະໄດ້ຮັບແບບຟອມ 1099-G ໃນປີຖັດໄປ, ເຊິ່ງຄຸ້ມຄອງປີອາກອນທີ່ທ່ານໄດ້ຮັບການຈ່າຍເງິນຂອງທ່ານ.

ຂ້າພະເຈົ້າຍ້າຍບ່ອນຢູ່ນັບຕັ້ງແຕ່ທີ່ສະໝັກຂໍສິດທິປະໂຫຍດ. ຂ້າພະເຈົ້າຈະຮັບແບບຟອມ 1099-G ຂອງຂ້າພະເຈົ້າໄດ້ແນວໃດ?

ພວກເຮົາໄດ້ສົ່ງແບບຟອມ 1099-G ຂອງທ່ານໄປຫາທີ່ຢູ່ທີ່ພວກເຮົາມີຢູ່ໃນແຟ້ມເອກະສານ. ຖ້າທ່ານໄດ້ຍ້າຍບ່ອນຢູ່ ແຕ່ບໍ່ໄດ້ອັບເດດຂໍ້ມູນການຕິດຕໍ່ຂອງທ່ານ, ທ່ານສາມາດດາວໂຫຼດແບບຟອມ 1099-G ໄດ້ ໃນ Frances Online. ນອກຈາກນັ້ນ, ພວກເຮົາກໍຍັງຊຸກຍູ້ໃຫ້ທ່ານອັບເດດທີ່ຢູ່ຂອງທ່ານອີກດ້ວຍ. ຖ້າທ່ານມີຄຳຖາມກ່ຽວກັບການປ່ຽນແປງທີ່ຢູ່ ຫຼື ການດາວໂຫຼດແບບຟອມ, ກະລຸນາເຂົ້າເບິ່ງ ໜ້າເວັບວິທີທີ່ຈະຕິດຕໍ່ກັບພວກເຮົາ ເພື່ອຊອກຫາວິທີທີ່ດີສຸດທີ່ສະມາຊິກໃນທີມງານຄວບຄຸມການຈ່າຍສິດທິປະໂຫຍດຂອງພວກເຮົາຈະສາມາດຊ່ວຍເຫຼືອທ່ານໄດ້.

ຂ້າພະເຈົ້າຕ້ອງການໃຫ້ມອບອາກອນຈາກສິດທິປະໂຫຍດການຫວ່າງງານຂອງຂ້າພະເຈົ້າ. ຂ້າພະເຈົ້າຈະດຳເນີນການເຊັ່ນນັ້ນໄດ້ແນວໃດ?

ທ່ານອາດເລືອກທີ່ຈະມອບ 10% ຂອງຈຳນວນສິດທິປະໂຫຍດປະຈຳອາທິດຂອງທ່ານສຳລັບອາກອນລາຍໄດ້ຕໍ່ລັດຖະບານກາງ ແລະ ມອບ 6% ສຳລັບອາກອນລາຍໄດ້ຕໍ່ລັດ. ອາກອນໃດໜຶ່ງທີ່ພວກເຮົາຫັກອອກແມ່ນຈະສົ່ງໄປຫາ IRS ແລະ ກົມຈ້າງງານປະຈຳລັດອໍຣີກອນໃນທັນທີ. ການປ່ຽນແປງສະຖານະອາກອນຂອງທ່ານແມ່ນຈຳເປັນຕ້ອງມີ ແບບຟອມການອະນຸຍາດການສົ່ງມອບອາກອນ (1040WH) ທີ່ຕື່ມຂໍ້ມູນຄົບຖ້ວນ.

ຖ້າທ່ານບໍ່ເລືອກທີ່ຈະສົ່ງມອບອາກອນຢ່າງຫ້າວຫັນ, ພວກເຮົາຈະຫັກພວກມັນອອກຈາກການຈ່າຍສິດທິປະໂຫຍດຂອງທ່ານ. ຖ້າທ່ານບໍ່ມອບອາກອນຈາກການຊົດເຊີຍສຳລັບການຫວ່າງງານຂອງທ່ານ, ມັນສາມາດສົ່ງຜົນໃຫ້ເກີດພັນທະອາກອນ.

ເປັນຫຍັງຂ້າພະເຈົ້າຈຶ່ງໄດ້ຮັບແບບຟອມ 1099-G ເມື່ອຂ້າພະເຈົ້າບໍ່ໄດ້ສະໝັກຂໍ ຫຼື ໄດ້ຮັບສິດທິປະໂຫຍດການປະກັນໄພການຫວ່າງງານສຳລັບປີນັ້ນໆ?

ຖ້າທ່ານໄດ້ຮັບແບບຟອມ 1099-G ແຕ່ບໍ່ໄດ້ຍື່ນຂໍສິດທິປະໂຫຍດໃນປີທີ່ມັນຄອບຄຸມ, ສິ່ງນີ້ສາມາດເປັນການສໍ້ໂກງ! ກະລຸນາລາຍງານການສໍ້ໂກງ ຫຼື ການສົງໄສການສໍ້ໂກງໃຫ້ພວກເຮົາຮັບຊາບໃນທັນທີຜ່ານ ແບບຟອມຂະໂມຍ ID ຂອງພວກເຮົາ ຫຼື ໂທຫາ 1-877-668-3204.

ແບບຟອມຂະໂມຍ ID