ຄຳຖາມທີ່ພົບເຫັນເລື້ອຍໆ

ຕ້ອງການຄວາມຊ່ວຍເຫຼືອ ຫຼື ຄຳແນະນຳກ່ຽວກັບ Frances ອອນລາຍ ບໍ່?

  • ເພື່ອໃຫ້ໄດ້ຮັບການບໍລິການທີ່ວ່ອງໄວທີ່ສຸດ, ໃຫ້ໃຊ້ Frances Online ຢູ່ທີ່ frances.oregon.gov

    ທ່ານສາມາດຂໍເງິນອຸດໜູນ, ຂໍເງິນອຸດໜູນປະຈໍາອາທິດ, ເລີ່ມການຮ້ອງຂໍຄືນໃໝ່ ແລະ ອື່ນໆອີກຜ່ານເວັບໄຊທ໌ທີ່ຮັບປະກັນ ແລະ  ປອດໄພຂອງພວກເຮົາ. Frances Online ແມ່ນໃຫ້ບໍລິການຕະຫຼອດເຈັດວັນໃນອາທິດ.

    ສ້າງບັນຊີ Frances ອອນໄລນ໌ເພື່ອໃຊ້ຄຸນສົມບັດເຫຼົ່ານີ້. ເຊີງມີຄວາມວ່ອງໄວ, ປອດໄພ, ແລະ ສາມາດນໍາໃຊ້ໄດ້ຕະຫຼອດເວລາ. ທ່ານສາມາດນໍາໃຊ້ຢູ່ໃນເຄື່ອງຄອມພິວເຕີ, ແທັບເລັດ, ຫຼື ໂທລະສັບສະຫຼາດໂຟນ. ສ້າງບັນຊີຂອງທ່ານນະດຽວນີ້ໄດ້ເລີຍຢູ່ທີ່ frances.oregon.gov

    ຕ້ອງການຄວາມຊ່ວຍເຫຼືອ ຫຼື ຄຳແນະນຳກ່ຽວກັບ Frances ອອນລາຍ ບໍ່? ຮັບຂໍ້ມູນເພີ່ມເຕີມໄດ້ທີ່ unemployment.oregon.gov/frances.

  • ສູນປະຕິບັດງານ

    ກວດເຊັກເບິ່ງສູນປະຕິບັດງານຢ່າງເປັນປົກກະຕິສໍາລັບຂໍ້ຄວາມຈາກພວກເຮົາ ແລະ ໜ້າວຽກທີ່ທ່ານຈໍາເປັນຕ້ອງເຮັດສໍາເລັດ. 

  • ການສະໝັກຂໍສິດທິປະໂຫຍດ

    ບົນໜ້າຈໍຫຼັກ, ເລືອກໄປທີ່ “File an Unemployment Insurance claim” ເພື່ອເລີ່ມການສະໝັກເບື້ອງຕົ້ນຂອງທ່ານ. ການສະໝັກໃນເບື້ອງຕົ້ນແມ່ນຈະໃຊ້ເວລາເປັນໄລຍະໜຶ່ງປີ, ໂດຍປົກກະຕິແລ້ວຈະນັບຈາກອາທິດທີ່ທ່ານຍື່ນໃບສະໝັກ. ຫຼັງຈາກທີ່ທ່ານສະໝັກແລ້ວ, ທ່ານຈະຕ້ອງໄດ້ຍື່ນຄໍາຮ້ອງທຸກອາທິດສໍາລັບອາທິດໃດທີ່ທ່ານຕ້ອງການທີ່ຈະໄດ້ຮັບຜົນປະໂຫຍດ.

    How to file an initial application for benefits

  • ປະກອບສໍານວນຮ້ອງຂໍປະຈໍາອາທິດ

    ຫຼັງຈາກທີ່ທ່ານໄດ້ຍື່ນສໍານວນຮຽກຮ້ອງເບື້ອງຕົ້ນຂອງທ່ານສຳເລັດແລ້ວ, ທ່ານຈະພົບວ່າໜ້າຈໍຫຼັກຈະບົ່ງບອກເຖິງ “Current Unemployment Insurance Benefits.” ຊອກຫາຂໍ້ຄວາມສະຖານະທີ່ບົ່ງບອກວ່າ “Ready to File.” ເມື່ອມັນປາກົດຂື້ນ, ທ່ານສາມາດເລືອກ “File Now” ເພື່ອສະໝັກຂໍສິດທິປະໂຫຍດສໍາລັບອາທິດນັ້ນໆ. ທ່ານສາມາດຍື່ນສໍານວນສໍາລັບຮ້ອງຂໍ້ປະຈຊາອາທິດໄດ້ຫຼັງຈາກໝົດກໍານົດ. ຖ້າທ່ານຍື່ນສໍານວນຮ້ອງຂໍໃນເບື້ອງຕົ້ນຂອງທ່ານໃນອາທິດນີ້, ທ່ານຈໍາເປັນຈະຕ້ອງລໍຖ້າຈົນຮອດວັນອາທິດເພື່ອຈະໄດ້ຍື່ນຄໍາຮ້ອງຂໍປະຈໍາອາທິດທໍາອິດຂອງທ່ານ. ການຮຽກຮ້ອງປະຈໍາອາທິດຈະຊ່ວຍໃຫ້ພວກເຮົາກໍານົດວ່າສິດທີ່ຈະໄດ້ຮັບຜົນປະໂຫຍດຂອງທ່ານໃນແຕ່ລະອາທິດ. ເພື່ອສືບຕໍ່ໄດ້ຮັບສິດທິປະໂຫຍດ, ຖ້າທ່ານໄດ້ຮັບສິດ, ທ່ານຈໍາເປັນຈະຕ້ອງຍື່ນຄໍາຮ້ອງປະປະຈໍາອາທິດແຍກຕ່າງຫາກໃນທຸກໆອາທິດ.

    How to file a weekly claim

  • ລາຍລະອຽດຂອງສິດທິປະໂຫຍດ

    ແຜງຫນ້າຈໍຫຼັກດັ່ງກ່າວນີ້ຈະມີລາຍລະອຽດກ່ຽວກັບການສະເໜີຂອງທ່ານ. 

    • ຈົງຂັດເລືອກ “View Week History” ເພື່ອເຂົ້າເບິ່ງລາຍລະອຽດຂອງແຕ່ລະລາຍການຂອງການສະເໜີປະຈໍາອາທິດ, ລວມທັງວັນທີທີ່ຊໍາລະ, ສິດທິປະໂຫຍດປະຈໍາອາທິດຂອງທ່ານ, ການຕັດຮອນ, ແລະ ຫັກຢູ່ນະທີ່ຈ່າຍ. ແຕ່ລະອາທິດຍັງຈະມີການລີ້ງກ່ຽວກັບການຕັດສິນໃຈຕ່າງໆໃນອາທິດນັ້ນໆ.
    • ຄັດເລືອກ “View or Change Benefit Details” ແລະ ຫຼັງຈາກນັ້ນ “Monetary” ເພື່ອເບິ່ງລາຍລະອຽດກ່ຽວກັບເວລາທີ່ການສະເໜີຂອງທ່ານທີ່ໄດ້ເລີ່ມຕົ້ນ, ຈໍານວນອາທິດທີ່ຍັງເຫຼືອ, ສິດທິປະໂຫຍດສູງສຸດຂອງທ່ານ ແລະ ຈໍານວນສິດທິປະໂຫຍດທີ່ຍັງເຫຼືອຂອງທ່ານ.
    • ຄັດເລືອກ “Update Benefit Payment Method” ເພື່ອຫັນປ່ຽນວິທີທີ່ທ່ານໄດ້ຮັບເງິນຂອງທ່ານ. 
  • ການຮຽກເຄມປະຈໍາອາດທິ

    ໜ້າຈໍຫຼັກຈະມີລາຍລະອຽດປະຈໍາອາທິດທີ່ທ່ານໄດ້ຮຽກເຄມໃນໄລຍະມໍ່າໆມານີ້. ຖ້າຫາກມີບັນຫາ, ອາດຈະມີການລີ້ງໄປຍັງແບບສອບຖາມທີ່ທ່ານຈໍາເປັນຕ້ອງໄດ້ປະກອບໃຫ້ສໍາເລັດ. ຄັດເລືອກ “Respond to Questionnaire” ເຊື່ອມໄປຍັງຈຸດເລີ່ມຕົ້ນ.

  • ເລີ່ມເຄມຂອງທ່ານຄືນໃໝ່

    ຖ້າຫາກທ່ານບໍ່ທັນໄດ້ປະກອບຂໍ້ມູນເພື່ອເຄມປະຈໍາອາທິດ ຫຼື ນອກເໜືອຈາກນັ້ນ, ທ່ານຈໍາເປັນຈະຕ້ອງໄດ້ທໍາການເລີ່ມການເຄມຂອງທ່ານຄືນໃຫມ່ຖ້າຫາກທ່ານຕ້ອງການຍື່ນຂໍເຄມປະຈໍາອາທິດ. ຄັດເລືອກ “Reopen or File an Additional Claim” ໃນແຜງ “Restart My Claim”. 

    ໃຊ້ທາງເລືອກດັ່ງກ່າວນີ້ຖ້າຫາກທ່ານມີການເຄມຂໍນະໂຍບາຍການຫວ່າງງານທີ່ເປີດຢູ່ແລ້ວ ແລະ ທ່ານ:

    • ບໍ່ທັນໄດ້ເຮັດໄປຫນຶ່ງອາທິດ ຫຼື ຫຼາຍກວ່ານັ້ນ ໃນການປະກອບຂໍ້ມູນຂໍເຄມປະຈໍາອາທິດ, ຫຼື
    • ນະຕອນນີ້ຫວ່າງງານຫຼັງຈາກໄລຍະເວລາຂອງການເຮັດວຽກເພີ່ມເຕີມ.

    How to restart a claim

  • ປ່ຽນແປງທີ່ຢູ່

    ພວກເຮົາຈະສົ່ງຂໍ້ມູນທີ່ສໍາຄັນຕ່າງໆໄປຍັງທີ່ຢູ່ດັ່ງກ່າວນີ້, ລວມທັງແບບຟອມແຈ້ງເສຍພາສີ ແລະ ການຕັດສິນໃຈກ່ຽວກັບສິດທິປະໂຫຍດຂອງທ່ານ. ທ່ານສາມາດຄັດເລືອກເອກະສານທັງໝົດທີ່ຖືກສົ່ງຜ່ານທາງອີເລັກໂທຣນິກ, ແຕ່ພວກເຮົາຈໍາເປັນຕ້ອງສົ່ງບາງເອກະສານຜ່ານທາງໄປສະນີຂອງສະຫະລັດ, ສະນັ້ນໃຫ້ກວດເບິ່ງກ່ອງຈົດໝາຍຂອງທ່ານຢ່າງເປັນປະຈໍາ. 

    ທໍາການອັບເດດທີ່ຢູ່ຂອງທ່ານຫຼັງຈາກເຂົ້າສູ່ລະບົບ Frances Online:

    • ຄັດເລືອກ “I Want To…”
    • ໃນແຖບ “Names, Addresses, and Contacts”,ໃຫ້ເລືອກ “Manage Names and Addresses”.
    • ໃນຫນ້າຈໍຖັດໄປ, ຄັດເລືອກ “Addresses”.
    • ເລືອກທີ່ຢູ່ທາງໄປສະນີ ຫຼື ທີ່ຢູ່ຕົວຈີງຂອງທ່ານ, ບາດແລ້ວຄັດເລືອກ “Change this address”.
    • ຫຼັງຈາກທີ່ທ່ານໄດ້ທໍາການປັບປຸງຂໍ້ມູນ, ຈົ່ງຢືນຢັນທີ່ຢູ່ໂດຍຄັດເລືອກ “Click here to verify your address”.
    • ຄັກເລືອກ “Next” ເພື່ອໄປຍັງໜ້າຈໍຖັດໄປ ແລະ ຫຼັງຈາກນັ້ນເລືອກໃຫ້ຄັດເລືອກ “Submit”.

    Update your information in Frances Online

  • ວິທີຊໍາລະສໍາລັບສິດທີປະໂຫຍດ

    ທ່ານສາມາດລົງທະບຽນເພື່ອຮັບການຊໍາລະສິດທິປະໂຫຍດຂອງທ່ານຜ່ານການຝາກໂດຍກົງ ຫຼື ຜ່ານບັດເດບິດຈ່າຍລ່ວງຫນ້າ. ທ່ານສາມາດອັບເດດທາງເລືອກຂອງທ່ານໄດ້ໂດຍການເລືອກ “Update Benefit Payment Method” ໃນແຜງລາຍລະອຽດຜົນປະໂຫຍດ. 

    ທາງເລືອກການຈ່າຍເງິນ

  • ສ້າງ ຫຼື ປ່ຽນແປງລະຫັດ PIN

    ສ້າງລະຫັດ PIN (ໝາຍເລກປະຈໍາຕົວ) ເພື່ອນໍາໃຊ້ເພື່ອຮຽກເຄມປະຈໍາອາທິດໃນໜ້າຈໍ “I Want To…”. ຄັດເລືອກ “Change My PIN for the Weekly Claim Line” ໃນແຜງ “PINs for Weekly Claim Phone System”. 

    Update your information in Frances Online

  • ຕ້ອງການຄວາມຊ່ວຍເຫຼືອຫຼັງຈາກທີ່ທ່ານໄດ້ປະກອບຂໍ້ມູນສະຫມັກ?

    ພວກເຮົາຕ້ອງການທີ່ຈະໃຫ້ຄວາມຊ່ວຍເຫຼືອ ແລະ ວິທີທີ່ຈະເຖີງພວກເຮົາຢ່າງໄວວາແມ່ນຈະຕ້ອງນໍາໃຊ້ທາງເລືອກ “Send a Message” ໃນລະບົບ Frances ອອນໄລນ໌. ເຂົ້າສູ່ລະບົບ ແລະ ໄປທີ່ຫນ້າຈໍ “I Want To…” ເພື່ອຄັດເລືອກເອົາ “Messages” ໃນແຜງກະດານ “Send a Message”. ຖ້າຫາກທ່ານບໍ່ສາມາດເຂົ້າສູ່ລະບົບ Frances ໄລນ໌ໄດ້, ຈົ່ງນໍາໃຊ້ ແບບຟອມ “ຕິດຕໍ່ພວກເຮົາ”ຜ່ານທາງອອນໄລນ໌ໄດ້ນະທີ unemployment.oregon.gov/contact. ໃນຂະນະທີ່ບາງບັນຫາອາດໃຊ້ເວລາເຖິງສອງອາທິດເພື່ອທໍາການແກ້ໄຂ, ພວກເຮົາສາມາດແກ້ໄຂບາງບັນຫາພາຍໃນຫນຶ່ງມື້ຕາມການຮ້ອງຂໍ. 

    Send a message through Frances Online