Report ID Theft or UI Fraud
ການສໍ້ໂກງປະກັນໄພຫວ່າງງານແມ່ນການລາຍງານຂໍ້ມູນຜິດ ຫຼື ການກັກຂໍ້ມູນໂດຍເຈດຕະນາເພື່ອໃຫ້ໄດ້ຮັບຜົນປະໂຫຍດເງິນຊ່ວຍເຫຼືອ. ຖ້າທ່ານຕັ້ງໃຈເຊື່ອງ ຫຼື ລາຍງານຂໍ້ມູນຜິດ, ມັນເປັນການສໍ້ໂກງ. ການສໍ້ໂກງເປັນອາຊະຍາກຳ ແລະ ສາມາດສົ່ງຜົນໃຫ້ມີການລົງໂທດເຖິງ ແລະ ລວມທັງການດຳເນີນຄະດີທາງອາຍາ.
ບາງຕົວຢ່າງທີ່ສາມາດເປັນການສໍ້ໂກງ:
- ບໍ່ລາຍງານການປະຕິເສດວຽກ ຫຼື ວຽກທີ່ທ່ານພາດໄປໃນຂະນະທີ່ກຳລັງຮຽກຮ້ອງເອົາຜົນປະໂຫຍດເງິນຊ່ວຍເຫຼືອ
- ໃຫ້ຂໍ້ມູນປອມ ຫຼື ກັກຂໍ້ມູນໄວ້ເພື່ອເອົາຜົນປະໂຫຍດເງິນຊ່ວຍເຫຼືອ
- ການບໍ່ລາຍງານເງິນທັງໝົດທີ່ທ່ານຫາມາໄດ້ເມື່ອຍື່ນຂໍຜົນປະໂຫຍດເງິນຊ່ວຍເຫຼືອປະຈຳອາທິດ
- ບໍ່ລາຍງານການແຍກວຽກຂອງທ່ານຢ່າງຖືກຕ້ອງ
- ການຍື່ນຂໍ້ຮຽກຮ້ອງດ້ວຍການໃຊ້ລະຫັດລະບຸຕົວຕົນຂອງຄົນອື່ນ
ຖ້າທ່ານມີຂໍ້ມູນກ່ຽວກັບການສໍ້ໂກງການຫວ່າງງານ, ກະລຸນາປະກອບໃສ່ໜຶ່ງໃນແບບຟອມສົ່ງຕໍ່ການສໍ້ໂກງຂອງພວກເຮົາຢູ່ລຸ່ມນີ້.
ລາຍງານການລັກ ID
ກະລຸນາໃຊ້ແບບຟອມຢູ່ລຸ່ມນີ້, ຖ້າທ່ານຄິດວ່າມີບາງຄົນລັກລະຫັດລະບຸຕົວຕົນຂອງທ່ານເພື່ອຮັບເອົາຜົນປະໂຫຍດເງິນຊ່ວຍເຫຼືອຫວ່າງງານ.
ລະຫັດລະບຸຕົວຕົນຂອງທ່ານອາດຈະຖືກລັກ, ຖ້າ:
- ທ່ານໄດ້ຮັບຈົດໝາຍຈາກພວກເຮົາກ່ຽວກັບຂໍ້ຮຽກຮ້ອງການຫວ່າງງານຂອງທ່ານ ແລະ ທ່ານບໍ່ໄດ້ຍື່ນຂໍ້ຮຽກຮ້ອງ.
- ທ່ານໄດ້ຮັບໃບເຊັກເງິນຜົນປະໂຫຍດເງິນຊ່ວຍເຫຼືອຫວ່າງງານຈາກພວກເຮົາໃນທາງໄປສະນີ ແລະ ທ່ານບໍ່ໄດ້ຍື່ນຂໍ້ຮຽກຮ້ອງຂໍຜົນປະໂຫຍເງິນຊ່ວຍເຫຼືອ.
- ນາຍຈ້າງຂອງທ່ານໄດ້ແຈ້ງໃຫ້ທ່ານຊາບວ່າພວກເຂົາໄດ້ຮັບແຈ້ງການຈາກພວກເຮົາຢູ່ທີ່ Employment Department (ພະແນກຈ້າງງານ) ທີ່ທ່ານໄດ້ຍື່ນຂໍ້ຮຽກຮ້ອງ.
- ທ່ານໄດ້ຮັບແບບຟອມ 1099G ສຳລັບປີເສຍພາສີ 2020 ຈາກພວກເຮົາ ແລະ ທ່ານບໍ່ໄດ້ຍື່ນຂໍ້ຮຽກຮ້ອງຂໍຜົນປະໂຫຍດເງິນຊ່ວຍເຫຼືອປະກັນໄພຫວ່າງງານໃນປີ 2020.
ສະມາຊິກທີມງານຂອງພວກເຮົາຈະຕິດຕໍ່ຫາທ່ານກ່ຽວກັບຂໍ້ຮຽກຮ້ອງການລັກລະຫັດລະບຸຕົວຕົນຂອງທ່ານ.
ID THEFT REPORTING FORM (ແບບຟອມການລາຍງານການລັກ ID)
ນາຍຈ້າງລາຍງານການສໍ້ໂກງ
ຖ້າທ່ານເປັນນາຍຈ້າງ ແລະ ເຊື່ອວ່າອາດຈະມີບາງຄົນໄດ້ຮັບຜົນປະໂຫຍດເງິນຊ່ວຍເຫຼືອທີ່ພວກເຂົາບໍ່ມີສິດໄດ້ຮັບ, ກະລຸນາແຈ້ງໃຫ້ພວກເຮົາຮູ້ໂດຍການລາຍງານມັນຜ່ານລິ້ງແນະນຳສົ່ງຕໍ່ການສໍ້ໂກງຢູ່ລຸ່ມນີ້. ເຖິງແມ່ນວ່າແບບຟອມສົ່ງຕໍ່ໄປຫາການສໍ້ໂກງທີ່ສົງໄສ, ນີ້ເປັນວິທີທີ່ຈະບອກພວກເຮົາກ່ຽວກັບສະຖານະການໃດໜຶ່ງທີ່ທ່ານຄິດວ່າອາດຈະມີບາງຄົນໄດ້ຮັບຜົນປະໂຫຍດເງິນຊ່ວຍເຫຼືອເມື່ອພວກເຂົາບໍ່ຄວນໄດ້ຮັບ.
ພະນັກງານອາດຈະຍັງມີສິດໄດ້ຮັບຜົນປະໂຫຍດເງິນຊ່ວຍເຫຼືອຫວ່າງງານ, ຖ້າພວກເຂົາປະຕິເສດວຽກເໝາະສົມທີ່ສະເໜີໃຫ້ເນື່ອງຈາກເຫດຜົນກ່ຽວຂ້ອງກັບ COVID-19 ຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບຊົ່ວຄາວຂອງພວກເຮົາ.
ພະນັກງານອາດຈະຍັງມີສິດໄດ້ຮັບຜົນປະໂຫຍດເງິນຊ່ວຍເຫຼືອຫວ່າງງານ, ຖ້າພວກເຂົາ:
- ເຈັບປ່ວຍເປັນ COVID-19
- ອາດຈະສຳຜັດກັບເຊື້ອ COVID-19 ແລະ ຍັງຢູ່ໃນໄລຍະການກັກຕົວຕາມການກຳນົດ
- ພັກຢູ່ເຮືອນເພື່ອເບິ່ງແຍງດູແລສະມາຊິກຄອບຄົວ ຫຼື ຄົນອື່ນໆທີ່ພວກເຂົາອາໄສຢູ່ນຳ ຫຼື ຜູ້ທີ່ໃຫ້ການເບິ່ງແຍງດູແລ, ຜູ້ທີ່ກຳລັງເຈັບປ່ວຍຈາກ COVID-19 ຫຼື ຕ້ອງກັກຕົວຕາມກຳນົດ
- ບໍ່ສາມາດໄປເຮັດວຽກໄດ້ຍ້ອນວ່າພວກເຂົາຕ້ອງພັກຢູ່ບ້ານເພື່ອເບິ່ງແຍງດູແລເດັກນ້ອຍເນື່ອງຈາກມີການປິດໂຮງຮຽນ, ບ່ອນໃຫ້ການເບິ່ງແຍງດູແລເດັກ ຫຼື ສະຖານບໍລິການຄ້າຍຄືກັນນັ້ນເນື່ອງມາຈາກ COVID-19
- ຖືກບອກໃຫ້ເຮັດວຽກເມື່ອມັນຈະຮຽກຮ້ອງໃຫ້ພວກເຂົາດຳເນີນການທີ່ເປັນລະເມີດການກັກຕົວທີ່ກຳນົດ ຫຼື ຄຳສັ່ງຂອງລັດຖະບານ
- ບໍ່ສາມາດໄປເຮັດວຽກໄດ້ຍ້ອນພວກເຂົາໄດ້ຮັບຄຳແນະນຳຈາກຜູ້ໃຫ້ການເບິ່ງແຍງດູແລສຸຂະພາບ ຫຼື ໄດ້ຮັບຄຳແນະນຳຈາກເຈົ້າໜ້າທີ່ສາທາລະນະສຸກໃຫ້ກັກກັນຕົວເອງເນື່ອງຈາກມີຄວາມສ່ຽງທີ່ໄດ້ຈະໄດ້ຮັບເຊື້ອ ຫຼື ແພ່ເຊື້ອ COVID-19
ສັງຄົມທົ່ວໄປລາຍງານການສໍ້ໂກງ
ຖ້າທ່ານບໍ່ແມ່ນນາຍຈ້າງ, ແຕ່ມີຂໍ້ມູນກ່ຽວກັບການສໍ້ໂກງການຫວ່າງງານ, ກະລຸນາປະກອບໃສ່ການສົ່ງຕໍ່ການສໍ້ໂກງຂອງພວກເຮົາໂດຍປະຕິບັດຕາມລິ້ງການສົ່ງຕໍ່ການສໍ້ໂກງຢູ່ລຸ່ມນີ້. ພວກເຮົາທົບທວນເບິ່ງທຸກເຄັດລັບທີ່ພວກເຮົາໄດ້ຮັບ, ໂດຍບໍ່ຄຳນຶງເຖິງວ່າທ່ານໃຫ້ຂໍ້ມູນມາຫຼາຍປານໃດ. ເຖິງແນວໃດກໍຕາມ, ທ່ານຍິ່ງສາມາດໃຫ້ລາຍລະອຽດໄດ້ຫຼາຍເມື່ອທ່ານລາຍງານການສໍ້ໂກງການຫວ່າງງານ, ມັນຈະຊ່ວຍພວກເຮົາໄດ້ດີຂຶ້ນໃນການສືບສວນຂອງພວກເຮົາ.
ນອກຈາກຊື່ຂອງບຸກຄົນ ແລະ ກິດຈະກຳສໍ້ໂກງທີ່ພວກເຂົາກຳລັງເຮັດ, ການໃຫ້ລາຍລະອຽດເຊັ່ນ: ທີ່ຢູ່ຂອງພວກເຂົາ, ອາຍຸ ຫຼື ວັນເດືອນປີເກີດຂອງພວກເຂົາ ແລະ/ຫຼື ເລກປະກັນສັງຄົມຂອງພວກເຂົາຈະຊ່ວຍໃຫ້ພວກເຮົາລະບຸບຸກຄົນຢູ່ໃນບັນທຶກຂໍ້ຮຽກຮ້ອງຂອງພວກເຮົາໄດ້ດີຂຶ້ນ.
ຖ້າທ່ານກຳລັງລາຍງານບາງຄົນທີ່ກຳລັງເຮັດວຽກໃນຂະນະທີ່ກຳລັງຮັບຜົນປະໂຫຍດ, ນອກຈາກຂໍ້ມູນຂ້າງເທິງແລ້ວ, ການໃຫ້ຊື່ ແລະ ທີ່ຢູ່ຂອງນາຍຈ້າງພ້ອມທັງຄາດຄະເນໂດຍປະມານວ່າບຸກຄົນໄດ້ເຮັດວຽກໃຫ້ພວກເຂົາດົນປານໃດແລ້ວຈະຊ່ວຍໃຫ້ພວກເຮົາໃນການກວດກາເບິ່ງຂໍ້ຮຽກຮ້ອງ ແລະ ບັນທຶກຄ່າແຮງງານ ແລະ ການກຳນົດກິດຈະກຳການສໍ້ໂກງ.
ພວກເຮົາຮັກສາຂໍ້ມູນທີ່ທ່ານໃຫ້ມາໄວ້ເປັນຄວາມລັບ ແລະ ທ່ານສາມາດຂໍໃຫ້ບໍ່ເປີດເຜີຍຕົວຕົນໄດ້ເມື່ອລາຍງານການສໍ້ໂກງ UI. ເຖິງແນວໃດກໍຕາມ, ເນື່ອງຈາກກົດໝາຍວ່າດ້ວຍຄວາມລັບ, ພວກເຮົາບໍ່ສາມາດໃຫ້ຮູ້ຜົນຂອງການສືບສວນໃດໆໄດ້ໂດຍອີງຕາມຂໍ້ມູນທີ່ທ່ານໃຫ້ມາ. ພວກເຮົາຂໍສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງທ່ານ.