Skip to main content

Unemployment Identity Theft and Unemployment Insurance Fraud

ການ​ສໍ້​ໂກງປະ​ກັນ​ໄພຫວ່າງ​ງານ​ແມ່ນ​ບັນ​ຫາ​ຂອງ​ຊາດ ແລະ ການ​ຕໍ່​ຕ້ານ​ການ​ສໍ້​ໂກງ​ແມ່ນ​ບູ​ລິ​ມະ​ສິດ​ຂອງ​ໜ່ວຍ​ງານ​ທີ່​ພວມ​ດຳ​ເນີນ​ການ. ຕັ້ງ​ແຕ່​ມີ​ການ​ແພ່​ລະ​ບາດ​ຂອງ​ພະ​ຍາດ, ຜູ້​ສໍ້​ໂກງ ແລະ ຜູ້​ຫຼອກ​ລວງ​ໄດ້​ຮັບ​ເງິນ​ຜິດ​ກົດ​ໝາຍ​ຫຼາຍ​ຕື້​ໂດ​ລາ​ຢູ່​ໃນ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ປະ​ກັນ​ໄພ​ຫວ່າງ​ງານ​ໃນ​ທົ່ວ​ປະ​ເທດ. OED ກຳ​ລັງ​ເຮັດ​ວຽກ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ປ້ອງ​ກັນ, ກວດ​ຫາ ແລະ ສືບ​ສວນ​ການ​ສໍ້​ໂກງ. ພວກ​ເຮົາ​ເຮັດ​ໜ້າ​ທີ່​ຂອງ​ພວກ​ເຮົາ​ໃນ​ການ​ປົກ​ປ້ອງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ, ເງິນ​ຂອງ​ລັດ ແລະ ກອງ​ທຶນ​ເຊື່ອ​ໝັ້ນ (Trust Fund) ຂອງ​ພວກ​ເຮົາ​ຢ່າງ​ຈິງ​ຈັງ.

ຮັບ​ຮູ້ ແລະ ຫຼີກ​ລ່ຽງ​ອຸ​ບາຍຫຼອກ​ລວງ​ເອົາ​ປະ​ກັນ​ໄພ​ຫວ່າງ​ງານ

ໂດຍ​ທົ່ວ​ໄປ​ແມ່ນ​ໃຫ້​ນຳ​ໃຊ້​ຂັ້ນ​ຕອນ​ເຫຼົ່າ​ນີ້​ເພື່ອ​ປົກ​ປ້ອງ​ຕົວ​ທ່ານ​ຈາກ​ອຸ​ບາຍຫຼອກ​ລວງ​​ການ​ຫວ່າງ​ງານ:

  • ຢ່າ​ໃຫ້​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ຜ່ານ​ທາງ​ອີ​ເມວ ຫຼື ຂໍ້​ຄວາມ.
  • ຢ່າ​ໂອນ​ເງິນ ແລະ ຈົ່ງ​ຢ່າ​ສົນ​ໃຈກັບ​ຄຳ​ຮ້ອງ​ຂໍ​ຕໍ່​ໄປ​ນີ້:
  • ການສື່​ສານ​ທີ່​ກ່ຽວ​ຂ້ອງ​ກັບ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ UI ຂອງ​ທ່ານ​ຈາກ​ບາງ​ຄົນ​ທີ່​ຮຽກ​ເອົາ​ເງິນ;
  • ບາງ​ຄົນ​ຜູ້​ທີ່​ເວົ້າ​ວ່າ​ພວກ​ເຂົາ​ສາ​ມາດ​ຊ່ວຍ​ທ່ານ​ຍື່ນ​ຂໍ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ໄດ້​ໂດຍ​ມີ​ຄ່າ​ທຳ​ນຽມ ແລະ
  • ບາງ​ຄົນ​ທີ່​ອ້າງວ່າ​ເຮັດ​ວຽກ​ໃຫ້​ກັບ Employment Department (ພະ​ແນກ​ການ​ຈ້າງ​ງານ) ຜູ້​ທີ່​ເວົ້າ​ວ່າ​ພວກ​ເຂົາ​ຕ້ອງ​ການ​ຄ່າ​ທຳ​ນຽມ​ເພື່ອປະ​ກອບ​ໃບ​ຄຳ​ຮ້ອງ​ຂອງ​ທ່ານ​ໃຫ້​ສຳ​ເລັດ.
  • ພວກ​ເຮົາ​ຈະ​ບໍ່​ຂໍ​ເງິນ​ເພື່ອ​ແລກ​ປ່ຽນ​ໃຫ້​ທ່ານ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຂອງ​ທ່ານ.
  • ໝາຍ​ເຫດ: ພວກ​ເຮົາບໍ່ສົ່ງ​ຂໍ້​ຄວາມ​ຫາ​ຜູ້​ຮຽກ​ຮ້ອງ.
  • ຢ່າ​ເຊື່ອ​ຖື ຫຼື ອາ​ໄສ​ຂໍ້​ມູນ UI ຈາກ​ເວັບ​ໄຊ​ບໍ່​ເປັນ​ທາງ​ການ – ໃຫ້​ເຂົ້າ​ເບິ່ງ unemployment.oregon.gov ທຸກ​ຄັ້ງ​ສຳ​ລັບ​ຂໍ້​ມູນ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຫວ່າງ​ງານ​ຂອງ​ລັດ​ໂອ​ເລກອນ.
  • ໃຫ້​ຢູ່​ຫ່າງ​ໄກ​ຈາກ​ທີ່​ຢູ່​ເວັບ​ໄຊ ຫຼື ທີ່​ຢູ່ອີເມວທີ່ບໍ່ລົງ​ທ້າຍ​ດ້ວຍ​ຄຳ​ວ່າ .gov.
  • ກວດ​ເບິ່ງວ່າທີ່​ຢູ່​ຂຽນ Twitter ຖືກ​ຕ້ອງບໍ່. ຂອງ​ພວກ​ເຮົາ​ແມ່ນ @ORemployment.
  • ກວດ​ເບິ່ງວ່າ​ມີ​ຄົນ​ຖືກ​ໃຈ​ຈັກ​ຄົນ ແລະ ມີ​ຄົນ​ຕິດ​ຕາມ​ຈັກ​ຄົນ​ໃນ​ໜ້າ Facebook. ໜ້າ Facebook ທາງ​ການ​ຂອງ OED ມີ​ຄົນ​ຖືກ​ໃຈ​ຫຼາຍກວ່າ 11,000 ຄັ້ງ​ແລ້ວ​ດຽວ​ນີ້ ແລະ ຖືກກວດ​ສອບ​ແລ້ວ (ມີ​ໝາຍ​ຕິກ​ສີ​ຟ້າ).

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ພວກ​ເຮົາ​ຂໍ​ແນະ​ນຳ​ໃຫ້​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ:

ການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ການ​ຫວ່າງ​ງານ

ທຸກ​ລັດ​ປະ​ສົບ​ກັບ​ບັນ​ຫາ​ຂໍ້​ຮຽກ​ຮ້ອງ​ການ​ຫວ່າງ​ງານ​ທີ່​ເປັນ​ການ​ສໍ້​ໂກງ​ເພີ່ມ​ຂຶ້ນ​ທີ່​ອົງ​ການ​ຈັດ​ຕັ້ງ​ອາ​ຊະ​ຍາ​ກຳ​ໄດ້​ຍື່ນ​ດ້ວຍ​ການ​ໃຊ້​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ທີ່​ຖືກ​ລັກ​ທີ່​ພວກ​ເຂົາ​ໄດ້​ມາ​ຈາກ​ການ​ລະ​ເມີດ​ຂໍ້​ມູນ​ແຫ່ງ​ຊາດ​ໃນ​ອະ​ດີດ. ການ​ລະ​ເມີດ​ສ່ວນ​ໃຫຍ່​ເຫຼົ່າ​ນີ້​ແມ່ນ​ເກີດ​ຂຶ້ນ​ໃນ​ອະ​ດີດ ແລະ ພົວ​ພັນ​ກັບ​ຄວາມ​ພະ​ຍາ​ຍາມ​ທາງ​ດ້ານ​ອາ​ຊະ​ຍາ​ກຳ​ໃນ​ລະ​ດັບ​ກວ້າງ​ທີ່​ບໍ່​ກ່ຽວ​ຂ້ອງ​ກັບ​ການ​ຫວ່າງ​ງານ. ອາ​ຊະ​ຍາ​ກອນ​ກຳ​ລັງ​ໃຊ້​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ທີ່​ຖືກ​ລັກ​ໄປ​ເຫຼົ່າ​ນີ້​ເພື່ອ​ຕົວະ ແລະ ຮັບ​ເອົາ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ທີ່​ເປັນ​ການ​ສໍ້​ໂກງ​ໃນ​ຫຼາຍໆ​ລັດ.

ຜູ້​ອອກ​ອຸ​ບາຍ​ຫຼອກ​ລວງ​ຢູ່​ເບື້ອງຫຼັງການ​ສໍ້​ໂກງ UI ແມ່ນ​ປະ​ກົດ​ວ່າ​ກຳ​ລັງ​ນຳ​ໃຊ້​ເລກ​ປະ​ກັນ​ສັງ​ຄົມ ແລະ ຂໍ້​ມູນສາ​ມາດ​ລະ​ບຸ​ຕົວ​ບຸກ​ຄົນ​ໄດ້ອື່ນໆ​ເພື່ອ​ສະ​ໝັກ​ຂໍ ແລະ ຮັບ​ເອົາ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ UI. ໃນ​ຫຼາຍໆ​ສະ​ຖາ​ນະ​ການ, ຜູ້​ຕົກ​ເປັນ​ເຫຍື່ອ​ບໍ່​ຮູ້ວ່າ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ພວກ​ເຂົາ​ຕົກ​ໄປ​ຢູ່​ຜິດ​ມື.

ສັນ​ຍານ​ທີ່​ທ່ານ​ອາດ​ຈະ​ຕົກ​ເປັນ​ເຫຍື່ອ​ຂອງການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ການ​ຫວ່າງ​ງານ

ຜູ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ການ​ຫວ່າງ​ງານ​ສ່ວນ​ໃຫຍ່​ບໍ່​ຮູ້​ວ່າ​ໄດ້​ມີ​ການ​ຍື່ນ​ຂໍ້​ຮຽກ​ຮ້ອງ ແລະ/ຫຼື ດັ່ງ​ນັ້ນ​ໄດ້​ມີ​ການ​ຮັບ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ດ້ວຍ​ການ​ໃຊ້​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ຂອງ​ພວກ​ເຂົາ. ຫຼາຍ​ຄົນ​ພົບ​ເຫັນການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ການ​ຫວ່າງ​ງານທີ່​ເກີດ​ຂຶ້ນ​ພຽງ​ແຕ່​ເມື່ອ​ພວກ​ເຂົາ​ໄດ້​ຮັບ​ບາງ​ສິ່ງ​ບາງ​ຢ່າງ​ຢູ່​ໃນ​ອີ​ເມວ​ເຊັ່ນ: ການ​ຈ່າຍ​ເງິນ ຫຼື ແບບ​ຟອມ​ເສຍ​ພາ​ສີ 1099-G ທີ່​ລັດ​ອອກ​ໃຫ້​ທີ່​ບໍ່​ຖືກ​ຕ້ອງ ຫຼື ສຳ​ລັບ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ທີ່​ບໍ່​ໄດ້​ຮັບ. ນີ້​ແມ່ນ​ຕົວ​ຢ່າງແບບ​ຟອມ 1099-G.

ຖ້າ​ພວກ​ເຮົາ​ມີ​ທີ່​ຢູ່​ທາງ​ໄປ​ສະ​ນີ​ທີ່​ນຳ​ໃຊ້​ໄດ້​ໃນ​ສຳ​ນວນ​ສຳ​ລັບ​ທ່ານ, ພວກ​ເຮົາ​ຈະ​ສົ່ງ​ແບບ​ຟອມ​ເສຍ​ພາ​ສີ​ທີ່​ປັບ​ປຸງ​ແລ້ວ​ໃຫ​ທ່ານ. ຖ້າ​ທ່ານ​ຕ້ອງ​ການ​ແບບ​ຟອມ​ເສຍ​ພາ​ສີ​ທີ່​ປັງ​ປຸງ​ແລ້ວ​ເພື່ອ​ເຫດ​ຜົນ​ນີ້, ໃຫ້​ຕິດ​ຕໍ່ Employment Department (ພະ​ແນກ​ການ​ຈ້າງ​ງານ) ທັນ​ທີ​ຜ່ານໜ້າ Contact Us (ຕິດ​ຕໍ່​ພວກ​ເຮົາ). ສຳ​ລັບ​ການ​ຊ່ວຍ​ເຫຼືອ​ກ່ຽວ​ຂ້ອງ​ກັບ​ການ​ຍື່ນ​ເສຍ​ພາ​ສີ, ໃຫ້​ປຶກ​ສາ​ກັບ​ຜູ້​ຊ່ຽວ​ຊານ​ດ້ານ​ພາ​ສີ.

ທ່ານ​ອາດ​ຈະ​ຕົກ​ເປັນ​ເຫຍື່ອ​ຂອງການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ການ​ຫວ່າງ​ງານ, ຖ້າ​ທ່ານ​ໄດ້​ຮັບ:

  • ໄປ​ສະ​ນີ​ຈາກ​ໜ່ວຍ​ງານ​ລັດ​ຖະ​ບານ​ກ່ຽວ​ກັບ​ຂໍ້​ຮຽກ​ຮ້ອງ​ການ​ຫວ່າງ​ງານ ຫຼື ການ​ຊຳ​ລະ​ເງິນ ແລະ ທ່ານ​ບໍ່​ໄດ້​ຍື່ນ​ຂໍ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຫວ່າງ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້. ນີ້​ລວມ​ມີ​ການ​ຈ່າຍ​ເງິນ​ທີ່​ບໍ່​ໄດ້​ຄາດ​ການ​ໄວ້ ຫຼື ບັດເດ​ບິດ ແລະ ສາ​ມາດ​ມາ​ຈາກ​ທຸກ​ລັດ​ໄດ້.
  • ແບບ​ຟອມ​ເສຍ​ພາ​ສີ 1099-G ສະ​ທ້ອນ​ໃຫ້​ເຫັນ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຫວ່າງ​ງານ​ທີ່​ທ່ານບໍ່ໄດ້​ຄາດ​ໄວ້. ຫ້ອງ​ທີ 1 ໃນ​ແບບ​ຟອມ​ນີ້​ອາດ​ຈະ​ສະ​ແດງ​ໃຫ້​ເຫັນ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຫວ່າງ​ງານ​ທີ່​ທ່ານ​ບໍ່​ໄດ້​ຮັບ ຫຼື ຈຳ​ນວນ​ເງິນ​ເກີນ​ບັນ​ທຶກ​ຂອງ​ທ່ານ​ສຳ​ລັບ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຫວ່າງ​ງານ​ທີ່​ທ່ານ​ໄດ້​ຮັບ. ແບບ​ຟອມ​ອາດ​ຈະ​ມາ​ຈາກ​ລັດ​ທີ່​ທ່ານ​ບໍ່​ໄດ້​ອາ​ໄສ​ຢູ່ ຫຼື ບໍ່​ໄດ້​ຍື່ນ​ຂໍ​ຜົນ​ປະ​ໂຫຍດ.
  • ໃນ​ຂະ​ນະ​ທີ່​ທ່ານ​ຍັງ​ເຮັດ​ວຽກ​ຢູ່, ແຈ້ງ​ການ​ຈາກ​ນາຍ​ຈ້າງ​ຂອງ​ທ່ານ​ໃຫ້​ທ່ານ​ຮູ້​ວ່າ​ນາຍ​ຈ້າງ​ຂອງ​ທ່ານ​ໄດ້​ຮັບ​ຄຳ​ສະ​ເໜີ​ຂໍ​ຂໍ້​ມູນ​ກ່ຽວ​ກັບ​ຂໍ້​ຮຽກ​ຮ້ອງ​ການ​ຫວ່າງ​ງານ​ອອກ​ຊື່​ຂອງ​ທ່ານ​ທີ່​ທ່ານ​ບໍ່​ໄດ້​ຍື່ນ.

ຈະ​ເຮັດ​ແນວ​ໃດ, ຖ້າ​ທ່ານ​ໄດ້​ຮັບ​ເອ​ກະ​ສານ​ຈາກ OED, ແຕ່​ບໍ່​ໄດ້​ຍື່ນ​ຂໍ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ

ຖ້າ​ທ່ານ​ໄດ້​ຮັບ 1099-G tax form (ແບບ​ຟອມ​ຍື່ນ​ເສຍ​ພາ​ສີ 1099) ຈາກ Employment Department (ພະ​ແນກ​ການ​ຈ້າງ​ງານ) ແລະ ທ່ານບໍ່ໄດ້​ຍື່ນ ຫຼື ໄດ້​ຮັບ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຫວ່າງ​ງານ, ໃຫ້​ຕິດ​ຕໍ່​ພວກ​ເຮົາ​ທັນ​ທີ. ຖ້າ​ພວກ​ເຮົາ​ຢືນ​ຢັນ​ວ່າ​ໄດ້​ມີ​ການ​ລັກ ID, ທ່ານ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ລາຍ​ງານ​ຈຳ​ນວນ​ເງິນ​ໃນ 1099-G ໃຫ້​ກັບ IRS.

ຖ້າ​ທ່ານ​ໄດ້​ຮັບ​ເຊັກ​ເງິນ ຫຼື​ບັດ Reliacard ຂອງ​ທະ​ນາ​ຄານ​ແຫ່ງ​ສະ​ຫະ​ລັດ, ໃຫ້​ສົ່ງ​ເຊັກ​ເງິນ ແລະ ບັດ Reliacards ກັບ​ຄືນ​ຫາ Employment Department (ພະ​ແນກ​ການ​ຈ້າງ​ງານ):

Oregon Employment Department
PO Box 14130
Salem, OR 97309

ກະ​ລຸ​ນາ​ຂຽນ​ຄຳ​ອະ​ທິ​ບາຍ​ຫຍໍ້​ວ່າ​ເປັນ​ຫຍັງ​ທ່ານ​ຈິ່ງ​ສົ່ງ​ສິ່ງ​ຂອງ​ເຫຼົ່າ​ນີ້​ຄືນ​ເພື່ອ​ທີ່​ພວກ​ເຮົາ​ຈະ​ໄດ້​ຮູ້​ສິ່ງ​ທີ່​ຈະ​ດຳ​ເນີນ​ການ ແລະ ບອກ​ໃຫ້​ພວກ​ເຮົາ​ຮູ້, ຖ້າ​ທ່ານ​ຕ້ອງ​ການ​ຍື່ນ​ຂໍ້​ຮຽກ​ຮ້ອງ​ຂໍ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຂອງ​ທ່ານ​ເອງ. ເມື່ອ​ຮວບ​ຮວມ​ຫຼັກ​ຖານ​ແລ້ວ ແລະ ໄດ້​ມີ​ການ​ຢືນ​ຢັນ​ວ່າ​ມີ​ການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ເກີດ​ຂຶ້ນ, ພວກ​ເຮົາ​ຈະ​ຍົກ​ເລີກ​ເຊັກ​ເງິນ ແລະ ຂໍ້​ຮຽກ​ຮ້ອງ​ການ​ຫວ່າງ​ງານ​ທີ່​ສໍ້​ໂກງ.

ຈະ​ເຮັດ​ແນວ​ໃດ, ຖ້າ​ທ່ານ​ຕົກ​ເປັນ​ເຫຍື່ອ​ຂອງການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ການ​ຫວ່າງ​ງານ

  1. ລາຍ​ງານການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ການ​ຫວ່າງ​ງານໃຫ້​ກັບ OED ທັນ​ທີ​ທີ່​ເປັນ​ໄປ​ໄດ້ໂດຍ​ການ​ລາຍ​ງານ​ມັນ​ຜ່ານ Employment Department ID Theft Reporting form (ແບບ​ຟອມ​ການ​ລາຍ​ງານ​ການ​ລັກ ID ຂອງ​ພະ​ແນກ​ການ​ຈ້າງ​ງານ), ໂດຍ​ການ​ໂທ​ຫາ​ພວກ​ເຮົາ​ທີ່​ເບີ 877-345-3484 ຫຼື ຜ່ານ​ໜ້າ​ຕິດ​ຕໍ່​ພວກ​ເຮົາ.
  • ທ່ານ​ອາດ​ຈະ​ບໍ່​ໄດ​ຮັບ​ຄຳ​ຢືນ​ຢັນ​ຈາກ​ພວກ​ເຮົາ​ເມື່ອ​ທ່ານ​ສົ່ງ​ລາຍ​ງານ, ແຕ່​ທ່ານ​ອາດ​ຈະ​ໄດ້​ຮັບ​ສາຍ​ໂທ​ຈາກ​ຜູ້​ສືບ​ສວນ, ຖ້າ​ພວກ​ເຮົາ​ຕ້ອງ​ການ​ຂໍ້​ມູນ​ເພີ່ມ​ເຕີມ. ໝາຍ​ເຫດ: ID ຜູ້​ໂທ​ອາດ​ຈະ​ບໍ່​ບອກວ່າ​ເປັນ OED.
  • ພວກ​ເຮົາ​ອາດ​ຈະ​ຂໍ​ເອ​ກະ​ສານ​ເພີ່ມ​ເຕີມ (ເຊັ່ນ: ບົດ​ລາຍ​ງານ​ຕຳ​ຫຼວດ ຫຼື ຄຳ​ໃຫ້​ການ​ທີ່​ຜ່ານ​ການ​ສາ​ບານ​ແລ້ວ) ເພື່ອ​ເຮັດ​ການ​ສືບ​ສວນ​ໃຫ້​ສຳ​ເລັດ. ພວກ​ເຮົາ​ຈະ​ທົບ​ທວນ​ເບິ່ງ​ກໍ​ລະ​ນີ​ຂອງ​ທ່ານ ແລະ ເຮັດ​ການ​ກຳ​ນົດ. ແຕ່​ລະ​ລັດ​ມີ​ເງື່ອນ​ໄຂ​ກຳ​ນົດ​ຄວາມ​ຕ້ອງ​ການ​ແຕກ​ຕ່າງ​ກັນ ແລະ ມີ​ຂະ​ບວນ​ການ​ສືບ​ສວນ​ການ​ລັກ​ລະ​ຫັດລະ​ບຸ​ຕົວ​ຕົນ​ທີ່​ແຕກ​ຕ່າງ​ກັນ.
  • ຖ້າ​ທ່ານ​ໄດ້​ຮັບ​ແບບ​ຟອມ​ເສຍ​ພາ​ສີ 1099-G ສຳ​ລັບ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ທີ່​ທ່ານ​ບໍ່​ໄດ້​ຮັບ, ພວກ​ເຮົາ​ຈະ​ຕ້ອງ​ອອກ​ແບບ​ຟອມ​ເສຍ​ພາ​ສີ 1099-G ທີ່​ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ໃຫ້ ແລະ ຈະ​ອັບ​ເດດ​ບັນ​ທຶກ​ເສຍ​ພາ​ສີ​ກັບ IRS ໃນ​ນາມ​ຂອງ​ທ່ານ.
  • ຜູ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ຜູ້​ທີ່​ໄດ້​ຈ່າຍ​ເງິນ ຫຼື ການ​ສົ່ງ​ມັນ​ຄືນ​ມາ​ຊ້າ​ແມ່ນ​ຂໍ​ໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ​ທັນ​ທີ. ຖ້າ​ບໍ່​ດັ່ງ​ນັ້ນ, ທ່ານ​ຮັບ​ຜິດ​ຊອບ​ລາຍ​ງານ​ມັນ​ໃນ​ການ​ສົ່ງ​ຄືນ​ພາ​ສີ​ຂອງ​ທ່ານ ແລະ ທ່ານ​ອາດ​ຈະ​ໄດ້​ຮັບ​ການ​ຈ່າຍ​ເງິນ​ເກີນ​ທີ່​ເປັນ​ການສໍ້​ໂກງ​ໃນ​ອະ​ນາ​ຄົດ. (ການ​ຈ່າຍ​ເງິນ​ເກີນແມ່ນ​ເວ​ລາ​ທີ່ທ່ານ​ໄດ້​ຮັບຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ທີ່​ທ່ານບໍ່​ມີ​ສິດ​ໄດ້ຮັບ. ທ່ານ​ຈະ​ຕ້ອງ​ຈ່າຍ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ທີ່​ທ່ານ​ໄດ້​ຮັບ​ຄືນ.)
  1. ເຮັດ​ວຽກ​ກັບ​ຜູ້​ປະ​ກອບ​ອາ​ຊີບ​ທາງ​ດ້ານ​ການ​ເສຍ​ພາ​ສີ ຫຼື ປະ​ຕິ​ບັດ​ຕາມ IRS instructions (ຄຳ​ແນະ​ນຳ IRS) ເພື່ອ​ຍື່ນ​ເສຍ​ພາ​ສີ​ຂອງ​ທ່ານ, ຖ້າ​ທ່ານ​ໄດ້​ຮັບ 1099-G ບໍ່​ຖືກ​ຕ້ອງ​ເນື່ອງ​ຈາກ​ການ​ສໍ້​ໂກງ.
  2. ກວດ​ເບິ່ງ​​ບົດລາຍ​ງານ​ເຄ​ຣ​ດິດ​ຂອງ​ທ່ານ​ສຳ​ລັບ​ກິດ​ຈະ​ກຳ​ທີ່​ໜ້າ​ສົງ​ໄສ ຫຼື ສາຍ​ເຄ​ຣ​ດິດ​ເປີດ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ.
  • ກົດລະ​ບຽບ​ຂອງ​ລັດ​ຖະ​ບານ​ກາງໃຫ້​ທ່ານ​ຂໍ​ບົດລາຍ​ງານເຄ​ຣ​ດິດ​ໄດ້​ປີ​ລະ​ຄັ້ງ​ບໍ່​ເສຍ​ຄ່າ​ຈາກ​ແຕ່​ລະ​ບ່ອນ​ຂອງ​ສາມ​ສຳ​ນັກ​ງານ​ເຄ​ຣ​ດິດ (Equifax, Experian, Transunion) ຜ່ານ AnnualCreditReport.com ຫຼື ໂທ 1- 877-322-8228. ທ່ານ​ຈຳ​ເປັນ​ຕ້ອງ​ແຈ້ງ​ຊື່, ທີ່​ຢູ່, ເລກປະ​ກັນ​ສັງ​ຄົມ ແລະ ວັນເດືອນປີເກີດຂອງ​ທ່ານ​ເພື່ອ​ຢັ້ງ​ຢືນ​ຕົວ​ຕົນ​ຂອງ​ທ່ານ.
  • ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ ແລະ ຂັ້ນ​ຕອນ​ຕ່າງໆ​ເພື່ອ​ປົກ​ປ້ອງ​ເຄ​ຣ​ດິດ​ຂອງ​ທ່ານ​ໃຫ້​ດີ​ຂຶ້ນ, ເຂົ້າ​ເບິ່ງໜ້າ Credit Report (ບົດ​ລາຍ​ງານ​ເຄ​ຣ​ດິດ) ໃນ​ເວັບ​ໄຊ​ຜູ້​ບໍ​ລິ​ໂພກ Federal Trade Commission (ຄະ​ນະ​ກຳ​ມາ​ທິ​ການ​ການ​ຄ້າ​ລັດ​ຖະ​ບານ​ກາງ, FTC).
  1. ປ່ຽນ​ລະ​ຫັດ​ຜ່ານ​ບັນ​ຊີ​ອອນ​ລາຍ ແລະ ເຮັດ​ໃຫ້​ລະ​ຫັດ​ຜ່ານ​ຍາກ​ຂຶ້ນ​ເພື່ອ​ທີ່​ຄົນ​ອື່ນ​ບໍ່​ສາ​ມາດ​ເຂົ້າ​ເຖິງ​ບັນ​ຊີ​ໄດ້​ງ່າຍໆ.
  2. ຕິດ​ຕໍ່​ຜູ້​ໃຫ້​ບໍ​ລິ​ການ​ການ​ເງິນ​ຂອງ​ທ່ານ (ທະ​ນາ​ຄານ, ບໍ​ລິ​ສັດບັດ​ເຄ​ຣ​ດິດ, ອື່ນໆ) ເພື່ອ​ສະ​ທ້ອນ​ໃຫ້​ເຫັນ​ທຸ​ລະ​ກຳ​ທີ່​ຜິດ​ປົກ​ກະ​ຕິ.
  3. ລາຍ​ງານ​ການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ການ​ຫວ່າງ​ງານ​ທີ່​ເກີດ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ແພ່​ລະ​ບາດ COVID-19 ໃຫ້​ກັບ National Center for Disaster Fraud (ສູນ​ການສໍ້​ໂກງ​ໄພ​ພິ​ບັດ​ແຫ່ງ​ຊາດ) ຂອງ U.S. Department of Justice (ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ).
  • ນອກ​ຈາກ​ການລາຍ​ງານ​ກັບ​ລັດ, ການ​ລາຍ​ງານ​ກັບ National Center for Disaster Fraud (ສູນ​ການສໍ້​ໂກງ​ໄພ​ພິ​ບັດ​ແຫ່ງ​ຊາດ) ຊ່ວຍ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຢຸດການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ການ​ຫວ່າງ​ງານ. ການ​ຍື່ນ​ລາຍ​ງານ​ນີ້​ກັບ National Center for Disaster Fraud (ສູນ​ການ​ສໍ້​ໂກງ​ໄພ​ພິ​ບັດ​ແຫ່ງ​ຊາດ) ຍັງ​ຈະ​ແຈ້ງ​ໃຫ້ U.S. Department of Labor’s Office of Inspector General (ຫົວ​ໜ້າ​ຫ້ອງ​ການ​ຜູ້ກວດ​ກາ​ໃຫຍ່​ຂອງ​ກະ​ຊວງ​ແຮງ​ງານ​ສະ​ຫະ​ລັດ) ນຳ​ອີກວ່າ​ອົງ​ການ​ໃດ​ເປັນ​ອົງ​ການ​ຕົ້ນ​ຕໍ​ຮັບ​ຜິດ​ຊອບ​ການ​ສືບ​ສວນ​ການ​ສໍ້​ໂກງ​ການ​ຫວ່າງ​ງານ. ທ່ານ​ອາດ​ຈະ​ບໍ່​ໄດ້​ຮັບ​ຄຳ​ຕອບ​ກັບ​ຄືນ​ຫຼັງ​ຈາກ​ສົ່ງ​ຂໍ້​ມູນ​ນີ້.
  1. ລາຍ​ງານ​ການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ກັບ Federal Trade Commission (ຄະ​ນະ​ກຳ​ມາ​ທິ​ການ​ການ​ຄ້າ​ລັດ​ຖະ​ບານ​ກາງ) ຢູ່​ທີ່ 1-877-ID-THEFT (438-4338) ຫຼື ເຂົ້າ​ເບິ່ງ identitytheft.gov.
  2. ຕິດ​ຕໍ່​ຫ້ອງ​ການ​ຕຳ​ຫຼວດ​ປະ​ຈຳ​ທ້ອງ​ຖິ່ນ​ຂອງ​ທ່ານ. ພວກ​ເຂົາ​ອາດ​ຈະ​ມີ​ຄຳ​ແນະ​ນຳ​ອື່ນ​ອີກ.
  3. ແຈ້ງ Office of Inspector General (ຫ້ອງ​ການ​ຜູ້ກວດ​ກາ) ວ່າ​ເລກ​ປະ​ກັນ​ສັງ​ຄົມ (SSN) ຂອງ​ທ່ານ​ຖືກ​ນຳ​ໃຊ້​ເປັນ​ການ​ສໍ້​ໂກງ​ຢູ່​ທີ່ oig.ssa.gov/report
  4. ຂໍ​ສຳ​ເນົາ​ບົດ​ລາຍ​ງານ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ ແລະ ຄ່າ​ແຮງ​ງານ​ຂອງ​ທ່ານ ຈາກ Oregon Employment Department (ພະ​ແນກ​ການ​ຈ້າງ​ງານ​ລັດ​ໂອ​ເຣກອນ) ເພື່ອກວດ​ເບິ່ງ​ຄວາມ​ຖືກ​ຕ້ອງ. ທ່ານ​ສາ​ມາດ​ຂໍ​ສຳ​ເນົາ​ຜ່ານ​ໜ້າ Contact Us (ຕິດ​ຕໍ່​ພວກ​ເຮົາ) ໄດ້ ຫຼື ໂດຍ​ການ​ໂທ​ຫາ (877) 345-3484.

ຕິດ​ຕໍ່ IRS ເພື່ອ​ລາຍ​ງານ​ການ​ລັກ​ລະ​ຫັດ​​ລະ​ບຸ​ຕົວ​ຕົນ ແລະ ດັ່ງ​ນັ້ນ SSN ຂອງ​ທ່ານ​ຖືກ​ນຳ​ໃຊ້​ເພື່ອ​ຍື່ນ​ຂໍ້​ຮຽກ​ຮ້ອງ​ການ​ຫວ່າງ​ງານ​ທີ່​ຖືກສໍ້​ໂກງ. ເຂົ້າ​ເບິ່ງ ເວັບ​ໄຊ IRS ເພື່ອ​ຮຽນ​ຮູ້​ວິ​ທີ​ຍື່ນ​ເສຍ​ພາ​ສີ​ຂອງ​ທ່ານ​ຫຼັງ​ຈາກ​ການ​ສໍ້​ໂກງ UI ຫຼື ການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ.

ການ​ສໍ້​ໂກງ​ຜົນ​ປະ​ໂຫຍດເງິນຊ່ວຍເຫຼືອປະກັນໄພການຫວ່າງງານ

ການ​ສໍ້​ໂກງ​ຜົນ​ປະ​ໂຫຍດເງິນຊ່ວຍເຫຼືອປະກັນໄພການຫວ່າງງານເກີດ​ຂຶ້ນເມື່ອ​ມີ​ຄົນ​ໃຫ້​ຂໍ້​ມູນ​ຜິດ ຫຼື ກັກ​ຄວາມ​ຈິງ​ເພື່ອ​ຈຸດ​ປະ​ສົງເພື່ອ​ໃຫ້​ເຂົາ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ຖ້າ​ທ່ານເຊື່ອງ ຫຼື ລາຍ​ງານ​ຂໍ້​ມູນ​ຜິດຕາມຈຸດປະສົງ, ມັນ​ເປັນ​ການ​ສໍ້​ໂກງ. ການ​ສໍ້​ໂກງ​ເປັນ​ອາ​ຊະ​ຍາ​ກຳ ແລະ ສາ​ມາດ​ສົ່ງ​ຜົນ​ໃຫ້​ມີ​ການ​ລົງ​ໂທດ​ເຖິງ ແລະ ລວມ​ທັງການ​ດຳ​ເນີນ​ຄະ​ດີ​ທາງ​ອາ​ຍາ.

ນາຍ​ຈ້າງ ແລະ ຜູ້​ຮຽກ​ຮ້ອງ​ສາ​ມາດ​ເຮັດ​ການ​ສໍ້​ໂກງ​ພາຍ​ໃຕ້​ກົດ​ໝາຍ​ປະ​ກັນ​ໄພ​ຫວ່າງ​ງານ​ຂອງ​ລັດ​ໄດ້. ການ​ສໍ້​ໂກງ​ຂອງ​ນາຍ​ຈ້າງ​ສາ​ມາດລວມ​ມີການ​ເຮັດ​ສິ່ງ​ຕ່າງໆ​ທີ່​ລວມ​ມີ​ການ​ຫຼີກ​ລ່ຽງ​ຄວາມ​ຮັບ​ຜິດ​ຊອບ​ທາງ​ດ້ານ​ພາ​ສີ ຫຼື ການ​ສ້າງ​ບັນ​ຊີ​ນາຍ​ຈ້າງ​ປອມ​ເພື່ອ​ໃຫ້​ສາ​ມາດ​ເຮັດ​ຂໍ້​ຮຽກ​ຮ້ອງ​ສໍ້​ໂກງ​ຕໍ່​ກັບ​ບັນ​ຊີ​ນັ້ນ​ໄດ້.

ການ​ສໍ້​ໂກງ​ຂອງ​ຜູ້​ຮຽກ​ຮ້ອງ​ສາ​ມາດ​ລວມ​ມີ:

  • ບໍ່​ລາຍ​ງານ​ການ​ປະ​ຕິ​ເສດ​ວຽກ ຫຼື ວຽກ​ທີ່​ທ່ານ​ພາດ​ໄປ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຮຽກ​ຮ້ອງ​ເອົາ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ
  • ການໃຫ້​ຂໍ້​ມູນ​ປອມໂດຍ​ທີ່​ຮູ້​ຈັກ ຫຼື ກັກ​ຂໍ້​ມູນ​ໄວ້​ເພື່ອ​ເອົາ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ
  • ການ​ສືບ​ຕໍ່​ເອົາ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ເມື່ອ​ຮູ້​ຕົວ​ເອງວ່າ​ບໍ່​ມີ​ສິດ​ໄດ້​ຮັບ
  • ການ​ບໍ່​ລາຍ​ງານ​ເງິນ​ທັງ​ໝົດ​ທີ່​ທ່ານ​ຫາ​ມາ​ໄດ້​ເມື່ອ​ຍື່ນ​ຂໍ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ປະ​ຈຳ​ອາ​ທິດ
  • ບໍ່​ລາຍ​ງານ​ການ​ແຍກວຽກ​ຂອງ​ທ່ານ​ຢ່າງ​ຖືກ​ຕ້ອງ
  • ການ​ຍື່ນ​ຂໍ້​ຮຽກ​ຮ້ອງ​ດ້ວຍ​ການ​ໃຊ້​ລະ​ຫັດ​ລະ​ບຸຕົວ​ຕົນ​ຂອງ​ຄົນ​ອື່ນ

ນອກ​ຈາກ​ນັ້ນ, ການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ​ອາດ​ຈະ​ສົ່ງ​ຜົນ​ໃຫ້​ມີ​ການ​ສໍ້​ໂກງ​ປະ​ກັນ​ໄພ​ການ​ຫວ່າງ​ງານ​ທີ່​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ນາຍ​ຈ້າງ ຫຼື ຜູ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ.

ທຸກໆ​ລັດ​ຖືກ​ຮຽກ​ຮ້ອງ ແລະ ຄາດ​ໝາຍ​ໃຫ້​ບັງ​ຄັບ​ໃຊ້​ກົດ​ໝາຍ​ປະ​ກັນ​ໄພ​ຫວ່າງ​ງານ​ຂອງ​ຕົນ​ເອງ.

ວິ​ທີ​ລາຍ​ງານ​ການ​ສໍ້​ໂກງ​ປະ​ກັນ​ໄພ​ຫວ່າງ​ງານ

ຖ້າ​ທ່ານ​ຮູ້ ຫຼື ສົງ​ໄສ​ບາງ​ຄົນຜູ້​ທີ່​ກຳ​ລັງ​ເອົາ​ຜົນ​ປະ​ໂຫຍດ​ປະ​ກັນ​ໄພ​ຫວ່າງ​ງານ​ຢ່າງ​ຜິດ​ກົດ​ໝາຍ, ຈົ່ງ​ລາຍ​ງານ​ໃຫ້​ກັບ Oregon Employment Department (ພະ​ແນກ​ການ​ຈ້າງ​ງານ​ລັດ​ໂອ​ເລກອນ).

  • ລາຍ​ງານທາງ​ໂທ​ລະ​ສັບ: ໂທ​ຫາ Benefit Payment Control (ຝ່າຍ​ຄວບ​ຄຸມ​ການ​ຈ່າຍ​ຜົນ​ປະ​ໂຫຍດເງິນ​ຊ່ວຍ​ເຫຼືອ) ທີ່​ເບີ 503-947-1995 ຫຼື 1-877-668-3204

ທ່ານ​ຍັງ​ສາ​ມາດ​ລາຍ​ງານ​ການ​ສໍ້​ໂກງ​ທີ່ສົງ​ໄສ​ໄດ້​ຜ່ານ​ໜ້າ Contact Us (ຕິດ​ຕໍ່​ພວກ​ເຮົາ) ຂອງ​ພວກ​ເຮົາ​ໄດ້.

ຖ້າ​ທ່ານ​ແມ່ນ​ນາຍ​ຈ້າງ ແລະ ເຊື່ອ​ວ່າ​ບາງ​ຄົນ​ອາດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທີ່​ພວກ​ເຂົາ​ບໍ່​ມີ​ສິດ​ໄດ້​ຮັບ, ໃຫ້​ລາຍ​ງານ​ມັນ​ໃຫ້​ພວກ​ເຮົາ. ສິ່ງ​ສຳ​ຄັນ: ພະ​ນັກ​ງານ​ອາດ​ຈະ​ຍັງ​ມີ​ສິດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຫວ່າງ​ງານ, ຖ້າ​ພວກ​ເຂົາ​ປະ​ຕິ​ເສດ​ວຽກ​ເໝາະ​ສົມ​ທີ່​ສະ​ເໜີ​ໃຫ້​ເນື່ອງ​ຈາກ​ເຫດ​ຜົນ​ກ່ຽວ​ຂ້ອງ​ກັບ COVID-19* ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ລະ​ບຽບ​ຊົ່ວ​ຄາວ​ຂອງ​ພວກ​ເຮົາ.

  • ລາຍ​ງານທາງ​ໂທ​ລະ​ສັບ: ໂທ​ຫາ Benefit Payment Control (ຝ່າຍ​ຄວບ​ຄຸມ​ການ​ຈ່າຍ​ຜົນ​ປະ​ໂຫຍດເງິນ​ຊ່ວຍ​ເຫຼືອ) ທີ່​ເບີ 503-947-1995 ຫຼື 877-668-3204

*ພະ​ນັກ​ງານ​ອາດ​ຈະ​ຍັງ​ມີ​ສິດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຫວ່າງ​ງານ, ຖ້າ​ພວກ​ເຂົາ:

  • ເຈັບ​ປ່ວຍ​ເປັນ COVID-19
  • ອາດ​ຈະ​ສຳ​ຜັດ​ກັບ​ເຊື້ອ COVID-19 ແລະ ຍັງ​ຢູ່​ໃນ​ໄລ​ຍະ​ການ​ກັກ​ຕົວ​ຕາມ​ການ​ກຳ​ນົດ
  • ພັກຢູ່ເຮືອນເພື່ອ​ເບິ່ງ​ແຍງ​ດູ​ແລ​ສະ​ມາ​ຊິກ​ຄອບ​ຄົວ ຫຼື ຄົນ​ອື່ນໆ​ທີ່​ພວກ​ເຂົາ​ອາ​ໄສ​ຢູ່​ນຳ ຫຼື ຜູ້​ທີ່​ໃຫ້​ການ​ເບິ່ງ​ແຍງ​ດູ​ແລ, ຜູ້​ທີ່​ກຳ​ລັງ​ເຈັບ​ປ່ວຍ​ຈາກ COVID-19 ຫຼື ຕ້ອງ​ກັກ​ຕົວ​ຕາມ​ກຳ​ນົດ
  • ບໍ່​ສາ​ມາດ​ໄປ​ເຮັດ​ວຽກ​ໄດ້​ຍ້ອນ​ວ່າ​ພວກ​ເຂົາ​ຕ້ອງ​ພັກ​ຢູ່​ບ້ານ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ເດັກ​ນ້ອຍ​ເນື່ອງ​ຈາກ​ມີ​ການ​ປິດ​ໂຮງ​ຮຽນ, ບ່ອນ​ໃຫ້​ການ​ເບິ່ງ​ແຍງ​ດູ​ແລ​ເດັກ ຫຼື ສະ​ຖານ​ບໍ​ລິ​ການ​ຄ້າຍ​ຄື​ກັນ​ນັ້ນ​ເນື່ອງ​ມາ​ຈາກ COVID-19
  • ຖືກບອກ​ໃຫ້​ເຮັດ​ວຽກ​ເມື່ອ​ມັນ​ຈະ​ຮຽກ​ຮ້ອງ​ໃຫ້​ພວກ​ເຂົາ​ດຳ​ເນີນ​ການ​ທີ່​ເປັນ​ລະ​ເມີດ​ການ​ກັກ​ຕົວ​ທີ່​ກຳ​ນົດ ຫຼື ຄຳ​ສັ່ງ​ຂອງ​ລັດ​ຖະ​ບານ
  • ບໍ່​ສາ​ມາດ​ໄປ​ເຮັດ​ວຽກ​ໄດ້​ຍ້ອນ​ພວກ​ເຂົາ​ໄດ້​ຮັບ​ຄຳ​ແນະ​ນຳ​ຈາກ​ຜູ້​ໃຫ້​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ ຫຼື ໄດ້​ຮັບ​ຄຳ​ແນະ​ນຳ​ຈາກ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ໃຫ້​ກັກ​ກັນ​ຕົວ​ເອງ​ເນື່ອງ​ຈາກ​ມີ​ຄວາມ​ສ່ຽງ​ທີ່​ໄດ້​ຈະ​ໄດ້​ຮັບ​ເຊື້ອ ຫຼື ແພ່​ເຊື້ອ COVID-19

ສິ່ງ​ທີ່​ຕ້ອງ​ເຮັດ, ຖ້າ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຂອງ​ທ່ານ​ຖືກ​ງົດ​ເນື່ອງ​ຈາກ​ການ​ສໍ້​ໂກງ​ທີ່​ສົງ​ໄສ

ຖ້າ​ບັນ​ຊີ Reliacard ຂອງ​ທ່ານ​ຖືກ​ງົດເນື່ອງ​ຈາກ​ການ​ສໍ້​ໂກງ​ທີ່​ສົງ​ໄສ ແລະ ພວກ​ເຮົາ​ຢືນ​ຢັນ​ວ່າ​ບໍ່​ມີ​ການ​ສໍ້​ໂກງ​ເກີດ​ຂຶ້ນ, ພວກ​ເຮົາ​ຈະ​ຂໍ​ໃຫ້​ຍົກ​ເລີກ​ການ​ງົດ​ໂດຍ​ທະ​ນາ​ຄານ​ສະ​ຫະ​ລັດ (U.S. Bank). ທ່ານ​ຈະ​ບໍ່​ສາ​ມາດ​ເລັ່ງ​ຂະ​ບວນ​ການ​ນີ້​ໃຫ້​ໄວ​ຂຶ້ນ​ໂດຍ​ການ​ຕິດ​ຕໍ່​ທະ​ນາ​ຄານ​ສະ​ຫະ​ລັດ (U.S. Bank) ດ້ວຍ​ຕົວ​ເອງ​ໄດ້. ກ່ອນ​ການ​ຍົກ​ເລີກ​ການ​ງົດ, U.S. Bank (ທະ​ນາ​ຄານສະ​ຫະ​ລັດ) ແລະ Employment Department (ພະ​ແນກ​ການ​ຈ້າງ​ງານ) ອາດ​ຈະ​ຮຽກ​ຮ້ອງ​ໃຫ້​ທ່ານ​ຢືນ​ຢັນ​ລະ​ຫັດ​ລະ​ບຸຕົວ​ຕົນ (ID) ຂອງ​ທ່ານ. ຈົ່ງ​ພ້ອມ​ໃຫ້​ຫຼັກ​ຖານຂອງ ID ແກ່ U.S. Bank (ທະ​ນາ​ຄານ​ສະ​ຫະ​ລັດ) ແລະ Employment Department (ພະ​ແນກ​ການ​ຈ້າງ​ງານ).

ຖ້າ​ການ​ຈ່າຍ​ເງິນ​ແມ່ນ​ໄດ້​ຈ່າຍ​ເຂົ້າ​ບັນ​ຊີ​ຂອງ​ທ່ານ​ໂດຍ​ກົງ ແລະ ທ່ານ​ບໍ່​ໄດ້​ລົງ​ທະ​ບຽນ​ໃຫ້​ຝາກ​ໂດຍ​ກົງ, ຕິດ​ຕໍ່​ພວກ​ເຮົາ​ທັນ​ທີ.

ຖ້າ​ຂໍ້​ຮຽກ​ຮ້ອງ​ຂອງ​ທ່ານ​ຖືກ​ຢຸດ​ໄປ​ເນື່ອງ​ຈາກ​ການ​ສໍ້​ໂກງ​ທີ່​ສົງ​ໄສ, ພວກ​ເຮົາ​ຈະ​ຮຽກ​ຮ້ອງ​ໃຫ້​ທ່ານ​ປະ​ກອບເອ​ກະ​ສານຫຼັກ​ຖາ​ນຢັ້ງ​ຢືນປະ​ຈຳ​ຕົວຂອງ​ທ່ານ​ກ່ອນ​ທີ່​ພວກ​ເຮົາ​ຈະ​ສາ​ມາດ​ເລີ່ມ​ຈ່າຍ​ຜົນ​ປະ​ໂຫຍດ​ການ​ຊ່ວຍ​ເຫຼືອ​ຕໍ່​ໄດ້.

ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອຈະ​ບໍ່ຖືກ​ຈ່າຍ​ໃຫ້​ໃນ​ຂໍ້​ຮຽກ​ຮ້ອງ, ຖ້າ​ບໍ່​ສາ​ມາດກວດ​ສອບຂໍ້​ມູນ​ລະບຸ​ຕົວ​ຕົນ​ຂອງ​ທ່ານໄດ້. ມັນ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ທ່ານ​ທີ່​ຈະ​ຮັບ​ເອົາ ID ທີ່​ນຳ​ໃຊ້​ໄດ້, ຄື​ກັນ​ກັບຂະ​ບວນ​ການ​ຂອງ​ທະ​ນາ​ຄານນ​ສະ​ຫະ​ລັດ (U.S. Bank) ສຳ​ລັບ​ການກວດ​ສອບ​ຢັ້ງ​ຢືນ ID. ຖ້າ​ທ່ານ​ຕ້ອງ​ການ​ຄວາມ​ຊ່ວຍເຫຼືອ​ໃນ​ການ​ເອົາ ຫຼື ປ່ຽນ ID, ໂປ​ຣ​ແກ​ຣມ STEP ຫຼື 211.org ອາດ​ສາ​ມາດ​ຊ່ວຍ​ເຈົ້າ​ໄດ້.

ຂໍ້​ຮຽກ​ຮ້ອງ​ທີ່​ຖືກ​ປຸ້ນ​ເອົາ (Hijacked Claims)

ຂໍ້​ຮຽກ​ຮ້ອງ​ທີ່​ຖືກ​ປຸ້ນ​ເອົາ ຫຼື ເອີ້ນ​ວ່າ “hijacked claim” ເກີດ​ຂຶ້ນ​ເມື່ອ​ມີ​ບາງ​ຄົນ​ເຂົ້າ​ຄວບ​ຄຸມ​ຂໍ້​ຮຽກ​ຮ້ອງ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ສືບ​ຕໍ່​ຮຽກ​ຮ້ອງ​ເອົາ​ວ່າ​ເປັນ​ທ່ານ. ພວກ​ເຂົາ​ອາດ​ຈະ​ປ່ຽນ​ແປງ​ຂໍ້​ມູນ​ໃນ​ຂໍ້​ຮຽກ​ຮ້ອງ​ຂອງ​ທ່ານ, ລວມ​ທັງ PIN ແລະ ຄຳ​ຖາມ​ຄວາມ​ປອດ​ໄພຂອງ​ທ່ານ, ເພື່ອ​ໃຫ້​ພວກ​ເຂົາ​ຮັບ​ເອົາ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຂອງ​ທ່ານ​ໄດ້. ຖ້າ​ທ່ານ​ສົງ​ໄສວ່າ​ຂໍ້​ຮຽກ​ຮ້ອງ​ຂອງ​ທ່ານ​ຖືກຄົນ​ອື່ນ​ເຂົ້າ​ເຖິງ ຫຼື ຄວບ​ຄຸມ, ໃຫ້​ລາຍ​ງານ​ຫາ Employment Department (ພະ​ແນກ​ການ​ຈ້າງ​ງານ) ທັນ​ທີ. ຖ້າ​ຜູ້​ຊ່ຽວ​ຊານ​ຂໍ້​ຮຽກ​ຮ້ອງ​ສົງ​ໄສວ່າ​ຂໍ້​ຮຽກ​ຮ້ອງ​ຂອງ​ທ່ານ​ຖືກ​ປຸ້ນ​ເອົາ, ພວກ​ເຂົາ​ຈະ​ໂອນ​ເງິນ​ໃຫ້​ທ່ານ​ເພື່ອ​ທີ່​ຂໍ້​ຮຽກ​ຮ້ອງ​ຂອງ​ທ່ານ​ອາດ​ຈະ​ຖືກ​ສືບ​ສວນ.

ຖ້າ​ພວກ​ເຮົາ​ສົງ​ໄສ​ການ​ລັກ​ລະ​ຫັດ​ລະ​ບຸ​ຕົວ​ຕົນ, ການ​ຈ່າຍ​ເງິນ​ໃນ​ຂໍ້​ຮຽກ​ຮ້ອງ​ຂອງ​ທ່ານ​ຈະ​ຢຸດ. ຖ້າ​ທ່ານ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຜ່ານ​ບັດ Reliacard ຂອງ​ທະ​ນາ​ຄານ​ສະ​ຫະ​ລັດ (U.S. Bank), ບັດ​ຈະ​ຖືກ​ງົດ​ຈົນ​ກວ່າ​ພວກ​ເຮົາ​ສາ​ມາດ​ຢືນ​ຢັນ​ວ່າເກີດ​ມີ​ການ​ລັກລະ​ຫັດ​ລະ​ບຸ​ຕົວ​ຕົນ​ຫຼື​ບໍ່. ຖ້າ​ທ່ານ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເງິນ​ຊ່ວຍ​ເຫຼືອ​ຜ່ານ​ການ​ຝາກເຂົ້າ​ບັນ​ຊີ​ໂດຍ​ກົງ, ການ​ຈ່າຍ​ເງິນ​ຈະ​ຖືກ​ງົດ.

  • ລາຍ​ງານທາງ​ໂທ​ລະ​ສັບ: ໂທຫາເບີ 877-345-3484

ທ່ານ​ຍັງ​ສາ​ມາດ​ລາຍ​ງານ​ຂໍ້​ຮຽກ​ຮ້ອງ​ທີ່​ຖືກ​ປຸ້ນ​ໄດ້​ຜ່ານ​ໜ້າ Contact Us (ຕິດ​ຕໍ່​ພວກ​ເຮົາ) ຂອງ​ພວກ​ເຮົາ​ໄດ້.

ສຳ​ລັບ​ບັນ​ທຶກ​ຂໍ້​ຮຽກ​ຮ້ອງ​ທີ່​ຈະ​ຖືກ​ປ່ຽນ​ແປງ, ທັງ​ໝົດ​ທີ່​ບາງ​ຄົນ​ຕ້ອງ​ການ​ແມ່ນ​ເລກ​ປະ​ຈຳ​ຕົວ​ລູກ​ຄ້າ (CID) ຂອງ​ທ່ານ ແລະ PIN ຂອງ​ທ່ານ. ມັນ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ທ່ານ​ທີ່​ຈະ​ໃຫ້​ແນ່​ໃຈ​ວ່າ PIN ຂອງ​ທ່ານ​ປອດ​ໄພ ແລະ ຄົນ​ອື່ນບໍ່​ສາ​ມາດ​ຄາດ​ເດົາ​ໄດ້​ງ່າຍໆ.

ຢ່າ:

  • ຢ່າບອກ PIN ຂອງ​ທ່ານ​ໃຫ້​ກັບຜູ້​ອື່ນ.
  • ຢ່າບອກ PIN ຂອງທ່ານໃຫ້ກັບຜູ້ອື່ນຜູ້​ທີ່​ຊ່ວຍ​ທ່ານ​ຍື່ນ​ຂໍ້ຮຽກຮ້ອງຂອງທ່ານ.
  • ຢ່າໃຊ້​ສີ່​ຕົວ​ເລກ​ສຸດ​ທ້າຍ​ຂອງ SSN (ເລກ​ປະ​ກັນ​ສັງ​ຄົມ) ຂອງ​ທ່ານ.
  • ຢ່າໃຊ້​ວັນ​ເດືອນ​ປີ​ເກີດ.
  • ຢ່າໃຫ້​ມີ​ຕົວ​ເລກ​ຊ້ຳ​ເຊັ່ນ: 1111 ຫຼື 1234.