Skip to main content

Adjudication

ເມື່ອ​ພວກ​ເຮົາ​ຮັບ​ຮູ້​ບັນ​ຫາ​ທີ່​ເຮັດ​ໃຫ້​ມີ​ຄຳ​ຖາມ​ວ່າ​ຈະ​ມີ​ຄົນ​ສາ​ມາດໄດ້​ຮັບ​ເງິນ​ຊົດ​ເຊີຍຫຼືບໍ່, ພວກ​ເຮົາຈຳ​ເປັນ​ຕ້ອງກວດ​ສອບ​ມັນຕາມກົດ​ໝາຍ. ເຖິງວ່າ​ຫຼາຍໆ​ບັນ​ຫາສາມາດ​ແກ້​ໄຂ​ໄດ້ໂດຍ​ຄຳ​ຖາມ​ຕິດ​ຕາມ​ຜົນ​ຢ່າງ​ໄວ​ວ​າ, ຫຼາຍໆ​ຄັ້ງ​ທີ່​ມັນ​ຕ້ອງ​ມີ​ການ​ທົບ​ທວນ​ຢ່າງ​ລະ​ອຽດ​ຜ່ານ​ຂັ້​ນ​ຕອນ​ກາ​ນຕັດ​ສິນ​ຊີ້​ຂາດ. ບາງ​ບັນ​ຫາ​ທົ່ວ​ໄປ​ທີ່​ຕ້ອງ​ມີ​ການ​ຕັດ​ສິນຊີ້​ຂາດເຊັ່ນ:

  1. ຖ້າ​ຫາ​ກ​ບາງ​ຄົນ​ອອກ​ຈາ​ກວຽກ​ຂອງ​ພວກ​ເ​ຂົາ, ໃຫ້​ພິ​ຈາ​​ລະ​ນາ​ວ່າ​ສະ​ຖາ​ນະ​ການນັ້ນ​ເຮັດ​ໃຫ້​ພວກ​ເຂົາ​ບໍ່​ມີ​ຄຸນ​ສົມ​ບັດ​ສຳລັບ​ການ​ໄດ້ຮັບ​ເງິນ​ຊົດ​ເຊີຍຫຼືບໍ່
  1. ຖ້າ​ຫາ​ກ​ບາງ​ຄົນຖືກ​ໄລ່​ອອກ​ຈາ​ກວຽກ, ໃຫ້ກວດ​ສອບ​ວ່າ​ສະ​ຖາ​ນະ​ການນັ້ນ​ເຮັດ​ໃຫ້​ພວກ​ເຂົາ​ບໍ່​ມີ​ຄຸນ​ສົມ​ບັດ​ສຳລັບ​ການ​ໄດ້ຮັບ​ເງິນ​ຊົດ​ເຊີຍຫຼືບໍ່
  1. ຖ້າ​ຫາ​ກ​ບາງ​ຄົນບໍ່​ຮັບ​ເອົາ​ວຽກ​ທີ່​ໄດ້​ສະ​ເໜີ​ໃຫ້​ແກ່​ພວກ​ເ​ຂົາ, ໃຫ້ກວດ​ສອບ​ວ່າ​ສະ​ຖາ​ນະ​ການນັ້ນ​ເຮັດ​ໃຫ້​ພວກ​ເຂົາ​ບໍ່​ມີ​ຄຸນ​ສົມ​ບັດ​ສຳລັບ​ການ​ໄດ້ຮັບ​ເງິນ​ຊົດ​ເຊີຍຫຼືບໍ່
  1. ສຳ​ລັບ​ຄົນ​ທີ່​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ການ​ສຶກ​ສາ, ທຸກໆ​ການ​ພັກ​ລະ​ຫວ່າງ​ສົກ​ຮຽນ ຫຼື ເທີມ, ພວກ​ເຮົາ​ຕ້ອງ​ພິ​ຈາ​ລະ​ນາ​ວ່າ​ພວກ​ເຂົາ​ມີ​ທ່າ​ອ່ຽງ​ໃນ​ການ​ຈະ​ເຮັດ​ວຽກ​ປະ​ເພດດຽວ​ກັນຫຼືບໍ່ຫຼັງ​ຈາກ​ການ​ພັກທີ່​ພວກ​ເຂົາ​ເຄີຍ​ເຮັດ​ມາກ່ອນ​ເພື່ອ​ລະ​ບຸ​ວ່າ​ພວກ​ເຂົາ​ສາ​ມາດ​ໄດ້​ຮັບ​ເງິຍ​ຊົດ​ເຊີຍ​ລະ​ຫວ່າງ​ການ​ພັກຫຼືບໍ່
  1. ຖ້າ​ຫາກ​ບາງ​ຄົນ​ບໍ່​ພ້ອມ​ທີ່​ຈະ​ເຮັດ​ວ​ຽກ

temporary rules (ລະ​ບຽບ​ຊົ່ວ​ຄາວ) ຂອງ​ພະ​ແນກທີ່​ໄດ້​ຮັບ​ຮອງ​ໃນ​ໄລ​ຍະ​ຕົ້ນ​ຂອງການ​ແພ່​ລະ​ບາດໄດ້ຊ່ວຍຫຼຸດ​ຜ່ອນ​ຈຳ​ນວນ​ຂອງ​ບັນ​ຫາ​ທີ່​ຕ້ອງ​ຕັດ​ສິນຊີ້​ຂາດ​ລົງຫຼາຍ. ເຖິງວ່າ​ຈະ​ເປັນ​ແນວນີ້, ມີຄົນ​ຈຳ​ນວນຫຼາຍທີ່​ຂໍ​ເງິນ​ຊົດ​ເຊີຍໝາຍ​ຄວາມ​ວ່າພວກ​ເຮົາ​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ບັນ​ຫາ​ທີ່​ຕ້ອງ​ມີ​ການ​ຕັດ​ສິນຊີ້​ຂາດເປັນ​ຈຳ​ນວນຫຼາຍ.

ໜ້າ​ເສຍ​ດາຍ, ນີ້​ໝາຍ​ຄວາມ​ວ່າ​ຖ້າ​ພວກ​ເຮົາ​ລະ​ບຸ​ບັນ​ຫາ​ໃນ​ມື້ນີ້​ທີ່​ຕ້ອງ​ມີ​ການ​ຕັດ​ສິນຊີ້​ຂາດ, ມັນ​ອາດຈະ​ໃຊ້​ເວ​ລາ​ປະ​ມານ 12 -14 ອາ​ທິດ​ໃນ​ການ​ເຮັດການ​ຕັດ​ສິນ​ຊີ້​ຂາດ​ໃຫ້ສຳ​ເລັດ. ພວກ​ເຮົາ​ຮູ້​ວ່າສິ່ງນີ້​ແມ່ນ​ບໍ່​ສາ​ມາດຍອມຮັບໄດ້ ແລະ ນີ້​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ກຳ​ລັງ​ເຮັດ:

  1. ພວກ​ເຮົາ​ໄດ້​ຈ້າງ​ຜູ້​ຕັດ​ສິນ​ຊີ້​ຂາດເພີ່ມ​ເຕີມ​ແລ້ວ. ກ່ອນ​ການ​ແພ່​ລະ​ບາດ, ພວກ​ເຮົາ​ມີ​ຜູ້​ພິ​ຕັດ​ສິນ​ຊີ້​ຂາດ​ປະ​ມານ 80 ຄົນ; ຕອນນີ້​ພວກ​ເຮົາ​ມີຫຼາຍກວ່າ 300 ຄົນ.
  1. ພວກ​ເຮົາໄດ້​ສ້າງ​ການ​ຝຶກ​ອົບ​ຮົມ​ທີ່ໃໝ່, ມີ​ຈຸດ​ມຸ່ງ​ໝາຍ ແລະ ຫຍໍ້​ລົງ, ຫຼຸດ​ຜ່ອນ​ເວ​ລາ​ການ​ຝຶກ​ອົບ​ຮົມ​ລົງ​ຈາກ 15 ອາ​ທິດ ເປັນ 5 ອາ​ທິດ – ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ມີ​ຜູ້​ຕັດ​ສິນ​ຊີ້​ຂາດ​ທີ່​ຊ່ຽວ​ຊານ​ໃນ​ບັນ​ຫາ​ສະ​ເພາະ, ສະ​ນັ້​ນ​ພວກ​ເຂົາ​ສາ​ມາດ​ຮຽນ​ຮູ້​ໄດ້​ຢ່າງ​ຄົບ​ຖ້ວນ ແລະ ເລີ່ມ​ແກ້​ໄຂ​ບັນ​ຫາໄດ້​ໄວ​ຂຶ້​ນ.
  1. ຜູ້ຕັດ​ສິນ​ຊີ້​ຂາດ​ສືບ​ຕໍ່​ເຮັດ​ວຽກ​ເກີນ​ເວ​ລາ, ໂດຍຮັບຮູ້ວ່າ​ມີ​ຄົນ​ຈຳ​ນວນຫຼາຍ​ກຳ​ລັງ​ເພິ່ງ​ພາ​ພວກ​ເຂົາ.
  1. ພວກ​ເຮົາ​ໄດ້​ປ່ຽນ​ວິ​ທີ​ການ​ມອບ​ວຽກ​ເພື່ອ​ພວກ​ເຮົາ​ສະ​ມາດ​ຮັບ​ປະ​ກັນ​ການຫຼີກ​ລ້ຽງ​ການ​ຊັກ​ຊ້າໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ໃຫ້​ດີ​ຂຶ້​ນ ແລະ ຮັບ​ປະ​ກັນ​ວ່າ​ຄົນ​ກຳ​ລັງ​ແກ້​ໄຂ​ບັນ​ຫາ​ໃຫ້​ໄວ​ທີ່​ສຸດ.
  1. ພວກ​ເຮົາ​ກຳ​ລັງ​ວິ​ເຄາ​ະ​ຂໍ້​ມູນ​ໃນ​ຂະ​ນະ​ທີ່​ພວກ​ເຮົາ​ຮຽນ​ຮູ້​ວ່າ​ອັນ​ໃດເປັນ​ສາ​ເຫດ​ຂອງບັນ​ຫາຫຼາຍ​ທີ່​ສຸດ ແລະ ພວກ​ເຮົ​າຈະ​ຈັດ​ການ​ພວກ​ມັນໃຫ້​ມີ​ປະ​ສິດ​ທິ​ພາບ​ໄດ້ແນວ​ໃດ. ນອກ​ຈາກນີ້ພວກ​ເຮົາ​ຍັງ​ຄົ້ນ​ຫາ​ຢ່າງ​ຈິງ​ຈັງວ່າ​ພວກ​ເຮົາ​ສາ​ມາດ​ປ່ຽນ​ແປງ​ຂະ​ບວນ​ການ​ອື່ນ​ທີ່​ອາດ​ຈະ​ອະ​ນຸ​ຍາດ​ໃຫ້​ພວກ​ເຮົາ​ໄດ້​ໃຫ້​ເງິນ​ຊົດ​ເຊີຍ​ແກ່​ຄົນ​ໄວ​ຂຶ້​ນຫຼືບໍ່.

ອັບ​ເດ​ດ 7/31/20:
ພວ​ເຮົາ​ໄດ້ພົບ​ວິ​ທີ​ການ​ຈ່າຍ​ເງິນ​ຊົດ​ເຊີຍ​ໃຫ້​ແກ່​ຄົນ​ທີ່​ກຳ​ລັງ​ລໍ​ຖ້າ​ການ​ຂໍ​ຮັບ​ເງິນ​ຂອງ​ພວກ​ເຂົາ​ໃຫ້​ໄດ້​ຮັບ​ການ​ຕັດ​ສິນ​ໂດຍ​ຜູ້​ຕັດ​ສິນ​ຊີ້​ຂາດ​ເພື່ອ​ກຳ​ນົດ​ວ່າ​ພວກ​ເຂົາ​ມີ​ສິດໄດ້​ຮັບ​ໂຄງການ​ຫວ່າງ​ງານ​ທົ່​ວ​ໄປ ຫຼື ໂຄງການ Pandemic Unemployment Assistance (PUA) (ໂຄງ​ການຊ່ວຍ​ເຫຼືອ​ການ​ຫວ່າງ​ງານເນື່ອງ​ຈາກ​ພະ​ຍາດ​ລະ​ບາດ). ພວກ​ເຮົາ​ກຳ​ລັງ​ເອີ້ນ​ສິ່ງນີ້​ວ່າ "Benefits While You Wait” (ເງິນ​ຊົດ​ເຊີຍ​ໃນ​ຂະ​ນະ​ທີ່​ລໍ​ຖ້າ).

ພວກ​ເຮົາ​ຈະ​ຕິດ​ຕໍ່​ຫາ​ທ່ານ​ຖ້າ​ຫາກ​ທ່ານ​ອາດ​ຈະ​ມີ​ສິດ​ໄດ້​ຮັບ "Benefits While You Wait” (ເງິນ​ຊົດ​ເຊີຍ​ໃນ​ຂະ​ນະ​ທີ່​ລໍ​ຖ້າ). (BWYW) ທ່ານ​ອາດ​ຈະ​ມີ​ສິດໄດ້​ຮັບ, ຖ້າ​ຫາກ​ທ່ານ:

  1. ສະ​ໝັກ​ຂໍ​ເງິນ​ຊົດ​ເຊີຍ​ປະ​ກັນ​ໄພ​ການ​ຫວ່າງ​ງານ (UI) ແບບ​ປົກ​ກະ​ຕິ;
  1. ຂໍ້​ຮຽກ​ຮ້ອງຂອງທ່ານ​ຖືກ​ໝາ​ຍ​ສຳ​ລັບການ​ຕັດ​ສິນຊີ້​ຂາດ​ຍ້ອນ​ວ່າ Employment Department (ພະ​ແນກ​ການ​ຈ້າງງານ) ຕ້ອງ​ໄດ້​ພິ​ຈາ​ລະ​ນາວ່າ​ທ່ານ​ບັນ​ລຸ​ຂໍ້​ກຳ​ນົດ​ທາງ​ກົດ​ໝາຍ​ເພື່ອ​ໃຫ້​ໄດ້​ຮັບ​ເງິ​ຍ​ຊົດ​ເຊີຍ​ການ​ຫວ່າງ​ງານ​ຕາມ​ປົກ​ກະ​ຕິຫຼືບໍ່;
  1. ທ່ານ​ໄດ້​ອອກ​ຈາກ​ວຽກ​ເນື່ອງ​ຈາກ COVID-19 qualifying reason (ເຫດ​ຜົນ​ສິດໄດ້​ຮັບ​ຈາກ​ໂຄ​ວິດ-19); ແລະ
  1. ອາດ​ຈະ eligible (ມີ​ສິດ) ໄດ້​ຮັບ PUA ຖ້າ​ຫາກ​ທ່ານບໍ່​ສາ​ມາດ​ໄດ້​ຮັບ​ເງິນ​ຊົດ​ເຊີຍ​ການ​ຫວ່າງ​ງານ​ແບບ​ປົກ​ກະ​ຕິ.

ເພື່ອ​ໃຫ້​ໄດ້​ຮັບ "Benefits While You Wait,” ("ເງິນ​ຊົດ​ເຊີຍ​ໃນ​ຂະ​ນະ​ທີ່​ລໍ​ຖ້າ,") apply for Pandemic Unemployment Assistance (PUA) (ສະ​ໝັກຂໍການ​ຊ່ວຍ​ເຫຼືອ​ການ​ຫວ່າງ​ງານເນື່ອງ​ຈາກ​ພະ​ຍາດ​ລະ​ບາດ) ແລະ ແຈ້ງ​ໃຫ້​ພວກ​ເຮົາ​ຮູ້​ຢູ່ໃນ​ໃບ​ສະ​ໝັກ​ຂອງ​ທ່ານ​ເ​ຊັ່ນ: 1) ເຫດ​ຜົນ​ຂອງໂຄ​ວິດ-19 ທີ່​ທ່ານ​ອອກ​ຈາກວຽກ ແລະ 2) ວັນ​ທີທ່ານ​ໄດ້​ຮັບຜົນ​ກະ​ທົບຈາກ​ເຫດ​ຜົນ​ນັ້ນໃນ​ຄັ້ງ​ທຳ​ອິດ. ຫຼັງ​ຈາກ​ທ່ານ​ສະ​ໝັກຂໍ PUA, ສືບ​ຕໍ່​ຍື່ນ​ການ​ຮ້ອງ​ຂໍ​ປະ​ກັນ​ໄພ​ການ​ຫວ່າງ​ງານ​ (UI) ແບບ​ປົກ​ກະ​ຕິປະ​ຈຳ​ອາ​ທິດສຳ​ລັບ​ແຕ່​ລະ​ອາ​ທິ​ດ​ທີ່​ທ່ານ​ຕ້ອງ​ການ​ເງິນ​ຊົດ​ເຊີຍ. ຢ່າ​ຍື່ນ​ການ​ຮ້ອງ​ຂໍ PUA ປະ​ຈຳ​ອາ​ທິດ.

ພວກ​ເຮົາ​ຈະ​ກວດ​ສອບໃບ​ສະ​ໝັ​ກຂໍ PUA ຂອງ​ທ່ານ​ເພື່ອ​ເບິ່ງວ່າ​ທ່ານ​ມີ​ຄຸນ​ສົ​ມ​ບັດຫຼືບໍ່. ຖ້າ​ຫາກ​ທ່ານ​ມີ, ພວ​ກ​ເຮົາ​ຈະ​ຮູ້​ວ່າ​ທ່ານ​ມີ​ຄຸນ​ສົມ​ບັດໄດ້​ຮັບ​ຢ່າງ​ໜ້ອຍ​ໜຶ່ງ​ໂຄງ​ການ, ເຊິ່ງ​ໝາຍ​ຄວາມ​ວ່າ​ພວກ​ເຮົາ​ສາ​ມາດ​ເລີ່ມ​ຈ່າຍ​ເງິ​ນ​ຊົດ​ເຊີຍ​ໃຫ້​ທ່ານໄດ້. ພວກ​ເ​ຮົາ​ຈະ​ຈ່າຍ​ເງິ​ນ​ຊົດ​ເຊີຍ UI ແບບປົກ​ກະ​ຕິ​ຂອງ​ທ່ານໃຫ້​ທ່ານຈົນ​ກວ່າ​ການ​ຂໍ​ຮັບ​ເ​ງິນ UI ຂອງທ່ານໄດ້​ຮັບ​ການ​ຕັດ​ສິນຊີ້​ຂາດ. ຖ້າ​ຫາກ​ໃນ​ຕອນ​ທ້າຍ​ຂອງ​ຂັ້ນ​ຕອນ​ການ​ຕັດ​ສິນຊີ້​ຂາດ, ມັນ​ປາ​ກົດ​ວ່າ​ທ່ານ​ມີ​ຄຸນ​ສົມ​ບັດ​ໄດ້​ຮັບເງິນ​ຊົ​ດ​ເຊີຍ UI ແບບປົກ​ກ​ະ​ຕິ, ຈະ​ບໍ່​ມີ​ຫຍັງ​ປ່ຽນ​ແປງອີກ. ທ່ານ​ຈະ​ໄດ້​ຮັບ​ເງິນ​ຊົ​ດ​ເຊີຍ UI ຕໍ່​ໄປ​ຕາບ​ທີ່​ທ່ານ​ຍື່ນການ​ຂໍ​ຮັບ​ເງິນປະ​ຈຳ​ອາ​ທິດ ແລະ ທ່ານ​ມີ​ສິດ. ຖ້າ​ຫາກ​ມັນ​ປາ​ກົດ​ວ່າ​ທ່ານບໍ່​ມີ​ຄຸນ​ສົມ​ບັດ​ສຳ​ລັບ UI ແບບປົກ​ກະ​ຕິ, ຈາກນັ້ນ​ພວກ​ເຮົາ​ຈະ​ຍ້າຍ​ການຂໍ​ຮັບ​ເງິນ​ຂອງ​ທ່ານເຂົ້າ​ໃນ​ໂຄງ​ການ PUA. ຖ້າ​ຫາກ​ເງິນ​ຈຳ​ນວນຊົດ​ເຊີຍ PUA ປະ​ຈຳ​ອາ​ທິດ​ຂອງ​ທ່ານ​ສູງກວ່າ, ພວກ​ເຮົາ​ຍັງ​ຈະ​ສົ່ງ​ເງິນເພີ່ມ​ສຳ​ລັບ​ອາ​ທິດ​ທີ່​ຜ່ານ​ມາທັງ​ໝົດ​ທີ່​ທ່ານ​ໄດ້​ຮັບຕາມ​ຈຳ​ນວນ UI ແບບປົກ​ກະ​ຕິໃຫ້ແກ່​ທ່ານນຳ​ອີກ. ທ່ານ​ອາດ​ຈະ​ໄດ້​ຮັບ​ການ​ຈ່າຍ​ເງິນຫຼາຍ​ຢ່າງ​ໃນ​ຄັ້ງ​ດຽວ.

ພວກ​ເຮົາ​ຕ້ອງ​ການບອກ​ໃຫ້​ທ່ານ​ຮູ້​ວ່າ​ມັນ​ມີ​ໂອ​ກາດ​ທີ່​ສິ່ງນີ້​ສາ​ມາດເປັນ​ຜົນ​ໃຫ້​ມີ​ການ​ຈ່າຍ​ເງິນ​ເກີນ​ທີ່​ທ່ານ​ອາດ​ຈະ​ຕ້ອງ​ໄດ້​ຈ່າຍ​ຄືນ. ຖ້າ​ຫາກ​ທ່ານ​ຕ້ອງ​ການ​ທີ່​ຈະ​ລໍ​ຖ້າ​ສຳ​ລັບ​ເງິນ​ຊົດ​ເຊີຍ, ບໍ່​ຈຳເປັນ​ຕ້ອງດຳ​ເນີນ​ການ​ໃດໆ.

ຂ້າ​ພະ​ເຈົ້​າ​ໄດ້​ຮັບ​ການ​ແຈ້ງ​ເຕືອນ​ກ່ຽວ​ກັບ​ເງິນ​ຊົດ​ເຊີຍ​ໃນ​ຂະ​ນະ​ທີ່​ທ່ານ​ກຳ​ລັງ​ລໍ​ຖ້າ, ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເງິນ​ຊົດ​ເຊີຍ UI ປົກ​ກະ​ຕິ​ແລ້ວ ແລະ ບໍ່​ມີ​ບັນ​ຫາ​ກ່ຽວ​ກັບ​ການ​ຕັດ​ສິນຊີ້​ຂາດ.

ທ່ານ​ໄດ້​ຮັບ​ອີ​ເມວ​ທີ່ສັນ​ນິ​ຖານ​ວ່າມີການ​ຈ່າຍ​ເງິນຜິດ​ພາດ. ບໍ່​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ການ​ໃດໆ.

ຂ້າ​ພະ​ເຈົ້າ​ໄດ້​ຂໍຮັບ​ເງິນ UI ປົກ​ກະ​ຕິທີ່​ກຳ​ລັງ​ລໍ​ຖ້າ​ການ​ຕັດ​ສິນຊີ້​ຂາດ ແລະ ໄດ້​ສະ​ໝັກຂໍ PUA ແລ້ວ. ແມ່​ນ​ຫຍັງ​ຕໍ່​ໄປ?

ບໍ່​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ການ​ໃດໆ, ພະ​ນັກ​ງານ​ຂອງ OED ກຳ​ລັງ​ເຮັດ​ວຽກ​ຢ່າງ​ຫ້າວ​ຫັນ​ໃນ​ການ​ລະ​ບຸ​ຜູ້​ຮຽກ​ຮ້ອງ​ທີ່​ມີ​ສິດໄດ້​ຮັບ BWYW ແລະ ຈ​ະ​ແຈ້ງໃຫ້​ຜູ້​ຮຽກ​ຮ້ອງ, ຖ້າ​ຫາກ​ພວກ​ເຂົາ​ຕ້ອງ​ການ​ຂໍ້​ມູນ​ເພີ່ມ​ເຕີມ. ຜູ້​ຮຽກຮ້ອງບໍ່ຈຳ​ເປັນ​ຕ້ອງ​ສົ່ງ​ໃບ​ສະ​ໝັກ PUA ຂອງ​ພວກ​ເຂົາ​ອີກ. ທ່ານ​ຄວນ​ຈະ​ສືບ​ຕໍ່​ຍື່ນ​ໃບ​ຢັ້ງ​ຢືນ​ລາຍ​ອາ​ທິດໃນ​ການ​ຮຽກ​ຮ້ອງ​ສິດ UI ປົກ​ກະ​ຕິ ແລະ ບໍ່​ຈຳ​ເປັນ​ຕ້ອງ​ຍື່ນ​ໃບ​ຢັ້​ງ​ຢືນ​ລາຍ​ອາ​ທິດ​ສຳ​ລັບ​ການ​ຂໍຮັບ​ເງິນ PUA.

ຂ້າ​ພະ​ເຈົ້າ​ໄດ້​ຂໍຮັບ​ເງິນ UI ປົກ​ກະ​ຕິທີ່​ກຳ​ລັງ​ລໍ​ຖ້າ​ການ​ຕັດ​ສິນຊີ້​ຂາດ ແລະ ບໍ່ໄດ້​ສະ​ໝັກຂໍ PUA. ແມ່​ນ​ຫຍັງ​ຕໍ່​ໄປ?

ຖ້າ​ຫ​າ​ກ​ຜູ້​ຮຽກ​ຮ້ອງ​ຫ​ວ່າງ​ງານເນື່ອງ​ຈາກ​ເຫດ​ຜົນ​ທີ່​ກ່ຽວ​ຂ້ອງ​ກັ​ບ​ໂຄວິດ-19, ທ່ານ​ຄວນ​ຈະ​ຍື່ນ​ການ​ຂໍຮັບ​ເງິນ PUA ແລະ ສືບ​ຕໍ່​ຍື່ນ​ໃບ​ຢັ້ງ​ຢືນ​ໃນ​ການຂໍຮັບ​ເງິນ UI ປົ​ກ​ກະ​ຕິ​ຂອງ​ພວກ​ເຂົາ. ຖ້າ​ຫາກ​ທ່ານບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກໂຄວິດ-19, ພວກ​ເຂົາ​ອາດ​ຈະ​ບໍ່​ມີ​ສິດໄດ້​ຮັບ BWYW. ຖ້າ​ຫາກ​ທ່ານ​ສະ​ໝັກຂໍ PUA, ທ່ານ​ອາດ​ຈະ​ໄດ້​ຮັບໜັງ​ສືເປັນ​ອີ​ເມວປະ​ຕິ​ເສດ PUA ທີ່​ສ້າງ​ຂຶ້ນ​ໂດຍ​ອັດ​ຕະ​ໂນ​ມັດ​ຍ້ອນ​ວ່າ​ທ່ານ​ມີ​ສິດໄດ້​ຮັບ UI ປົກ​ກະ​ຕິ. ນີ້ບໍ່​ໝາຍ​ຄວາມ​ວ່າ​ທ່ານ​ຖືກ​ປະ​ຕິ​ເສດ​ຈາກ BWYW ແລະ ບໍ່​ຕ້ອງ​ດຳ​ເນີນ​ການ​ໃດໆ. ທ່ານ​ຈະ​ໄດ້​ຮັບ​ການ​ຕິດ​ຕໍ່, ຖ້າ​ຫາກ​ພວກ​ເຮົາ​ຕ້ອງ​ການ​ຂໍ້​ມູນ​ເພີ່ມ​ເ​ຕີມ​ຈາກ​ທ່ານ.

ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ມີການ​ລົງ​ໂທດ​ຫຼາຍ​ອາ​ທິດ​ໃນການ​ຮຽກ​ຮ້ອງ UI ປົກ​ກະ​ຕິ​ຂອງ​ຕົນ​ເອງ, ຂ້າ​ພະ​ເຈົ້າ​ຈະ​ມີ​ສິດໄດ້​ຮັບ BWYW ບໍ?

ທ່ານ​ສາ​ມາດ​ເລືອກ​ທີ່​ຈະ​ຍອມ​ຮັບ​ການ​ລົງ​ໂທດ​ໃນ​ການ​ຮຽກ​ຮ້ອງ UI ປົກ​ກະ​ຕິປະ​ຈຳ​ອາ​ທິດ​ຂອງ​ທ່ານ ຫຼື ຂໍ​ເງິນ​ຊົດ​ເຊີຍ​ຈາກໂຄງ​ການ PUA, ຖ້າ​ຫາກເຫດ​ຜົນຂອງ​ທ່ານ​ແມ່ນ​ເລື່ອງ​ຜົນ​ກ​ະ​ທົບຂອງ​ໂຄວິດ-19.

ມັນ​ຈະ​ໃຊ້​ເວ​ລາ​ດົນ​ປານ​ໃດ​ສຳ​ລັບ​ລູກ​ຄ້າທີ່​ມີ​ສິດໄດ້​ຮັບ BWYW ໃນ​ການໄດ້​ຮັບ​ເງິນ?

ປະ​ມານ​ສີ່​ອາ​ທິດ.

ການ​ຈ່າຍ​ເງິນ​ທີ່​ອາດ​ຈະ​ເປັນ​ໄປ​ໄດ້ ແລະ BWYW ແມ່ນ​ຫຍັງ?

ການ​ຈ່າຍ​ເ​ງິນ​ທີ່​ອາດ​ຈະ​ເປັນ​ໄປ​ໄດ້​ແມ່ນ​ເງິນ​ຊົດ​ເຊີຍ​ທີ່​ຖືກ​ຈ່າຍ​ຍ້ອນ​ພວກ​ເຮົາ​ເຊື່ອ​ວ່າ​ຜູ້​ຮຽກ​ຮ້ອງ​ຈະ​ມີ​ສິດໄດ້​ພາຍ​ໃຕ້​ໜຶ່ງ​ໃນ​ໂຄງ​ການປົກ​ກະ​ຕິ/ເພີ່ມ​ເຕີມໃນ​ຕອນນີ້ ຫຼື PUA. BWYW ແມ່ນ​ຊື່​ທີ່​ພ​ວກ​ເຮົາ​ໃຊ້​ແທນ​ການ​ໃຊ້​ການ​ຈ່າຍ​ເງິນ​ທີ່​ອາດ​ຈະ​ເປັນ​ໄປ​ໄດ້​ເພື່ອ​ສົ່ງ​ຂໍ້​ຄວາມ​ຫາ​ຄົນລັດໂອ​ເຣກອນ.

ເງິນ​ຊົດ​ເຊີຍ BWYW ມີ​ສິດ​ໄດ້​ຮັບ Federal Pandemic Unemployment Compensation (FPUC) (ການ​ຊົດ​ເຊີຍ​ການ​ຫວ່າງ​ງານ​ເນື່ອງ​ຈາກ​ພະ​ຍາດ​ລະ​ບາດ​ຂອງ​ລັດ​ຖະ​ບານ​ກາງ) ບໍ?

ແມ່ນ​ແລ້ວ, ເງິນ​ຊົ​ດ​ເຊີຍ BWYW ແມ່ນ​ເງິນຊົດ​ເຊີຍ (UI) ປົກ​ກະ​ຕິ. ຜູ້​ຮຽກ​ຮ້ອງ​ຈະ​ໄດ້​ຮັບການ​ຈ່າຍ​ເງິນ FPUC ສຳ​ລັບ​ທຸກ​ອາ​ທິດ​ທີ່​ຕ້ອງ​ຈ່າຍ​ໃນ​ລະ​ຫວ່າງ​ອາ​ທິດ 14/20 ແລະ 30/20.